หน้าเว็บ

ເພີດ ແລະ ຊີພີເອັມ PERT and CPM


3.6 ເພີດ ແລະ ຊີພີເອັມ PERT and CPM
      ການບໍລິຫານໂຄງການດ້ວຍການວາງແຜນຄວບຄຸມໂດຍໃຊ້ເຕັກນິກ PERT (Program Evaluation and Review Technique ) ແລະ CPM (Critical Path Method) ເປັນການວິ ເຄາະຂ່າຍງານທີ່ມັກນຳມາໃຊ້ໃນການບໍລິຫານໂຄງການທີ່ມີຈຸດເລິ່ມຕົ້ນຂອງໂຄງການຈົນເຖິງການປິດໂຄງ ການທີ່ແນ່ນອນ ມີງານຍ່ອຍຕ່າງໆ ທີ່ມີການກະຈາຍໂດຍມີຄວາມສຳພັນເຊິ່ງກັນແລະກັນ
      ຈຸດປະສົງແລະຫລັກການຂອງ PERT ແລະ CPM ມີພື້ນຖານທີ່ຄ້າຍຄືກັນ ໂດຍ PERT ຈະເນັ້ນດ້ານເວລາໃນການດຳເນີນໂຄງການ ໃນຂະນະທີ່ CPM ຈະເນັ້ນທາງດ້ານຄ່າໃຊ້ຈ່າຍໃນການດຳ ເນີນໂຄງການ  ແນວໃດກໍ່ຕາມ ໃນປະຈຸບັນໄດ້ມີການນຳມາໃຊ້ງານຮ່ວມກັນ ໂດຍຄຳວ່າ PERT ຄຳດຽວ ອາດຈະຫມາຍເຖິງການນຳເອົາເຕັກນິກ CPM ບາງສ່ວນມາໃຊ້ຮ່ວມ
          3.6.1 ວັດຖຸປະສົງຂອງ PERT
      PERT ເປັນແຜນງານທີ່ສາມາດສະແດງພາບລວມຂອງໂຄງການດ້ວຍຂ່າຍງານ Network ໂດຍສະແດງກິດຈະກຳຕ່າງໆ ໃນໂຄງການ ລຳດັບການທຳງານ ແລະຄວາມສຳພັນລະຫວ່າງກິດຈະກຳ ຕ່າງໆ ທັງນີ້ມີວັດຖຸປະສົງເພື່ອ
1.  ວາງແຜນໂຄງການ Project Planning
ມີການຄຳນວນໄລຍະເວລາການທຳງານ ແລະ ສະແດງເຖິງກິດຈະກຳແຕ່ລະກິດຈະກຳວ່າຄວນ ເລີ່ມຕົ້ນເມື່ອໃດແລະຍັງມີຄວາມສາມາດໃນການກຳນົດໄດ້ວ່າກິດຈະກຳໃດເປັນກິດຈະກຳສຳຄັນ ທຳງານ ລ່າຊ້າບໍ່ໄດ້ ຫລື ລ່າຊ້າບໍ່ໄດ້ເກີນໄລຍະເວລາເທົ່າໃດ
2.  ຄວບຄຸມໂຄງການ Project Control
ສາມາດຄວບຄຸມການທຳງານຕາມແຜນທີ່ໄດ້ວາງໄວ້ ແລະຄວບຄຸມການທຳງານບໍ່ໃຫ້ລ່າຊ້າເກີນກຳນົດ
3.  ບໍລິຫານຊັບພະຍາກອນ Resource
ສາມາດໃຊ້ຊັບພະຍາກອນຕ່າງໆ ເຊັ່ນ ເງິນລົງທຸນ ບຸກຄະລາກອນ ເຄື່ອງມື ອຸປະກອນອື່ນໆໄດ້ຢ່າງ ມີ ປະສິດທິພາບ ແລະໃຊ້ປະໂຫຍດໄດ້ຢ່າງເຕັມທີ່
4.  ບໍລິຫານໂຄງການ Project Management
ໃນບາງຄັ້ງອາດມີຄວາມຈຳເປັນຕ້ອງ ເລ່ງການດຳເນີນການເພື່ອໃຫ້ໂຄງການສຳເລັດໄວກວ່າກຳຫນົດ ເຊິ່ງກໍ່ສາມາດເຮັດໄດ້ດ້ວຍການເລ່ງກິດຈະກຳບາງກິດຈະກຳ ເພື່ອເຮັດໃຫ້ໂຄງການຈົບໄວ້ຂຶ້ນ

ไม่มีความคิดเห็น:

แสดงความคิดเห็น