หน้าเว็บ

ການວິເຄາະລະບົບ


1.5 ການວິເຄາະລະບົບ System Analysis
     ເປັນການສຶກສາເຖິງປັນຫາທີ່ເກິດຂື້ນໃນລະບົບງານປະຈຸບັນ Current System ເພື່ອອອກແບບລະບົບການທຳງານໃຫມ່ New system ຫລືຕ້ອງການປັບປຸງໃຫ້ລະບົບດີຂຶ້ນ
ໃນການວິເຄາະລະບົບເພື່ອພັດທະນາລະບົບໃຫມ່ທົດແທນລະບົບເກົ່າ ຈະປະກອບມີເຫດຜົນ ຕ່າງໆ ທີ່ສຳ ຄັນດັ່ງຕໍ່ໄປນີ້
1.5.1 ປັບປຸງບໍລິການແກ່ລູກຄ້າ
   ຈຸດປະສົງກໍ່ຄືຕ້ອງການອຳນວຍຄວາມສະດວກໃຫ້ລູກຄ້າທີ່ຈະມາຕິດຕໍ່ໃຊ້ບໍລິການພ້ອມທັງ ບໍລິການສິ່ງ ອຳນວຍຄວາມສະດວກໃຫມ່ໆ ໃຫ້ແກ່ລູກຄ້າ.
1.5.2 ເພິ່ມປະສິດທິພາບການທຳງານ
ເນື່ອງຈາກລະບົບງານທີ່ດຳເນີນງານຢູ່ໃນປະຈຸບັນອາດມີຂໍ້ບົກພ່ອງຫລາຍສ່ວນ ເຮັດໃຫ້ການດຳເນີນງານຕ່າງໆມີຄວາມຊັກຊ້າ ຫລື ເຕັກໂນໂລຊີທີ່ໃຊ້ຢູ່ໃນປະຈຸບັນນັ້ນລ້າສະ ໄຫມບໍ່ສາມາດຮອງຮັບການຂະຍາຍ ຕົວຂອງທຸລະກິດໄດ້
1.5.3 ການເພິ່ມຂະບວນການຄວບຄຸມການທຳງານ
ລະບົບງານທີ່ດີ ຄວນມີລະບົບຄວບຄຸມ ທີ່ມີປະສິດທິພາບ ເພື່ອໃຫ້ມີຄວາມຫມັ້ນໃຈ ໄດ້ວ່າ ຂໍ້ມູນ ທີ່ຈັດເກັບນັ້ນ ມີຄວາມຖຶກຕ້ອງແລະຈັດເກັບໄວ້ຢ່າງປອດໄພ ການຄວບຄຸມ ກໍ່ມີຫລາຍ ຮູບແບບເຊັ່ນ ການໃຊ້ລະຫັດຜ່ານ ເຊິ່ງຜູ້ໃຊ້ຈະມີລະຫັດຜ່ານໃນການ ເຂົ້າເຖິງລະບົບເພື່ອ ໃຊ້ງານ ແລະ ຜູ້ໃຊ້ແຕ່ລະຄົນກໍ່ຈະມີສິດ ການໃຊ້ງານເພື່ອເຂົ້າເຖິງຂໍ້ມູນໃນລະດັບ ທີ່ແຕກ ຕ່າງກັນ ນອກຈາກນີ້ອາດມີການເຂົ້າລະຫັດຂໍ້ມູນເພຶ່ອເພິ່ມ ຄວາມປອດໄພໃຫ້ຂໍ້ມູນເພິ່ມອີກ ຫາກມີຜູ້ໃດນຳຂໍ້ມູນສຳຄັນໄປໃຊ້ງານໂດຍບໍ່ໄດ້ຮັບອະນຸຍາດ ກໍ່ບໍ່ສາ ມາດເປິດອ່ານໄດ້ ແຕ່ ແນວໃດກໍ່ຕາມານະໂຍບາຍຂອງລະບົບຄວບຄຸມການທຳງານແລະຄວາມປອດໄພນັ້ນ ຈຳເປັນ ຕ້ອງມີຢູ່ໃນລະດັບທີ່ພຽງພໍມີຄວາມເຫມາະສົມແລະເປັນທີ່ຍອມຮັບ ເນື່ອງຈາກການມີລະບົບ ຄວບຄຸມ ທີ່ຫລາຍເກີນໄປຍ່ອມສ້າງຄວາມຫຍຸ້ງຍາກ ຕໍ່ຂັ້ນຕອນການທຳງານ ຫລາຍຍິ່ງຂຶ້ນ ເທົ່ານັ້ນ.
1.5.4 ຫລຸດຕົ້ນທຶນການດຳເນີນງານ
ເນື່ອງຈາກລະບົບງານເກົ່າທີ່ດຳເນີນງານຢູ່ນັ້ນ ອາດມີຄ່າໃຊ້ຈ່າຍທີ່ຄ່ອນຂ້າງສູງ ຕົວຢ່າງເຊັ່ນ ບາງຫນ່ວຍງານໄດ້ມີການໃຊ້ລະບົບຄອມພິວເຕີລະບົບເກົ່າຢູ່ ເຊິ່ງຈຳເປັນຕ້ອງມີຄ່າ ໃຊ້ຈ່າຍ ໃນການບໍາລຸງຮັກສາລະບົບ ຄ່ອນຂ້າງສູງ ດັ່ງນັ້ນ ແນວທາງໃນການປັບປຸງລະບົບໃຫມ່ ກໍ່ຈະຊ່ວຍຫລຸດຄ່າໃຊ້ຈ່າຍດັ່ງກ່າວລົງໄດ້ໃນ ໄລຍະຍາວ

1.5.5 ຕ້ອງການສາລະສົນເທດເພິ່ມຂຶ້ນ
ລະບົບທຸລະກິດທີ່ດຳເນີນການຢູ່ໃນປະຈຸບັນ ຂໍ້ມູນທີ່ຈັດເກັບລົງໃນຄອມພິວເຕີ ເມື່ອນຳມາ ປະມວນຜົນ ເປັນສາລະສົນເທດແລ້ວ ຍ່ອມກໍ່ໃຫ້ເກິດປະໂຫຍດຕໍ່ຜູ້ໃຊ້ງານໃນລະດັບຕ່າງໆ ເຮັດໃຫ້ມີຄວາມຕ້ອງການ ສາລະສົນເທດຫລາຍຂຶ້ນ ດັ່ງນັ້ນການມີເຕັກໂນໂລຊີທີ່ດີ ມີລະບົບ ການຄວບຄຸມທີ່ດີຂໍ້ມູນທີ່ປ້ອນເຂົ້າສູ່ ລະບົບ ຍ່ອມມີອັດຕາການຜິດພາດຕ່ຳ ດັ່ງນັ້ນ ລາຍງານ ທີ່ໄດ້ກໍ່ມີຄວາມຫນ້າເຊື່ອຖືຍິ່ງຂຶ້ນ ສາມາດນຳໄປ ໃຊ້ປະກອບການຕັດສິນໃຈໄດ້ ທັນເວລາ ແລະສະດວກຍິ່ງຂຶ້ນ ນອກຈາກນີ້ຍັງສາມາດນຳສະເຫນີສາລະ ສົນເທດໃນຮູບແບບຕ່າງໆ ທີ່ຕ້ອງການໄດ້ຫລາຍຂື້ນ
      ແນວໃດກໍ່ຕາມການວິເຄາະລະບົບ ບໍ່ຫມາຍຄວາມວ່າເປັນການພັດທະນາລະບົບໃຫມ່ຕະລອດ ນັກວິເຄາະລະບົບຈະຕ້ອງສຶກສາ ເຖິງຄວາມເປັນໄປໄດ້ ແລະ ຕັດສິນໃຈເລືອກແນວທາງທີ່ເຫມາະສົມໂດຍ ແນວທາງໃນການ ຈັດການດຳເນີນງານ ຂອງລະບົບຈະປະກອບດ້ວຍ 3 ແນວທາງຄື
1. ບໍ່ຕ້ອງດຳເນີນການໃດໆ
ໃນບາງຄັ້ງລະບົບງານເກົ່າທີ່ດຳເນີນການຢູ່ໃນປະຈຸບັນບໍ່ສາມາດທີ່ຈະທຳການປັບປຸງໄດ້ໃນຂະນະນັ້ນອັນເນື່ອງມາຈາກຂໍ້ຈຳກັດບາງປະການ ຈິ່ງຈຳເປັນຕ້ອງໃຊ້ລະບົບງານເກົ່າຕໍ່ໄປກ່ອນ ໂດຍບໍ່ຕ້ອງດຳເນີນການປັບ ປຸງມີການປ່ຽນແປງໃດໆ ເຊິ່ງຂໍ້ຈຳກັດດັ່ງກ່າວອາດ ຈະປະກອບ ດ້ວຍລະບົບງານທີ່ມີຄວາມສັບຊ້ອນເກິນໄປມີຄວາມສ່ຽງສູງຕໍ່ຄວາມລົ້ມເຫລວຕົ້ນທຶນມີ ຈຳກັດ ຫລືຢູ່ໃນສະພາວະເສດຖະກິດຕົກຕ່ຳ ໃນບາງຄັ້ງ ນັກວິເຄາະລະບົບອາດຄິດວ່າ ລະບົບເກົ່າ ນັ້ນ ມີການໃຊ້ເຕັກໂນໂລຊີທີ່ດີເຫມາະສົມລົງຕົວແລ້ວ ບໍ່ມີຄວາມ ຈຳເປັນຕ້ອງປັບປຸງ.
2. ປັບປຸງລະບົບເກົ່າໃຫ້ດີຂຶ້ນ
ຄື: ເປັນການຍັງດໍາເນີນງານໃນລະບົບເກົ່າຢູ່ ແຕ່ຈະມີການປັບປຸງອົງປະກອບ ບາງສ່ວນຂອງ ລະບົບໃຫ້ມີ ປະສິດທິພາບດີຂຶ້ນກວ່າເກົ່າ.
3. ພັດທະນາລະບົບໃຫມ່
ເປັນການພັດທະນາລະບົບໃຫມ່ ແທນລະບົບເກົ່າ ການພິຈາລະນາແນວທາງຈັດການ ດຳເນີນ ງານ ຂອງລະບົບນັ້ນ ຈິ່ງມີຄວາມສຳຄັນບ່ອນວ່າ ນັກວິເຄາະລະບົບຕ້ອງຮູ້ຈັກເລືອກໃຊ້ ປະ ເພດເຕັກໂນໂລຊີ ແນວໃດ ໃຫ້ມີຄວາມເຫມາະສົມກັບຄວາມຕ້ອງການ ທີ່ສຸດ ເຊິ່ງຄວາມ ເຫມາະສົມນີ້ຫມາຍເຖິງ ຄວາມລົງຕົວໃນດ້ານຂອງຄວາມພໍດິບພໍດີກັບຄວາມຕ້ອງການ ທັງທາງດ້ານເຕັກໂນໂລຊີທີ່ເຫມາະສົມ ກັບລະບົບງານ ບຸຄະລາກອນ ສະພາບແວດລ້ອມ ຊ່ວງຈັງຫວະເວລາ ແລະ ເງິນລົງທຶນ
      ປົກກະຕິແລ້ວຫລາຍຄົນມັກເຂົ້າໃຈວ່າ ໃນການພັດທະນາ ລະບົບສາລະສົນເທດ ນັ້ນ ມັກຈະຂ້ອງກ່ຽວກັບການນຂຽນໂປແກມ ພຽງຢ່າງດຽວ ແຕ່ໃນຄວາມເປັນຈິງແລ້ວ ການ ພັດທະນາລະບົບສາລະສົນເທດໃດໆຂຶ້ນມານັ້ນຈຸດປະສົງກໍ່ຄື ຕ້ອງການ ໃຫ້ສາມາດ ແກ້ໄຂ ປັນຫາໃຫ້ກັບອົງກອນໄດ້ ເປັນສຳຄັນຄື່ ລະບົບສາລະສົນເທດ ທີ່ສ້າງຂຶ້ນມາຕ້ອງສາມາດ ນຳມາຊ່ວຍການທຳງານຕາມຂະບວນການທາງທຸລະກິດ ໃຫ້ບັນລຸຈຸດປະສົງ ແລະໂດຍ ປົກະ ຕິແລ້ວ ນັກວິເຄາະລະບົບຈະເປັນບຸກຄົນທີ່ມີຄວາມສາມາດໃນການແກ້ໄຂປັນຫາທາງທຸລະກິດຫລາຍກວ່າ ທີ່ຈະເປັນນັກໂປແກມເມີ

ไม่มีความคิดเห็น:

แสดงความคิดเห็น