หน้าเว็บ

ຕົວແປພາສາຈາວາ


1.2   ຕົວ​​ແປ​ພາສາ
ພາສາ​ຄອມ​ພິວ​ເຕີ​ລະດັບ​ສູງ​ຈະ​ຕ້ອງການ​ຕົວ​​ແປ​ພາສາ (Language Translator) ​ເພື່ອ​​ແປ
​ໂປ​ຣ​ແກຣມທີ່​ສ້າງ​ຂຶ້ນ​ຫລື​ເອີ້ນ​ວ່າ​ຊອດ​ໂຄ​ດ (Source Code) ຂອງ​ພາສາ​ຄອມ​ພິວ​ເຕີ​ແຕ່​ລະ​ພາສາ​ໃຫ້​ເປັນ​ພາສາ​ແອດ​ເຊມບລີ ​ຫລືພາສາ​ເຄື່ອງ​ທີ່​ເຄື່ອງ​ຄອມ​ພິວ​ເຕີ​ສາມາ​ດ​ເຂົ້າ​ໃຈ​ໄດ້​ຕົວ​​ແປ​ພາສາ​ແບ​ງອອກ​ເປັນ​ສອງ​ແບບ​ຄື:
1. ຄອມ​ໄພ​ເລີ (Compiler) ຕົວ​​ແປ​ພາສາ​ປະ​ເພດ​ນີ້​ຈະ​​ແປ​ແບບຊຸດ​ຄຳ​ສັ່ງ​​ຊອດ​ໂຄດທັງ​ໝົດ​ໃຫ້​ເປັນ​ໂປຣ​ແກຣມ executable code ດັ່ງ​ສະ​ແດງ​ໃນ​ຮູບ1.2 ຕົວຢ່າງ​ເຊັ່ນ: ​ແປ​ຊອດ​ໂຄດ​ພາສາ​ຊີ​ຈາກ​ໂປ​ຣ​ແກຣມ Hello.c ​ໃຫ້​ເປັນ​ໂປຣ​ແກຣມ executable code ທີ່​ຊື່ Hello.exe ​ໂດຍ​​ໂປຣ​ແກຣມ executable code ທີ່​ໄດ້​ຈາກ​ການ​​ແປ​ພາສາ​ຄອມ​ພິວ​ເຕີ​ລະດັບ​ສູງ​ຈະ​ສາມາດ​ທຳ​ງານ​ໄດ້​ຢ່າງ​ວ່ອງ​ໄວ  ທັງ​ນີ້​ເນື່ອງ​ຈາກ​ໂຄດ​ຢູ່​ໃນ​ຮູບ​ແບບ​ຂອງ​ເລກ​ຖານ​ສອງ  ​ທີ່​ສາມາດ​ຕິດ​ຕໍ່​ກັບ​ເຄື່ອງ​ຄອມ​ພິວ​ເຕີ​ໄດ້​ໂດຍ​ກົງ ຕົງ​ຢ່າງ​ຂອງ​ພາສາ​ຄອມ​ພິວ​ເຕີ​ທີ່​ໃຊ້​ຄອມ​ໄພ​ເລີ ຄື ພາສາ C++ ຟໍ​ເທ​ນ ​ແລະ ປາສຄານ ​ເປັນ​ຕົ້ນ
ຄອມ​ໄພ​ເລີ​ຈະ​ສ້າງ​ໂປຣ​ແກຣມ executable code ທີ່​ຂຶ້ນ​ຢູ່​ກັບ​ແຟດຟອມ (ຮາດ​ແວ​ແລະ​ລະບົບ​ປະຕິບັດ​ການ) ດັ່ງ​ນັ້ນ​ຜູ້​ໃຊ້​ຈະ​ບໍ່​ສາມາດ​ນຳ​ໂປຣ​ແກຣມ executable code ທີ່​ໄດ້​ຈາ​ກການ​ແປ​ຂອງ​ຄອມ​​ໄພ​ເລີ​ບົນ​​ແຟດຟອມໜຶ່ງ​ໄປ​ໃຊ້​ກັບ​ແຟດຟອມອື່ນໆ ​ໄດ້​ໃນ​ກໍລະນີ​ທີ່​ນັກພັດທະນາ​ໂປຣ​ແກຣມຕ້ອງການ​ໂປຣ​ແກຣມທີ່​ພັດທະນາ​ຂຶ້ນ​ໄປ​ໃຊ້​ບົນ​​ແຟດຟອມອື່ນໆ ນັກ​ພັດທະນາ​ໂປຣ​ແກຣມ
ຕ້ອງທຳ​ການ​ແປ​ຊອດ​ໂຄດ​ຂອງ​ໂປ​ຣ​ແກຣມ​ໃໝ່​ໂດຍ​ຈະ​ຕ້ອງ​ໃຊ້​ຄອມ​ໄພ​ເລີ​ທີ່​ສ້າງ​ຈາກ​ໂປຣ​ແກຣມ
executable code ສຳ​ຫລັບ​ແຟດຟອມທີ່​ຕ້ອງການ​ໃຊ້​ງານ​ນັ້ນໆ
ຮູບ​ທີ1.2 ຂັ້ນ​ຕອນ​ການ​ທຳ​ງານ​ຂອງ​ຄອມ​ໄພ​ເລີ
2. ອິນ​ເຕີ​ພີດ​ເຕີ (Interpreter) ຕົວ​ແປ​ພາສາ​ຄອມ​ພິວ​ເຕີ​ປະ​ເພດ​ນີ້​ຈະ​ແປ​ຊຸດ​ຄຳ​ສັ່ງ​ຂອງ​ຄອມ​ພິວ​ເຕີ​ລະດັບ​ສູງ​ທີລະ​ຄຳ​ສັ່ງ​ໃຫ້​ເປັນ​ໂປຣ​ແກຣມ executable code ​ແລ້​ວຈະ​ສັ່ງ​ໃຫ້​​ເຄື່ອງ​ຄອມ​ພິວ​ເຕີ​ທຳ​ງງານ​ທັນທີ​ ດັ່ງ​ສະ​ແດງ​ໃນ​ຮູບ1.3 ​ໂປຣ​ແກຣມພາສາ​ຄອມ​ພິວ​ເຕີ​ທີ່​ໃຊ້​ອິນ​ເຕີ​ພີດ​ເຕີ ຈະ​ທຳ​ງານ​ໄດ້​ຊ້າ​ກວ່າ​ໂປຣ​ແກຣມທີ່​ໃຊ້​ຄອມ​ໄພ​ເລີ ​ແຕ່​ຂໍ້​ດີ​ຂອງ​​ໂປຣ​ແກຣມພາສາຄອມ​ພິວ​ເຕີ​ທີ່​ໃຊ້​ອິນ​ເຕີ​ພີດ​ເຕີຄື​ຈະ​ສາມາດ​ໃຊ້​ງານ​ຂ້າມ​ແຟດຟອມ​ໄດ້ ທັງ​ນີ້​ເນື່ອງ​ຈາກ​ຂັ້ນ​ຕອນ​ການ​ແປ​ພາສາ​ກະທຳ​ຢູູ່​ໃນ​ຊ່ວງ​ການ​ລັນ​ໂປຣ​ແກຣມ ນອກຈາກ​ນີ້​ໂປຣ​ແກຣມອິນ​ເຕີ​ພີດ​ເຕີ​ຈະ​ພັດທະນາ​ໄດ້​ງ່າຍ​ກວ່າ​ເນື່ອງ​ຈາກ​ມີ​ຂະໜາດ​ນ້ອຍ ຕົວຢ່າ​ງຂອງ​ພາສາ​ຄອມ​ພິວ​ເຕີ​ທີ່​ໃຊ້​ອິນ​ເຕີ​ພີດ​ເຕີ​ຄື ພາສາ​ເບ​ສິກ ​ໂປ​ຣລ໋ອກ (Prolog) ​ແລະ Smalltask ​ເປັນ​ຕົ້ນ


ຮູບ​ທີ1.3 ຂັ້ນ​ຕອນ​ການ​ທຳ​ງານ​ຂອງ​ອິນ​ເຕີ​ພີດ​ເຕີ
1.2    ຫລັກການ​ຂອງ​​ໂປຣ​ແກຣມ​ເຊີງ​ອອບ​ເຈັກ
ການ​ຂຽນ​ໂປຣ​ແກຣມ​ໂດຍ​ໃຊ້​ພາສາ​ຄອມ​ພິວ​ເຕີ​ລະດັບ​ສູງ​​ໃນປະຈຸ​ບັນຈະ​ມີ​ແນວ​ການ​ຄິດວິທີ​ຢູ່
ສອງຮູບ​ແບບທີ່​ສຳຄັນ​ຄື: ​ແນວ​ຄິດ​ເຊີງ​ກະບວນ​ການ​ແລະ​ແນວ​ຄິດ​​ເຊີງ​ອອບ​ເຈັກ​ດັ່ງກ່າວ​ໄວ​ໃນ​ຫົວ​ຂໍ້​ທີ 1.2​ ການຂຽນ​ໂປຣ​ແກຣມ​ໂດຍ​ໃຊ້​ພາສາ​ເຊີງ​ກະບວນ​ການ ຈະ​ເລີ່ມຕົ້ນ​ຈາ​ກການ​ວິ​ເຄາະ​ປັນ
ຫາ​ໂດຍ​ພິຈາລະນາ​ຈາກ​ກະບວນ​ການ ​ແລະ ​ລຳດັບ​ການ​ທຳ​ງານ ​ແລະ​ພະຍາຍາມ​ແບ່​ງ​ໂປຣ​ແກຣມອອກ​ເປັນ​ສ່ວນໆ ຕາມ​ຟັງ​ຊັນ​ຂອງ​ການ​ທຳ​ງງານ​ເຊັ່ນ: ການ​ພັດທະນາ​ໂປຣ​ແກຣມລະບົບ​ທະບຽນ​ນັກຮຽນ​ໂດຍ​ໃຊ້​ໂປຣ​ແກຣມ​ເຊີງ​ຂະ​ບວນການ​ອາດ​ຈະ​ພິຈາລະນາ​ແບ​ງ​ໂປຣ​ແກຣມຕາມ​ລຳ
ການ​ທຳ​ງານ ​ໂດຍ​ອາດມີຟັງ​ຊັນ​​ໃນ​ການທຳ​ງານສຳ​ຫລັບ​ການ​ລົງທະບຽນ ລາຍ​ວິຊາ ການ​ຊຳລະ​ເງິນ ຫລື​ການ​ເພີ່ມ​ຫລື​ຖອນ​ລາຍ​ວິຊາ​ ເປັນ​ຕົ້ນ
    ຟັງ​ຊັນ​ແຕ່​ລະ​ສ່ວນ​ຂອງ​ໂປຣ​ແກຣມ​ເຊີງ​ກະບວນ​ການ ຈະ​ມີ​ຕົວ​​ແປ​ທີ່ຈະ​ຜ່ານ​ຂໍ້​ມູນ​​ລະຫວ່າງ​ກັນ​ການ​ອອກ​ແບບ​ໂປຣ​ແກຣມ​ເຊີງ​ກະບວນ​ການ​ທີ​ດີ​ຈະ​ຕ້ອງ​ພະຍາຍາມ​ແບ່ງຟັງ​ຊັນ​ໃຫ້​ເປັນ​ອິດສະ
ຫລະຕໍ່​ກັນ​ໃຫ້​ຫລາຍ​ທີ່​ສຸດ​ແລະ​ຕ້ອງ​ພະຍາຍາມ​ທີ່​ຈະ​ຂຽນ​ຂັ້ນ​ຕອນ​ຫລື​ລຳດັບ​ການ​ທຳ​ງານ​ໃຫ້​ສົມ
ບູນທີ່​ສຸດ​ຕັ້ງ​ແຕ່​ຂັ້ນ​ຕອນ​ການ​ອອກ​ແບບ ຈຶ່ງ​ເຮັດ​ໃຫ້ການ​ປັບ​ປຸງ​ຫລື​ແກ້​ໄຂ​ໂປຣ​ແກ​ຣມທີ່​ພັດທະນາ
ຈາກ​ພາສາ​ເຊີງ​ກະບວນ​ການ​ເຮັດ​ໄດ້​ຍາກ​    ເມື່ອ​ປຽບທຽບ​ກັບ​ໂປຣ​ແກຣມທີ່​ພັດທະນາ​ຈາກ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ ທັງ​ນີ້​ເນື່ອງ​ຈາກ​ຂະ​ບວນການ​ພັດທະນາ​ໂປຣ​ແກຣມນັ້ນ​ບໍ່​ສາມາດ​ທີ່​ຈະ​ອອກ
​ແບບ​ໃຫ້​ໂປຣ​ແກ​ຣມສົມບູນ​ຕັ້ງ​ແຕ່​ຕົ້ນ​ໂດຍ​ບໍ່​ມີ​ການ​ນຳ​ກັບ​ມາ​ແກ້​ໄຂ​ປັບປຸງ​ໄດ້​ອີກ
     ການ​ພັດທະນາ​ໂປຣ​ແກຣມ​ເຊີງ​ອອບ​ເຈັກຈະມີ​ແນວ​ຄິດ​ໃນ​ການ​ແກ້​ໄຂ​ປັນຫາ ​ໂດຍ​ເບິ່ງ​ປັນຫາ​ວ່າ​ປະ​ກອບ​ໄປ​ດ້ວຍ​ອອບ​ເຈັກ​ຕ່າງໆ ​ເຊິ່ງ​ແນວ​ຄິດ​ນີ້​ຈະ​ເຂົ້າ​ໃກ້​ຄຽງ​ກັບ​ທຳ​ມະ​ຊາດ​ຂອງ​ມະ
ນຸດ​ຫລາຍ​ທີ່​ສຸຸດ ​ເນື່ອງ​ຈາກ​ມະນຸດ​ເບິ່ງ​ສິ່ງ​ຕ່າງໆ​ຮອບ​ຕົວ​​ເປັນ​ອອບ​ເຈັກ​ທັງ​ທີ່​ເປັນ​ຮູບ​ປະ​ທຳ(ວັດຖຸ)
​ເຊັ່ນ: ບິ​ກ, ນັກ​ສຶກສາ ຫລືໃບ​ລົງ​ທະບຽນ ​ເປັນ​ຕົ້ນ​ ​ແລະ​ນາມ​ມະ​ທຳ​ເຊັ່ນ: ຄະ​ແນນ ຫລືລາ​ຍຊື່​ວິ
ຊາ ​ເປັນ​ຕົ້ນ
     ການ​ຂຽນ​ໂປ​ຣ​ແກຣມ​ເຊີງ​ອອບ​ເຈັກ​ຈະ​ເປັນ​ຂະ​ບວນການ​ວິ​ເຄາະ​ປັນຫາ ​ໂດຍ​ຈຳ​ລອງ​ຄຸນ​ລັກ​ແລະ​ພຶດຕະກຳ​ຂອງອອບ​ເຈັກ​ໃນ​ລະບົບ​ຈິງ ​ໃຫ້​ຢູ່​ໃນ​ຮູບ​ແບບ​ຂອງ​ໂປຣ​ແກຣມຄອມ​ພິວ​ເຕີ ຕົວຢ່າງ​ເຊັ່ນ: ການພັດທະນາ​ໂປຣ​ແກ​ຣມລະ​ບົບທະບຽນ​ນັກ​ສຶກສາ​ອາດ​ຈະ​ແບ່ງ​ໂປຣ​ແກຣມ​ໃຫ້​ປະ
ກອບ​ດ້ວຍ​ອອບ​ເຈັກ​ຕ່າງໆ ​ເຊັ່ນ: ນັກ​ສຶກສາ, ​ໃບ​ລົງທະບຽນ ​ແລະ ລາຍ​ວິຊາ​ ເປັນ​ຕົ້ນ
ອອບ​ເຈັກ​ຊະນິດ​ນັກ​ສຶກສາ​ອາດ​ມີຄຸນ​ລັກສະນະ​ຕ່າງໆ ​ເຊັ່ນ: ຊື່ ລະຫັດ ​ແລະ​ເກດສະ​ເລ່ຍ​ເປັນ​ຕົ້ນ
​ແລະ​ອາດ​ມີ​ພຶດຕິ​ກຳ​ທີ​ນັກ​ສຶກສາ​ສາມາດ​ກະທຳ​ໄດ້​ເຊັ່ນ: ລົງທະບຽນ ​ແລະ​ເພີ່ມ​ ຫລື​ຖອນ​ວິຊາ​ເປັນ​ຕົ້ນ
   ການ​ພັດທະນາ​ໂປຣ​ແກຣມ​ໂດຍ​ໃຊ້​ພາສາ​ຄອມ​ພິວ​ເຕີ​ເຊີງ​ອອບ​ເຈັກ ຈະ​ເຮັດ​ໃຫ້​ຂະ​ບວນການ​ພັດທະນາ​ໂປຣ​ແກ​ຣມ​ເຮັດ​​ໄດ້​ວ່ອງ​ໄວ​ຂຶ້ນ​ແລະ​ສາມາດ​ປັບປຸບ​ແກ້​ໄຂ​ໂປຣ​ແກຣມ​ໄດ້​ງ່າຍ​ເຊິ່ງ​ເໝາະ
ກັບ​ການ​ພັດທະນາ​​ໂປຣ​ແກຣມຂະໜາດ​ໃຫຍ່​ທີ່​ຈະ​ຕ້ອງ​ມີ​ການ​ປັບປຸງ​ແກ້​ໄຂ​ຢູ່​ຕະຫລອດ ນອກຈາກ
ນີ້​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຍັງ​ມີ​ລັກສະນະ​ເດັ່ນອື່ນໆ ອີກ​ດັ່ງ​ນີ້
  • ການ​ຫໍ່​ຫຸ້ມ (Encapsulation) ​ເປັນ​ຄຸນ​ລັກສະນະ​ທີ່​ເຮັດ​ໃຫ້​ອອບ​ເຈັກ​​ແຕ່​ລະ​ຕົວ​ເປັນ​ອິດ
ສະຫລະ​ຕໍ່​ກັນ ​ເຊິ່ງ​ເຮັດ​ໃຫ້​ສາມາດ​ແບ່ງ​ການ​ພັດທະນາ​ໂປຣ​ແກຣມອອກ​ເປັນ​ສ່ວນໆ ​ໄດ້​ງ່າຍ
  • ການ​ສືບ​ທອດ (Inheritance) ​ເປັນ​ຄຸນ​ລັກສະນະ​ທີ່​ເຮັດ​ໃຫ້​ສາມາດ​ນຳ​ໂປຣ​ແກ​ຣມທີ່​ພັດ
ທະນາ​ແລ້ວ​ກັບ​ມາ​ໃຊ້​ໃໝ່​​ໄດ້ງ່າຍ​ກວ່າ​ການ​ຂຽນ​ໂປຣ​ແກຣມ​ເຊີງ​ກະບວນ​ການ
  • ການ​ມີ​ໄດ້​ຫລາຍ​ຮູບ​ແບບ (Polymorphism) ​ເປັນ​ຄຸນ​ລັກສະນະ​ທີ່​ເຮັດ​ໃຫ້​ນັກ​ພັດທະນາ​
ໂປຣ​ແກຣມສາມາດ​ເພີ່ມ​ເຕີມ​ສ່ວນ​ຕ່າງໆ​ ຂອງ​ໂປຣ​ແກຣມ​ໄດ້​ງ່າ​ຍ

1 ความคิดเห็น: