หน้าเว็บ

ການສ້າງເມນູ


ການ​ສ້າງ​ເມ​ນູ
ໂປ​ຣ​ແກຣມຈາ​ວາ​ປະຍຸກ​ທີ່​ມີ​ສ່ວນ​ປະສານ​ກຣາບຟິກ​ໃຊ້ ສາມາດ​ທີ່​ຈະ​ມີ​ເມ​ນູ​ໃຫ້​ຜູ້​ໃຊ້​ເລືອກ​ລາຍການ​ໄດ້ ​ເມ​ນູ​ເປັນອອບ​ເຈັກ​ຂອງ​ຄາດ​ທີ່​ສືບ​ທອດ​ມາ​ຈາກ​ຄາດ JComponent ​ໂດຍ​ມີ​ລຳດັບ​ຊັ້ນ​ຂອງ​ຄາດ​ຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ການ​ສ້າງ​ເມ​ນູດັ່ງ​ສະ​ແດງ​ໃນ​ຮູບ​ທີ 5.22 ​ເຊິ່ງຄາດ​ຕ່າງໆ ທີ່​ສຳຄັນ​ມີ​ດັ່ງ​ນີ້
  • ​JMenuBar ເປັນ​ຄາດ​ທີ່​ໃຊ້​ໃນ​ການ​ສ້າງ​ອອບ​ເຈັກ​ທີ່​ເຈັກ​ທີ່​​ເກັບ​ກຸ່ມ​ຂອງ​ອອບ​ເຈັກ​ຂອງ​ຄາດ JMenu ​ເຊິ່ງຈະ​ປະກົດ​ເປັນ​ແຖ​ບ​ເມ​ນູ​ໂດຍ​ອອບ​ເຈັກ​ຂອງ​ຄາດ​ນີ້​ຈະ​ຕ້ອງ​ມີ​ອອບ​ເຈັກຂອງ​ຄາດ JFrame ທີ່​ຄູ່​ກັນ
  • JMenu ​ເປັນ​ຄາດ​ທີ່​ໃຊ້​ໃນ​ການ​ສ້າງ​ອອບ​ເຈັກ​ທີ່​ເກັບ​ກຸ່ມອອບ​ເຈັກ​ຂອງ​ຄາດ JMenuItem ​ແລະ​ຕົວທຳ​ອິດ​ລາຍການ (JSeparator)
  • ​JMenuItem ເປັນ​ຄາດ​ທີ່​ໃຊ້​ໃນ​ການ​ສ້າງ​ອອບ​ເຈັກ​ທີ່​ເປັນ​ລາຍການ
  • JCheckboxMenuItem ​ເປັນ​ຄາດ​ທີ່​ໃຊ້​​ໃນ​ການ​ສ້າງ​ອອບ​ເຈັກທີ່​ເປັນ​ລາຍການ​ໂດຍ​ຈະ​ມີ​ເຄື່ອງໝາຍ​ຖືກ​ທີ່​ຈະ​ສະ​ແດງ​ຂຶ້ນ​ເມື່ອ​ລາຍການ​ນີ້​ຖືກ​ເລືອກ
  • ​JRadioButtonMenuItem ເປັນ​ຄາດ​ທີ່​ໃຊ້​ໃນ​ການ​ສ້າງ​ອອບ​ເຈັກ​ທີ່​ເປັນ​ລາຍການ​​ໃຫ້​ເລືອກ​ພຽງຕົວ​ດຽວ​ແບບ Radio Button

ຮູບ​ທີ 5.22 ຄາດ​ທີ່​ກ່ຽວຂ້ອງ​ກັບ​ການ​ສ້າງ​ເມ​ນູ

5.5.1 ການ​ສ້າງ JMenuBar
      ຄາດ JMenuBar ​ເປັນ​ຄາ​ທີ່​ຈະ​ສະ​ແດງ​ເປັນ​ແຖບ​ເມ​ນູທີ່​ປະກົດ​ຢູ່​ເທິງ JFrame ​ແລະ​ມີ constructor ດັ່ງ​ນີ້
  • Public JMenuBar ()
​ເຮົາ​ສາມາດ​ທີ່​ຈະ​ໃສ່​ອອບ​ເຈັກ​ຊະນິດ JMenuBar ລົງ​ໃນ​ອອບ​ເຈັກ​ປະ​ເພດ Container ​ໄດ້​ໂດຍ​ໃຊ້​ເມ​ທອດ  setJMenuBar () ຂອງ​ຄາດ​ປະ​ເພດ Container
5.5.2 ການ​ສ້າງ JMenu
      ​JMenu ເປັນຄາດ​ທີ່​ໃຊ້​ໃນ​ການ​ສ້າງ​ລາຍການ​ທີ່​ຈະ​ສະ​ແດງ​ຢູ່​ຂ້າງ​ໃນ​ອອບ​ເຈັກ​ຂອງ​ຄາດJMenuBar ​ໂດຍ​ມີ​ constructor ທີ່​ສຳຄັນ​ດັ່ງ​ນີ້
·         public JMenu()
·         public JMenu(String label)
​   ໂດຍ​ທີ່
  • label ຄື​ຂໍ້ຄວາມ​ທີ່​ປະກົດ​ຢູ່​ໃນ​ລາຍການ
​ເຮົາ​ຈະ​ໃຊ້​ເມ​ທອດ add() ​ໃນ​ຄາດ JMenuBar ​ເພື່ອ​ທີ່​ຈະ​ໃສ່​ອອບ​ເຈັກຂອງ​ຄາດ JMenu ລົງ​ໃນ JMenuBar
   ​ໂປ​ຣ​ແກຣມທີ 5.13 ສະ​ແດງ​ຢ່າງ​ການ​ສ້າງ​ອອບ​ເຈັກ​ຂອງ​ຄາດ JMenu ​ເພື່ອ​ໃສ່​ລົງ​ໃນ JMenuBar ​ໂດຍ​ມີ​ຊື່​ລາຍການ​ຕ່າງໆ ​ໂປຣ​ແກຣມນີ້​ຈະ​ໃຫ້​ຜົນ​ລັບ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 5.23


ຮູບ​ທີ 5.23 ຜົນ​ລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປຣ​ແກຣມທີ 5.13









ໂປຣ​ແກຣມທີ 5.13 ຕົວຢ່າງ​ການ​ສ້າງ JMenu ທີ່​ໃສ່​ລົງ​ໃນ​ອອບ​ເຈັກ​ຂອງ​ຄາດ JMenuBar
Text Box: import javax.swing.*;

public class JMenuDemo {
private JFrame fr;
    private JMenuBar mb;
    private JMenu m1,m2,m3,m4;
    public void init() {
        fr = new JFrame("JMenu Demo");
        fr.setDefaultCloseOperation(JFrame.EXIT_ON_CLOSE);
        mb = new JMenuBar();
        m1 = new JMenu("File");
        m2 = new JMenu("Edit");
        m3 = new JMenu("View");
        m4 = new JMenu("Help");
        fr.setJMenuBar(mb);
        mb.add(m1);
        mb.add(m2);
        mb.add(m3);
        mb.add(m4);
        fr.setSize(200,150);
        fr.setVisible(true);
    }
    public static void main(String args[]) {
        JMenuDemo mm = new JMenuDemo();
        mm.init();
    }
}
 
































5.5.3 ການ​ສ້າງ JMenuItem
       JMenuItem ຄື​ຄາດ​ທີ່​ໃຊ້​ໃນ​ການ​ສ້າງ​ລາຍການ​ຍ່ອຍ​ທີ່ຢູ່​​ໃນ​ອອບ​ເຈັກ​ຊະນິດ JMenu ຄາດ JMenuItem ມີ constructor ທີ່​ສຳຄັນ​ດັ່ງ​ນີ້
  • public JMenuItem()
  • public JMenuItem(String label)
  • public JMenuItem(String label, int mnemonic)
​ເຮົາ​ສາມາດ​ທີ່​ຈະ​ໃສ່​ອອບ​ເຈັກ​ຂອງ​ຄາດ JMenuItem ລົງ​ໃນ​ອອບ​ເຈັກ​ຂອງຄາດ ໂດຍ​ເອີ້ນ​
ໃຊ້​ເມ​ທອດ add () ​ໃນ​ຄາດ JMenu ນອກຈາກ​ນີ້​ເຮົາ​ສາມາດ​ທີ່​ຈະ​ກຳນົດ​ຄີ​ທີ່​ເປັນ mnemonic ຂອງ​ລາຍການ​ທີ່ຢູ່​ໃນ​ອອບ​ເຈັກ​ຂອງ​ຄາດ ​JMenuItem ໄດ້​ໂດຍ​ຄຳ​ສັ່ງ setMnemonic ()
    ​ເຮົາ​ສາມາດ​ທີ່​ຈະ​ຈະ​ສະຫລຸບ​ຂັ້ນ​ຕອນ​ການ​ສ້າງ​ເມ​ນູ​ໄດ້​ດັ່ງ​ນີ້
1.   ສ້າງ​ອອບ​ເຈັກ​ຂອງ​ຄາກດ ​JMenuBar ແລ້ວ​ໃສ່​ໃນ​ອອບ​ເຈັກ​ປະ​ເພດ Container
2.   ສ້າງ​ອອບ​ເຈັກ​ຂອງ​ຄາດ JMenu ໜຶ່ງ​ອອບ​ເຈັກ​ຫລື​ຫລາຍ​ກວ່າ ​ແລ້ວ​ໃສ່​ລົງ​ໃນ​ອອບ​ເຈັກ ຂອງຄາດ JMenuBar
3.   ສ້າງ​ອອບ​ເຈັກຂອງ​ຄາດ JMenuItem ໜຶ່ງ​ອອບ​ເຈັກ​ຫລື​ຫລາຍ​ກວ່າ ​ແລ້ວ​ໃສ່​ລົງ​ໃນ ອອບ​ເຈັກ​ຂອງ​ຄາດ JMenu
​ໂປຣ​ແກຣມທີ 5.14 ສະ​ແດງ​ຕົວຢ່າງ​ການ​ສ້າງ ​JMenuItem ແລະ JMenu ລົງ​ໃນ
JMenuBar ​ໂດຍ​ຈະ​ມີ​ຜົນ​ລັບ​ດັ່ງສະ​ແດງ​ໃນ​ຮູບ​ທີ 5.24
















ໂປ​ຣ​ແກຣມທີ 5.14 ຕົວຢ່າງ​ການ​ສ້າງ JMenuItem
import javax.swing.*;
public class JMenuItemDemo {
    private JFrame fr;
    private JMenuBar mb;
    private JMenu m1, m2, m3, m4;
    private JMenuItem mi1, mi2, mi3, mi4;
    public void init() {
       fr = new JFrame("MenuItem Demo");
       fr.setDefaultCloseOperation(JFrame.EXIT_ON_CLOSE);
       mb = new JMenuBar();
       m1 = new JMenu("File");
       m1.setMnemonic('F');
       m2 = new JMenu("Edit");
       m3 = new JMenu("View");
       m4 = new JMenu("Help");
       fr.setJMenuBar(mb);
       mb.add(m1);
       mb.add(m2);
       mb.add(m3);
       mb.add(m4);
       mi1 = new JMenuItem("New");
       mi2 = new JMenuItem("Open");
       mi3 = new JMenuItem("Save");
       mi4 = new JMenuItem("Exit");
       m1.add(mi1);
       m1.add(mi2);
       m1.addSeparator();
       m1.add(mi3);
       m1.addSeparator();
       m1.add(mi4);
       fr.setSize(200, 200);
       fr.setVisible(true);
    }
    public static void main(String args[]) {
       JMenuItemDemo mid = new JMenuItemDemo();
       mid.init();
    }
}
 
 

































ຮູບ​ທີ 5.24 ຜົນ​ລັບ​ທີ່​ໄດ້​ຈາ​ກກາ​ນລັນ​ໂປຣ​ແກຣມທີ 5.14

5.5.4 ຄາດ JCheckBoxMenuItem
 JCheckBoxMenuItem ຄື​ລາຍການ​ເມ​ນູທີ່​ມີ​ເຄື່ອງໝາຍ​ລະບຸ​ວ່າ​ລາຍການ​ນີ້​ຖືກ​ເລືອກ ຄາດ JCheckBoxMenuItem ມີ constructor ທີ່​ສຳຄັນ​ດັ່ງ​ນີ້
  • public JCheckBoxMenuItem()
  • public JCheckBoxMenuItem(String label)
  • public JCheckBoxMenuItem(String label, boolean state)
​ໂດຍ​ທີ່
  • label ຄື​ຂໍ້ຄວາມ​ໃນ​ລາຍການ​ເມ​ນູ
  • state ຄື​ສະຖານະ​ໃນ​ການ​ເລືອກ​ໂດຍ​ທົ່ວ​ໄປ​ຈະ​ມີຄ່າ​ເປັນ false
  ນອກ​ຈາກນີ້​ເຮົາ​ສາມາດ​ທີ່​ຈະ​ປ່ຽນ​ສະຖານະ​ຂອງ​ອອບ​ເຈັກ​ຂອງ​ຄາດ JCheckBoxMenuItem ​ໂດຍ​ໃຊ້​ເມ​ທອດ setState (Boolean b)
  ໂປຣ​ແກຣມທີ 5.15 ສະ​ແດງ​ຕົວຢ່າງ​ການ​ສ້າງ​ອອບ​ເຈັກ​ຂອງ​ຄາດ JCheckBoxMenuItem ​ໂດຍ​ຈະມີຜົນ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 5.25







ໂປຣ​ແກ​ຣມທີ 5.15 ຕົວຢ່າ​ງການ​ສ້າງ JCheckBoxMenuItem
Text Box: import javax.swing.*;
public class JCheckBoxMenuDemo {
    private JFrame fr;
    private JMenuBar mb;
    private JMenu m1,m2,m3;
    private JMenuItem mi;
    private JCheckBoxMenuItem cbm;
    public void init() {
        fr = new JFrame("JCheckboxMenuItem Demo");
        fr.setDefaultCloseOperation(JFrame.EXIT_ON_CLOSE);
        mb = new JMenuBar();
        m1 = new JMenu("File");
        m2 = new JMenu("Edit");
        m3 = new JMenu("View");
        fr.setJMenuBar(mb);
        mb.add(m1);
        mb.add(m2);
        mb.add(m3);
        mi = new JMenuItem("Toolbars");
        cbm = new JCheckBoxMenuItem("Status Bar", true);
        m3.add(mi);
        m3.add(cbm);
        fr.setSize(200,200);
        fr.setVisible(true);
    }
    public static void main(String args[]) {
        CheckBoxMenuDemo obj= new JCheckBoxMenuDemo();
        obj.init();
    }
}
 















            
















            
ຮູບ​ທີ5.25 ຜົນ​ລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປຣ​ແກຣມທີ 5.15

5.5.5 ການ​ສ້າງ​ເມ​ນູຍ່ອຍ
      ​ເມ​ນູສາມາດ​ທີ່​ຈະ​ມີ​​ເມ​ນູຍ່ອຍ​ໄດ້​ໂດຍ​ເມ​ນູຍ່ອຍ​ຈະ​ເປັນ​ອອບ​ເຈັກ​ຂອງ​ຄາດ JMenu ​ເຊິ່ງຂັ້ນ​ຕອນ​ໃນ​ການ​ສ້າງ​ເຟ​ມທີ່​ມີ​ເມ​ນູດັ່ງ​ນີ້
1.   ສ້າງ​ອອ​ບ​ເຈັກ​ຂອງ​ຄາດ ​JMenuBa rແລ້ວ​ໃສ່​ລົງ​ໄປ​ໃນ​ອອບ​ເຈັກ​ຂອງ​ຄາດ JFrame
2.   ສ້າງ​ອອບ​ເຈັກ​ຂອງ​ຄາດ JMenu ​ແລ້ວ​ໃສ່​ລົງ​​ໄປໃນອອບ​ເຈັກ​ຂອງ​ຄາດ JMenuBar
3.   ສ້າງ​ອອ​ບ​ເຈັກ​ຂອງ​ຄາດ JMenu ສຳ​ຫລັບ​ເມ​ນູຍ່ອຍ​ແລ້ວ​ໃສ່​ລົງ​ໄປ​ໃນ​ອອລ​ເຈັກ​ຂອງ​ຄາດ JMenu ທີ່​ເປັນ​ເມ​ນູຫລັກ
4.   ສ້າງ​ອອບ​ເຈັກ​ຂອງ​ຄາດ JMenuItem ​ແລ້ວ​ໃສ່​ລົງ​ໄປ​ໃນ​ອອບ​ເຈັກ​ຂອງ​ຄາດ JMenu ທີ່​ເປັນ​ເມ​ນູຍ່ອຍ
​ໂປ​ຣ​ແກຣມທີ 5.16 ສະ​ແດງ​ຕົວຢ່າງ​ການ​ສ້າງ JFrame ທີ່​ມີ​ເມ​ນູຍ່ອຍ​ໂດຍ​ໂປຣ​ແກຣມນີ້​
ຈະ​ໃຫ້​ຜົນ​ລັບ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 5.26
ຮູບ​ທີ 5.26 ຜົນ​ລັບ​ທີ່​ໄດ້​ຈາ​ກການ​ລັນ​ໂປຣ​ແກຣມທີ 5.16
ຕົວຢ່າງ​ທີ 5.16 ຕົວຢ່າງ​ການ​ສ້າງ JFrame ທີ່​ມີ​ເມ​ນູຍ່ອຍ
Text Box: import javax.swing.*;

public class SubmenuDemo {
    private JFrame fr;
    private JMenuBar mb;
    private JMenu m1, m2, m3, ms1;
    private JMenuItem mi2, mi3, mi4, msi1, msi2;
    public void init() {
        fr = new JFrame("SubMenuItem Demo");
        fr.setDefaultCloseOperation(JFrame.EXIT_ON_CLOSE);
        mb = new JMenuBar();
        m1 = new JMenu("File");
        m2 = new JMenu("Edit");
        m3 = new JMenu("View");
        fr.setJMenuBar(mb);
        mb.add(m1);
        mb.add(m2);
        mb.add(m3);
        ms1 = new JMenu("New");
        mi2 = new JMenuItem("Open");
        mi3 = new JMenuItem("Save");
        mi4 = new JMenuItem("Exit");
        m1.add(ms1);
        m1.add(mi2);
        m1.addSeparator();
        m1.add(mi3);
        m1.addSeparator();
        m1.add(mi4);
        msi1 = new JMenuItem("Window");
        msi2 = new JMenuItem("Message");
        ms1.add(msi1);
        ms1.addSeparator();
        ms1.add(msi2);
        fr.setSize(200, 200);
        fr.setVisible(true);
    }
    public static void main(String args[]) {
        SubmenuDemo obj = new SubmenuDemo();
        obj.init();
    }
}
 
































5.6  ຄຸນ​ລັກສະນະ​ຂອງ​ຄາດ Component
     ສ່ວນ​ປະກອບ​ກຣາບຟິກຕ່າງໆ ຈະ​ມີ​ລັກສະ​ນະ​ອື່ນ ​ເຊັ່ນ ຮູບ​ແບບ​ຂອງ​ຟອນ ສີ​ຂອງ​ພື້ນ​ຫລັງ​ຫລື​ສີ​ຂອງ​ພື້ນ​ໜ້າ ​(Foreground) ເຮົາ​ສາມາດ​ທີ່​ຈະ​ກຳນົດ​ຄຸນ​ລັກສະນະ​ຂອງ​ສ່ວນ​ປະກອບ​ກຣາບຟິກ​ໄດ້ ​ໂດຍ​ປົກ​ກະຕິ​ສ່ວນ​ປະ​ກອບ​ກຣາບຟິກຈະ​ໃຊ້​ຄຸນ​ລັກສະນະ​ແບບ​ດຽວ​ກັບ​ອອບ​ເຈັກ​ປະ​ເພດ Container ທີ່​ບັນຈຸ​ຢູ່​ເວັ້ນ​ແຕ່ຈະ​ມີ​ການ​ກຳນົດ​ຄຸນ​ລັກສະນະ​ສະ​ເພາະ​ຂອງ​ສ່ວນ​ປະກອບ​ກຣາບຟິກນັ້ນໆ
     ​ເມ​ທອດ​ທີ່​ໃຊ້​ໃນ​ການ​ກຳນົດ​ຄຸນ​ລັກສະນະ​ຂອງ​ສ່ວນ​ປະກອບ​ກຣາບຟິກຈະ​ຢູ່​ໃນ​ຄາດ Component ​ໂດຍ​ມີ​ເມ​ທອດ​ທີ່​ສຳຄັນ​ຄື
  • public void setFont(Font f)
  • public void setForeground(Color c)
  • public void setBackground(Color c)
  ເມ​ທອດ ​setFont () ໃຊ້​ໃນ​ການ​ກຳນົດ​ຮູບ​ແບບ​ຂອງ​ຟອນ​ສ່ວນ​ເມ​ທອດ setForeground () ​ແລະ setBackground () ​ໃຊ້​ໃນ​ການ​ກຳນົດ​ພື້ນ​ໜ້າ​ແລະ​ພື້ນ​ຫລັງ​ຕາມ​ລຳດັບ
      ຄາດ Font ​ເປັນ​ຄາ​ດທີ່​ໃຊ້​ໃນ​ການ​ສ້າງ​ອອບ​ເຈັກ​ເພື່ອ​ກຳນົດ​ຮູບ​ແບບ​ຂອງ​ຟອນ ​ໂດຍ​ມີ constructor ດັ່ງ​ນີ້
  • public Font(String name, int style, int size)
​ໂດຍ​ທີ່
  • name ຄື​ຊື່​ຂອງ​ຟອນ
  • ​ເປັນຮູບ​ແບບ​ຂອງ​ຟອນ ​ເຊິ່ງຄາດ ​ໄດ້​ກຳນົດ​ຄ່າ​ຄົງ​ທີ່​ໄວ​ຄື Font.PLAIN, Font.BOLD ​ແລະ Font.ITALIC
  • size ຄື​ຂະໜາດ​ຂອງ​ຟອນ
ຕົວຢ່າງ​ຂອງ​ການ​ສ້າງ​ອອບ​ເຈັກ​ຂອງ​ຄາດ Font ມີ​ດັ່ງ​ນີ້
  • Font fn1 = new Font(“AngsanaUPC”,Font.PLAIN,16);
  • Font fn2 = new Font(“Time Romans”, Font.BOLD + Font.ITALIC, 14);
ຄາດ Color ​ເປັນ​ຄາດ​ທີ່​ໃຊ້​ໃນ​ການ​ສ້າງ​ອອບ​ເຈັກ​ສຳ​ຫລັບ​ກຳນົດ​ຮູບ​ແບບ​ຂອງ​ສີ
constructor ດັ່ງ​ນີ້
  • public Color(int r, int g, int b)
​ໂດຍ​ທີ່
  • r, g, b ຄື​ຄ່າ​ຄວາມ​ເຂັ້ມ​ຂອງ​ແສງ​ສີ​ແດງ ຂຽງ​ແລະ​​ຟ້າ ຕາມ​ລຳດັບ
ຄາດ Color ມີ​ຄຸນ​ລັກສະນະ​ທີ່​ກຳນົດ​ສີ​ທີ່​ໃຊ້​ທົ່ວ​ໄປ​ໄວ້​ແລ້ວ​ຫລາຍໆ ສີ​ເຊັ່ນ
              yellow = new Color(255,255,0);
              black = new Color(0,0,0);

​ໂປ​ຣ​ແກຣມທີ 5.12 ສະ​ແດງ​ຕົວຢ່າງ​ການ​ກຳນົດ​ຄຸນ​ລັກສະນະ​ຂອງ​ອອບ​ເຈັກ​ຂອງ​ຄາດ Frame ​ແລະ​ຄາດ Button ​ໃຫ້​ມີ​ສີ​ແລະ​ຟອນ​ຕ່າງໆ ​ໂດຍ​ຈະ​ໄດ້ຜົນ​ລັບ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 5.27
ໂປຣ​ແກຣມທີ 5.17 ຕົວຢ່າງ​ການ​ກຳນົດ​ຄຸນ​ລັກສະນະ​ຂອງ​ອອບ​ເຈັກ​ປະ​ເພ​ດກຣາບຟິກ
Text Box: import java.awt.*;
import javax.swing.*;

public class AttributeDemo {
    private JFrame fr;
    private JButton bn1, bn2, bn3;
    public void init() {
        fr = new Jframe("ShowAttribute");
        fr.setDefaultCloseOperation(JFrame.EXIT_ON_CLOSE);
        bn1 = new JButton("OK");
        bn2 = new JButton("Cancel");
        bn3 = new JButton("Help");
        fr.setLayout(new FlowLayout());
        fr.add(bn1);
        fr.add(bn2);
        fr.add(bn3);
        bn2.setFont(new Font("TimesRoman", Font.BOLD, 16));
        fr.getContentPane().setBackground(Color.blue);
        bn2.setForeground(Color.red);
        fr.setSize(200, 150);
        fr.setVisible(true);
    }
    public static void main(String args[]) {
        AttributeDemo ad = new AttributeDemo();
        ad.init();
    }
}
 






























ຮູບ​ທີ 5.27 ຜົນລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປຣ​ແກຣມທີ 5.12

ສະຫລຸບ​​ເນື້ອ​ຫາ​ຂອງ​ບົດ
  • ​AWT ເປັນ​​ແພັກ​ເກດ​ທີ່​ໃຊ້​ໃນ​ການ​ພັດທະນາ​ໂປ​ຣ​ແກຣມ GUI ຂັ້ນ​ພື້ນ​ຖານ ​ເຊິ່ງຈະ​ໃຫ້​ໂປຣ​ແກຣມ GUI ທີ່​ເປັນ look and feel ທີ່​ຂຶ້ນ​ຢູ່​ກັບ​ແຟດຟອມ ​ໂດຍ​ກຳນົດ​ໃນ​ແພັ​ກ​ເກດ​ຊື່ java.awt
  • Swing ​ເປັນ​ແພັ​ກ​ເກດ​ທີ່​ມີ​ສ່ວນ​ປະ​ກອບ​ກຣາບຟິກທີ່​ມີ​ຄຸນ​ລັກສະນະ​ແລະ​ຮູບ​ແບບ​ທີ່​ດີກ​ວ່າ​ສ່ວນ​ປະກອບ​ກຣາບຟິກຂອງ​ແພັກ​ເກດ AWT ​ແລະ​ສາມາດ​ກຳນົດຮູບ​ແບບ​ຂອງ look and feel ທີ່​ເຮັດ​ໃຫ້​ໄດ້​ໂປຣ​ແກຣມ GUI ທີ່​ມີ​ຮູບ​ແບບ​ຂອງ​ກຣາບຟິກຄື​ກັນ​ກັບ​ໃນ​ທຸກ​​ແຟດຟອມ ​ໂດຍ​ກຳນົດ​ໃນ​ແພັກ​ເກດຊື່ javax.swing
  • ຄາດ Component ຢູ່​ໃນ​ແພັກ​ເກດ AWT ​ເປັນ superclass ຂອງ​ຄາດ​ປະ​ເພດ​ສ່ວນ​ປະກອບ​ກຣາບຟິກທຸກ​ຄາດ
  • ຄາດ Container ຢູ່​ໃນ​ແພັກ​ເກດ AWT ​ເປັນ​ຄາດ​ປະ​ເພດ​ຕົວ​ໃສ່​ສ່ວນ​ປະກອບ​ກຣາບ​ຟິກ ສືບ​ທອດ​ມາ​ຈາກຄາດ​ຊື Component
  • ຄາດ​ປະ​ເພດ​ຕົວ​ໃສ່​ສ່ວນ​ປະກອບ​ກຣາບຟິກທີ່​ສຳຄັນ​ໃນ​ແພັກ​ເກດ AWT ຄື​ຄາດ Frame ​ແລະ Panel
  • ຄາດ​ປະ​ເພດ​ສ່ວນ​ປະກອບ​ກຣາບຟິກທີ່​ສຳຄັນ​ໃນ​​ແພັກ​ເກດ AWT ຄື Button, Label, TextField, TextArea, Checkbox, Choice ​ແລະ List
  • ຮູບ​ແບບ​ການ​ຈັດການ​ວາງ​ຜັງ​ສ່ວນ​ປະກອບ​ກຣາບຟິກ​ໃນ​ຕົວ​ໃສ່​ສ່ວນ​ປະກອບ​ກຣາບຟິກມີ​ທັງ​ໝົດ 5 ຮູບ​ແບບ​ຄື BorderLayout, FlowLayout, GridLayout, CarLout ​ແລະ GridBagLayout
  • ການຈັດ​ວາງ​ຜັງ​ຂອງ​ສ່ວນ​ປະກອບ​ກຣາບຟິກ​ແບບ BorderLayout ຈະ​ເປັນ​ການວາງ​ຕາມ​ທິດ​ຕ່າງໆ ​ໄດ້ 5 ທິດ ສ່ວນ FlowLayout ຈະ​ວາງ​ໄວ້​ໃນ​ຕຳ​​ແໜ່​ງ​ເທິງ​ສຸດ​ໂດຍ​ລຽງ​ຈາກ​ຊ້າຍ​ໄປ​ຂວາ​ສຳ​ຫລັບ GridLayout ຈະ​ວາງ​ລຽງ​ຈາກ​ຊ້າຍ​ໄປ​ຂວາ ​ແລະ​ເທິງ​ລົງ​ລຸ່ມ​ໃນ​ຊ່ອງ​ຍ່ອຍ​ທີ່​ມີ​ຂະໜາດ​ເທົ່າ​ກັບ ຕາມ​ຈຳນວນ​ແຖວ​ແລະ​ຄໍ​ລ້ຳ​ທີ່​ໄດ້​ບຸ​ໄວ້
  • ຄາດ​ປະ​ເພດ​ຕົວ​ໃສ່​ສ່ວນ​ປະກອບ​ກຣາບຟິກທີ່​ສຳຄັນ​ໃນ​ແພັກ​ເກດ Swing ຄື​ຄາດ JFrame ​ແລະ JPanel
  • ຄາດ​ປະ​ເພ​ດສ່ວນ​ປະກອບ​ກຣາບຟິກທີ່​ສຳຄັນ​ໃນ​ແພັກ​ເກດ Swing ຄື JButton, JLabel, JTexField, JTextArea, JCheckBox, JRadioButton, JComboBox ​ແລະ JList
  • JLabel ຈະ​ສະ​ແດງ​ຂໍ້ຄວາມ​ເຊິ່ງຜູ້​ໃຊ້​ບໍ່​ສາມາດປ້ອນ​ຂໍ້ຄວາມ​ໄດ້ JTextField ​ແຕ່​ສຳ​ຫລັບ ຜູ້​ໃຊ້​ສາມາດ​ປ້ອນ​ຂໍ້ຄວາມ​ໄດ້​ຍາວ​ໜຶ່ງ​ບັນທັດ ສ່ວນ JtextArea ຜູ້​ໃຊ້ສາມາດ​ປ້ອນ​ຂໍ້ຄວາມ​ໄດ້​ຫລາຍ​ຫລາຍ​ບັນທັດ
  • JCheckBox ຈະ​ເປັນຊ່ອງ​​ໃຫ້​ຜູ້​ໃຊ້​ເລືອກ​ຫລື​ບໍ່​ເລືອກ​ໂດ​ຍສາມາດ​ເລືອກ​ໄດ້​ຫລາຍ​ຊ່ອງ​ພ້ອມ​ກັນ ​ເຊິ່ງຈະ​ແຕກ​ຕ່າງ​ຈາກ JRadioButton ທີ່​ຈະ​ສາມາດ​ເລືອກ​ໄດ້​ພຽງຊ່ອງ​ດຽວ​ເທົ່າ​ນັ້ນ
  • JComboBox ຈະ​ແສງ​ລາຍການ​ທີ່​ຖືກ​ເລືອກ​ພຽງ​ລາຍການ​ດຽວ ​ໂດຍ​ຈະ​ແສງ​ແດງ​ຫລາຍ​ລາຍການ​ເມືອ​ຜູ້​ໃຊ້​ຄິກ​ເມົ້າ​ເທົ່າ​ນັ້ນ ​ເຊິ່ງຈະ​ແຕກ​ຕ່າງ​ຈາກ JLsit ທີ່​ຈະ​ສາມາດ​ສະ​ແດງ​ໄດ້​ຫລາຍ​ລາຍການ​ພ້ອມ​ກັນ
  • ຄາດ​ທີ່​ຈະ​ນຳ​ມາ​ໃຊ້​ໃນ​ການ​ສະ​ແດງ​ແຖບ​ເມ​ນູ​ແລະ​ເມ​ນູຍ່ອຍ​ໃນ​ແພັ​ກ​ເກດ Swing ຄື JMenuBar, JMenu ​ແລະ JMenuItem
  • ຄາດ Font ​ແລະ Color ຈະ​ຖືກ​ນຳ​ມາ​ໃຊ້​ໃນ​ກໍ​ນີທີ່​ຕ້ອງການ​ລະບຸ​ຄຸນ​ລັກສະນະ ຟອນ​ແລະ​ສີ​ຂອງ​ຕົວ​​ໃສ່​ສ່ວນ​ປະ​ກອບ​ກຣາບຟິກ​ແລະ​ສ່ວນ​ປະກອບ​ການ​ຟິກ

ไม่มีความคิดเห็น:

แสดงความคิดเห็น