หน้าเว็บ

ການວິເຄາະລະບົບແບບວັດຖຸ


ການວິເຄາະແລະອອກແບບລະບົບແບບວັດຖຸ Object-Oriented Analysis and Design : OOAD ຈັດວ່າເປັນວິທີໃຫມ່ຂອງການພັດທະນາລະບົບ ເຕັກນິກການ ວິເຄາະ ແລະອອກແບບລະບົບແບບໂຄງສ້າງ ມີການນຳມາໃຊ້ງານຫລາຍປີແລ້ວ ແນວ ຄິດດັ່ງ ກ່າວ ໄດ້ມີການແບ່ງສ່ວນຂໍ້ມູນແລະຂະບວນການແຍກອອກຈາກກັນ ຄື ແບບຈຳລອງຂອງຂະບວນ ການແລະຂໍ້ມູນນັ້ນ ຕ່າງກໍ່ແຍກກັນຢູ່ຕ່າງຫາກ ເຊິ່ງໃນຄວາມເປັນຈິງສິ່ງເຫລົ່ານີ້ຄວນ ຈະນຳ ມາລວມກັນ ຫລາຍກວ່າ ດັ່ງນັ້ນ ເຕັກນິກວິທີການພັດທະນາລະບົບນີ້ ຈິງຕັດປັນຫາເຫລົ່ານີ້ອອກໄປ ໂດຍການຖື ວັດຖຸ ຫນື່ງໆເປັນແຫລ່ງລວມຂໍ້ມູນ ແລະຂະບວນ ການ
      ວິທີພັດທະນາລະບົບແບບວັດຖຸຈະປະກອບມີ 3 ແນວທາງຄື
ການວິເຄາະລະບົບດ້ວຍວິທີແບບວັດຖຸ Object-Oriented Analysis :OOA ເຊິ່ງເປັນການ ກຳນົດວັດ ຖຸຫລື ອອບເຈັກຕ່າງໆທີ່ຕ້ອງການມີໃນລະບົບ ແລະ ສະແດງເຖິງອອບເຈັກ ແຕ່ລະຕົວຈະໂຕ້ ຕອບກັນແນວໃດເພື່ອໃຫ້ງານໃດງານຫນື່ງດຳເນີນໄປຢ່າງສົມບູນ
ການອອບແບບລະບົບດ້ວຍວິທີແບບວັດຖຸ Object-Oriented Design:OOD ຫລັງຈາກທີ່ໄດ້ ວິເຄາະ ແລະ ໄດ້ໂມເດລວັດຖຸທີ່ສາມາດນຳໄປໃຊ້ໃນຫລັກຂອງການອອກແບບ ຈາກນັ້ນ ກໍ່ດຳ ເນີນ ການກຳນົດ ຊະນິດຂອງອອບເຈັກເພິ້ມເຕິມທີ່ມີສ່ວນສຳຄັນໃນ ການສື່ສານ ກັບມະນຸດ ແລະອຸປະກອນໃນລະບົບແລະ ແກ້ໄຂປັບປຸງໃຫ້ດີຂຶ້ນເພື່ອຈະນຳໂມເດລ ທີ່ອອກແບບ ນີ້ເປັນ ແບບພິມ ທີ່ສາມາດນຳໄປກຳນົດລາຍລະອຽດ ຂອງພາສາເພື່ອການໂປແກມ ພາສາແບບ ວັດຖຸ ຕໍ່ໄປ
ການຂຽນໂປແກມແບບວັດຖຸ Object-Oriented Programming : OOP ເຊິ່ງເປັນການຂຽນ ຊຸດຄຳສັ່ງໂດຍໂປແກມທີ່ຂຽນຂຶ້ນນັ້ນ ຈະຖຶກຈັດໃຫ້ມີໂຄງສ້າງການທຳງານຮ່ວມກັນຂອງ ວັດຖຸ ຕ່າງໆ
      ວິທີການພັດທະນາລະບົບແບບວັດຖຸ ບໍ່ແມ່ນວິທີ່ ທີ່ນຳມາໃຊ້ທົດແທນ ວິທີພັດທະນາ ລະບບົບແບບ ດັ້ງເດິມ ແຕ່ເປັນວິທີເພິ່ມຂໍ້ດີເພື່ອເປັນທາງ ເລືອກໃນການ ພັດທະນາ ລະບົບ ທີ່ມີຄວາມສັບຊ້ອນສູງໃຫ້ສາມາດດຳເນີນການໄດ້ໂດຍງ່າຍ ສາມາດນຳກັບມາໃຊ້ໃຫມ່ ໄດ້ແລະ ຍັງງ່າຍ ຕໍ່ການບໍາລຸງຮັກສາລະບົບ ແນວໃດກໍ່ ຕາມແນວຄິດແລະຫລັກການ ພັດທະນາ ລະບົບແບບວັດຖຸນັ້ນ ເປັນສິ່ງທີ່ຍາກຕໍ່ການທຳຄວາມເຂົ້າໃຈ ແລະ ຖືເປັນອຸປະສັກຕໍ່ຜູ້ ທີ່ຕ້ອງ ການເລິ່ມຕົ້ນສຶກສາ ແຕ່ແນວໃດກໍ່ຕາມຫາກໄດ້ສຶກສາແລະສ້າງຄວາມເຂົ້າໃຈໃນ ຫລັກການ ແລ້ວຈະພົບວ່າ ວິທີການພັດທະນາລະບົບແບບວັດຖຸນັ້ນມີຂໍ້ດີຫລາຍຢ່າງ

ไม่มีความคิดเห็น:

แสดงความคิดเห็น