หน้าเว็บ

ພື້ນຖານໂປຣແກຣມພາສາຈາວາ


ພື້ນ​ຖານ​ໂປຣ​ແກຣມພາສາ​ຈາ​ວາ
​ເນື້ອ​ຫາ​ໃນ​ບົດ​ນີ້​ເປັນ​ການ​ແນະ​ນຳ​ໄວ​ຍະ​ກອນ​ຂອງ​ພາສາ​ຈາ​ວາ ​ເຊິ່ງປະກອບ​ໄປ​ດ້ວຍ​ສັນຍາ​ລັກ​ຫລື​ຄຳ​ຕ່າງໆ ທີ​ໃຊ້​ໃນ​ພາສາ​ຈາ​ວາ​ຊະນິດ​ຂໍ້​ມູນ​ແບບ​ພື້ນຖານ​ ແລະ​ຂໍ້​ມູນ​ແບບ​ຄ່າຄົງທີ່ ການ​ປະກາດ​ແລະ​ເອີ້​ນ​ໃຊ້​ຄຳ​ສັ່ງ​ກຳນົດ​ຄ່າ​ຕົວ​ແປ ນິພົດ​ແລະ​ຕົວ​ດຳ​ເນີນ​ການ​ປະ​ເພດ​ຕ່າງໆ ວິທີ​ການ​ແປ​ງຊະນິດ​ຂໍ້​ມູນ ຊະນິດ​ຂໍ້​ມູນ​ແບບ​ອ້າງ​ອີງ ​ແລະ​​ແນະນຳ​ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ຮັບ​ຂໍ້​ມູນ​​ເຂົ້າ
ແລະສະ​ແດງ​ຜົນ​ ເຊິ່ງ​ເນື້ອ​ຫາ​ໃນ​ບົດ​ນີ້​ຈະ​ເປັນ​ການ​​ແນະນຳ​ການ​ຂຽນ​ໂປຣ​ແກຣມ​ເບື້ອງ​ຕົ້ນ​ເພື່ອ​ກຳ
ນົດ​ຄ່າ​ຂໍ້​ມູນ​ຕ່າງໆ ​ແລະ​ສະ​ແດງ​ຜົນ​ລັບ​ຂອງ​ການສະ​ແດງ​ຜົນ

1.1   ການ​ຂຽນ​ໂປຣ​ແກຣມພາສາ​ຈາ​ວາ​ເຊີງ​ອອບ​ເຈັກ
      ພາສາ​ຈາ​ວາ​ເປັນ​ພາສາ​ຄອມ​ພິວ​ເຕີ​ ທີ່​ໃຊ້ຫລັກການ​ພັດທະນາ​ໂປຣ​ແກຣມ​ເຊີງ​ອອບ​ເຈັກທີ່​ເອີ້ນ​ຍໍ້​ວາ​ເປັນ​ພາສາ​ຄອມ​ພິວ​ເຕີ​ແບບ OOP ການ​ພັດທະນາ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຈະ​ເປັນ​ຂະ​ບວນການ​ວິ​ເຄາະ​ປັນຫາ​ໂດຍ​ການ​ຈຳລອງ​ປັນຫາ​ວ່າ​ປະກອບ​ໄປ​ດ້ວຍ​ອອບ​ເຈັກ​ໃດ​ແດ່ ​ແລ້ວ​ຈຶ່ງ​ຂຽນ​ໃຫ້​ຢູ່​ໃນ​ຮູບ​ແບບຂອງ​ໂປຣ​ແກຣມຄອມ​ພິວ​ເຕີ ​ໂປຣ​ແກຣມຄອມ​ພິວ​ເຕີ​ເຊີງ​ອອບ​ເຈັກ​ຈະ​ມີ​ຄຳ​ນິ
ຍາມ​ສອງຄຳ​ຄື: ອອບ​ເຈັກ (Object) ​ແລະ​ຄາດ (Class)
      ຄາດ​ປຽບ​ເໜືອ​ນພິມ​ຂຽວ​ຂອງ​ອອບ​ເຈັກ ອອບ​ເຈັກ​ທີ່​ຖືກ​ສ້າງ​ມາ​ຈາກ​ຄາດ​ບາງ​ເທື່ອ​ຈະ​ເອີ້​ນ
ວ່າ​ເປັນ instance ຂອງ​ຄາດ​ເຊິ່ງອອບ​ເຈັກ​ໃດໆ ຈະ​ຕ້ອງ​ເປັນ instance ຂອງ​ຄາດ​ໃດ​ຄາດ​ໜຶ່ງ ການ​ຂຽນ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຕ້ອງ​ມີ​ການ​ກຳນົດ​ນິຍາມ​ຂອງ​ຄາດ​ກ່ອນທີ່​ຈະ​ສາມາດ​ສ້າງ​ອອບ​ເຈັກ (ຫລື instance) ຂອງ​ຄາດ​ໄດ້    ເຊິ່ງຄາດ​ໜຶ່ງ​ຄາດ​ສາມາດ​ທີ່​ຈະ​ສ້າງ​ອອບ​ເຈັກ​​ໄດ້​ຫລາຍ​ອອບ​ເຈັກ
       ພາຍ​ໃນ​ຄາດ​ຈະ​ປະກອບ​ໄປ​ດ້ວຍ​ຄຸນ​ລັກສະນະ (Attribute) ​ເຊິ່ງກໍ່​ຄື​ຂໍ້​ມູນ​ທີ່​ເກັບ​ຢູ່​ໃນ​ອອບ​ເຈັກ ​ໂດຍ​ຈະ​ແບ່ງ​ອອກ​ເປັນ​ສອງ​ປະ​ເພດ​ຄື​ຕົວ​ແປ (Variable) ແລະ​ຄ່າ​ຄົງ​ທີ່ (Constant)
ຄຸ​ນລັກສະ​ນະ​ທີ່​ເປັນ​ຕົວ​ແປ​ຈະ​ສາມາດ​ປ່ຽນ​ຄ່າໄດ້ ສ່ວນ​ລັກສະນະ​ທີ່​ເປັນ​ຄ່າ​ຄົງ​ທີ່​ຈະ​ບໍ່​ສາມາດ​ປ່ຽນ​ຄ່າ​​ໄດ້ ​ແລະ​ເມ​ທອດ (Method) ​ເຊິ່ງກໍ່​ຄື​ວີ​ທີ​ການ​ຫລືການ​ກະທຳ​ທີ່​ນິຍາມ​ຢູ່​ໃນ​ຄາດ ອອບ​ເຈັກ​ທີ່​ສ້າງ​ຈາກ​ຄາດ​ນັ້ນ ອາດ​ມີ​ຄຸນ​ລັກສະນະ​ຕ່າງ​ກັນ​ແຕ່​ຈະ​ມີ​ການ​ເອີ້ນ​ໃຊ້​ເມ​ທອດ​ທີ່​ຄືກັນ ຕົວຢຢ່າງ​ຂອງ​ການ​ນິຍາມ​​ຄາດ​ທີ່​ຊື່ Student ​ເຊິ່ງມີ​ຄຸນ​ລັກສະນະ nameແລະ​​ເມ​ທອດ​ທີ່​ຊື່ sayHi ມີ​ດັ່ງ​ນີ້
public class Student {
       public String name;
       public void sayHi() {
              System.out.println(“Hello”);
      }
}
      ຈາກ​ຄຳ​ສັ່ງການ​ປະກາດ​ຈະ​ເຫັນ​ວ່າ​ຄຳ​ສັ່ງ​ໃນ​ພາສາ​ຈາ​ວາ​ຈະ​ຖືກ​ກຳນົດ​ໃຫ້​ຢູ່​ບ໋ອກຂອງ {} ເຊັ່ນ​ຄຸນ​ລັກສະນະ​ ແລະ​ເມ​ທອດຂອງ​ຄາດ​ກໍ່​ຈະ​ຢູ່​ໃນ​ບ໋ອກ {} ທຳນອງ​ດຽວ​ກັນ​ຄຳ​ສັ່ງ​ຕ່າງໆທີ່ຢູ່ໃນ​​ເມ​ທອດຈະຢູ່​ພາຍ​ໃນ​ບ໋ອກ {} ​ໂດຍ​ທົ່ວ​ໄປ​ຄາດ​ແຕ່​ລະ​ຄາດ​ຈະ​ມີ​ຄຸນ​ລັກສະນະ ​ແລະ​ເມ​ທອດ​ໄດ້​ບໍ່​ຈຳກັດ​ຈຳນວນ
      ​ໂດຍ​ທົ່ວ​ໄປ​ພາສາ​ຈາ​ວາ​ຈະ​ກຳນົດ​ໃຫ້​ຊື່​​ໄຟ ​ແລະ​ຊື່​ຄາດ​ຕ້ອງ​ເປັນ​ຊື່​ດຽວ​ກັນ​ແລະ​ເປັນ​ແບບ Case-sensitive ກ່າວ​ຄື​ຈະ​ຕ້ອງ​ໃຊ້​ອັກສອນ​ຕົວ​ນ້ອຍ​ຕົວ​ໃຫຍ່​ຢ່າງຖືກຕ້ອງ ກໍລະນີ​ນີ້​ຄາດ​ຊື່ Student ຈະ​ຂຽນ​ໂປຣ​ແກຣມ​ໃນ​ໄຟ​ທີ່​ຊື່ Student.java
      ຄາດ​ຈະ​ຖືກ​ເອີ້ນ​ໃຊ້​ງານ​ໄດ້​ເມື່ອມີ​ການ​ສ້າງ​ອອບ​ເຈັກ​ຂອງ​ຄາດ ​ໂດຍ​ເອີ້ນ​ຄຳ​ສັ່ງ​ວ່າ new
ຈະ​ຕ້ອງ​ມີ​ການ​ກຳນົດ​ຊື່​ຂອງ​ອອບ​ເຈັກ​ນັ້ນ ຕົວຢ່າງ​ເຊັ່ນ​ຄຳ​ສັ່ງ​ທາງ​ລຸ່ມ​ນີ້​ເປັນ​ການ​ສ້າງ​ອອບ​ເຈັກ​ຂອງ​ຄາດ Student ທີ່​ຊື່ s1
              Student s1 = new Student();
       ​ໂປຣ​ແກຣມທີ່​ລັນ​ພາສາ​ຈາ​ວາ​ອາດ​ມີ​ຫລາຍ​ຄາດ ​ເຊິ່ງຄາດ​ບາງ​ຄາດ​ເປັນ​ຄາດ​ທີ່​ຖືກ​ເອີ້ນ​ໃຊ້​ຫລາຍ​ຈາກ​ຄາດ​ອື່ນ​ເຊັ່ນ: ຄາດ​ທີ່​ຊື່ String ຫລື System ​ແຕ່​ສຳ​ຫລັບ​ໂປຣ​ແກຣມປະ​ເພດ​ຈາ​ວາ​ປະຍຸກ​ໂປ​ຣແກຣມ JVM ຈະ​ເອີ້ນ​ຄາດ​ທີ່​ມີ​ເມ​ທອດ​ຊື່ main ​ເຊິ່ງມີ​ຮູບ​ແບບ​ດັ່ງ​ນີ້​ມາ​ລັນ​ເປັນ​ຮູບ​​ແບບ​ທຳ​ອິດ
                  public static void main(String args[]) {
                  }
       ​ໂປຣ​ແກຣມທີ2.2 ສະ​ແດງ​ຕົວຢ່າງ​ຂອງ​ຄາດ​ທີ່​ຊື່ Main ທີ່​​ເມ​ທອດ​ທີ່​ຊື່ Main ​ເຊິ່ງມີ​ຄຳ​ສັ່ງ​ໃນ​ການ​ສ້າງ​ອອບ​ເຈັກ​ຊະນິດ Student ​ແລ້ວ​ເອີ້ນ​ໃຊ້​ເມ​ທອດ sayHi ຜົນ​ລັບ​ຂອງ​ໂປຣ​ແກຣມນີ້​ຈະ​ເປັນ​ການ​ພິມ​ຂໍ້ຄວາມ Hello ດັ່ງ​ສະ​ແດງ​ໃນ​ຮູບ​ທີ2.1
ໂປຣ​ແກຣມທີ2.1 ຕົວຢ່າງການ​ຂຽນ​ໂປຣ​ແກຣມ​ທີ່​ເອີ້ນ​ໃຊ້ຄາດ Student
Text Box: public class Main {
      public static void main(String args[]) {
          Student s1 = new Student();
          s1.sayHi();
      }
}
 









ການ​ຂຽນ​ໂປຣ​ແກຣມ​ໃນ​ບົດ​ນີ້​   ຈະ​ເນັ້ນ​ການຂຽນ​​ແບບເຊີງ​ອອບ​ເຈັກ​ໂດຍ​ໂປຣ​ແກຣມສ່ວນ​ໃຫຍ່​ຈະ​ເປັນ​ການ​ສ້າງ​ຄາດຂຶ້ນ​ມາ​ໜຶ່ງ​ຄາດ​ເຊັ່ນ Student.java ​ແລ້ວ​ຈະ​ມີ​ອີກ​ໜຶ່ງ​ຄາດ Main.java

​ເພື່ອ​ມາ​ສ້າງ​ອອບ​ເຈັກ​ຂອງ​ຄາດ​ທຳ​ອິດ​ແລ້ວ​ເອີ້ນ​ໃຊ້​ເມ​ທອດ​ທີ່ຢູ່​ພາຍ​ໃນ


ຮູູບທີ2.1 ຜົນ​ລັບ​ຈາກ​ການ​ລັນ​ໂປຣ​ແກຣມທີ2.2
   
      ພາສາ​ຈາ​ວາ​ຕັ້ງ​ແຕ່​​ເວີ​ຊັນ Java SE 5 ​ໄດ້​ກຳນົດ​ຮູບ​ແບບ​ເມ​ທອດ main ​ໃຫ້​ສາມ​າດທີ່​ຈະ​ຂຽນ​ໄດ້​ອີກ​ຮູບ​​ແບບ​ໜຶ່ງ​ດັ່ງ​ນີ້
public static void main(String... args) {
}

1.2   ​ໄວ​ຍະ​ກອນ​ລະດັບ​ຂອງ​ຄຳ
     ຄຳ​ຫລື​ຂໍ້ຄວາມ​ທີ່​ສາມາດ​ຂຽນ​ໃນ​ໂປຣ​ແກຣມພາສາ​ຈາ​ວາ ຈະ​ຕ້ອງ​ເປັນ​ຄຳ​ຫລື​ຂໍ້ຄວາມ​ໃນ​ຮູບ​ແບບ​ໃດ​ຮູບ​ແບບ​ໜຶ່ງ​ຂອງ​ປະ​ເພດ​ຕ່າງໆ ​ເຫລົ່າ​ນີ້
  • ຄອມ​ເມັນ (Comment)
  • Identifier
  • ຄີ​ເວີ​ດ (Keyword)
  • ສັນຍາ​ລັກ​ແຍກ​ຄຳ (Separator)
  • ຊ່ອງ​ວ່າງ (Whitespace)
  • ຂໍ້​ມູນ​ຄ່າ​ຄົງ​ທີ່ (Literals)

1.2.1  ຄອມ​ເມັນ
        ຄອມ​ເມັນ​ຄື​ຂໍ້ຄວາມ​ທີ່​ແທກ​ຢູ່​ພາຍໃນ​ໂປຣ​ແກຣມ ​ເຊິ່ງຄອມ​ພາຍ​ເລີ​ຈະ​ບໍ່​ແປ​ຂໍ້ຄວາມ​ນີ້
​ໃຫ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂປ​ຣ​ແກຣມກ່າວ​ຄື​ຂໍ້ຄວາມ​ນີ້​ຈະ​ບໍ່​ມີ​ຜົນ​ຕໍ່​ການ​ທຳ​ງານ​ຂອງ​ໂປຣ​ແກຣມ ຄອມ​ເມັນ​ຂຽນ​ໄວ້​ເພື່ອ​ອະທິ​ບາຍ​ໂປຣ​ແກຣມ ​ເພື່ອ​ໃຫ້​ຜູ້​ອ່ານ​​ເຂົ້າ​ໃຈໂປຣ​ແກຣມງ່າຍ​ຍິ່ງ​ຂຶ້ນ​ ​ແລະ​ຊ່ວຍ​ທຳ​ໃຫ້ການ​ແກ້​ໄຂ​ແລະ​ປັບປຸງ​ໂປຣ​ແກຣມ​ເປັນ​ໄປ​ໄດ້​ງ່າຍ​ຂຶ້ນ
       ພາສາ​ຈາ​ວາ​ກຳນົດ​ຮູບ​ແບບ​ຂອງ​ການ​ຂຽນ​ຄອມ​ເມັນ​ໄວ້​ສາມ​ຮູບ​ແບບ​ດັ່ງ​ນີ້:
1.   ຄອມ​ເມັນ​ສຳ​ຫລັບ​ຂໍ້ຄວາມ​ບັນທັດ​ດຽວ​ຈະ​ໃຊ້​ເຄື່ອງໝາຍ // ນຳ​ໜ້າ​ຂໍ້ຄວາ​ມທີ່​ຕ້ອງການ​ຂຽນ​ເຊິ່ງຈະ​ຢູ່​ສ່ວນ​ໃດ​ຂອງ​ບັນທັດ​ກໍ່​ໄດ້
2.   ຄອມ​ເມັນ​ສຳ​ຫລັບ​ຂໍ້ຄວາມ​ຕັ້ງແຕ່​ໜຶ່ງບັນທັດ​ຂຶ້ນ​​ໄປ ຈະ​ເລີ່​ມຕົ້ນ​ດ້ວຍ​ເຄື່ອງໝາຍ /* ​ແລະ​ສິ້ນ​ສຸດ​ດ້ວຍ​ເຄື່ອງໝາຍ */
3.   ຄອມ​ເມັນ​ສຳ​ຫລັບ​ຂໍ້ຄວາມ​ທີ່​ຕ້ອງການ​ສ້າງ​ເປັນ​ໄຟ​ເອກະສານທີ່​ເປັນ​ໄຟປະ​ເພດ HTML ຈະ​ເລີ່​ມຕົ້ນ​ດ້ວຍ​ເຄື່ອງໝາຍ /** ​ແລະ​ສິ້ນ​ສຸດ​ດ້ວຍ​ເຄື່ອງ​ໝາຍ */ ຄອມ​ເມັນ ​ຮູບ​ແບບ​ນີ້​ສາມາດ​ສ້າງ​ເປັນ​ໄຟ​ເອກະສານ​ໄດ້​ໂດຍ​ໂປຣ​ແກຣມ javadoc.exe

ໂປຣ​ແກຣມທີ2.2 ສະ​ແດງ​ການ​ຂຽນຄອມ​ເມັນ​ໃນ​ຮູບ​ແບບ​ຕ່າງໆ
Text Box: /* This program is to show
   how to write comments */
public class CommentDemo {
      // Main method
      public static void main(String args[]) {
      /** This is a comment for documentation */
         System.out.println("Document");
     }
}
 












1.2.2  Identifier
Identifier ຄື​ຊື່​ທີ່​ຕັ້ງ​ຂຶ້ນ​ໃນ​ພາສາ​ຈາ​ວາ ​ເຊິ່ງ​ອາດເປັນຊື່​ຂອງ​ຄາດ ຊື່​ຂອງ​ຕົວ​ແປ​ຊື່​
ຂອງ​ເມ​ທອດ ຫລື​ຊື່​ຂອງ​ຄ່າ​ຄົງ​ທີ່ ​ເຊິ່ງຈະ​ຕ້ອງ​ເປັນ​ໄປ​ຕາມ​ກົດ​ການ​ຕັ້ງ​ຊື່ ດັ່ງ​ນີ້
  • Identifier ຈະ​ຕ້ອງ​ຂຶ້ນ​ຕົ້ນ​ດ້ວຍ​ອັກຂະ​ຫລະ A-Z, a-z, ຫລື​ $ ​ເທົ່າ​ນັ້ນ
  • Identifier ທີ່​ປະກອບ​ໄປ​ດ້ວຍ​ຕົວ​ອັກຂະຫລະຫລາຍ​ກວ່າ​ໜຶ່ງຕົວ ຕົວ​ອັກຂະຫລະ​ຫລັງ​ຈາກ​ຕົວ​ທຳ​ອິດ​ນັ້ນຈະ​ຕ້ອງ​ເປັນ​ຕົວ​ອັກຂະຫລະ​ທາງ​ເທິງ ຫລື​ເປັນ​ຕົວ​ເລກ0ເຖິງ9​ເທົ່າ​ນັ້ນ
  • Identifier ຈະ​ຕ້ອງ​ບໍ່​ກົງ​ກັບ​ຄີ​ເວີ​ດ Identifier ​ໃນ​ພາສາ​ຈາ​ວາ​ຖື​ວ່າ​ຕົວ​ອັກສອນ​ພິມ​ໃຫຍ່​ຫລື​ຕົວ​ອັກສອນ​ພິມ​ນ້ອຍ​ຕ່າງ​ກັນ (Case Sensitive) ດັ່ງ​ນັ້ນ Identifier ທີ່​ຊື່ myVariable ຈະ​ແຕກ​ຕ່າງ​ຈາກ MyVariable




ຕົວ​ຢ່າງ​ຂອງ Identifier ທີ​ຖືກຕ້ອງ
  • MyVariable
  • _MyVariable
  • $x
  • This_is_also_a_variable

ຕົວຢ່າງ​ຂອງ Identifier ທີ່ບໍ່​ຖືກຕ້ອງ
  • My Variable
  • 9pns
  • a+c
  • Hello’World
  • Public

ຫລັກການ​ຕັ້ງ​ຊື່​ທີ່​ນິຍົມ​ປະຕິ​ບັດ​ກັນ​ໂດຍ​ທົ່ວ​ໄປ
         ​ແນວທາງ​ປະຕິບັດ​ທີ່​ໃຊ້​ໃນ​ການ​ຕັ້ງ​ຊື່​ຈະມີຂໍ້​ກຳນົດ​ດັ່ງ​ນີ້
  • ການ​ຕັ້ງ​ຊື່​ຄາດ
-    ຈະ​ຂຶ້ນ​ຕົ້ນ​ດ້ວຍ​ຕົວ​ອັກສອນ​ພິມ​ໃຫຍ່​ແລ້ວ​ຕາມ​ດ້ວຍ​ຕົວ​ອັກສອນ​ພິມ​ນ້ອຍ​ ຫລື​ ຕົວ​ເລກ ​ໂດຍຈະ​ໃຊ້​ຕົວ​ອັກສອນ​ພິມ​ໃຫຍ່​ສຳ​ຫລັບ​ອັກສອນ​ນຳ​ຂອງ​ແຕ່​ລະ​ຄຳ​ທີ່​ຕາ​ມມາ​ໃນ​ຊື່
-    ຄວນ​​ເປັນຄຳ​ນາມ
-    ຕົວ​ຢ່າງ​ເຊັ່ນ: Main, HelloWorld, Student ຫລື GraduateStudent ​ເປັນ​ຕົ້ນ
·         ການ​ຕັ້ງ​ຊື່​ເປັນຕົວ​ແປ ຊື່ຄຸນ​ລັກສະນະ ​ຫລື​ອອບ​ເຈັກ
-    ຈະ​ຂຶ້ນ​ຕົ້ນ​ດ້ວຍ​ຕົວ​ອັກສອນ​ພິມ​ນ້ອຍ ​ໂດຍ​ຈະ​ໃຊ້​ອັກສອນ​ພິມ​ໃຫຍ່​ສຳ​ຫລັບ​ອັກສອນ​ນຳ​ຂອງ​​ແຕ່​ລະ​ຄຳ​ທີ່​ຕາມ​ມາ​ໃນ​ຊື່
-    ຄວນ​ເປັນ​ຄຳ​ນາມ​ ຫລື​ເປັນ​ຊື່​ສັ້ນໆ
-    ຕົວຢ່າງ​ເຊັ່ນ: x, s1, id, name ຫລື thesisTitle
·         ການ​ຕັ້ງ​ຊື່​ເມ​ທອດ
-    ຈະ​ໃຊ້​ຫລັກການ​ດຽວ​ກັບ​ການ​ຕັ້ງ​ຊື່​ຕົວ​ແປ ​ແຕ່​ຄວນ​ເປັນ​ຄຳ​ກິລິຍາ
-    ຕົວຢ່າງ​ເຊັ່ນ: getName, sayHi, setName ຫລື showDetails ​ເປັນ​ຕົ້ນ





·         ການ​ຕັ້ງ​ຊື່​ຄ່າ​ຄົງ​ທີ່
-    ຈະ​ໃຊ້​ຕົວ​ອັກສອນ​ພິມ​ໃຫຍ່​ທັງ​ໝົດ ​ແລະ​ຈະ​ແຍກ​ຄຳ​ໂດຍ​ການ​ໃຊ້​ເຄື່ອງໝາຍ _ (underscore)
-    ຄວນ​ເປັນ​ຄຳ​ນາມ
-    ຕົວຢ່າງ​ເຊັ່ນ: MINIMUM, MIN_GPA ​ເປັນ​ຕົ້ນ

ไม่มีความคิดเห็น:

แสดงความคิดเห็น