หน้าเว็บ

ການວາງແຜນໂຄງການ


ການວາງແຜນໂຄງການ ຈັດເປັນໄລຍະທີ່ສຳຄັນຕໍ່ລະບົບ ໂດຍໄລຍະເວລາຂອງ ການວາງແຜນ ໂຄງການນັ້ນ ຈະມີຊ່ວງເວລາທີ່ສັ້ນ ເມື່ອທຽບກັບໄລຍະອື່ນໆ ໂດຍໄລຍະນີ້ ນັກວິເຄາະລະບົບຈະຕ້ອງ ທຳການສຶກສາເຖິງປັນຫາ ແລະຄວາມເປັນໄປໄດ້ໃນແງ່ມຸມຕ່າງໆ ຈາກນັ້ນກໍ່ຈັດສ້າງລາຍງານຂໍ້ສະເຫນີ ຍື່ນໃຫ້ຜູ້ບໍລິຫານເພື່ອຍືນຍັນເຖິງໂຄງການ ພັດທະນາ ລະບົບໃຫມ່ ແລະ ດ້ວຍໄລຍະຂອງການວາງແຜນໂຄງການ ທີ່ປົກກະຕິຈະມີໄລຍະ ວລາ ທີ່ສັ້ນຢູ່ແລ້ວ ດັ່ງນັ້ນ ກິດຈະກຳຕ່າງໆທີ່ຕ້ອງດຳເນີນການໃນໄລຍະນີ້ ຈິ່ງມັກປະກອບ ມີນັກ ວິເຄາະລະບົບທີ່ມີປະສົບການປະ ມານ 2-3 ຄົນ ຄົນທີ 1 ຈະຮັບຜິດຊອບ ເປັນຜູ້ຈັດການ ໂຄງການ ສ່ວນນັກວິເຄາະລະບົບທີ່ເຫລືອ ຈະ ເປັນຜູ້ຮັບຜິດຊອບເລື່ອງ ຂອງການຕັ້ງ ທີມ ງານພັດທະນາທີ່ມີປະສົບການ ແລະມີທັກສະສູງໃນດ້ານຂອງ ການວິເຄາະ ພ້ອມກັບປະສົບ ການໃນດ້ານການຈັດການ ແລະ ຄວບຄຸມໂຄງການ
ສຳຫລັບປັດໃຈແລະແຮງຊຸກຍູ້ທີ່ສົ່ງຜົນຕໍ່ຄວາມຕ້ອງການເພື່ອພັດທະນາລະບົບໃຫມ່
ນັ້ນອາດ ຈະເກິດຂຶ້ນໄດ້ທັງຈາກປັດໃຈພາຍໃນ ແລະ ປັດໃຈພາຍນອກ ເຊິ່ງປະ ກອບດ້ວຍ
1.    ຜູ້ໃຊ້ງານຮ້ອງຂໍໃຫ້ປັບປຸງລະບົບໃຫມ່
ເນື່ອງຈາກຜູ້ໃຊ້ລະບົບເປັນຜູ້ທີ່ຕິດແທດກັບລະບົບເປັນປະຈຳການດຳເນີນການ ເປັນປະ ຈຳ ເຮັດໃຫ້ ຜູ້ໃຊ້ລະບົບມີປະສົບການແລະມີຄວາມເຂົ້າໃຈໃນລະບົບຫລາຍຂຶ້ນ ເຮັດໃຫ້ເຫັນ ເຖິງປັນຫາຕ່າງໆທີ່ເກິດຂຶ້ນຈາກການດຳເນີນງານ ຈິງມີການຮ້ອງຂໍໃຫ້ມີການພັດທະນາ ຫລື ປັບປຸງລະບົບໃຫມ່ ພ້ອມທັງຄຳແນະ ນຳໃນການແກ້ໄຂປັນຫາຂອງ ລະບົບເກົ່າທີ່ ດຳເນີນ ການຢູ່
2.    ຜ້ບໍລິຫານລະດັບສູງຕ້ອງການພັດທະນາລະບົບໃຫມ່
ເປັນໄປໄດ້ສູງທີ່ຜູ້ບໍລິຫານຍຸກໃຫມ່ໄດ້ແລເຫັນເຖິງຄວາມສຳຄັນຂອງລະບົບສາລະສົນ
ເທດ ແລະ ຫາກຜູ້ບໍລິຫານລະດັບສູງໄດ້ເຫັນວ່າ ລະບົບງານປະຈຸບັນທີ່ດຳເນີນການ ຢູ່ຍັງບໍ່ດີພໍບໍ່ສາມາດຕອບສະຫນອງຄວາມຕ້ອງການໄດ້ ຈິ່ງມີຄວາມປະສົງໃຫ້ມີການ ພັດທະ ນາລະບົບໃຫມ່ຂຶ້ນ
3.    ປັນຫາແລະຂໍ້ຜິດພາດຂອງລະບົບງານປະຈຸບັນ
ຫາກລະບົບງານປະຈຸບັນຫາກເກິດຂໍ້ຜິດພາດຢູ່ເປັນປະຈຳປັນຫາແລະຂໍ້ຜິດພາດດັ່ງກ່າວ ກໍ່ຖືເປັນ ຕົວເລັ່ງໃຫ້ເກິດການວິເຄາະລະບົບເພື່ອພັດທະນາຫລືປັບປຸງລະບົບໃຫມ່

4.    ແຮງກົດດັນຈາກພາຍນອກ ສົງຜົນໃຫ້ຕ້ອງມີການພັດທະນາລະບົບ
ແຮງກົດດັນຈາກພາຍນອກອົງກອນມີສ່ວນສຳຄັນໃນການສົ່ງເສີມໃຫ້ຈຳເປັນຕ້ອງມີການປັບປຸງຫລືພັດທະນາລະບົບໃຫມ່ ຕົວຢ່າງເຊັ່ນ ຄູ່ແຂ່ງຂັນທາງການຄ້າ ລວມເຖິງເຕັກໂນໂລຊີ ທັນສະໄຫມໃຫມ່ໆທີ່ອຳນວຍຄວາມສະດວກຫລາຍຂຶ້ນ ແລະສາມາດນຳມາໃຊ້ເປັນທາງເລືອກ ເພື່ອບໍລິການແກ່ລູກຄ້າ ເຮັດ ໃຫ້ລູກຄ້າໄດ້ຮັບຄວາມສະດວກແລະເພິ່ງພໍໃຈ ສິ່ງເຫລົ່ານີ້ ເປັນແຮງກົດດັນທີ່ເຮັດໃຫ້ອົງກອນມີຄວາມຈຳ ເປັນຕ້ອງເລັ່ງປັບປຸງລະບົບເພື່ອຕາມ ທັນເຕັກ ໂນໂລຊີ ຖ້າບໍ່ດັ່ງນັ້ນອາດສູ້ຄູ່ແຂ່ງຂັນບໍ່ໄດ້
5.    ສ່ວນງານບໍລິການສາລະສົນເທດແນະນຳໃຫ້ມີການປັບປຸງລະບົບ
ໃນອົງກອນຫລືບາງຫນ່ວຍງານມີສ່ວນງານບໍລິການສາລະສົນເທດພາຍໃນໄວ້ ເພື່ອໃຫ້ບໍລິການແລະ ສະນັບສະຫນຸນງານດ້ານສາລະສົນເທດພາຍໃນອົງກອນໂດຍສະເພາະ ດັ່ງນັ້ນໂຄງການພັດທະນາຫລືປັບປຸງລະບົບ ອາດເກິດຂຶ້ນໄດ້ຈາກຄຳ ແນະນຳຂອງສ່ວນງານ ດັ່ງກ່າວ ເພື່ອຕ້ອງການໃຫ້ລະບົບງານມີຄວາມ ສົມບູນ ແລະມີປະສິດທິພາບກວ່າເກົ່າ

ไม่มีความคิดเห็น:

แสดงความคิดเห็น