หน้าเว็บ

ວົງຈອນການພັດທະນາລະບົບ


2.1  ວົງຈອນການພັດທະນາລະບົບ (System Development life Cycle)

ການພັດທະນາລະບົບສາລະສົນເທດ ເປັນຂະບວນການໃນການສ້າງລະບົບ ສາລະສົນ ເທດຂຶ້ນມາເພື່ອໃຊ້ສຳຫລັບແກ້ໄຂປັນຫາ ຫລື ສ້າງມູນຄ່າເພິ່ມໃຫ້ກັບທຸລະກິດ ແລະ ລະບົບ ສາລະສົນເທດໃນປະຈຸບັນ ນັບມື້ນັບຈະທະວີຄວາມສັບຊ້ອນຍິ່ງຂຶ້ນແລະມີຂະນາດໃຫຍ່ ດັ່ງນັ້ນ ໂຄງສ້າງການພັດທະນາລະບົບສາລະ ສົນເທດຈິ່ງຈຳເປັນຕ້ອງໄດ້ຮັບການວາງແຜນທີ່ດີ ແລະ ຫາກເປັນໂຄງການຂະນາດໃຫຍ່ຍິ່ງສົມຄວນໄດ້ຮັບການເອົາໃຈໃສ່ເປັນພິເສດ ເຖິງວ່າທິມ ງານ ຈະເປັນຜູ້ທີ່ມີປະສົບການກໍ່ຕາມ
      ປົກະຕິແລ້ວຄຳວ່າ ວົງຈອນຊີວິດ life cycle ມັກຈະໃຊ້ກັບສິ່ງທີ່ມີຊີວິດໃນໂລກ ບໍ່ວ່າ ຈະເປັນວົງຈອນຊີວິດຂອງມະນຸດສັດຫຼືພືດເຊິ່ງກ່ຽວຂ້ອງກັບການເກິດ ການດຳເນີນຊີວິດ ແລະ ການຕາຍ ເຊັ່ນວ່າ ມະນຸດທຸກຄົນຈະມີວົງຈອນຊີວິດເລິ່ມຕົ້ນຈາກ ເດັກເກິດໃຫມ່ ເປັນເດັກນ້ອຍ ເປັນຜູ້ຫນຸ່ມ ເປັນ ຜູ້ເຖົ້າ ແລະສຸດທ້າຍກໍ່ຕາຍຈາກໂລກນີ້ໄປ ຈາກນັ້ນກໍ່ຈະມີຜູ້ເກິດ ໃຫມ່ ທົດແທນຄົນທີ່ສູນເສຍໄປ
      ໃນລັກສະນະດຽວກັນເມື່ອນຳວົງຈອນຊີວິດນີ້ມາໃຊ້ກັບ ຊອບແວ ເຊິ່ງເລິ່ມຈາກ ການ ວາງແຜນ ເພື່ອວິເຄາະປັນຫາຂອງລະບົບງານເກົ່າ ຈາກນັ້ນຈຶງສຶກສາຄວາມເປັນ ໄປໄດ້ໃນ ມຸມມອງຕ່າງໆ ຈົນກະທັ້ງ ໄດ້ມີໂຄງການ ເລິ່ມນຳຊອບແວມາ ໃຊ້ງານແລະເມື່ອ ມີການ ນຳຊອບແວມາໃຊ້ງານໄປຕາມການເວລາ ສິ່ງ ແວດລ້ອມຕ່າງໆ ພ້ອມທັງເຕັກໂນໂລຊີ ກໍ່ ອາດ ປ່ຽນແປງໄປ ຕາມຍຸກສະໄຫມ ຊອບແວດັ່ງກ່າວກໍ່ອາດບໍ່ສາ ມາດ ຕອບສະຫນອງ ການ ໃຊ້ງານທີ່ດີໄດ້ອີກຕໍ່ໄປ ດັ່ງນັ້ນຈິງມີຄວາມຈຳເປັນທີ່ຈະຕ້ອງປົດລະບົບຊອບແວ ນີ້ອອກໄປ ເມື່ອເຖິງເວລາ ແລະດຳເນີນການວາງແຜນເພື່ອເລິ່ມຕົ້ນສຶກສາເຖິງປັນຫາໃຫມ່ ດ້ວຍການພັດ ທະນາລະບົບໃຫມ່ ຫລືນຳຊອບແວໃຫມ່ທີ່ເຫມາະສົມມາໃຊ້ງານແທນ ແລະດ້ວຍເຫດດັ່ງກ່າວ ຊອບແວ ຈິ່ງມີລັກສະນະເປັນວົງຈອນຊີວິດເຊັ່ນດຽວກັນ ທີ່ເອີ້ນວ່າວົງຈອນການ ພັດທະນາ





ไม่มีความคิดเห็น:

แสดงความคิดเห็น