หน้าเว็บ

ລະບົບທຸລະກິດ Business System

1.2 ລະບົບທຸລະກິດ Business System

ໂດຍປົກະຕິແລ້ວລະບົບທຸລະກິດສ່ວນໃຫຍ່ປະກອບມີລະບົບຍ່ອຍພື້ນຖານຕ່າງໆທີ່ສຳຄັນທີ່ປະກອບດ້ວຍລະບົບການ
ຜລິດ ລະບົບການຕະຫລາດ ລະບົບການບັນຊີ ລະບົບສິນຄ້າໃນຄັງ ແລະ ລະບົບບໍລິຫານບຸກຄົນ ແຕ່ກໍ່ອາດຈະມີລະບົບຍ່ອຍອື່ນໆ ເພິ່ມຂຶ້ນໄດ້ເຊິ່ງຂຶ້ນກັບ ຮູບແບບຂອງທຸລະກິດນັ້ນໆ ແຕ່ສຳຫລັບພື້ນຖານແລ້ວຈະປະກອບດ້ວຍ ລະບົບຍ່ອຍດັ່ງກ່າວ.
ແລະເພື່ອໃຫ້ເກິດຄວາມເຂົ້າໃຈໃນລະບົບທຸລະກິດຍິ່ງຂຶ້ນຈົ່ງພິຈາລະນາ ໄດອະແກຣມ ຕໍ່ໄປນີ້ທີ່ໄດ້ນຳສະ ເຫນີເຖິງການຜລິດຂອງບໍລິສັດແຫ່ງຫນື່ງ ໂດຍປະກອບມີລະບົບຍ່ອຍ 5 ລະບົບຄື່
  1. ການອອກແບບຜະລິດຕະພັນ Production Design
  2. ການສ້າງຜລິດຕະພັນ Production
  3. ການຂາຍ Sales
  4. ການສົ່ງມອບ Delivery
  5. ການບໍລິການ Service
ຈະເຫັນໄດ້ວ່າແຕ່ລະສ່ວນຂອງລະບົບນັ້ນ ຍັງສາມາດແບ່ງຍ່ອຍອອກເປັນສ່ວນຍ່ອຍໆໄດ້ອີກ ເຊັ່ນ  ລະບົບທຸລະກິດແບ່ງເປັນລະບົບຍ່ອຍພື້ນຖານໄດ້ດັ່ງໃນແຜນພາບ ໃນຂະນະທີ່ກະບວນ ການຜລິດທີ່ຈັດເປັນລະບົບຍ່ອຍ ຂອງລະບົບທຸລະກິດ ກໍ່ຍັງສາມາດແບ່ງອອກເປັນລະບົບ ຍ່ອຍພາຍໃນໄດ້ອີກ ແລະ ການທີ່ລະບົບໄດ້ມີການແບ່ງອອກເປັນສ່ວນຍ່ອຍຫລາຍ ຂຶ້ນກໍ່ຈະ ເຮັດໃຫ້ເຫັນເຖິງຂະບວນການທຳງານໃນລະດັບປະຕິບັດໄດ້ຫລາຍຂຶ້ນ ດັ່ງໃນລະບົບດັ່ງກ່າວ ຈະຈັດເປັນລະບົບເປິດ ເຊິ່ງສະພາບແວດລ້ອມພາຍນອກກໍ່ຄື ຜູ້ຜລິດສິນຄ້າ ແລະ ລູກຄ້າ ເຊິ່ງໃນການຂາຍສິນຄ້ານັ້ນທາງຮ້ານຄ້າຍັງໄດ້ມີການບໍລິກການຈັດສົ່ງແລະ ບໍລິການຫລັງການ ຂາຍອີກ.
      ລະບົບຍ່ອຍແຕ່ລະສ່ວນນັ້ນລ້ວນແຕ່ມີຄວາມສຳພັນກັນທັງຫມົດບໍ່ວ່າຈະເປັນ ໃນດ້ານ ຂອງກິດ ຈະກຳທີ່ກ່ຽວຂ້ອງເຊິ່ງກັນແລະກັນ ຫລືໃນດ້ານຂອງການແລກປ່ຽນສາລະສົນເທດ ເຊັ່ນຜູ້ຈັດການຝ່າຍການຕະລາດ  ມີຄວາມຕ້ອງການເບິ່ງສະພາບລວມ   ຂອງລະບົບການ
ຕະລາດເຊິ່ງຈະບໍ່ເປັນພຽງການພິຈາລະ ນາລະບົບການຕະລາດແຕ່ຈຸດດຽວແຕ່ການ ວິເຄາະ ລະບົບການຕະລາດ ຈະຕ້ອງມີການພິຈາລະນາລະບົບ ງານສ່ວນອື່ນໆ ທີ່ກ່ຽວຂ້ອງນຳ ບໍ່ວ່າຈະເປັນລະບົບການເງິນ ລະບົບຊື້ ລະບົບການຜະລິດ ແລະລະບົບ ການຈັດຈຳນ່າຍ ສ່ວນໃນດ້ານຄວາມສຳພັນຂອງແຕ່ລະລະບົບຍ່ອຍຈະມີຄວາມສັບຊ້ອນຫລາຍເທົ່າໃດ ນັ້ນຈະ ຂຶ້ນຢູ່ກັບຮູບແບບການດຳເນີນງານແລະເງື່ອນໄຂປະກອບອື່ນໆຂອງແຕ່ລະທຸລະກິດເປັນສຳຄັນ
      ໂດຍທົ່ວໄປແລ້ວລະບົບທຸລະກິດຈຳເປັນຕ້ອງມີການຮັບຂໍ້ມູນຈາກສິ່ງແວດລ້ອມ ຕ່າງໆ ເຂົ້າມາໃນລະບົບເຊິ່ງປະຈຸບັນສິ່ງແວດລ້ອມເຫລົ່ານີ້ ຍ່ອມມີອິດທິພົນຕໍ່ການດຳເນີນງານ ຂອງ ລະບົບທຸລະກິດ ປັນຫາຫຍຸ້ງຍາກຕ່າງໆ ທີ່ເກິດຂຶ້ນອາດສົ່ງຜົນກະທົບຕໍ່ລະບົບທຸລະກິດໄດ້ ທັງພາຍໃນ ແລະ ພາຍນອກໂດຍ ມີລາຍລະອຽດດັ່ງຕໍ່ໄປນີ້
1.   ຜົນກະທົບພາຍໃນລະບົບ Internal Environment ຄືຜົນກະທົບທີ່ເກິດຂຶ້ນຈາກພາຍໃນອົງກອນທີ່ ສົ່ງຜົນກະທົບ
-       ຕົ້ນທຶນການຜລິດສູງຂຶ້ນ
-       ປັນຫາຄວາມຂັດແຍ່ງລະຫວ່າງພະນັກງານ
-       ປັນຫາການບັງຄັບບັນຊາການໃນອົງກອນ
-       ປັນຫາການຂາດພະນັກງານໃນຕຳແຫນ່ງຫນ້າທີ່
-       ປັນຫາການຂາດງານ



ไม่มีความคิดเห็น:

แสดงความคิดเห็น