หน้าเว็บ

ລະບົບ System

1. ລະບົບ System
ລະບົບຄືກຸ່ມຂອງອົງປະກອບຕ່າງໆ ທີ່ທຳງານຮ່ວມກັນເພື່ອບັນລຸຈຸດປະສົງ ລະບົບ ຫນື່ງໆ ອາດຈະປະກອບດ້ວຍລະບົບຍ່ອຍ Subsystem ເຊ່ນ ພະແນກ ຫນ່ວຍ ໂດຍແຕ່ ລະສ່ວນມີຫນ້າທີ່ສະເພາະ ແລະ ທຳງານຕ່າງຫນ້າທີ່ກັນ ແຕ່ມີການທຳງານປະສານກັນ ຫລື ຮ່ວນກັນເຊັ່ນ: ລະບົບຮ່າງກາຍ ລະບົບທະນາຄານ ລະບົບການບໍລິການ.

1.1 ປະເພດຂອງລະບົບ
ລະບົບຍັງສາມາດແບ່ງອອກເປັນ 2 ປະເພດຄື
ລະບົບປິດ Close System
      ເປັນລະບົບທີ່ບໍ່ມີປະຕິສຳພັນກັບສິ່ງແວດລ້ອມ ມີຈຸດມຸ່ງຫມາຍ ໃນການທຳງານ ພາຍ ໃນຕົວເອງ ໂດຍຈະບໍ່ຫຍຸ່ງກຽວຫລືບໍ່ຮັບຂໍ້ມູນຈາກສິ່ງແວດລ້ອມໃດໆເຂົ້າມາ.
      ຕົວຢ່າງລະບົບໄຟຟ້າສັນຍານຈາລະຈອນ ເຊິ່ງມີການກຳນົດຊ່ວງເວລາ ໃນການປິດ ເປິດສັນຍານ ໄຟຈາລະຈອນໃນແຕ່ລະແຍກຕາມທີ່ໄດ້ໂປແກມໄວ້ຢ່າງອັດຕະໂນມັດ ໂດຍບໍ່ມີ ການຄຳນຶງເຖິງສະພາບ ແວດລ້ອມພາຍນອກ ວ່າຖນົນໃນແຕ່ລະທາງແຍກ ນັ້ນຈະມີການ ຈາລະຈອນແຫນ້ນຫນາເທົ່າໃດມັນຈະມີ ຫນ້າທີ່ເປິດເປິດສັນຍານໄຟ ຈາລະຈອນໃນຊ່ວງ ເວລາທີ່ຖຶກກຳນົດເທົ່ານັ້ນດັ່ງນັ້ນຜູ້ໃຊ້ລົດຕາມຫົນທາງ ຈະຕ້ອງຫຍຸດຕາມໄຟສັນຍານ ເຖິງວ່າ ທາງແຍກອື່ນໆ ຈະບໍ່ມີລົດຈັກຄັນເລີຍກໍ່ຕາມ
ລະບົບເປິດ Open System
      ເປັນລະບົບທີ່ຕ້ອງການອາໃສປັດໃຈພາາຍນອກມາຊ່ວຍ ຈະມີລັກສະນະກົງກັນຂ້າມ ກັບລະບົບ ແບບປິດ ໂດຍລະບົບເປິດຈະມີປະຕິສຳພັນກັບສິ່ງແວດລ້ອມພາຍນອກ ໂດຍການ ແລກປ່ຽນຫລືຮັບເອົາຂໍ້ມູນຈາກສະພາບແວດລ້ອມພາຍນອກເຂົ້າມາໃນລະບົບເພື່ອນຳມາປະ
ມວນຜົນ
      ດັ່ງຕົວຢ່າງລະບົບສັນຍານໄຟຈາລະຈອນໃນແຕ່ລະທາງແຍກຈະມີຕົວເຊັນເຊີ້ ທີ່ກວດ ຈັບຄວາມຫນາແຫນ້ນຂອງລົດ ທີ່ແລ່ນຜ່ານຖນົນໃນແຕ່ລະທາງແຍກ ໂດຍຂໍ້ມູນຈາກເຊັນເຊີ້ ເຫລົ່ານີ້ ຈະປ້ອນເຂົ້າສູ່ຕູ້ຄວບຄຸ່ມສັນຍານໄຟຈາລະຈອນ ຢ່າງຕໍ່ເນື່ອງເພື່ອໃຫ້ຕູ້ຄວບຄຸ່ມສັນ
ຍານນຳຂໍ້ມູນໄປປະມວນຜົນເພື່ອປະກອບການພິຈາລະນາເປິດປິດສັນຍານໄຟ ຈາລະຈອນໃນ ແຕ່ລະທາງແຍກໄດ້ຢ່າງເຫມາະສົມ.
 


ไม่มีความคิดเห็น:

แสดงความคิดเห็น