หน้าเว็บ

ຄາດ String


ຄາດ String
  • String ​ເປັນ​ຄາດ​ທີ່​ກຳນົດ​​ໄວ້​ໃນ Java API ຕົວ​ແປ​ທີ່​ມີ​ຊະນິດ​ຂໍ້​ມູນ​ເປັນ String ກໍ່​ຄື​ອອ​ເຈັກ​ຊະນິດ​ໜຶ່ງ​​ເຊິ​ງ String ມີ​ຂໍ້​ແຕກ​ຕ່າງ​ຈາ​ກອອບ​ເຈັກ​ທົ່ວ​ໆ ໄປດັ່ງ​ນີ້
  • String ​ເປັນ​ອອບ​ເຈັກ​ທີ່​ມີຄ່າ​ຄົງ​ທີ່​ຂໍ້​ມູນ​ເຊິ່ງກໍ່​ຄື​ຂໍ້ຄວາມ​ໃດໆ​ ທີ່​ຢູ່​ພາຍ​ໃນ​ເຄື່ອງໝາຍ double quote (“ ”) ຕົວຢ່າງ
                     “This is a java course”
  • String ​ເປັນ​ອອບ​ເຈັກ​ທີ່​ສາມາດ​ຖື​ກສ້າງ​ຂຶ້ນ ​ແລະ​ກຳນົດ​ຄ່​ໄດ້​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຄຳ​ສັ່ງ new ຕົວຢ່າງ​ເຊັ່ນ​ເຮົາ​ສາມາດ​ໃຊ້​ຄຳ​ສັ່ງ
                         String s = “Thana
​ໂດຍ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໃຊ້​ຄຳ​ສັ່ງ
                         String s = new String (“Thana”)
  • ​ໃນ​ກໍລະນີ​ທີ່​ບໍ່​ໃຊ້​ຄຳ​ສັ່ງ new ພາສາ​ຈາ​ວາ​ກຳນົດ​ຕຳ​ແໜ່​ງອ້າງ​ອີງ​ໃນ​ໜ່ວຍ​ຄວາມ​ຈຳ​ຂອງ​ຂໍ້ຄວາມ​ທີ່​ລະບຸ​ໃນ​ເຄື່ອງ (“ ”)​ໂດຍ​ພິຈາລະນາ​ຈາກ String Pool ວ່າ​ມີ​ຂໍ້ຄວາມ​ເກົ່າ​ຫລື​ບໍ່ ຫາກ​ມີ​ກໍ່​ຈະ​ໃຊ້​ຕຳ​ແໜ່​ງອ້າງ​ອີງ​ທີ່​ຊ້ຳ​ກັນ ​ແຕ່​ຖ້າ​ຍັງ​ບໍ່​ມີ​ກໍ່​ຈະ​ສ້າງ​ຂໍ້ຄວາມ​ຂຶ້ນ​ມາ​ໃໝ່​​ແລະ​ກຳນົດ​ຕຳ​ແໜ່​ງອ້າງ​ອີງ​ຂອງ​ຂໍ້ຄວາມ​ນັ້ນ ສ່ວນ​ກໍລະນີ​ທີ່​ໃຊ້​ຄຳ​ສັ່ງ new ພາສາ​ຈາ​ວາ​ຈະ​ສ້າງ​ຂໍ້ຄວາມ​ໃໝ່​ແລະ​ຈອງ​ເນື້ອ​ທີ່​ໃນ​ໜ່ວຍ​ຄວາມ​ຈຳ​ສະ​ເໜີ ​ໂປຣ​ແກຣມທີ2.11 ສະ​ແດງ​ຕົວຢ່າ​ງການ​ສ້າງ​ແລະ​ກຳນົດ​ຄ່າ​ອອບ​ເຈັກ​ຊະນິດ String ທັງ​ໃນ​ກໍລະນີ​ທີ່​ໃຊ້ ​ແລະ​ບໍ່​ໃຊ້​ຄຳ​ສັ່ງ new ອອບ​ເຈັກ s1 ​ແລະ s2 ຈະ​ມີ​ຂໍ້​ມູນ​ໃນ​ໜ່ວຍ​ຄວາມ​ຈຳ​ເປັນ​ຕຳ​​ແໜ່​ງອ້າງ​ອີງ​ທີ່​ດຽວ​ກັນ ສ່ວນ s3 ຈະ​ມີ​ຂໍ້​ມູນ​ໃນ​ໜ່ວຍ​ຄວາມ​ຈຳ​ເປັນ​ຕຳ​ແໜ່​ງອ້າງ​ອີງ​ທີ່​ແຕກ​ຕ່າງ​ກັນ​ເນື່ອງ​ຈາກ​ມີ​ການ​ສ້າງ​ຂໍ້ຄວາມ​ຂຶ້ນ​ມາ​ໃໝ່​ດັ່ງ​ສະ​ແດງ​ໃນ​ຮູບ​ທີ2.11
ໂປຣ​ແກຣທີ2.11 ຕົງ​ຢ່າງ​ການ​ປະກາດ​​ແລະ​ສ້າງ​ອອບ​ເຈັກ​ຊະນິດ String
Text Box: public class StringDemo {
    public void showDemo() {
         String s1 = "Thana";
         String s2 = "Thana";
         String s3 = new String("Thana");
    }
}
-------------------------------------------------------------
public class Main {
     public static void main(String args[]) {
          StringDemo obj = new StringDemo();
          obj.showDemo();
    }
}
 













ຮູບ​ທີ2.11 ຕົວຢ່າງ​ການ​ເກັບ​ຂໍ້​ມູນ​ຊະນິດ ​Stringໃນ​ໜ່ວຍ​ຄວາມ​ຈຳ
  • String ​​ເປັນ​ອອບ​​ເຈັກ​ປ່ຽນ​ຄ່າ​ບໍ່​ໄດ້ (Immutable Object) ການ​ກຳນົດ​ຄ່າ​ໃຫ້​ກັບ​ອອບ​ເຈັກ​ຊະນິດ Sttring ​ໃໝ່​ເປັນ​ການ​ປ່ຽນ​ຕຳ​ແໜ່​ງອ້າງ​ອີງ​ໃນ​ໜ່ວຍ​ຄວາມ​ຈຳ​ຂອງ​ອອບ​ເຈັກ​ດັ່ງກ່າວ ​ແຕ່​ຈະ​ບໍ່​ໄດ້​ມີ​ການ​ປ່ຽນ​ຄ່າ​ພາຍ​ໃນ​ຕຳ​ແໜ່​ງອ້າ​ງອີງ​ເກົ່າ ຕົວ​ຢ່າງ​ເຊັ່ນ ຄຳ​ສັ່ງ
             String s1;
             s1 = “Thanachart”;
          s1 = “Somchai”;
 ຈະ​ມີ​ຜົນ​​ເຮັດ​ໃຫ້​ຕຳ​ແໜ່​ງອ້າງ​ອີງ​ໃນ​ໜ່ວຍ​ຄວາມ​ຈຳ​ຂອງ​ອອບ​ເຈັກ s1 ປ່ຽນ​ໄປ ດັ່ງ​ສະ​ແດງ​
ໃນ​ຮູບ​ທີ2.12 ​ເຊິ່ງ​ເປັນ
ຕົວຢ່າງ​ຂອງ​ການ​ປ່ຽນ​ຕຳ​​ແໜ່​ງອ້າງ​ອີງ​ໃນ​ການ​ເກັບ​ຂໍ້​ມູນ​ຊະນິດ String ​ໃນ​ໜ່ວຍ​ຄວາມ​ຈຳ

ຮູ​ບທີ 2.12 ຕົວຢ່າງ​ການ​ປ່ຽນ​ຕຳ​ແໜ່​ງອ້າງ​ອີງ​ໃນ​ການ​ເກັບ​ຂໍ້​ມູນ

  • String ​ເປັນ​ອອບ​ເຈັກ​ຕົວ​ດຳ​ເນີນ​ການ​ທີ່​ໃຊ້​ໃນ​ການ​ເຊື່​ອມຂໍ້ຄວາມ​ສອງ​ຂໍ້ຄວາມ​ເຂົ້າ​ດ້ວຍ​ກັນ ​ໂດຍ​ໃຊ້​ເຄື່ອງໝາຍ + ​ເຊັ່ນ:
String s1 = “Hello” + “World”;
ຕົວ​ດຳ​ເນີ​ນການ​ໃນ​ການ​ເຊື່ອມ​ຕໍ່​ຂໍ້ຄວາມ​ສາມາດ​ໃຊ້​ເຊື່ອມ​ຂໍ້​ມູນ​ຊະນິດ String ກັບ​ຕົງ​ຖືກ​ດຳ​ເນີນ​ການ​ທີ່​ເປັນ​ຊະນິດ​ຂໍ້​ມູນ​ອື່ນໆ ທີ່​ບໍ່​ແມ່ນ​ຊະນິດ String ​ໄດ້​ເຊິ່ງພາສາ​ຈາ​ວາ​ຈະ​ແປງ​ຊະນິດ​ຂໍ້​ມູນ​ດັ່ງກ່າວ​ໃຫ້​ເປັນ​ຊະນິດ String ​ໂດຍ​ອັດ​ຕະ​ໂນ​ມັດ​ເຊັ່ນ ຄຳ​ສັ່ງ
                String s1 = “This”;
                String s2 = s1+ “ is a test ”;
                String s3 = s1+4;
ຈະ​ເຮັດ​ໃຫ້​ຂໍ້ຄວາມ​ຂອງ​ຕົວ​ແປ s2 ​ເປັນ “This is a test” ​ແລະ s3 ​ເປັນ “This4”
ຕົວ​ດຳ​ເນີນ​ການ​ເພື່ອ​ເຊື່​ອມຂໍ້ຄວາມ​ຈະ​ມີ​ຕົວ​ດຳ​ເນີນ​ການ​ແບບ​ຍໍ້​ທີ່​ໃຊ້​ເຄື່ອງໝາຍ += ​ເພື່ອ​ເຊື່ອມ​ຂໍ້ຄວາມ​ແລ້ວ​ກຳນົດ​ຄ່າ​ໃນ​ອອບ​ເຈັກ​ຂອງ​ຄາດ String ​ໂດຍ​ໃຊ້​ຊື່​ເກົ່າ​ເຊັ່ນ ຄຳ​ສັ່ງ
         String s1 = “This”;
         s1 += “ is a test”;
​ເປັນ​ຄຳ​ເຊື່ອມ​ຂໍ້ຄວາມ​ຂອງ​ອອບ​ເຈັກ ​s1 ເກົ່າ​ກັບ​ຂໍ້ຄວາມ​ທີ່​ວ່າ “is a test” ​ແລ້ວ​​ເກັບ​ລົງ​ໃນ​ອອບ​ເຈັກ s1 ​ເຊັ່ນ​ເກົ່າ ​ໂດຍ​ເຮັດ​ໃຫ້ s1 ມີ​ຂໍ້ຄວາມ​ເປັນ “This is a test”

2.7.2 ຄາດ Math
       Java API ​ໄດ້​ກຳນົດ​ໃຫ້​ມີ​ຄາດ Math ທີ່​ມີ​ຢູ່​ໃນ​ແພັກ​ເກດ java.lang ​ເຊິ່ງຈະ​ມີ​ເມ​ທອດ​ຕ່າງໆ ​ໃນ​ການ​ຈັດການ​ກັບ​ຟັງ​ຊັນ​ຫລື​ສັ່ງ​ທາງ​ຄະນິດສາດ​ຕ່າງໆ ຄາດ Math ​ເປັນ​ຄາດ​ແບບ final ​ແລະ​ເມ​ທອດ​ທຸກ​ເມ​ທອດ ຈະ​ເປັນ​ເມ​ທອດ​ຂອງ​ຄາດ (ມີ​ຄີ​ເວີ​ດ static ຢູ່​ເຊິ່ງຈະ​ກ່າວ​ເຖິງ​ໃນ​ບົດ​ທີ6 ) ການ​ເອີ້ນ​ໃຊ້​ເມ​ທອດ​ເຫລົ່າ​ນີ້​ເຮັດ​​ໄດ້​ ໂດຍບໍ່​ຈຳ​ເປັນ​ຕ້ອງ​ສ້າງ​ອອບ​ເຈັກ ​ແຕ່​ສາມາດ​​ເອີ້ນ​ຜ່ານຊື່​ຄາດ​ໄດ້​ໂດຍ​ກົງ​ເຊັ່ນ: Math.exp (4.0); ​ເປັນ​ການ​ຄຳນວນ​ຫາ​ຄ່າ exponential ຂອງ 4.0
  ຄາດ ​Math ໄດ້​ປະກາດ​ຄ່າ​ຄົງ​ທີ່​ສອງ​ຕົວ​ດັ່ງ​ນີ້
     - final static double E = 2.7182818284590452354;
     - final static double PI = 3.14158265358979323846;
  ​ເຊິ່ງການ​ເອີ້ນ​ໃຊ້ Math.E ຈະ​ມີຄ່າ​ເປັນ 2.718281828…​ແລະ Math.PI ຈະ​ມີຄ່າ​ເປັນ 3.141582653…
     ​ເມ​ທອດ​ອື່ນໆ ​ໃນ​ຄາດ Math ທີ່​ສຳຄັນ​ມີ​ດັ່ງ​ນີ
- static int abs(int x);
- static long abs(long x);
- static float abs(float x);
- static double abs(double x);
- static double acos(double x);
- static double asin(double x);
- static double atan(double x);
- static double atan2(double x, double y);
- static double ceil(double x);
- static double cos(double x);
- static double exp(double x);
- static double floor(double x);
- static double log(double x);
- static int max(int x, int y);
- static long max(long x, long y);
- static float max(float x, float y);
- static double max(double x, double y);
- static int min(int x, int y);
- static long min(long x, long y);
- static float min(float x, float y);
- static double min(double x, double y);
- static double pow(double x, double y);
- static double random();
- static double rint(double x);
- static int round(float x);
- static long round(double x);
- static double sin(double x);
- static double sqrt(double x);
- static double tan(double x);

2.8 ຄຳ​ສັ່ງ​ອິນ​ພຸດ​ແລະ​ເອົ້າ​ພຸດ
    ​​​ໂປຣ​ແກຣມຄອ​ມພິວ​ເຕີ​ໂດຍ​ທົ່ວ​​ໄປ ຈະ​ຕ້ອງ​ມີ​ການ​ອ່ານ​ຂໍ້​ມູນ​ເຂົ້າ​ເພື່ອ​ໃຊ້​ໃນ​ການ​ປະມວນ​ຜົນ ​ແລະ​ຈະ​ມີ​ການ​ນຳ​ຜົນ​ລັບ​ທີ່​ໄດ້​ຈາກ​ການ​ປະມວນ​ຜົນ​ມາສະ​ແດງ ຂະ​ບວນການ​ໃນ​ການ​ອ່ານ​ຂໍ້​ມູນ​ເຂົ້າ​ແລະ​ສະ​ແດ​ງຜົນ​ລັບ​ເອີ້ນ​ວ່າ ອິນ​ພຸດ​/ເອົ້າ​ພຸດ (Input/Output) ພາສາ​ຈາ​ວາ​ມີ​ວິທີ​ການ​ຫລາຍ​ວິທີ​ໃນ​ການ​ຈັດການ​ກັບ​ອິນ​ພຸດ​/ເອົ້າ​ພຸດ ​ແຕ່​ວິທີ​ການ​ງ່າຍໆ ວິທີ​ການ​ໜຶ່ງ​ຄື​ການ​ໃຊ້​ອິນ​ພຸດ​ມາດຕະຖານ (Standard Input) ​ແລະ​ການໃຊ້​ເອົ້າ​ພຸດ​ມາດຕະຖານ (standard output) ພາສາ​ຈາ​ວາ​ມີ​ອອບ​ເຈັກ​ທີ່​ເປັນ​ມາດຕະຖານ​ທີ່​ເປັນ​ອິນ​ພຸດ​/ເອົ້າ​ພຸດມາ​ຕະຖານ​ສາມ​ອອບ​ເຈັກ​ຄື:
System.in, System.out ​ແລະ System.err
  • ອອບ​ເຈັກ System.in ​ເປັນ​ອອບ​ເຈັກ​ທີ່​ມີ​ເມ​ທອດ​ສຳ​ຫລັບ​ການ​ອ່ານ​ຂໍ້​ມູນ​ທາງ​ອຸປະກອນ​ອິນ​ພຸດ​ມາດຕະຖານ ​ເຊິ່ງ​ໂດຍ​ທົ່ວ​ໄປ​ກໍ່​ຄື​ຄີ​ບອດ
  • ອອບ​ເຈັກ System.out ​ເປັນ​ອອບ​ເຈັກ​ທີ່​ມີ​ເມ​ທອດ​ສຳ​ຫລັບ​ການ​ສະ​ແດງ​ຂໍ້​ມູນ​ອອກ​ທາງ​ອຸປະກອນ​ເອົ້າ​ພຸດ​ມາດ​ຕະຖານ​ເຊິ່ງ​ໂດຍ​ທົ່ວ​ໄປ​ຄື​ຈໍ​ພາບ
  • ອອບ​ເຈັກ System.err ​ເປັນ​ອອບ​ເຈັກ​ທີ່​ມີ​ເມ​ທອດ​ສຳ​ຫລັບ​ການສະ​ແດງ​ຂໍ້​ຜີິດພາດ (Error) ອອກ​ທາງ​ອຸປະ​ກອນ​ທີ່​ໃຊ້​ໃນ​ການສະ​ແດງ​ຂໍ້​ຜິດພາດ ​ເຊິ່ງ​ໂດຍ​ທົ່ວ​ໄປ​ຈະ​ກຳນົດ​​ເປັນ​ຈໍ​ພາບ

2.8.1 System.out.println()

      ອອບ​ເຈັກ System.out ໝາຍ​ເຖິງ​ອອບ​ເຈັກ​ທີ່​ຊື່ out ​ເຊິ່ງ​ເປັນ​ຄຸນ​ລັກສະນະ​ຂອງ​ຄາດ System ອອບ​ເຈັກ​ທີ່​ຊື່ out ​ເປັນ​ອອບ​ເຈັກ​ຂອງ​ຄາດ PrintStream ທີ່​ມີ​ເມ​ທອດ​ທີ່​ກ່ຽວຂ້ອງ​ກັບ​ການສະ​ແດງ​ຜົນ​ຢູ່​ຫລາຍ​ເມ​ທອດ ​ແຕ່​ເມ​ທອດ​ທີ່​ນິຍົມ​ໃຊ້​ທົ່ວ​ໄປ​ຄື:
       print(String s)
​ແລະ   println(String s)
​ເຊິ່ງ​ເມ​ທອດ​ທັງ​ສອງ​ໃຊ້​ໃນ​ການສະ​ແດງ​ຜົນ​ຂໍ້​ມູນ​ທີ່​ມີ argument ​ເປັນ​ຊະນິດ​ຂໍ້​ມູນ String
​ເມ​ທອດ println() ຈະ​ມີ​ຜົນ​ໃຫ້​ໂປຣ​ແກ​ຣມຂຶ້ນ​ບັນທັດ​ໃໝ່​ຫລັງ​ຈາກ​ພິມ​ຂໍ້​ມູນ​ທີ່​ຕ້ອງການ​ສະ​ແດງ​ຜົນ​​ ເ​ມທອດ print () ​ແລະ println() ສາມາດ​ຮັບ argument ທີ່​ເປັນ​ຊະນິດ​ຂໍ້​ມູນ​ອື່ນ ​ເຊິ່ງ​ໂປຣ​ແກຣມຈະ​ແປງ​ເປັນ​ຊະນິດ​ຂໍ້​ມູນ String ​ໃຫ້​ໂດຍ​ອັດຕະ​ໂນ​ມັດ ຕົວຢ່າ​ງ​ເຊັ່ນ ຄຳ​ສັ່ງ
           int x = 3;
           System.out.println(x);

    ​ເປັນ​ຊຸ​ດຄຳສັ່ງ​ໃນ​ການ​ພິມ​ຄ່າ​ຂອງ​ຕົວ​ແປ x ທີ່ມີ​ຊະນິດ​ຂໍ້​ມູນ​ເປັນ int ອອກ​ທາງ​ຈໍ​ພາບ ​ໂດຍ​ໂປຣ​ແກຣມຈະ​ແປງ​ຊະນິດ​ຂໍ້​ມູນ​ int ​ໃຫ້​ເປັນ String ​ແລ້ວ​ຈຶ່ງ​ພິມ​ຂໍ້ຄວາມ​ອອກ​ມາ ​ໂປຣ​ແກຣມທີ2.12 ສະ​ແດງ​ຕົວຢ່າງ​ຂອງ​ການ​ໃຊ້​ຄຳ​ສັ່ງ
System.out.print () ​ແລະ System.out.println () ​ເພື່ອ​ສະ​ແດງ​ຂໍ້​ມູນຊະນິດຕ່າງ​ໆ ອອກ​ທາງ​ຈໍ​ພາບ​ດັງ​ສະ​ແດງ​ໃນ​ຮູບ​ທີ2.13






ໂປຣ​ແກຣມທີ2.13 ການ​ໃຊ້​ຄຳ​ສັ່ງ​ເພື່ອ​ພິມ​ຂໍ້ຄວາມ​ຕ່າງໆ ອອກ​ທາງ​ຈໍ​ພາບ
Text Box: public class PrintDemo {
     public void showDemo() {
          int x = 3, y = 4, z = 5;
          System.out.print("x = "+x);
          System.out.println(" y = "+y);
          System.out.println("z = "+z);
     }
}
---------------------------------------------------------------
public class Main {
     public static void main(String args[]) {
          PrintDemo obj = new PrintDemo();
          obj.showDemo();
     }
}
 


















ຮູບ​ທີ2.13 ຜົນ​ລັບ​ທີ​ໄດ້​ຈາກ​ການ​ລັນ​ໂປຣ​ແກຣມທີ2.12

2.8.2 ການ​ຮັບ​ຂໍ້​ມູນ​ເຂົ້າ​ມາ​ທາງ Command Line
      ​​ເມ​ທອດ Main () ທີ່​ເປັນ​ຕຳ​​ແໜ່​ງ​ເລີ່​ມຕົ້ນ​ການ​ທຳ​ງານ​ຂອງ​ໂປຣ​ແກຣມຈາ​ວາ​ປະ​ຍຸກ ຈະ​ມີ argument ​ເປັນ String args [ ] ​ເຊິ່ງໝາຍ​ເຖິງ​ຕົວ​ແປ​ອາ​ເລ(ຈະ​ກ່າວ​ເຖິງ​ໃນ​ບົດ​ທີ8) args ທີ່​ມີ​ຊະນິດ​ຂໍ້​ມູນ​ເປັນ String ​ເຊິ່ງສາມາດ​ຮັບ argument ທີ່​ສົ່ງ​ຜ່າ​ນ command line ​ໄດ້​ໂດຍ​ມີ​ຕົວຢ່າ​ງຂອງ​ການ​ທຳ​ງານ​ດັ່ງ​ຮູບ​ທີ2.14 ​ເຊິ່ງ​ເປັນ​ການ​ກຳນົດ​ໃຫ້ args [ 0 ]ມີຄ່າ​ເປັນ ​Tommy ​ແລະ​ຕົວ​ແປ args [ 1 ] ມີຄ່າ​ເປັນ boy ​ໂປຣ​ແກຣມທີ່2.13 ​ເປັນ​ຕົວຢ່າງ​ການ​ປ້ອນ​ອິນ​ພຸດ​ທາງ command line ​ແລ້ວ​ສະ​ແດງ​ຜົນ​ອອກ​ທາງ​ຈໍ​ພາບ
ໂປຣ​ແກຣມທີ2.13 ​ໂປຣ​ແກຣມສະ​ແດງ​ການ​ປ້ອນ​ອິນ​ພຸດ​ທາງ command line
Text Box: public class InputDemo {
      public static void main(String args[]) {
           System.out.println("My name is "+ args[0] +
                           " and I am a " + args[1]);
      }
}
 









ຮູບ​ທີ2.14 ຜົນ​ລັບ​ທີ່​ໄດ້​ຈາ​ກການ​ລັນ​ໂປຣ​ແກຣມທີ2.12

ສະຫລຸບ​ເນື້ອ​ຫາ​ຂອງ​ບົດ
·         ພາສາ​ຈາ​ວາ​ເປັນ​ພາສາ​ເຊີງ​ອອບ​ເຈັກ ທີ່​ມີ​ຄຳ​ນິຍາມ​ທີ່​ສຳຄັນ​ສອງ​ຄຳ​ຄື​ຄາດ​ແລະ​ອອບ​ເຈັກ
·         ຄາດ​ປຽບ​ສະ​ເໜືອ​ນພິວຂຽວ​ອອບ​ເຈັກ ອອບ​ເຈັກ​ທີ່​ຖືກ​ສ້າງ​ມາ​ຈາ​ກຄາດ
·         ຄາກ​ຈະ​ປະກອບ​ດ້ວຍ​ລັກສະນະ​ແລະ​​ເມ​ທອດ
·         ຄາດ​ຈະ​ຖືກ​ເອີ້ນ​ໃຊ້​ງານ​ໄດ້​ເມື່ອ​ມີ​ການ​ສ້າງ​ອອບ​ເຈັກ​ຂອງ​ຄາດ​ໂດຍ​ເອີ້ນ​ໃຊ້​ຄຳ​ສັ່ງ new ​ແລ້ວ​ເອີ້ນ​ໃຊ້​​ເມ​ທອດ
·         ຄອມ​ເມັນ ຄື​ຂໍ້ຄວາມ​ທີ່​ແທກ​ຢູ່​ພາຍ​ໃນ​ໂປຣ​ແກຣມ ​ເຊິ່ງຄອມ​ພາຍ​ຈະ​ບໍ່​​ແປ​ຂໍ້ຄວາມ​ນີ້​​ໃຫ້​ເປັນສ່ວນ​ໜຶ່ງ​ຂອງ​ໂປຣ​ແກຣມ
·         Identifier ຄື​ຊື່​ທີ່​ຕັ້ງ​ຂຶ້ນ​ໃນ​ພາສາ​ຈາ​ວາ ​ເຊິ່ງອາດ​ເປັນ​ຊື່​ຂອງ​ຄາດ ຊື່​ຂອງ​ຕົວ​​ແປ ຊື່​ຂອງ​ເມ​ທອດ ຫລື​ຊື່​ຂອງ​ຄ່າ​ຄົງ​ທີ່ ​ເຊິ່ງ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ກົດ​ການ​ຕັ້ງ​ຊື່
·         ການ​ຕັ້ງ​ຊື່​ໃນ​ພາສາ​ຈາ​ວາ
-    ສຳ​ຫລັບ​ຄາດ ນິຍົມ​ຂຶ້ນ​ຕົ້ນ​ດ້ວຍ​ຕົວ​ອັກສອນ​ພິມ​ໃຫຍ່
-    ສຳ​ຫລັບ​ເມ​ທອດ​ແລະ​ຕົວ​ແປ ນິຍົມ​ຂຶ້ນ​ຕົ້ນ​ດ້ວຍ​ຕົວ​ອັກສອນ​ພິມ​ນ້ອຍ
-    ຖ້າ​ຊື່​ທີ່​ຕັ້ງ​ຂຶ້ນ​ມີ​ຫລາຍ​ກວ່າ 1 ຄຳ ນິຍົມ​ຂຶ້ນ​ຕົ້ນ​ດ້ວຍ​ຕົວ​ອັກສອນ​ພິມ​​ໃຫຍ່
-    ຕ້ອງ​ບໍ່​ກົງ​ກັບ​ຄີ​ເວີ​ດ​
·         ຄີ​ເວີ​ດ ຄື​ຊືທີ່​ມີ​ຄວາມ​ໝາຍ​ພິ​ເສດ​ໃນ​ພາສາ​ຈາ​ວາ ຄອມ​ພາຍ​ເລີ​ຂອງ​ພາສາ​ຈາ​ວາ​ຈະ​ເຂົ້າ​ໃຈຄວາມ​ໝາຍ​ແລະ​ຄຳ​ສັ່ງ​ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ສຳ​ຫລັບ​ຄີ​ເວີ​ດ​ແຕ່​ລະ​ຕົວ
·         ຂໍ້​ມູນ​ຄ່າ​ຄົງ​ທີ່ ຄື​ຄຳ​ທີ່​ໃຊ້​ສະ​ແດງ​ຂໍ້​ມູນ​ທີ່​ເປັນ​ຕົວ​ເລກ ຕົວ​ອັກສອນ ຂໍ້ຄວາມ ຫລື​ຄ່າ​ທາງ​ຕັກ​ກະ
·         ຊະນິດ​ຂໍ້​ມູນ​ໃນ​ພາສາ​ຈາ​ວາ​ແບ່ງ​​ເປັນສອງ​ປະ​ເພດ ຄື​ຊະນິດ​ຂໍ້​ມູນ​ແບບ​ພື້ນຖານ ​ແລະ​ຊະນິດ​ຂໍ້​ມູນ​ແບບ​ອ້າງ​ອີງ
·         ຊະນິດ​ຂໍ້​ມູນ​ແບບ​ພື້ນຖານ​ທີ່​ໃຊ​ໃນ​ພາສາ​ຈາ​ວາ​ມີ​ທັງ​ໝົດ 8 ຊະນິດ​ຄື char, byte, short, int, long,float, double ​ແລະ Boolean
·         ຂໍ້​ມູນ​ທີ່​ເກັບ​ຢູ່​ໃນ​ໂປຣ​ແກຣມ​ແບ່ງ​​ເປັນ​ສອງ​ປະ​ເພດ ຄື​ຕົວ​ແປ​ແລະ​ຄ່າ​ຄົງ​ທີ່ ​ເຊິ່ງຕົວ​ແປ​ຄື​ຂໍ້​ມູນ​ທີ່​ສາມາດ​ປ່ຽນ​ແປງ​ຄ່າໄດ້​ໃນ​ໂປຣ​ແກຣມ​ໂດຍ​ໃຊ້​ຄຳ​ສັ່ງ​ກຳນົດ​ຄ່າ ສ່ວນ​ຄ່າ​ຄົງ​ທີ່​ຄື​ຂໍ້​ມູນ​ທີ່​ກຳນົດ​ຄ່າ​​ໄດ້​ພຽງ​ເທື່ອ​ດຽວ​ແລະ​ບໍ່ສາມາດ​ປ່ຽນ​ແປງ​ຄ່າໄດ້​ໃນ​ໂປຣ​ແກຣມ
·         ຕົວ​​ແປ​ທີ່​ມີ​ການ​ປະກາດ​ຊະນິດ​ຂໍ້​ມູນ​ແລ້ວ​ສາມາດ​ທີ່​ຈະ​ກຳນົດ​ຫລື​ປ່ຽນ​ແປງ​ຄ່​ໄດ້​ໂດຍ​​ໃຊ້​ຄຳ​ສັ່ງ​ກຳນົດ​ຄ່າ
·         ການ​ປະການ​ຄ່າ​ຄົງ​ທີ່​ໃນ​ພາສາ​ຈາ​ວາ​ທຳ​ໄດ້​ໂດຍ​ການ​ໃສ່​ຄີ​ເວີ​ດ final ໜ້າ​ຄຳ​ສັ່ງ​ປະກາດ​ຊື່
·         ຄ່າ​ຄົງ​ທີ່​ຫລື​ຕົວ​ແປ​ທີ່ຢູ່​ພາຍ​ໃນ​ບ໋ອກຂອງ​ເມ​ທອດ ຈະ​ມີ​ຂອບ​ເຂດ​ການ​ໃຊ້​ງານ​ຢູ່​ພາຍ​ໃນ​ບ໋ອກ​ເທົ່າ​ນັ້ນ
·         ຕົວ​ດຳ​ເນີ​ນການທີ່​ໃຊ້​ໃນ​ພາສາ​ຈາ​ວາ​ມີ​ທັງ​ໝົດ 4 ​ແບບ​ຄື
-    ຕົວ​ດຳ​ເນີ​ນການ​ທາງ​ຄະນິດສາດ: +, -, *, /, %, +=, -=, *=, /=, %=, ++ ​ແລະ --
-    ຕົວ​ດຳ​ເນີ​ນການ​ທາງ​ຕັກ​ກະສາ​ດ: !, &&, &, || ​ແລະ |
-    ຕົວ​ດຳ​ເນີນ​ການ​ແບບ​ສຳພັນ: <, <=, >, >=, == ​ແລະ !=
-    ຕົວ​ດຳ​ເນີນ​ການ​ແບບ​ບິດ: ~, &, |, ^, >>, >>>, <<
·         ກໍລະນີ​ນິພົດ​ໃດໆ ມີ​ຕົວ​ດຳ​ເນີນ​ການ​ຫລາຍ​ກວ່າ​ໜຶ່ງ​ຕົວ ພາສາ​ຈາ​ວາ​ຈະ​ຈັດ​ລຳດັບ​ຄວາມ​ສຳຄັນ​ຂອງ​ຕົວ​ດຳ​ເນີນ​ການ ​ເພື່ອ​ຄຳນວນ​ຫາ​ຜົນ​ຕາມ​ລຳດັບ​ຄວາມ​ສຳຄັນ​ຂອງ​ຕົວ​ດຳ​ເນີນ​ການ
·         ຄວາມ​ແຕກ​ຕ່າງ​ລະຫວ່າງ​ການ​ແປງ​ຂໍ້​ມູນ​ຊະນິດ​ອັດຕະ​ໂນ​ມັດ ​ແລະ Typecasting
-    ການ​ແປງ​ຂໍ້​ມູນ​ໂດຍ​ອັດຕະ​ໂນ​ມັດ​ຄື ການ​ທີ່​ຊະນິດ​ຂໍ້​ມູນ​ທີ່​ມີ​ຂະໜາດ​ນ້ອຍ​ກວ່າ​ຖືກ​ແປງ​​ໃຫ້​ເປັນ​ຊະນິດ​ຂໍ້​ມູນ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໂດຍ​ອັດຕະ​ໂນ​ມັດ
-    Typecasting ຄື​ການ​ທີ່​ຈະ​ຕ້ອງ​ລະບຸ​ຊະນິດ​ຂໍ້​ມູນ​ທີ່​ມີ​ຂະໜາດ​ນ້ອຍ​ກວ່າ​ໃຫ້​ກັບ​ຊະນິດ​ນິພົດ​ທີ່​ມີ​ຂໍ້​ມູນ​ຂະໜາດ​ໃຫຍ່​ກວ່າ
·         ຊະນິດ​ຂໍ້​ມູນ​ແບບ​ອ້າງ​ອີງ​​ເຊິ​ງກໍ່ຄື​ອອບ​ເຈັກ​ໃນ​ພາສາ​ຈາ​ວາ ​ໂດຍ​ແບ່ງ​ອອກ​ເປັນ​ສອງ​ແບບ​ຄື​ຊະນິດ​ຂໍ້​ມູນ​ເປັນ​ຄາດ​ແລະ​ຊະນິດ​ຂໍ້​ມູນ​ເປັນ​ອາ​ເລ
·         ຂໍ້​ມູນ​ທີ່​ເກັບ​​ໃນ​ໜ່ວຍ​ຄວາມ​ຈຳ​ຂອງ​ຊະນິດ​ຂໍ້​ມູນ​ແບບ​ອ້າງ​ອີງ ຈະ​ເປັນ​ຕຳ​ແໜ່​ງອ້າງ​ອີງ​ທີ່​ເກັບ​ຂໍ້​ມູນ​ໃນ​ໜ່ວຍ​ຄວາມ​ຈຳ​ແຕ່​ໃນ​ກໍລະນີ​ຂອງ​ຊະນິດ​ຂໍ້​ມູນ​ແບບ​ພື້ນຖານ ຂໍ້​ມູນ​ທີ່​ເກັບ​ໃນ​ໜ່ວຍຄວາມ​ຈຳ​ຈະ​ເປັນ​ຄ່າ​ຂອງ​ຂໍ້​ມູນ​ຈິງໆ
·         String ​ເປັນ​ຊະນິດ​ຂໍ້​ມູນ​ແບບ​ຄາດ​ບໍ່​ແມ່ນ​ຂໍ້​ມູນ​ແບບ​ພື້ນຖານ
·         ຄາດ Math ຈະ​ມີ​ເມ​ທອດ​ຕ່າງໆ ​ໃນ​ການ​ຈັດການ​ກັບ​ຟັງ​ຊັນ​ຫລື​ຄຳ​ສັ່ງ​ທາງ​ຄະນິດສາດ​ຕ່າງໆ
·         ຄຳ​ສັ່ງ​ທີ່​ໃຊ້​ໃນ​ການສະ​ແດງ​ຜົນ​ລັບ​ຂອງ​ຂໍ້​ມູນ​​ໃນ​ພາສາ​ຈາ​ວາ​ຄື​ຄຳ​ສັ່ງ System.out.println ()

ไม่มีความคิดเห็น:

แสดงความคิดเห็น