หน้าเว็บ

ອົງກອນ ແລະ ລະບົບສາລະສົນເທດ


1.3 ອົງກອນ ແລະ ລະບົບສາລະສົນເທດ
  ອົງກອນເປັນໂຄງສ້າງຂອງສັງຄົມທີ່ເປັນທາງການແລະ  ຢູ່ໃນຕົວ ມີການນຳເອົາຊັບພະຍາ
ກອນ ຈາກສະພາບແວດລ້ອມ ມາຜ່ານຂະບວນການຜະລິດ ເພື່ອໃຫ້ໄດ້ຜົນຜະລິດອອກມາ ລັກສະນະຂອງອົງກອນປະກອບດ້ວຍກຸ່ມຄົນຕັ້ງແຕ່ສອງຄົນຂຶ້ນໄປທີ່ມາທຳງານຮ່ວມກັນ ເພື່ອ ບັນລຸເປົ້າຫມາຍ ຮ່ວມກັນ ອົງກອນຈັດ ໄດ້ວ່າເປັນລະບົບຫນື່ງ ອົງກອນຄົງຕົວຢູ່ ແລະ ບັນລຸຕາມເປົ້າຫມາຍໄດ້ນັ້ນຈຳເປັນຈະຕ້ອງມີການບໍລິຫານທີ່ມີປະສິດທິພາບຕະລອດຈົນ ການ ຮູ້ຈັກໃຊ້ເຕັກນິກວິທີການຕ່າງໆ ທີ່ຈະນຳພາອົງກອນໄປສູ່ເປົ້າຫມາຍ ແລະ ຍິ່ງໃນສະພາບ ການໃນປະຈຸບັນທຸລະກິດເປິດກວ້າງສູ່ພາຍນອກຫລາຍຂຶ້ນການບໍລິຫານອົງກອນຈິ່ງ ເຫັນຄວາມສຳຄັນຂອງ ສາລະສົນເທດ
   ອົງກອນທຸລະກິດທີ່ມີລະບົບງານດີຜູ້ບໍລິຫານດີພນັກງານດີ ມີການປະສານການ ທຳງານ
 ທີ່ດີຍ່ອມກໍ່ໃຫ້ເກິດຜົນສຳເລັດ ໄປສູ່ເປົ້າຫມາຍ ເພື່ອກຽມຄວາມພ້ອມຕໍ່ໄປໃນດ້ານຂອງ ການແຂ່ງຂັນໃນທາງທຸ ລະກິດທີ່ນັບມື້ຈະມີການແຂ່ງຂັນຫລາຍຂຶ້ນ ດັ່ງນັ້ນ ຫາກອົງກອນ ທຸລະກິດໃດທີ່ບໍ່ໄດ້ຮັບການປັບປຸງ ຫລື ກຽມຄວາມພ້ອມໃນການນຳລະບົບສາລະສົນເທດ ມາໃຊ້ກໍ່ຍ່ອມເສຍປຽບຄູ່ແຂ່ງ ແລະຍິ່ງເຕັກໂນໂລຊີໃນ ປະຈຸບັນໄດ້ມີຄວາມລ້ຳຫນ້າໄປຫລາຍ ຮູບແບບ ຂອງທຸລະກິດໄດ້ມີການປັບຕົວ ໄປຕາມເຕັກໂນໂລຊີ  ເຕັກໂນໂລຊີສາລະສົນເທດ ແລະ ການສື່ສານ ໄດ້ເຂົ້າມາມີບົດບາດສູງຂຶ້ນ ຖານຂໍ້ມູນຕ່າງໆ ສາມາດເຊື່ອມ ໂຍງເຖິງ ກັນໄດ້ທັງຫມົດ    ດັ່ງນັ້ນ ຈະເຫັນໄດ້ວ່າໃນປະຈຸບັນອາດຈະບໍ່ມີອົງກອນໃດ ທີ່ປະສົບຜົນ ສຳເລັດໂດຍ ຂາດລະບົບສາລະສົນເທດທີ່ດີ.
     ສຳຫລັບອົງກອນທຸລະກິດເປົ້າຫມາຍສ່ວນໃຫຍ່ກໍ່ຄື ຜົນກຳໄລຫລືຜົນຕອບແທນຈາກ
ການດຳເນີນງານແຕ່ຜົນຕອບແທນທີ່ໄດ້ກໍ່ຍັງສາມາດແບ່ງອອກເປັນ 2 ​ແບບ ຜົນຕອບແທນທີ່ປະເມີນຄ່າໄດ້ ແລະ ຜົນຕອບ ແທນທີ່ບໍ່ສາມາດປະເມີນຄ່າໄດ້.
  1. ຜົນຕອບແທນທີ່ສາມາດປະເມີນຄ່າໄດ້ ຄື ຜົນຕອບແທນທີ່ສາມາດປະມານຄ່າໃນຕົວເອງໄດ້ເຊັ່ນ
-       ການເພິ່ມຍອດຂາຍ
-       ການຫລຸດຄ່າໃຊ້ຈ່າຍເອກະສານສຳນັກງານ
-       ການຫລຸດຄ່າລ່ວງເວລາທຳງານ
-       ການປະຢັດພະນັກງານ
-       ການເພິ່ມຊ່ອງທາງການຕະລາດແລະໂອກາດໃນການເພິ່ມຍອດຂາຍ
  1. ຜົນຕອບແທນທີ່ບໍ່ສາມາດປະເມີນຄ່າໄດ້ ຄື ຜົນຕອບແທນທີ່ບໍ່ສາມາດປະມານຄ່າໄດ້ໂດຍຕົງ ເຊິ່ງ ຫຍາກຕໍ່ການປະເມີນມູນຄ່າໃນຮູບແບບຂອງເງິນແຕ່ມີຜົນຕອບແທນທີ່ມີຜົນທາງອ້ອມຕໍ່ທຸລະກິດ ເຊັ່ນ:
-       ທັດສະນະຄະຕິຂອງລູກຄ້າທີ່ມີຕໍ່ອົງກອນດີຂຶ້ນ
-       ຜະລິດຕະພັນມີຄຸນນະພາບສູງຂຶ້ນ
-       ພະນັກງານມີຂວັນກຳລັງໃຈໃນການທຳງານດີຂຶ້ນ
-       ເພິ່ມປະສິດທິພາບແລະປະສິດທິຜົນ
-       ມີຄວາມຫນ້າເຊື່ອຖືຫລາຍຂຶ້ນ
-       ການຳສະເຫນີຂໍ້ມູນໄດ້ຕົງເວລາຫລາຍຂຶ້ນ

ไม่มีความคิดเห็น:

แสดงความคิดเห็น