หน้าเว็บ

ວີດີໂອສອນສ້າງ Blog

ວີດີໂອສອນສ້າງ Blog



ຈຸດປະສົງຂອງແຜນພາບກະແສຂໍ້ມູນ


5.1.1 ຈຸດປະສົງຂອງແຜນພາບກະແສຂໍ້ມູນ
     ຈຸດປະສົງຂອງການສ້າງແຜນພາບກະແສຂໍ້ມູນເພື່ອ
1 . ເປັນແຜນພາບທີ່ສະຫລຸບລວມຂໍ້ມູນທັງຫມົດທີ່ໄດ້ຈາກການວິເຄາະ ໃນຮູບແບບຂອງການພັດທະ ນາແບບໂຄງສ້າງ
2. ເປັນຂໍ້ຕົກລົງຮ່ວມກັນລະຫວ່າງ ນັກວິເຄາະລະບົບກັບຜູ້ໃຊ້ງານ
3 . ເປັນແຜນພາບທີ່ນຳໄປໃຊ້ປະໂຫຍດຕໍ່ໄປໃນຂັ້ນຕອນຂອງການອອກແບບລະບົບ
4 . ເປັນແຜນພາບທີ່ໃຊ້ໃນການອ້າງອິງ ຫລືເພື່ອໃຊ້ສຳຫັລບການປັບປຸງພັດທະນາຕໍ່ໃນອະນາຄົດ
5 . ຮູ້ທີ່ມາແລະທີ່ໄປຂອງຂໍ້ມູນ ທີ່ໄຫລໄປສູ່ຂະບວນການຕ່າງໆ
5.1.2 ສັນຍາລັກທີ່ໃຊ້ໃນແຜນພາບກະແສຂໍ້ມູນ
     ແຜນພາບກະແສຂໍ້ມູນເປັນແຜນພາບທີ່ສະແດງເຖິງພາບລວມຂອງຄວາມຕ້ອງການ
ຫລັກໆ ຂອງ ລະບົບສາລະສົນເທດໃນຮູບແບບຂອງໄດອະແກມ ເຊິ່ງປະກອບມີ ອິນພຸດ ເອົ໋າພຸດ ຂະບວນການແລະຂໍ້ມູນ ໂດຍທຸກໆຄົນໃນທີມງານພັດທະນາລະບົບ ສາມາດ ເຫັນ ຮູບຮ່າງຫນ້າຕາຂອງລະບົບໄດ້ຈາກແຜນພາບນີ້ ແລະ ໃຊ້ສຳຫລັບເປັນແນວທາງ ໃນການ ອອກແບບລະບົບ ແລະ ນີ້ແມ່ນເຫດຜົນທີ່ເຮັດໃຫ້ ແຜນ ພາບກະແສຂໍ້ມູນເປັນແບບຈຳລອງ ທີ່ນິຍົມໃຊ້ງານຈົນເຖິງປະຈຸບັນ ແລະ ເປັນແຜນພາບທີ່ເບິ່ງແລ້ວ ງ່າຍຕໍ່ຄວາມເຂົ້າໃຈ ເນື່ອງ ຈາກເປັນລັກສະນະແບບຈຳລອງທີ່ມີພຽງ 4 ສັນຍາລັກຫລັກໆເທົ່ານັ້ນເຊິ່ງສະແດງ ໄດ້ ດັ່ງນີ້“

ຊະນິດຂອງແບບຈຳລອງ


ຊະນິດຂອງແບບຈຳລອງ  Types of Models
      ໃນການພັດທະນາລະບົບສາລະສົນເທດ ນັກວິເຄາະລະບົບສາມາດເອົາແບບຈຳລອງຊະນິດຕ່າງໆ ມາປະຍຸກໃຊ້ກັບງານພັດທະນາລະບົບ ໂດຍແບບຈຳລອງແຕ່ລະຊະນິດສາມາດນຳມາໃຊ້ງານໄດ້ຢ່າງ ເຫມາະສົມເພື່ອແກ້ໄຂປັນຫາຕາມສ່ວນງານນັ້ນໆ ເຊັ່ນ ງານບາງຊະນິດສາມາດໃຊ້ແບບຈຳລອງທີ່ເປັນ ພຽງແຕ່ຖ້ອຍຄຳອະທິບາຍກໍ່ສາມາດນຳໄປໃຊ້ງານໄດ້ແລ້ວ ໃນຂະນະທີ່ງານບາງຊະນິດ ໃຊ້ພຽງແຕ່ຖ້ອຍ ຄຳອາດຈະຍັງບໍ່ສາມາດນຳໄປໃຊ້ປະໂຫຍດໄດ້ຢ່າງພຽງພໍ ດັ່ງນັ້ນ ຈິ່ງຕ້ອງພັດທະນາແບບຈຳລອງທີ່ເປັນ ແຜນພາບ ຫລືໄດອະແກມ ເຊິ່ງມີຄວາມເຫມາະສົມກວ່າ ເພາະສາມາດເຫັນພາບລວມຂອງລະບົບໄດ້ທັງ ຫມົດ

5.1 ແຜນພາບກະແສຂໍ້ມູນ Data Flow Diagram : DFD
      ຫາກປຽບທຽບການພັດທະນາໂປແກມກັບການສ້າງເຮືອນແລ້ວ ຈະເຫັນວ່າການສ້າງ ເຮືອນຫລັງຫນື່ງເຈົ້າຂອງເຮືອນກັບສະຖາປະນິກ ຈະຕ້ອງຕົກລົງເຖິງຄວາມເຂົ້າໃຈຕໍ່ກັນ ໃນ ເບື້ອງຕົ້ນວ່າຈະສ້າງເຮືອນນີ້ໃນຮູບຊົງແບບໃດ ມີຈັກຊັ້ນ ມີຈັກຫ້ອງ ມີການຈັດ ຂະຫນາດ ຫ້ອງຕ່າງໆໄວ້ເທົ່າໃດເຊິ່ງສິ່ງ ເຫລົ່ານີ້ກໍ່ຄື ຄວາມຕ້ອງການ ຫລື Requitements  ຈາກນັ້ນ ສະຖາປະນິກກໍ່ຈະລວບລວມຄວາມຕ້ອງການຂອງລູກຄ້າໃນເບື້ອງຕົ້ນ ເພື່ອນຳໄປສ້າງເປັນ ແບບເຮືອນຂຶ້ນມາ ເຊິ່ງແບບເຮືອນນີ້ເປັນສິ່ງທີ່ຈະນຳ ມາໃຊ້ເປັນຂໍ້ຕົກລົງລະຫວ່າງກັນວ່າ ເຮືອນທີ່ຕ້ອງການໃຫ້ສ້າງນັ້ນເປັນໄປຕາມແບບທີ່ຕ້ອງການຫລືບໍ່ ໂດຍສະຖາປະນິກອາດຈຳ ເປັນຕ້ອງມີການປັບປຸງແບບເຮືອນບາງສ່ວນຕາມທີ່ລູກຄ້າຕ້ອງການຈົນກະທັ້ງໄດ້ແບບ ເຮືອນ ທີ່ສົມບູນ ຈາກນັ້ນແບບເຮືອນດັ່ງກ່າວກໍ່ຈະນຳໄປໃຫ້ວິສະວະກອນຄວບຄຸມງານ ເພື່ອໃຫ້ ງານກໍ່ສ້າງນັ້ນເປັນໄປຕາມແຜນທີ່ວາງໄວ້
      ແຜນພາບກະແສຂໍ້ມູນກໍ່ປຽບຄືກັບແບບເຮືອນສະຖາປະນິກກໍ່ປຽບຄື ນັກວິເຄາະລະບົບ ທີຈະຕ້ອງນຳຄວາມຕ້ອງການຂອງລູກຄ້າໄປວິເຄາະເພື່ອສ້າງແບບເຮືອນຕາມຄວາມຕ້ອງ ການຂອງລູກຄ້າໂດຍວິສະວະກອນກໍ່ປຽບຄືນັກວິສະວະກຳຊອບແວ ຫລືຜູ້ຄວບຄຸມໂຄງການ ສ່ວນຄົນງານກໍ່ສ້າງກໍ່ປຽບຄືກັບ ໂປແກມເມີ ທີ່ຈະຕ້ອງສ້າງຕາມແບບທີ່ໄດ້ອອກແບບໄວ້
      ແຜນພາບກະແສຂໍ້ມູນ ເປັນແບບຈຳລອງຂະບວນການທີ່ເອົາມາໃຊ້ໃນການວິເຄາະແລະອອກແບບລະບົບແບບ ໂຄງສ້າງ ທີ່ມີການນຳມາໃຊ້ຕັ້ງແຕ່ຍຸກທີ່ມີການເລິ່ມໃຊ້ພາສາລະດັບສູງ ໂດຍແຜນພາບ ກະແສຂໍ້ມູນຈະສະແດງຄວາມສຳພັນລະຫວ່າງ ໂປເຊດ Processes ກັບຂໍ້ມູນ Data ທີ່ກ່ຽວຂໍ້ໂດຍຂໍ້ມູນໃນແຜນພາບຈະເຮັດໃຫ້ຮູ້ເຖິງ
1 . ຂໍ້ມູນມາຈາກໃສ
2 . ຂໍ້ມູນຈະໄປໃສ
3 . ຂໍ້ມູນຈະເກັບໄວ້ໃສ
4. ເກິດເຫດການໃດກັບຂໍ້ມູນລະຫວ່າງທາງ

      ແຜນພາບກະແສຂໍ້ມູນຈະສະແດງພາບລວມຂອງລະບົບ ແລະ ລາຍລະອຽດທີ່ກ່ຽວ  ຂ້ອງກັບໂປເຊສກັບຂໍ້ມູນແຕ່ໃນບາງຄັ້ງ ຫາກຕ້ອງການກຳນົດລາຍລະອຽດ ທີ່ນອກເຫນືອ ຈາກນີ້ ນັກວິເຄາະລບົບ ອາດຈຳເປັນຕ້ອງໃຊ້ເຄື່ອງມືອື່ນເຂົ້າມາຊ່ວຍ ເຊັ່ ຂໍ້ຄວາມສັ້ນໆ ທີ່ອ່ານແລ້ວງ່າຍຕໍ່ການສ້າງຄວາມເຂົ້າໃຈ ຫລື ອັນກໍລິທືມ ຕາລາງການຕັດສິນໃຈ ,ແບບ ຈຳລອງຂໍ້ມູນຄຳອະທິບາຍການປະມວນຜົນຈະຂຶ້ນກັບຄວາມຕ້ອງການໃນລາຍລະອຽດເປັນສຳຄັນ

ຂັ້ນຕອນສຳຫລັບການວິເຄາະເພື່ອສ້າງແຜນພາບກະແສຂໍ້ມູນ
ຂັ້ນຕອນທີ່ 1 ສຶກສາຮູບແບບການທໍາງານຂອງລະບົບເກົ່າ ( Physical DFD )
ຂັ້ນຕອນທີ 2 ວິເຄາະເພື່ອໃຫ້ໄດ້ແບບຈໍາລອງ ທາງລໍຈິຄອລຂອງລະບົບງານເກົ່າ
 (Logical DFD)
ຂັ້ນຕອນທີ 3 ເອົາ Logical DFD ທີ່ໄດ້ຈາກຂັ້ນຕອນທີ 2 ມາເພິ່ມຄວາມ ຕ້ອງການ ໃຫມ່ເຂົ້າໄປ ໂດຍການປັບປຸງເພື່ອເປັນແບບຈຳລອງ ລໍຈິຄອລຂອງລະບົບງານໃຫມ່
 ( Logical DFD )
ຂັ້ນຕອນທີ 4 ພັດທະນາລະບົບງານໃຫມ່ໃນຮູບແບບຂອງແບບຈໍາລອງພີຊິກຄອລ (PhysicalDFD)

ເຕັກນິກການລວບລວມຄວາມຕ້ອງການ


1.6   ເຕັກນິກການລວບລວມຄວາມຕ້ອງການ Requirements Gathering Techniqes
ເຕັກນິກການລວບລວມຄວາມຕ້ອງການ ຈັດເປັນຂະບວນການທີ່ມີແບບແຜນເພື່ອໃຊ້ສຳຫລັບງານວິໃຈ ສຳພາດ ການເຂົ້າພົບ ການສ້າງແບບສອບຖາມ ແລະອື່ນໆ ເພື່ອຈະໃຫ້ໄດ້ຂໍ້ມູນທີ່ກ່ຽວກັບລະບົບ ແລະ ຄວາມຕ້ອງການ ເຊິ່ງຂັ້ນຕອນດັ່ງກ່າວໃນບາງເທື່ອອາດເອີ້ນວ່າ ການຊອກຫາຂໍ້ແທ້ຈິງ Fact -Finding ໂດຍຈະນຳສະເຫນີເຕັກນິກສຳຄັນ ດັ່ງລາຍລະອຽດຕໍ່ໄປນີ້
1.   ການລວບລວມເອກະສານ Documentation
2.   ການສຳພາດແລະສົນທະນາກັບຜູ້ໃຊ້ Conduct Interviews and Discussions with Users
3.   ການສັງເກດຈາກຂະບວນການຈັດການເອກະສານໃນທຸລະກິດ Observe and Document Business Processes
4.   ການແຈກຈ່າຍແລະລວບລວມແບບສອບຖາມ Distribute Collect Questionnaires
5.   ການວາງແຜນຄວາມຕ້ອງການຮ່ວມກັນ Joint Requirements Planning JRP

ການລວບລວມເອກະສານ Documentation
      ການຄົ້ນຫາລາຍລະອຽດຈາກເອກະສານທີ່ມີຢູ່ນັ້ນ ງ່າຍຕໍ່ການລວບລວມ ແລະໄດ້ຂໍ້ມູນຫລາຍ ຕົວຢ່າງຂໍ້ມູນທີ່ໄດ້ຈາກ ເອກະສານເຊັ່ນ  ແບບຟອມຈາກເອກະສານ ຫລື ລາຍງານຕ່າງໆ ໂດຍນັກວິເຄາະ ລະບົບຄວນຂໍອະນຸຍາດຜູ້ໃຊ້  ໃຫ້ຊ່ວຍຈັດການ ຖ່າຍສຳເນົາເອກະສານ ແບບຟອມ ຫລືລາຍງານຕ່າງໆ ທີ່ ໃຊ້ງານຢູ່ ນອກຈາກນີ້ຫາກເປັນໄປໄດ້ຄວນຂໍສຳເນົາຄູ່ມືການປະຕິບັດງານແລະຄູ່ມືລາຍລະອຽດງານ ເຊິ່ງ ສິ່ງເຫລົ່ານີ້ຈະເຮັດໃຫ້ນັກວິເຄາະລະບົບເຂົ້າໃຈເຖິງຫນ້າທີ່ການງານທາງທຸລະກິດຂອງຫນ່ວຍງານໄດ້ດີຍິ່ງ ຂຶ້ນ ແລະຍັງສາມາດໃຊ້ເປັນພື້ນຖານໃນການສ້າງລາຍລະອຽດຂອງຄຳຖາມທີ່ຈະຖາມຕໍ່ໄປໃນຂັ້ນຕອນ ຂອງການສຳພາດ
ການສຳພາດ ແລະ ສົນທະນາກັບຜູ້ໃຊ້ Conduct Interviews and Discussions with Usrs
      ການສຳພາດເປັນວິທີການຫນື່ງທີ່ສາມາດຊ່ວຍການເກັບຂໍ້ມູນໄດ້ຢ່າງລະອຽດ ສາມາດຊັກຖາມ ໃນຄຳຖາມເພື່ອໃຫ້ເກິດຄວາມເຂົ້າໃຈໃນປັນຫາ ພ້ອມທັງສະພາບການຕ່າງໆ ທີ່ເກິດຂຶ້ນໃນຫນ່ວຍງານ ນັກວິເຄາະລະບົບທີ່ຜ່ານປະສົບການມາດົນ ຈະສາມາດຖາມປັນຫາຕ່າງໆໄດ້ຕົງປະເດັນ ແລະສັງເກດ ຄວາມຮູ້ສຶກຂອງຜູ້ຖືກສຳພາດໄດ້ຈາກສີຫນ້າແລະທ່າທາງຜູ້ຖືກສຳພາດໄດ້ເປັນຢ່າງດີ ການສຳພາດເປັນ ການເກັບຂໍ້ມູນແບບທາງຕົງໂດຍການສົນທະນາລະຫວ່າງນັກວິເຄາະລະບົບເຊິ່ງເປັນຜູ້ສຳພາດ ກັບຜູ້ຖືກ ສຳພາດເຊິ່ງກໍ່ຄືບຸກຄົນໃນລະດັບຕ່າງໆ ຂອງອົງກອນ
      ການສຳພາດຍັງໄດ້ແບ່ງອອກເປັນ 2 ວິທີຄື
ການສຳພາດແບບບໍ່ມີໂຄງສ້າງໆ Unstructured Interview ຈະບໍ່ມີການກຳນົດຄຳຖາມກ່ອນ ວ່າຈະຖາມກ່ຽວກັບຫຍັງ ແຕ່ອາດມີຫົວຂໍ້ຄຳຖາມຢູ່ໃນໃຈແລ້ວ ຈະເປັນການສຳພາດໃນລັກສະນະ ການ ເວົ້າສົນທະນາ
ການສຳພາດແບບມີໂຄງສ້າງ Structured Interview ເປັນການສຳພາດທີ່ມີການກຳນົດຄຳ ເພື່ອສຳພາດໂດຍສະເພາະ ເຊີ່ງອາດຈະມີການຕຽມຄຳຖາມແບບປາຍເປິດເຊິ່ງຜູ້ຕອບສາມາດສະແດງຂໍ້ຄິດ ເຫັນ ຫລືຄຳຖາມປາຍປິດທີ່ມີຕົວເລືອກໃຫ້ຕອບ ຫລືອາດເປັນທັງສອງແບບກໍ່ເປັນໄດ້
      ສຳຫລັບຂັ້ນຕອນການສຳພາດ ປະກອບດ້ວຍຂັ້ນຕອນແລະລາຍລະອຽດດັ່ງຕໍ່ໄປນີ້
  1. ກຳນົດບຸກຄົນທີ່ຕ້ອງການສຳພາດ Determine who to interview
ຂັ້ນຕອນນີ້ເປັນຂັ້ນຕ້ອງທີ່ຈະຕ້ອງສາມາດກຳນົດບຸກຄົນທີ່ຕ້ອງການສຳພາດໃຫ້ຖືກຕ້ອງ ຄວນສຶກສາລາຍ ລະອຽດຮູບແບບການຈັດຕັ້ງອົງກອນດ້ານການບໍລິຫານ ຂອງຫນ່ວຍງານ ທີ່ຈະເຂົ້າໄປສຳພາດກ່ອນຄວາມເປັນໄປໄດ້ຂອງການສຳພາດຄືການສຳພາດ ພະນັກງານ ທຸກລະດັບ ໂດຍເລິ່ມສຳພາດຜູ້ບໍລິຫານລະດັບສູງ ກ່ອນ ຕໍ່ມາຈິງຜູ້ບໍລິຫານລະດັບການ ຜູ້ຈັດການພະແນກ ແລະພະນັກງານ
  1. ຕັ້ງຈຸດປະສົງຂອງການສຳພາດ Establish objectives for interview
ໂດຍວັດຖຸປະສົງຂອງການສຳພາດຈະຂຶ້ນຢູ່ກັບບົດບາດແລະຫນ້າທີ່ຂອງບຸກຄົນທີ່ເຮົາຈະຕ້ອງສຳພາດເປັນສິ່ງທີ່ແນ່ນອນວ່າຖ້າຂໍ້ມູນການສຳພາດທີ່ໄດ້ຈາກຜູ້ບໍລິຫານລະດັບສູງກັບ ພະນັກ ງານລະດັບປະຕິບັດການຍ່ອມມີຄວາມແຕກຕ່າງກັນດັ່ງນັ້ນ                ຈຸດປະສົງຂອງການສຳພາດຜູ້ບໍລິຫານລະດັບສູງຄືຄວາມຕ້ອງການຮູ້ແຜນງານ ແລະນະ ໂຍ ບາຍລວມກົນລະຍຸດຕ່າງໆໃນຂະນະທີ່ພະນັກງານລະດັບປະຕິບັດການຈະ ເປັນການສຳພາດ ກ່ຽວກັບຂັ້ນຕອນຫລືປັນຫາຈາກການປະຕິບັດງານປະຈຳວັນ
  1. ຕຽມການສຳພາດ Prepare for the interview
ໂດຍຈະມີການຈັດຕາລາງນັດຫມາຍທີ່ແນ່ນອນເພື່ອເຂົ້າພົບບຸກຄົນທີ່ເຮົາຕ້ອງການສຳພາດ ການກຳນົດເວລາໃນການສຳພາດບໍ່ຄວນຍາວເກີນໄປ
  1. ປະຕິບັດການສຳພາດ Conduction the interview
ຮູບແບບການສຳພາດຂຶ້ນຢູ່ກັບຜູ້ສຳພາດ  ຄວນສ້າງບັນຍາກາດໃຫ້ເປັນກັນເອງ ແລະສຳພາດໃຫ້ຕົງກັບຈຸດ ປະສົງຫລາຍທີ່ສຸດ ໃນລະຫວ່າງການສຳພາດເມື່ອມີການຕັ້ງຄຳຖາມໃຫ້ຜູ້ຕອບຄວນໃຫ້ມີເວລາພຽງພໍຕໍ່ ການໃຊ້ຄວາມຄິດເພື່ອຕອບຄຳຖາມໃນແຕ່ລະຂໍ້ ບໍ່ຄວນຕັ້ງຄຳຖາມຕໍ່ເນື່ອງກັນເປັນຊຸດ
  1. ບັນທຶກລົງໃນເອກະສານລາຍງານການສຳພາດ Document the interview
ໃນລະຫວ່າງການສຳພາດ ຜູ້ສຳພາດຈະຕ້ອງຈັບປະເດັນສຳຄັນຂອງບົດສຳພາດໂດຍສະຫລຸບຫຍໍ້ໃຫ້ໄດ້ ການບັນທຶກບົດສຳພາດທຸກໆຄຳ ສິ້ນເປືອງ ອາດຈະລືມຄຳຕອບຂອງຜູ້ຕອບສຳພາດ ຜູ້ສຳພາດຄວນມີເຕັກ ນິກໃນການຂຽນຄຳຫຍໍ້ທີ່ຕົນເຂົ້າໃຈ ຫົວຂໍ້ສຳຄັນທີ່ຄວນມີໃນເອກະສານ ຈະປະກອບດ້ວຍຊືຜູ້ສຳພາດ ຊື່ຜູ້ຖືກສຳພາດ ວັນທີ ຫົວຂໍ້ ວັດຖຸປະສົງ ແລະປະເດັນສຳຄັນຕ່າງໆ ທີ່ໄດ້ສົນທະນາກັນລະຫວ່າງການສຳ ພາດ ພ້ອມທັງຂໍ້ສະເຫນີແນະແລະຂໍ້ຄິດເຫັນຕ່າງໆ

ຫລັກການຄົ້ນຫາຄວາມຕ້ອງການທີ່ດີ


4.5 ຫລັກການຄົ້ນຫາຄວາມຕ້ອງການທີ່ດີ
  • ຄົ້ນຫາຂໍ້ມູນຄວາມຕ້ອງການກັບບຸກຄົນທີ່ກ່ຽວຂ້ອງໂດຍຕົງ ແລະ ໃຫ້ຕົງຈຸດປະສົງ ຫລາຍທີ່ສຸດ.
·         ຄວນລະບຸຄວາມຕ້ອງການຕ່າງໆ ໃສ່ເອກະສານ ແລະມີການສ້າງຂໍ້ຕົກລົງຮ່ວມ ກັນທັງສອງ ຝ່າຍ ເຊິ່ງ ໃນບາງຄັ້ງ ອາດຈະມີການເຊັນກຳກັບຮ່ວມກັນໄດ້ ແຕ່ໃນກໍລະນີນີ້ ອາດສ້າງຄວາມກົດດັນໃຫ້ກັບຜູ້ ໃຊ້ໄດ້ແຕ່ກໍ່ຖືເປັນຜົນດີຕໍ່ຜູ້ພັດທະນາລະບົບ ໃນກໍລະນີ ທີ່ອາດມີການປັບແກ້ໃນພາຍຫລັງ.
·         ຄວາມຕ້ອງການທີ່ດີຕ້ອງຕົກລົງຮ່ວມກັນທັງສອງຝ່າຍ ຢ່າຄິດວິເຄາະ ຫລື ອອກແບບດ້ວຍຕົນ ເອງ ທັງຫມົດເຊິ່ງເປັນການເຂົ້າຂ້າງຕົວເອງ ແລະມີໂອກາດກໍ່ໃຫ້ເກິດຜົນເສຍຕາມມາ.
·         ຄຳຈຳກັດຄວາມຫລືຄຳອະທິບາຍໃນເອກະສານທີ່ໄດ້ບັນທຶກໄວ້ ຄວນມີຄວາມຊັດເຈນ ພະຍາ ຍາມຢ່າໃຊ້ຄຳຈຳກັດຄວາມທີ່ກຳກວມ ແລະສາມາດຕີລາຄາຄວາມໄດ້ຫລາຍຄວາມຫມາຍ.

ຫລັກການຄົ້ນຫາຄວາມຕ້ອງການທີ່ດີ


4.5 ຫລັກການຄົ້ນຫາຄວາມຕ້ອງການທີ່ດີ
  • ຄົ້ນຫາຂໍ້ມູນຄວາມຕ້ອງການກັບບຸກຄົນທີ່ກ່ຽວຂ້ອງໂດຍຕົງ ແລະ ໃຫ້ຕົງຈຸດປະສົງ ຫລາຍທີ່ສຸດ.
·         ຄວນລະບຸຄວາມຕ້ອງການຕ່າງໆ ໃສ່ເອກະສານ ແລະມີການສ້າງຂໍ້ຕົກລົງຮ່ວມ ກັນທັງສອງ ຝ່າຍ ເຊິ່ງ ໃນບາງຄັ້ງ ອາດຈະມີການເຊັນກຳກັບຮ່ວມກັນໄດ້ ແຕ່ໃນກໍລະນີນີ້ ອາດສ້າງຄວາມກົດດັນໃຫ້ກັບຜູ້ ໃຊ້ໄດ້ແຕ່ກໍ່ຖືເປັນຜົນດີຕໍ່ຜູ້ພັດທະນາລະບົບ ໃນກໍລະນີ ທີ່ອາດມີການປັບແກ້ໃນພາຍຫລັງ.
·         ຄວາມຕ້ອງການທີ່ດີຕ້ອງຕົກລົງຮ່ວມກັນທັງສອງຝ່າຍ ຢ່າຄິດວິເຄາະ ຫລື ອອກແບບດ້ວຍຕົນ ເອງ ທັງຫມົດເຊິ່ງເປັນການເຂົ້າຂ້າງຕົວເອງ ແລະມີໂອກາດກໍ່ໃຫ້ເກິດຜົນເສຍຕາມມາ.
·         ຄຳຈຳກັດຄວາມຫລືຄຳອະທິບາຍໃນເອກະສານທີ່ໄດ້ບັນທຶກໄວ້ ຄວນມີຄວາມຊັດເຈນ ພະຍາ ຍາມຢ່າໃຊ້ຄຳຈຳກັດຄວາມທີ່ກຳກວມ ແລະສາມາດຕີລາຄາຄວາມໄດ້ຫລາຍຄວາມຫມາຍ.

ການວິເຄາະຄວາມຕ້ອງການ


4.4 ການວິເຄາະຄວາມຕ້ອງການ Requirements Analysis
    ຫລັງຈາກທີ່ນັກວິເຄາະລະບົບໄດ້ລວບລວມຄວາມຕ້ອງການຈາກຜູ້ໃຊ້ແລ້ວ ບໍ່ຫມາຍຄວາມວ່າ ຄວາມຕ້ອງການເຫລົ່ານັ້ນຈະສາມາດນຳມາໃຊ້ງານໄດ້ທັນທີ ຫລືນຳມາໃຊ້ງານໄດ້ທັງຫມົດ ນັກວິເຄາະລະ ບົບ ຈຳເປັນຕ້ອງນຳຄວາມຕ້ອງການທີ່ ໄດ້ລວບລວມ ມາຜ່ານຂະບວນການວິເຄາະຄວາມຕ້ອງການ ເພື່ອ ໃຫ້ໄດ້ຂໍ້ກຳນົດ ຄວາມຕ້ອງການ ທີ່ສົມບູນທີ່ບັນທຶກຢູ່ໃນຮູບແບບຂອງເອກະສານ ເພື່ອໃຊ້ປະໂຫຍດຕໍ່ ໄປໃນຂັ້ນຕອນການພັດທະນາຊອບແວ.
      ໂດຍການວິເຄາະຄວາມຕ້ອງການ ເພື່ອທີ່ຈະໄດ້ຂໍ້ກຳນົດຄວາມຕ້ອງການຂອງລະບົບໃຫມ່ ຈະ ປະກອບມີ 3 ຂັ້ນຕອນຕໍ່ໄປນີ້
  1. ວິເຄາະຂໍ້ແທ້ຈິງໃນຂໍ້ມູນ Analysis of Factual data
ຂໍ້ມູນທີ່ໄດ້ລວບລວມມາຈາກວິທີການສືບທອດຂໍ້ແທ້ຈິງຈະຕ້ອງນຳມາພິຈາລະນາວ່າ ລະບົບ ລະບົບ ຈະຕ້ອງດຳເນີນການແນວໃດ ເພື່ອໃຫ້ຕົງກັບຈຸດປະສົງທີ່ຕ້ອງການ
  1. ກຳນົດສາລະສຳຄັນຂອງຄວາມຕ້ອງການ Identification of Essential Requirements
  ຄືຄຸນລັກສະນະຫລື ສາລະສຳຄັນ ທີ່ລະບົບໃຫມ່ຈະມີ ໂດຍລາຍລະອຽດການປະຕິບັດງານຈະຕ້ອງ ໄດ້ຮັບການກຳນົດຂຶ້ນມາ
  1. ຄັດເລືອກຄວາມຕ້ອງການທີ່ຕົງກັບຈຸດປະສົງ Selection of Requirements Fulfillment
ຄືການນຳຂໍ້ມູນທີ່ລະບຸຢູ່ໃນຄວາມຕ້ອງການທີ່ຜ່ານການຄັດເລືອກມາໃຊ້ໃຫ້ເກິດຜົນສໍາເລັດໂດຍຄວາມຕ້ອງການທີ່ຜ່ານການຄັດເລືອກນີ້ ຈະໃຊ້ເປັນພື້ນຖານສໍາຫລັບການອອກແບບລະບົບຕໍ່ໄປ

ຄວາມຕ້ອງການຂອງຜູ້ໃຊ້


4.3 ຄວາມຕ້ອງການຂອງຜູ້ໃຊ້ User Requirements
      ຄວາມຕ້ອງການຂອງຜູ້ໃຊ້ຈະບົ່ງບອກເຖິງ ຄວາມຕ້ອງການທີ່ເປັນຟັງຊັ່ນການທຳງານ ແລະ ຄວາມຕ້ອງການທີ່ບໍ່ເປັນຟັງຊັ່ນການທຳງານ ໂດຍສ່ວນໃຫຍ່ຜູ້ໃຊ້ລະບົບມັກຈະເປັນຄົນທີ່ບໍ່ມີຄວາມຮູ້ ທ່າງດ້ານເຕັກນິກ ແຕ່ຜູ້ໃຊ້ລະບົບສາມາດລະບຸລາຍລະອຽດກ່ຽວກັບຄວາມຕ້ອງການທີ່ກ່ຽວຂ້ອງກັບງານ ທີ່ດຳເນີນການຢູ່ ໂດຍຄວາມຕ້ອງການຂອງຜູ້ໃຊ້ຈະເປັນຂໍ້ຄວາມອະທິບາຍ ທີ່ຈະບັນຍາຍໃສແບບຟອມ ທີ່ກຳນົດ
      ແນວໃດກໍ່ຕາມຄວາມຕ້ອງການຂອງຜູ້ໃຊ້ທີ່ຂຽນໃນຮູບແບບຂອງພາສາທຳມະຊາດ ຫລື ພາສາ ທົ່ວໄປທີ່ຖ່າຍທອດອອກມາເປັນຕົວຫນັງສືນັ້ນ ກໍ່ອາດສົ່ງຜົນກະທົບໃນດ້ານຕໍ່ໄປນີ້
  1. ຍາກຕໍ່ການສ້າງຄວາມເຂົ້າໃຈ Lack of clarity
ເປັນທີ່ເຂົ້າໃຈວ່າ ຄຳເວົ້າທີ່ແຕ່ລະຄົນຖ່າຍທອດອອກມາເປັນຕົວຫນັງສືນັ້ນ ຍ່ອມແຕກຕ່າງກັນ ດັ່ງນັ້ນ ບາງຄັ້ງຈຶ່ງຍາກທີ່ຈະໃຊ້ພາສາຄຳເວົ້າທີ່ຈະຖ່າຍທອດລົງໄປເປັນຕົວຫນັງສືທີເຮັດໃຫ້ຜູ້ອື່ນອ່ານແລະເຂົ້າໃຈ ຕົງກັນ ເຊິ່ງສົ່ງຜົນໃຫ້ຜູ້ອ່ານ ອ່ານແລ້ວບໍ່ເຂົ້າໃຈ ຖ້ອຍຄຳຕ່າງໆອ່ານແລ້ວເຂົ້າໃຈຍາກ
  1. ມີຄວາມສັບສົນ Requirements confusion
ເປັນໄປໄດ້ທີ່ຜູ້ໃຊ້ອາດສັບສົນລະຫວ່າງຄວາມຕ້ອງການທີ່ເປັນຟັງຊັ່ນການທຳງານ ແລະຄວາມຕ້ອງການທີ່ ບໍ່ເປັນຟັງຊັ່ນການທຳງານ ເຊິ່ງອາດເຮັດໃຫ້ຈຸດປະສົງຂອງລະບົບແລະການອອກແບບຂາດຄວາມຊັນເຈນ
  1. ຄວາມຕ້ອງການປະສົມລວມກັນ Requirements amalgamation
ຄວາມຕ້ອງການຕ່າງທີ່ຫລາກຫລາຍ ອາດປະສົມຢູ່ຮ່ວມກັນດັ່ງນັ້ນ ຄວາມຈັດຄວາມຕ້ອງການທີ່ເປັນສິ່ງ ດຽວກັນ ຫລືຂ້ອງກ່ຽວກັນໃຫ້ເຫລືອພຽງ 1 ຄວາມຕ້ອງການ

ຊະນິດຂອງຄວາມຕ້ອງການ


4.2 ຊະນິດຂອງຄວາມຕ້ອງການ Type of Requirements
      ປົກະຕິແລ້ວຄວາມຕ້ອງການສາມາດແບ່ງອອກເປັນ 2 ຊະນິດຄື ຄວາມຕ້ອງການທີ່ເປັນຟັງຊັ່ນ ການທຳງານ ແລະຄວາມຕ້ອງການທີ່ບໍ່ເປັນຟັງຊັ່ນການທຳງານ ໂດຍທັງສອງຈະມີຄວາມແຕ່ຕ່າງກັນດັ່ງນີ້
  1. ຄວາມຕ້ອງການທີ່ເປັນຟັງຊັ່ນການທຳງານ Function Requirements
ເປັນຂັ້ນຕອນການທຳງານທີ່ປະກອບມີ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບຜູ້ປະຕິບັດງານ ໂດຍແຕ່ລະກິດຈະ ກຳກໍ່ໃຫ້ເກິດຜົນການດຳເນີນງານອອກມາ ແລະ ໂດຍປົກະຕິ ຄວາມຕ້ອງການທີ່ເປັນຟັງຊັ່ນການທຳງານ ມັກຂຽນຢູ່ໃນຮູບແບບຂອງກິລິຍາ ດັ່ງຕົວຢ່າງເຊັ່ນ
      ສົມມຸດວ່າມີການພັດທະນາລະບົບເງິນເດືອນ ກິດຈະກຳການປະຕິບັດງານຂອງລະບົບເງິນເດືອນ ຈະປະກອບມີ ຟັງຊັ່ນຫນ້າທີ່ຕ່າງໆ ດັ່ງຕໍ່ໄປນີ້ ເຊັ່ນ ຄຳນວນເງິນເດືອນແລະຄ່າຄອມມິຊັ່ນ ຄ່າພາສີ ພິມ ລາຍງານພາສີປະຈຳປີ ດັ່ງນັ້ນ ລະບົບງານໃຫມ່ຈະຕ້ອງຈັດການກັບຟັງຊັ່ນຫນ້າທີ່ເຫລົ່ານີ້ໄດ້ເຊັ່ນ
  • ລະບົບຈະຕ້ອງສາມາດຄຳນວນເງິນເດືອນແລະຄ່າຄອມມິຊັນ
  • ລະບົບຕ້ອງສາມາດຄຳນວນພາສີ
  • ລະບົບຈະຕ້ອງສາມາດຈັດພິມລາຍງານພາສີປະຈຳປີ
ຈຶ່ງສະຫລຸບໄດ້ວ່າ ຄວາມຕ້ອງການທີ່ເປັນຟັງຊັ່ນການທຳງານນັ້ນ ຕັ້ງຢູ່ເທິງພື້ນຖານຂອງຂັ້ນຕອນການທຳ ງານແລະກົດເກນຂອງອົງກອນທີ່ໃຊ້ສຳຫລັບການດຳເນີນທຸລະກິດເປັນສຳຄັນ ໂດຍການອະທິບາຍວ່າລະ ບົບຈະຕ້ອງເຮັດຫຍັງແດ່ ດັ່ງນັ້ນຄວາມຕ້ອງການທີ່ເປັນຟັງຊັ່ນການທຳງານຈຶ່ງກ່ຽວຂ້ອງກັບ
  • ມີຫຍັງແດ່ທີ່ຕ້ອງອິນພຸດເຂົ້າໄປໃນລະບົບ
  • ມີເອົ໋າພຸດໃດທີ່ລະບົບຈະຕ້ອງດຳເນີນການ
  • ມີຂໍ້ມູນໃດ ທີ່ລະບົບຈະຕ້ອງຈັດເກັບ ເພື່ອໃຫ້ລະບົບອື່ນໆ ທີ່ກ່ຽວຂ້ອງນຳຂໍ້ມູນໄປໃຊ້ງານໄດ້
  • ການຄຳນວນຫຍັງທີ່ລະບົບຕ້ອງດຳເນີນການ
  1. ຄວາມຕ້ອງການທີ່ບໍ່ໄດ້ເປັນຟັງຊັ່ນການທຳງານ Non function Requirements
ເປັນຄວາມຕ້ອງການທີ່ກ່ຽວຂ້ອງກັບການກຳນົດຄຸນນະພາບໃນການທຳງານຂອງຊອບແວ ໂດຍເປັນ ການປະຕິບັດງານເພື່ອໃຫ້ບັນລຸຈຸດປະສົງໃນທຸກໆດ້ານ ທີ່ກ່ຽວຂ້ອງກັບສະພາບແວດລ້ອມ ຮາດແວ ແລະ ຊອບແວຂອງອົງກອນ ກໍ່ຄື ເປັນຄຸນລັກສະນະທີ່ລະບົບຊອບແວຄວນມີ  ເຊັ່ນ ລະບົບ ໄຄແອນ ເຊີເວີ້ ທີ່ ຢູ່ໃນສະພາບແວດລ້ອມຂອງລະບົບປະຕິບັດການເຄືອຂ່າຍ ຈະຕ້ອງສາມາດຮອງຮັບຜູ້ໃຊ້ງານໄດ້ເຖິງ 100 ເຄື່ອງໃນເວລາດຽວກັນໂດຍເວລາຕອບສະຫນອງການສະແດງຜົນຂໍ້ມູນໃນຈໍພາບ ຂອງທຸກໆເຄື່ອງ ຈະຕ້ອງຕອບສະຫນອງໃນເວລາທີ່ບໍ່ເກີນ 10 ວຶນາທີ ດັ່ງນັ້ນ ຄວາມຕ້ອງການທີ່ບໍ່ໄດ້ເປັນຟັງຊັ່ນການທຳ ງານຄື ຄຸນລັກສະນະຫລືຄຸນະພາບຂອງຊອບແວທີ່ມີ ເຊັ່ນ
    • ຄວາມສາມາດໃນການໃຊ້ງານ
    • ປະສິດທິພາບຂອງລະບົບ
    • ຄວາມຫນ້າເຂື່ອຖືຂອງລະບົບ
    • ຄວາມງ່າຍຕໍ່ການໃຊ້ງານ
    • ຄວາມສະດວກໃນການເຄື່ອນຍ້າຍໄປໃນສະພາບແວດລ້ອມໃຫມ່

ການລວບລວມຄວາມຕ້ອງການ


4.1 ການລວບລວມຄວາມຕ້ອງການ Requirements
      ຫນ້າທີ່ສຳຄັນຢ່າງຫນື່ງທີ່ນັກວິເຄາະລະບົບແລະທິມງານຈະຕ້ອງດຳເນີນການ ກໍ່ຄື ການເຂົ້າໄປ ຄົ້ນຫາຄວາມຕ້ອງການຂອງຜູ້ໃຊ້ ເຊິ່ງຂັ້ນຕອນການຄົ້ນຫາຄວາມຕ້ອງການແລະການຈົດບັນທຶກຄວາມ ຕ້ອງການນັ້ນບໍ່ແມ່ນສິ່ງທີ່ງ່າຍ ເນື່ອງຈາກທີມງານຈະຕ້ອງເຂົ້າພົບກັບບຸກຄົນຫລາຍລະດັບທີ່ຕົນບໍ່ເຄີຍຮູ້ ຈັກມາກ່ອນເພື່ອເຂົ້າໄປສອບຖາມວ່າ ມຕຄວາມຕ້ອງການຫຍັງແດ່ ທີ່ຈະໃຫ້ມີໃນລະບົບໃຫມ່ ຜູ້ໃຊ້ບາງ ຄົນອາດບໍ່ມີຄວາມຮູ້ພື້ນຖານທາງຄອມພິວເຕີ ຫລືອາດຈະບໍ່ຮູ້ເລີຍວ່າຄວາມຕ້ອງການຂອງຕົນແມ່ນຫຍັງ ປະກອບກັບນັກວິເຄາະລະບົບຈຳເປັນຕ້ອງ ໄດ້ຮັບການສື່ສານກັບບຸກຄົນຫລາກຫລາຍ ແລະການສື່ສານ ກັບຄົນແຮງຫລາຍເທົ່າໃດ ກໍ່ຍ່ອມເກິດຄວາມບໍ່ເຂົ້າໃຈຫລາຍເທົ່ານັ້ນ ພ້ອມທັງອາດຈະໄດ້ຮັບຂໍ້ມູນທີ່ ຜິດໆ ກໍ່ເປັນໄດ້ແລະສີ່ງສຳຄັນນັກວິເຄາະລະບົບຈຳຕ້ອງຈົດບັນທຶກຄວາມຕ້ອງການໃຫ້ຢູ່ໃນຮູບແບບມາດ ຕະຖານ ເພື່ອນຳໄປພັດທະນາເປັນຊອບແວໄດ້ຕໍ່ໄປ
      ກິດຈະກຳການຄົ້ນຫາຄວາມຕ້ອງການ ແລະການຈົດບັນທຶກຄວາມຕ້ອງການນັ້ນ ມີຫລັກສຳຄັນ ຄື ຈະຕ້ອງຄົ້ນຫາຄວາມຈິງໃຫ້ໄດ້ວ່າຜູ້ໃຊ້ຕ້ອງການສິ່ງໃດເປັນສຳຄັນ ແນວໃດກໍ່ຕາມ ການລວບລວມ ຄວາມຕ້ອງການນັ້ນ ຈະບໍ່ແມ່ນຫນ້າທີ່ຂອງນັກວິເຄາະລະບົບແຕ່ຝ່າຍດຽວ ໃນຄວາມຈິງແລ້ວ ການລວບ ລວມຄວາມຕ້ອງການຈະຕ້ອງໄດ້ຮັບຄວາມຮ່ວມມື ຮ່ວມໃຈລະຫວ່າງ ຕົວນັກວິເຄາະລະບົບກັບຜູ້ໃຊ້ ດັ່ງ ນັ້ນບົດບາດຫນ້າທີ່ຂອງຜູ້ໃຊ້ໃນການໃຫ້ຂໍ້ມູນຄວາມຕ້ອງການຕ່າງໆ ໃຫ້ນັກວິເຄາະລະບົບຈິ່ງຖືວ່າເປັນ ສິ່ງສຳຄັນຕໍ່ການພັດທະນາລະບົບໃຫມ່
      ກ່ອນທີ່ນັກວິເຄາະລະບົບຈະເຂົ້າໄປຫາຄວາມຕ້ອງການຈາກຜູ້ໃຊ້ຕາມຫນ່ວຍງານຕ່າງໆ ນັກວິ ເຄາະຈຳເປັນຕ້ອງສຶກສາຮູບແບບອົງກອນ ຂອງຫນ່ວຍງານກ່ອນ ພ້ອມທັງພິຈາລະນາໃນສ່ວນຜູ້ບໍລິຫານ ລະດັບສູງວ່າໃຫ້ຄວາມສຳຄັນຕໍ່ການພັດທະນາລະບົບໃຫມ່ວ່ານ້ອຍຫລາຍປານໃດ ນັກວິເຄາະລະບົບ ຈະ ຕ້ອງສາມາດຊີ້ແຈງເຫດຜົນໃຫ້ຜູ້ໃຊ້ຮູ້ ຄວາມຕ້ອງການເຫລົ່ານີ້ ຈະເປັນຂໍ້ມູນສຳຄັນ ຕໍ່ການນຳໄປກຳນົດ ຟັງຊັ່ນການທຳງານຂອງລະບົບໃຫມ່
      ໃນການລວບລວມຄວາມຕ້ອງການ ຜູ້ໃຊ້ຖືເປັນບຸກຄົນຫນື່ງທີ່ສຳຄັນ ໃນການການໃຫ້ຂໍ້ມູນວິ ເຄາະລະບົບ ແລະດ້ວຍງານດ້ານການພັດທະນາລະບົບນັ້ນ ນັກວິເຄາະລະບົບບໍ່ຈະທຳງານດ້ວຍການນັ່ງ ຢູ່ໃນຫ້ອງການ ແລະຂີດຂຽນຄວາມຕ້ອງການໂດຍລຳພັງ ແຕ່ນັກວິເຄາະລະບົບຈະຕ້ອງອອກນອກສະ ຖານທີ່ ເພື່ອພົບປະແລະສົນທະນາກັບຜູ້ໃຊ້ໃນລະດັບຕ່າງໆ ດັ່ງນັ້ນ ຄວາມຮ່ວມມືຮ່ວມໃຈໃນກຸ່ມຄົນທີ່ ກ່ຽວຂ້ອງຈຶ່ງເປັນສ່ວນສຳຄັນສຳຫລັບງານດ້ານວິເຄາະລະບົບ
      ຜູ້ໃຊ້ເປັນບຸກຄົນທີ່ນັກວິເຄາະລະບົບຈະຕ້ອງໄປຫາຂໍ້ມູນເພື່ອຮັບຮູ້ເຖິງປັນຫາ ແລະນຳມາປະ ກອບການວິເຄາະລະບົບ ເຊັ່ນ ຂັ້ນຕອນການດຳເນີນງານທີປະຈຸບັນດຳເນີນການຢູ ປັນຫາທີ່ເກິດຂຶ້ນໃນແຕ່ ລະຂັ້ນຕອນຂອງການທຳງານ. ລາຍລະອຽດຕ່າງໆເປັນຕົ້ນ ເຊິ່ງງານດັ່ງກ່າວເປັນງານທີ່ຜູ້ໃຊ້ໄດ້ປະຕິບັດ ກັບລະບົບເປັນປະຈຳ ເຮັດໃຫ້ມີປະສົບການແລະສາມາດເຂົ້າໃຈເຖິງລາຍລະອຽດປັນຫາໄດ້ເປັນຢ່າງດີ ພ້ອມທັງຜູ້ໃຊ້ອາດສະເຫນີແນະແນວທາງໃນກາແກ້ໄຂປັນຫາໃຫ້ແກ່ນັກວິເຄາະລະບົບກໍ່ເປັນໄດ້ ດັ່ງນັ້ນ ການໄດ້ຮັບຄວາມຮ່ວມມືທີ່ດີຈາກຜູ້ໃຊ້ແຕ່ລະລະດັບ ຍ່ອມພາໃຫ້ເກິດການວິເຄາະຂໍ້ມູນເພື່ອແກ້ໄຂປັນ ຫາໄດ້ຖືວັດຖຸປະສົງ ດັ່ງນັ້ນ ບົດບາດແລະຫນ້າທີ່ຂອງຜູ້ໃຊ້ທີ່ດີປະກອບດ້ວຍຄຸນລັກສະນະດັ່ງນີ້
  1. ຈະຕ້ອງສາມາດອະທິບາຍຂັ້ນຕອນການທຳງານຂອງລະບົບງານປະຈຸບັນທີ່ດຳເນີນການຢູ່ໄດ້
  2. ຕ້ອງສາມາດຊີ້ແຈງປັນຫາຕ່າງໆ ທີ່ເກິດຂຶ້ນໃນລະບົບໄດ້
  3. ຈະຕ້ອງສາມາດບອກຄວາມຕ້ອງການໃນລະບົບໃຫມ່ໄດ້
  4. ຄວນກະກຽມເອກະສານ ຫລື ລາຍງານທີ່ກ່ຽວຂ້ອງໃຫ້ແກ່ນັກວິເຄາະລະບົບ
  5. ຄວນໃຫ້ມີຄວາມຮ່ວມມືແກ່ນັກວິເຄາະລະບົບພ້ອມທັງມີຄວາມປາດຖະຫນາດີຕໍ່ການປັບປຸງລະ ບົບງານເກົ່າທີ່ດຳເນີນການຢູ່ ໃຫ້ມີທິດທາງທີດີຂຶ້ນກວ່າເກົ່າ ໂດຍບໍ່ຄວນມີອະຄະຕິ ຫລືການຕໍ່ ຕ້ານລະບົບໃຫມ່
  6. ຄວນມີສ່ວນຮ່ວມຕໍ່ໂຄງການພັດທະນາລະບົບໃຫມ່ ພ້ອມທັງສາມາດແນະນຳຫລື ສະເຫນີແນວ ທາງແກ້ໄຂປັນຫາໃຫ້ແກ່ນັກວິເຄາະລະບົບ

ສາຍງານວິກິດ


3.6.2 ສາຍງານວິກິດ  Critical Paths
ສາຍງານວິກິດເປັນສາຍງານທີ່ມີໄລຍະເວລາຍາວນານທີ່ສຸດ ເຊິ່ງພິຈາລະນາຈາກຮູບ 3.12 ຈະເຫັນ ໄດ້ວ່າ ສາຍງານວິກິດຄື ສາຍງານທີ 1    1-2-3-7     = 2+3+3    =8 ໂດຍໃຊ້ເວລາທັງ ຫມົດ 8 ວັນ  ນັ້ນຫມາຍຄວາມວ່າການດຳເນີນງານທຸກຢ່າງໃນແຕ່ລະຂັ້ນຕອນຈະ ສຳເລັດໂດຍໃຊ້ເວລາ 8 ວັນແນວໃດກໍ່ຕາມໂຄງການຫນື່ງໆ ອາດຈະມີສາຍງານວິກິດຫລາຍກວ່າ ຫນື່ງສາຍງານກໍ່ໄດ້

3.6.3 ການເລັ່ງໂຄງການ
      ສາຍງານວິກິດເປັນສາຍງານທີ່ມີໄລຍະເວລາຍາວນານທີ່ສຸດ ເຊິ່ງຖືເປັນສາຍງານທີ່ມີ ຄວາມສຳຄັນ ຫາກງານ ຫລື ກິດຈຳກຳພາຍໃນສາຍງານວິກິດ ສຳເລັດລ່າຊ້າກວ່າທີ່ກຳນົດ ໄວ້ໃນໂຄງການ ນັ້ນຫມາຍຄວາມວ່າ ໂຄງການໂດຍລວມ ກໍ່ຈະສຳເລັດລ່າຊ້າໄປນຳ ດັ່ງນັ້ນ ການຄວບຄຸມໂຄງການ ໃຫ້ສຳເລັດຕາມເວລາທີ່ໄດ້ກຳນົດໄວ້ ຈຳເປັນຕ້ອງມີການຄວບຄຸມ ກິດຈະກຳໃນສາຍງານວິກິດ ໃຫ້ເປັນໄປຕາມທີ່ໄດ້ວາງແຜນໄວ້ ແລະ ຖ້າຫາກມີຄວາມ ຕ້ອງ ການເລັ່ງໂຄງການໃຫ້ສຳເລັດໄວຂຶ້ນກໍ່ສາມາດເຮັດໄດ້ໂດຍການເລັ່ງກິດຈະກຳ ພາຍໃນສາຍ ງານວິກິດນັ້ນເອງ

ສາຍງານວິກິດ


3.6.2 ສາຍງານວິກິດ  Critical Paths
ສາຍງານວິກິດເປັນສາຍງານທີ່ມີໄລຍະເວລາຍາວນານທີ່ສຸດ ເຊິ່ງພິຈາລະນາຈາກຮູບ 3.12 ຈະເຫັນ ໄດ້ວ່າ ສາຍງານວິກິດຄື ສາຍງານທີ 1    1-2-3-7     = 2+3+3    =8 ໂດຍໃຊ້ເວລາທັງ ຫມົດ 8 ວັນ  ນັ້ນຫມາຍຄວາມວ່າການດຳເນີນງານທຸກຢ່າງໃນແຕ່ລະຂັ້ນຕອນຈະ ສຳເລັດໂດຍໃຊ້ເວລາ 8 ວັນແນວໃດກໍ່ຕາມໂຄງການຫນື່ງໆ ອາດຈະມີສາຍງານວິກິດຫລາຍກວ່າ ຫນື່ງສາຍງານກໍ່ໄດ້

3.6.3 ການເລັ່ງໂຄງການ
      ສາຍງານວິກິດເປັນສາຍງານທີ່ມີໄລຍະເວລາຍາວນານທີ່ສຸດ ເຊິ່ງຖືເປັນສາຍງານທີ່ມີ ຄວາມສຳຄັນ ຫາກງານ ຫລື ກິດຈຳກຳພາຍໃນສາຍງານວິກິດ ສຳເລັດລ່າຊ້າກວ່າທີ່ກຳນົດ ໄວ້ໃນໂຄງການ ນັ້ນຫມາຍຄວາມວ່າ ໂຄງການໂດຍລວມ ກໍ່ຈະສຳເລັດລ່າຊ້າໄປນຳ ດັ່ງນັ້ນ ການຄວບຄຸມໂຄງການ ໃຫ້ສຳເລັດຕາມເວລາທີ່ໄດ້ກຳນົດໄວ້ ຈຳເປັນຕ້ອງມີການຄວບຄຸມ ກິດຈະກຳໃນສາຍງານວິກິດ ໃຫ້ເປັນໄປຕາມທີ່ໄດ້ວາງແຜນໄວ້ ແລະ ຖ້າຫາກມີຄວາມ ຕ້ອງ ການເລັ່ງໂຄງການໃຫ້ສຳເລັດໄວຂຶ້ນກໍ່ສາມາດເຮັດໄດ້ໂດຍການເລັ່ງກິດຈະກຳ ພາຍໃນສາຍ ງານວິກິດນັ້ນເອງ

ສາຍງານວິກິດ


3.6.2 ສາຍງານວິກິດ  Critical Paths
ສາຍງານວິກິດເປັນສາຍງານທີ່ມີໄລຍະເວລາຍາວນານທີ່ສຸດ ເຊິ່ງພິຈາລະນາຈາກຮູບ 3.12 ຈະເຫັນ ໄດ້ວ່າ ສາຍງານວິກິດຄື ສາຍງານທີ 1    1-2-3-7     = 2+3+3    =8 ໂດຍໃຊ້ເວລາທັງ ຫມົດ 8 ວັນ  ນັ້ນຫມາຍຄວາມວ່າການດຳເນີນງານທຸກຢ່າງໃນແຕ່ລະຂັ້ນຕອນຈະ ສຳເລັດໂດຍໃຊ້ເວລາ 8 ວັນແນວໃດກໍ່ຕາມໂຄງການຫນື່ງໆ ອາດຈະມີສາຍງານວິກິດຫລາຍກວ່າ ຫນື່ງສາຍງານກໍ່ໄດ້

3.6.3 ການເລັ່ງໂຄງການ
      ສາຍງານວິກິດເປັນສາຍງານທີ່ມີໄລຍະເວລາຍາວນານທີ່ສຸດ ເຊິ່ງຖືເປັນສາຍງານທີ່ມີ ຄວາມສຳຄັນ ຫາກງານ ຫລື ກິດຈຳກຳພາຍໃນສາຍງານວິກິດ ສຳເລັດລ່າຊ້າກວ່າທີ່ກຳນົດ ໄວ້ໃນໂຄງການ ນັ້ນຫມາຍຄວາມວ່າ ໂຄງການໂດຍລວມ ກໍ່ຈະສຳເລັດລ່າຊ້າໄປນຳ ດັ່ງນັ້ນ ການຄວບຄຸມໂຄງການ ໃຫ້ສຳເລັດຕາມເວລາທີ່ໄດ້ກຳນົດໄວ້ ຈຳເປັນຕ້ອງມີການຄວບຄຸມ ກິດຈະກຳໃນສາຍງານວິກິດ ໃຫ້ເປັນໄປຕາມທີ່ໄດ້ວາງແຜນໄວ້ ແລະ ຖ້າຫາກມີຄວາມ ຕ້ອງ ການເລັ່ງໂຄງການໃຫ້ສຳເລັດໄວຂຶ້ນກໍ່ສາມາດເຮັດໄດ້ໂດຍການເລັ່ງກິດຈະກຳ ພາຍໃນສາຍ ງານວິກິດນັ້ນເອງ

ເພີດ ແລະ ຊີພີເອັມ PERT and CPM


3.6 ເພີດ ແລະ ຊີພີເອັມ PERT and CPM
      ການບໍລິຫານໂຄງການດ້ວຍການວາງແຜນຄວບຄຸມໂດຍໃຊ້ເຕັກນິກ PERT (Program Evaluation and Review Technique ) ແລະ CPM (Critical Path Method) ເປັນການວິ ເຄາະຂ່າຍງານທີ່ມັກນຳມາໃຊ້ໃນການບໍລິຫານໂຄງການທີ່ມີຈຸດເລິ່ມຕົ້ນຂອງໂຄງການຈົນເຖິງການປິດໂຄງ ການທີ່ແນ່ນອນ ມີງານຍ່ອຍຕ່າງໆ ທີ່ມີການກະຈາຍໂດຍມີຄວາມສຳພັນເຊິ່ງກັນແລະກັນ
      ຈຸດປະສົງແລະຫລັກການຂອງ PERT ແລະ CPM ມີພື້ນຖານທີ່ຄ້າຍຄືກັນ ໂດຍ PERT ຈະເນັ້ນດ້ານເວລາໃນການດຳເນີນໂຄງການ ໃນຂະນະທີ່ CPM ຈະເນັ້ນທາງດ້ານຄ່າໃຊ້ຈ່າຍໃນການດຳ ເນີນໂຄງການ  ແນວໃດກໍ່ຕາມ ໃນປະຈຸບັນໄດ້ມີການນຳມາໃຊ້ງານຮ່ວມກັນ ໂດຍຄຳວ່າ PERT ຄຳດຽວ ອາດຈະຫມາຍເຖິງການນຳເອົາເຕັກນິກ CPM ບາງສ່ວນມາໃຊ້ຮ່ວມ
          3.6.1 ວັດຖຸປະສົງຂອງ PERT
      PERT ເປັນແຜນງານທີ່ສາມາດສະແດງພາບລວມຂອງໂຄງການດ້ວຍຂ່າຍງານ Network ໂດຍສະແດງກິດຈະກຳຕ່າງໆ ໃນໂຄງການ ລຳດັບການທຳງານ ແລະຄວາມສຳພັນລະຫວ່າງກິດຈະກຳ ຕ່າງໆ ທັງນີ້ມີວັດຖຸປະສົງເພື່ອ
1.  ວາງແຜນໂຄງການ Project Planning
ມີການຄຳນວນໄລຍະເວລາການທຳງານ ແລະ ສະແດງເຖິງກິດຈະກຳແຕ່ລະກິດຈະກຳວ່າຄວນ ເລີ່ມຕົ້ນເມື່ອໃດແລະຍັງມີຄວາມສາມາດໃນການກຳນົດໄດ້ວ່າກິດຈະກຳໃດເປັນກິດຈະກຳສຳຄັນ ທຳງານ ລ່າຊ້າບໍ່ໄດ້ ຫລື ລ່າຊ້າບໍ່ໄດ້ເກີນໄລຍະເວລາເທົ່າໃດ
2.  ຄວບຄຸມໂຄງການ Project Control
ສາມາດຄວບຄຸມການທຳງານຕາມແຜນທີ່ໄດ້ວາງໄວ້ ແລະຄວບຄຸມການທຳງານບໍ່ໃຫ້ລ່າຊ້າເກີນກຳນົດ
3.  ບໍລິຫານຊັບພະຍາກອນ Resource
ສາມາດໃຊ້ຊັບພະຍາກອນຕ່າງໆ ເຊັ່ນ ເງິນລົງທຸນ ບຸກຄະລາກອນ ເຄື່ອງມື ອຸປະກອນອື່ນໆໄດ້ຢ່າງ ມີ ປະສິດທິພາບ ແລະໃຊ້ປະໂຫຍດໄດ້ຢ່າງເຕັມທີ່
4.  ບໍລິຫານໂຄງການ Project Management
ໃນບາງຄັ້ງອາດມີຄວາມຈຳເປັນຕ້ອງ ເລ່ງການດຳເນີນການເພື່ອໃຫ້ໂຄງການສຳເລັດໄວກວ່າກຳຫນົດ ເຊິ່ງກໍ່ສາມາດເຮັດໄດ້ດ້ວຍການເລ່ງກິດຈະກຳບາງກິດຈະກຳ ເພື່ອເຮັດໃຫ້ໂຄງການຈົບໄວ້ຂຶ້ນ

ແຜນພູມ ແກນ Gantt Chart


3.5 ແຜນພູມ ແກນ Gantt Chart
ເປັນແຜນພູມຊະນິດຫນື່ງທີ່ມີການໃຊ້ງານຍາວນານ ແຜນພູມແກນເປັນເຄື່ອງມືທີ່ໃຊ້ໃນການວາງແຜນແລະກຳນົດເວລາໃນການທຳງານ ຂອງໂຄງ ການ ເປັນແຜນພູມທີ່ໃຊ້ງານງ່າຍ ບໍ່ສັບຊ້ອນ ເຊິ່ງໃນປະ ຈຸບັນກໍ່ຍັງນິຍົມ ນຳແຜນພູມແກນ ນີ້ມາໃຊ້ເພື່ອວາງແຜນໂຄງການແຕ່ ແນວໃດກໍ່ຕາມ ແຜນພູມແກນ ນີ້ຈະ ບໍ່ໄດ້ສະແດງ ເຖິງຄວາມສຳພັນລະຫວ່າງງານໃຫ້ເຫັນຢ່າງຊັດເຈນ ແລະບໍ່ສາມາດບອກໄດ້ວ່າ ງານທີ່ປະຕິ ບັດການລ່າຊ້າຈະມີຜົນກະທົບຕໍ່ໂຄງການແນວໃດດັ່ງນັ້ນໂຄງການຂະຫນາດໃຫຍ່ທີ່ມີ ລະບົບ ງານທີ່ມີກາ ນ ກະຈາຍເປັນລະບົບຍ່ອຍໆ ແລະມີຈຳນວນຫລາຍ ພ້ອມທັງຂັ້ນຕອນ ການດຳເນີນງານທີ່ສັບຊ້ອນ ຈຶ່ງ ມັກນຳເອົາເຕັກນິກຂອງ ເພີດ PERT ແລະ ຊີພີເອັມ CPM ມາປະຍຸກການໃຊ້ງານຫລາຍກວ່າ

ການບໍລິຫານໂຄງການ


3.4 ການບໍລິຫານໂຄງການ Project Management
      ໂຄງການ Project ຄືກິດຈະກໍາທີ່ກ່ຽວຂ້ອງກັນ ມີຂັ້ນຕອນທີ່ຫຍຸ່ງຍາກ ແຕ່ຈະມີເປົ້າ ຫມາຍ ຫລືຈຸດປະສົງທີ່ແນ່ນອນ ໂຄງການຈະມີການກຳນົດເວລາເລິ່ມຕົ້ນແລະເວລາສິ້ນສຸດ ພ້ອມທັງການດຳເນີນ ການໂຄງການຈະຕ້ອງຢູ່ພາຍໃຕ້ຂໍ້ຈຳກັດ ບ່ວ່າຈະເປັນດ້ານຂອງເວລາ ງົບປະມານແລະຊັບພະຍາກອນດັ່ງນັ້ນ ຄວາມສົບບູນຂອງໂຄງການຈະບັນລຸຕາມຈຸດປະສົງ ໄດ້ດ້ວຍການບໍລິຫານໂຄງການໂດຍການບໍລິ ຫານໂຄງການເປັນການຈັດການ ຊັບພະຍາ ກອນຕ່າງໆ ທີ່ມີຢູ່ຢ່າງເຫມາະສົມ ໃຫ້ສາມາດດຳເນີນການຕໍ່ໄປ ເພື່ອ ບັນລຸສູ່ເປົ້າຫມາຍ ທີ່ໄດ້ວາງໄວ້ ດັ່ງນັ້ນ ການພັດທະນາລະບົບສາລະສົນເທດຈຶງສາມາດຈັດເປັນໂຄງ ການໄດ້ ໂດຍຈະຕ້ອງມີການກຳນົດເວລາເລິ່ມຕົ້ນແລະເວລາສິ້ນສຸດ ຂອງໂຄງກາກ ມີການກໍານົດ ລາຍລະ ອຽດແລະຈຸດປະສົງຂອງງານ ຊັບພະຍາກອນແລະງົບປະມານຢ່າງຊັດເຈນ.
      ການພັດທະນາລະບົບສາລະສົນເທດໃດໆກໍ່ຕາມ ໂດຍສະເພາະໂຄງການພັດທະນາລະບົບສາລະສົນເທດຂະຫນາດໃຫຍ່ ຈຳເປັນຈະຕ້ອງໄດ້ຮັບ ການວາງແຜນທີ່ດີ ຕັ້ງແຕ່ເລິ່ມຕົ້ນ ຕ້ອງຄວບຄຸມທີມງານ ຫລາຍຄົນ ເພື່ອໃຫ້ການພັດ ທະນາລະບົບງານສຳເລັດຕາມທີ່ໄດ້ວາງແຜນໄວ້ ພ້ອມທັງຂໍ້ຈຳກັດດ້ານຊັບພະ ຍາກອນ ເວລາ ແລະ ງົບປະມານ ທີ່ຈຳຕ້ອງນຳໄປໃຊ້ໃຫ້ເກິດປະສິດທິພາບສູງ ດັ່ງນັ້ນ ການພັດ ທະນາລະບັບສາລະສົນເທດຈຶ່ງສາມາດຈັດເປັນໂຄງການໄດ້ໂດຍອາສເຕັກນິກການ ບໍລິຫານ  ໂຄງການ
ສາເຫດສຳຄັນທີ່ສົ່ງຜົນຕໍ່ຄວາມຫລົ້ມເຫລວໃນໂຄງການຊອບແວ
      ໂຄງການຊອບແວທີ່ມີແນວໂນ້ມວ່າຈະຫລົ້ມເຫລວນັ້ນ ມີຢູ່ຫລາຍປະການເຊິ່ງສາມາດໃຈ້ແຍກ ເປັນລາຍລະອຽດແຕ່ລະຫົວຂໍ້ດັ່ງນີ້
  1. ຂາດການສຶກສາຄວາມເປັນໄປໄດ້  Feasibility Study ທີ່ດີພໍ
  2. ຂໍ້ກຳນົດຫລືຄວາມຕ້ອງການຕ່າງໆ Requirment ທີ່ເກັບກຳມາບໍ່ມີຄວາມໍຊັດເຈນ ບໍ່ສົມບູນ
  3. ຂາດການປະສານງານທີ່ດີລະຫວ່າງຜູ້ໃຊ້ກັບນັກວິເຄາະລະບົບ ເຊັ່ນ ການຂາດຄວາມ ຮ່ວມມື ການບໍ່ເຂົ້າໃຈໃນລາຍລະອຽດລະບົບງານເກົ່າ
  4. ຂາດການຄວບຄຸມທີ່ດີ ເຊັ່ນ ບໍ່ມີການກຳນົດຫນ້າທີ່ການທຳງານ ຂັ້ນຕອນການ ທຳງານ ພ້ອມທັງ ອົງປະກອບຕ່າງໆທີ່ກ່ຽວຂ້ອງ
  5. ຊອບແວໃນປະຈຸບັນນັບມື້ນັບມີຄວາມສັບຊ້ອນຍິ່ງຂຶ້ນ ແລະຄວາມຕ້ອງການຕ່າງໆກໍ່ອາດມີການ ປ່ຽນແປງໄດ້ໃນລະຫວ່າງການພັດທະນາ ດັ່ງນັ້ນ ຫາກບໍ່ມີມາດຕະການຮອງຮັບຄວາມປ່ຽນແປງ ການປ່ຽນແປງ ຄວາມຕ້ອງ ການພຽງນ້ອຍດຽວ ກໍ່ອາດສົ່ງຜົນກະທົບຕໍ່ລະບົບງານໂດຍລວມ
  6. ຜູ້ໃຊ້ບໍ່ຍອມຮັບໃນລະບົບ ເນື່ອງຈາກລະບົບບໍ່ສາມາດປະຕິບັດງານໄດ້ຕົງຕາມຈຸດປະສົງຂອງ ການໃຊ້ງານທີ່ແທ້ຈິງ
  7. ລະບົບທຳງານຜິດພາດເລື່ອຍໆ  ກໍ່ໃຫ້ເກິດຄວາມບໍ່ຫນ້າເຊື່ອຖື ໃນລະບົບໃຫມ່ອັນ ເນື່ອງ ມາ ຈາກຄວາມບົກພ່ອງໃນການທົດສອບລະບົບທີ່ມີຄວາມລະອຽດບໍ່ພຽງພໍ
  8. ຄວາມບໍ່ຊຳນານງານ ຫລື ປະສົບການຂອງຕົວນັກວິເຄາະລະບົບມີນ້ອຍ
ລະດັບຜູ້ບໍລິຫານບໍ່ມີຄວາມັດເຈນໃນນະໂຍບາຍເຊິ່ງກໍ່ໃຫ້ເກິດການປ່ຽນແປງໃນຄວາມ ຕ້ອງ ການຕະລອດເວລາ ຫລື ຜູ້ບໍລິຫານລະດັບສູງບໍ່ສະຫນັບສະຫນຸນ

ການວາງແຜນ ແລະ ການຄວບຄຸມກິດຈະກຳ


3.3 ການວາງແຜນ ແລະ ການຄວບຄຸມກິດຈະກຳ( Activity Planning and Control )
ໃນການວິເຄາະ ແລະ ອອກແບບລະບົບໃດໆ ຈະປະກອບໄປດ້ວຍກິດຈະກຳຫລາຍຢ່າງ ນັກວິເຄາະລະບົບ ຈະຕ້ອງຈັດການລະບົບຢ່າງລະມັດລະວັງ ເພື່ອໃຫ້ໂຄງການສຳເລັດ ຜົນ ຕາມເປົ້າຫມາຍທີ່ຕ້ອງການ
ການວາງແຜນ (Planning) ເປັນການວາງແຜນທີ່ປະກອບໄປດ້ວຍກິດຈະກຳຕ່າງໆ ທີ່ໄດ້ມີການ ມອບຫມາຍ ແລະ ແຈກຈ່າຍງານໃຫ້ກັບທີມງານ ການຄາດຄະເນເວລາ ທີ່ຕ້ອງ  ການໃຊ້ໄປກັບງານໃດໆເພື່ອໃຫ້ງານນັ້ນສຳເລັດລຸງລ່ວງ ການກຳນົດເວລາໂຄງການ ເພື່ອໃຫ້ ງານຕ່າງໆ ຂອງແຕ່ລະກິດຈະກຳສາມາດ ສໍາ ເລັດຕາມເວລາທີ່ກຳນົດ ໃນຂະນະທີ່ການ ຄວບຄຸມຈະເປັນການຕວດສອບຜົນສະທ້ອນໃນໂຄງການທີ່ໄດ້ ວາງແຜນໄວ້ກັບການ ປະຕິ ບັດງານຈິງຂອງທີມງານ ເຊິ່ງນັກວິເຄາະລະບົບຫລືຜູ້ຈັດການໂຄງການຈຳເປັນ ຕ້ອງສ້າງ ການຄວບຄຸມໃຫ້ທີມງານທຳງານຕາມແຜນ ທີ່ກຳນົດໄວ້ ແລະ ລວມເຖິງການສ້າງແຮງ ຈູງໃຈທີມງານ ເພື່ອໃຫ້ທີມງານມີກໍາລັງໃຈຮ່ວມມືຮ່ວມໃຈທໍາ ງານ ເພື່ອໃຫ້ ງານນັ້ນ ສຳ ເລັດລຸລ່ວງໄປ ດ້ວຍດີ
ການກຳນົດເວລາໂຄງການProjectScheduling ສາມາດສ້າງຂຶ້ນໄດ້ໂດຍການໃຊ້ເຕັກນິກ ແກນຊາດ Gantt Charts ເຊິ່ງເປັນແຜນ ພູມແບບງ່າຍໆ ທີ່ໃຊ້ສຳຫລັບວາງແຜນ ແລະ ກຳນົດເວລາ ໃນການທຳງານຂອງໂຄງການ ແກນຊາດ ຫລືແຜນພູມແກນ ມັກນຳມາໃຊ້ເປັນເຕັກນິກການວາງແຜນ ໂຄງການ ເນື່ອງ ຈາກງ່າຍຕໍ່ຄວາມເຂົ້າໃຈແລະສ້າງງ່າຍລາຍລະອຽດສຳຄັນຂອງແກນຊາດຈະປະກອບມີ ແກນ ຫລື ແຖບທີ່ສະແດງເຖິງແຕ່ລະກິດຈະກຳ ໂດຍຄວາມກວ້າງ ຂອງແຕ່ລະແຖບນັ້ນ ຈະບົ່ງບອກ ເຖິງໄລຍະເວລາ ທີ່ໃຊ້ໄປ ຂອງແຕ່ລະງານ ດັ່ງຮູບລຸ່ມນີ້

ດ້ານການຈັດການ


3.ດ້ານການຈັດການManagement ລະບົບໃຫມ່ຊ່ວຍສະຫນັບສະຫນຸນຜູ້ບໍລິຫານສາມາດເຮັດງານໄດ້ຢ່າງມີປະສິດທິພາບເຊັ່ນ ມີລະບົບສາລະສົນເທດທີ່ເຮັດໃຫ້ການວາງແຜນ ການຕັດສິນ ໃຈ ແລະການຄວບຄຸມ ສາມາດດຳເນີນງານດ້ວຍຄວາມສະດວກຍິ່ງຂຶ້ນ
      ຫລັງຈາກທີ່ນັກວິເຄາະລະບົບໄດ້ດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການ
ແລ້ວສິ່ງທີ່ນັກວິເຄາະລະບົບຈະຕ້ອງດຳເນີນການຕໍ່ໄປກໍ່ຄືການຍືນຍັນຜົນການສຶກສາຄວາມ
ເປັນໄປໄດ້ຂອງໂຄງການດ້ວຍການສ້າງລາຍງານຂໍ້ສະເຫນີຍື່ນຕໍ່ຜູ້ບໍລິຫານສະດັບສູງພິຈາລະນາ ເພື່ອຍືນຍັນເຖິງໂຄງການພັດທະນາລະບົບ ໂດຍພາຍໃນລາຍງານ ຈະປະກອບມີ ປັນຫາທີ່ຄົ້ນພົບ ການທຳງານຂອງລະບົບປະຈຸບັນ ຂໍ້ສະ ເຫນີແນະໃນການແກ້ໄຂປັນຫາ ເຊິ່ງຮູບແບບລາຍງານກໍ່ອາດມີຄວາມແຕກຕ່າງກັນໄປຕາມແຕ່ລະບໍລິສັດ ແຕ່ແນວໃດກໍ່ຕາມ ລາຍງານ ທີ່ສະເຫນີໄປນັ້ນ ຄວນປະກອບດ້ວຍສິ່ງສຳຄັນຕ່າງໆດັ່ງຕໍ່ໄປນີ້
  1. ຫນ້າປົກ ລາຍລະອຽດຂອງຫນ້າປົກຕ້ອງມີຊື່ໂຄງການຫລືຊື່ລາຍງານ ຊື່ຜູ້ວິເຄາະ ວັນທີຈັດທຳ
  2. ສາລະບັນ ພາຍໃນສາລະບັນຈະປະກອບໄປດ້ວຍຫົວເລື່ອງ ຕ່າງໆ ພ້ອມລະ  ບຸເລກ ຫນ້າເລິ່ມຕົ້ນ ຂອງຫົວຂໍ້ນັ້ນໆ
  3. ບົດສະຫລຸບເຖິງຜູ້ບໍລິຫານ ສະຫລຸບໂຄງການທີ່ໄດ້ສຶກສາຄວາມເປັນໄປໄດ້ຢ່າງຫຍໍ້ໆ ໂດຍການ ກ່າວເຖິງຜົນຂອງການສຶກສາ ຂໍ້ສະເຫນີແນະ ໂດຍເນ້ນທີ່ການວິເຄາະຄ່າໃຊ້ຈ່າຍ ແລະຜົນຕອບ ແທນ ພ້ອມທັງຂໍ້ຈຳກັດຕ່າງໆ ແລະເວລາ
  4. ສະຫລຸບປັນຫາ ໃຫ້ກ່າວເຖິງບັນຫາທີ່ສຶກສາຢ່າງຫຍໍ້ໆ ແລະຊັດເຈນ
  5. ແນວທາງສຶກສາ ກ່າວເຖິງວິທີທີ່ໃຊ້ສຶກສາຄວາມເຫມາະສົມ ແຫລ່ງຂໍ້ມູນເອກະສານ ອ້າງອິງແລະບຸກຄົນທີ່ໃຫ້ລາຍລະອຽດພ້ອມທັງລາຍລະອຽດຂອງລະບົບງານປະຈຸບັນ ໂດຍຫຍໍ້
  6. ວິເຄາະ ກ່າວເຖິງແນວຄວາມຄິດຂອງລະບົບໃຫມ່ ແລະວິເຄາະໃຫ້ໄດ້ວ່າ ລະບົບ ໃຫມ່ນີ້ສາມາດ ເຮັດຫຍັງໄດ້ແດ່ ພ້ອມທັງຄວາມສຳພັນທີ່ມີຕໍ່ລະບົບອື່ນໆນຳ
  7. ແນວທາງການແກ້ໄຂປັນຫາສະແດງແນວທາງແກ້ໄຂປັນຫາເຊິ່ງອາດມີແນວທາງການ ແກ້ໄຂປັນຫາຫລາຍກວ່າຫນື່ງທາງແລະທຳການປຽບທຽບຄວາມ ເຫມາະສົມ ໃນດ້ານ ຕ່າງໆ ຂອງແນວທາງ ແກ້ໄຂປັນຫາໃນແຕ່ລະວິທີ
  8. ຂໍ້ສະເຫນີແນະກ່າວເຖິງຂໍ້ສະເຫນີແນະໃນການປະຕິບັດໃຫ້ຊັດເຈນ ພ້ອມກັບໃຫ້ເຫດ ຜົນວ່າ ເປັນຫຍັງຈິ່ງສະເຫນີແນະແນວທາງນັ້ນໆ
  9. ແຜນງານ ກ່າວເຖິງ ແຜນງານແລະກຳນົດງານທີ່ຄວນເຮັດໃນຂັ້ນຕໍ່ໄປ ວ່າມີຂັ້ນຕອນ ຫຍັງແດ່ ແລະຕ້ອງໃຊ້ຈ່າຍຈຳນວນເທົ່າໃດ
10. ພາກພະນວກ ຫາກເປັນໄປໄດ້ຄວນມີແບບສອບຖາມ ຫລືລາຍລະອຽດຕ່າງໆ ປະກອບການ ໃຊ້ເພື່ອການສຶກສາ ຄວາມເຫມາະສົມ ຂໍ້ມູນ ແຜນພູມ ກຣາຟສະຖິຕິ  ລາຍລະອຽດການສຳພາດ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງ ພ້ອມ ທັງອຸປະກອນ ແລະຊອບແວທີ່ໃຊ້
    ແນວໃດກໍ່ຕາມຫລັງຈາກສຶກສາຄວາມເປັນໄປໄດ້ແລ້ວ ບໍ່ຫມາຍຄວາມວ່າໂຄງ ການ ທຸກໂຄງການຈະມີຄວາມເປັນໄປໄດ້ທັງຫມົດໂຄງການທີ່ໄດ້ຮັບການຍືນຍັນ ຈະຕ້ອງ ຜ່ານ ການທົດສອບຄວາມເປັນໄປໄດ້ໃນທຸກດ້ານ ແຕ່ຖ້າໂຄງການບໍ່ມີຄວາມເປັນ ໄປໄດ້ໃນສ່ວນ ຫນື່ງໂຄງການດັ່ງກ່າວຈະບໍ່ເກິດສຳຫລັບກໍລະ ນີໂຄງການທີ່ມີຄວາມສ່ຽງສູງ ຫລືມີແນວ ໂນ້ມຄວາມຫລົ່ມລະລາຍສູງກໍ່ບໍ່ຕ້ອງດຳເນີນການໃດໆໃນຂະ ນະທີ່ໂຄງການ ບາງໂຄງການ ອາດເປັນ ໄປບໍ່ໄດ້ໃນມື້ນີ້ ເຊັ່ນ ໃນທາງເຕັກນິກອາດຈະເຮັດໄດ້ຢາກ ຕົ້ນທຶນສູງ ຫລືມີຜູ້ ຊ່ຽວຊານບໍ່ພຽງພໍແຕ່ໂຄງການດັ່ງກ່າວອາດຈະມີຄວາມເປັນໄປໄດ້ສຳຫລັບ ວັນຂ້າງຫນ້າ ຫລື ໃນ ອະນາຄົດ ກໍ່ເປັນໄປໄດ້

ຄວາມເປັນໄປໄດ້ທາງດ້ານການປະຕິບັດງານ


3.2.2  ຄວາມເປັນໄປໄດ້ທາງດ້ານການປະຕິບັດງານ Operational Feasibility
ຄືຄວາມເປັນໄປໄດ້ຂອງລະບົບໃຫມ່ທີ່ນຳສະເຫນີສາລະສົນເທດໄດ້ຢ່າງຖຶກຕ້ອງ ແລະ ຕົງຕາມຄວາມ ຕ້ອງການຂອງຜູ້ໃຊ້ ການຄຳນຶງເຖິງທັສະນະຄະຕິຂອງຜູ້ໃຊ້ ພ້ອມທັງທັກສະ ຂອງຜູ້ໃຊ້ກັບລະບົບງານ ໃຫມ່ທີ່ໄດ້ຮັບການປັບປ່ຽນໂຄງສ້າງໄປຈາກ ເກົ່າວ່າ ເປັນ ທີ່ຍອມ ຮັບຫລືບໍ່ ໂດຍສາມາດສະຫລຸບເປັນລາຍ ລະອຽດດັ່ງຕໍ່ໄປນີ້
v  ຜູ້ໃຊ້ງານເຂົ້າໃຈເຖິງຄວາມຈຳເປັນຕໍ່ການປັບປ່ຽນລະບົບຫລືບໍ່ສະຫນັບສະຫນຸນລະ
ບົບ ໃຫມ່ ຫືບໍ່
v  ຕ້ອງກະກຽມຫຍັງ ກັບການຝຶກອົບຮົມການໃຊ້ງານລະບົບໃຫມ່ໃຫ້ກັບພະນັກງານ
v  ລະບົບໃຫມ່ທີ່ພັດທະນາຂຶ້ນມາສົ່ງຜົນກະທົບຕໍ່ການຫລຸດຈຳນວນພະນັກງານຫລືບໍ່ ແລະຈະເກິດຜົນກະທົບຕໍ່ພະນັກງານທີ່ຖຶກປົດອອກໄປເຫລົ່ານັ້ນແນວໃດແລະຈະຕ້ອງ ດຳເນີນການແນວ ໃດກັບຜົນກະທົບດັ່ງກ່າວ
v  ຈະໃຫ້ຜູ້ໃຊ້ງານມີສ່ວນຮ່ວມກັບການວາງແຜນລະບົບງານໃຫມ່ຕັ້ງແຕ່ເລິ່ມຕົ້ນໂຄງການຫລືບໍ່
v  ຂັ້ນຕອນການປະຕີບັດງານມີການປ່ຽນແປງໄປຈາກເກົ່າຫລືບໍ່
v  ຜົນກະທົບຈະສົ່ງຜົນຕໍ່ລູກຄ້າທີ່ເຂົ້າມາໃຊ້ບໍລິການ ຫລືບໍ່ ມີຄວາມສ່ຽງຕໍ່ພາບພົດຂອງບໍລິສັດ ດ້ານໃດແດ່
v  ໃຊ້ໄລຍະເວລາໃນການພັດທະນາລະບົບໃຫມ່ ຍາວນານເທົ່າໃດ
ນອກຈາກການພິຈາລະນາໃນສິ່ງດັ່ງກ່າວ ລະບົບໃຫມ່ ຄວນມີການສະຫນັບສະຫນຸນ ຍຸດທະສາດ ອົງກອນ 3 ດ້ານ ຄື
1 . ດ້ານການຜລິດ Productivity ເປັນການສະຫນັບສະຫນຸນດ້ານການເພິ່ມຜົນຜະລິດ ແລະ ຫລຸດຕົ້ນທຶນການຜະລິດ
2. ດ້ານຄວາມແຕກຕ່າງ Differentialtion ລະບົບໃຫມ່ທີ່ພັດທະນາ ກໍ່ໃຫ້ເກິດຄວາມ ແຕກຕ່າງດ້ວຍການປຽບທຽບກັບລະບົບງານເກົ່າຫລືຈາກຄູ່ແຂ່ງຂັນ ເຊັ່ນ ມີຂໍ້ແຕກຕ່າງ ທີ່ດີກວ່າລະ ບົບເກົ່າ ເຮັດໃຫ້ເກິດຜົນຜະລິດທີ່ດີກວ່າເກົ່າ

ຄວາມເປັນໄປໄດ້ທາງເສດຖະສາດ


3.2.2   ຄວາມເປັນໄປໄດ້ທາງເສດຖະສາດ Economical Feasibility
ຄວາມເປັນໄປໄດ້ທາງດ້ານເສດຖະສາດ ເຊິ່ງຈະເອີ້ນກັນວ່າ ການວິເຄາະຕົ້ນທຶນ ແລະ ຜົນກຳໄລ(Cost-BenefitAnalysis) ດ້ວຍການກຳນົດຕົ້ນທຶນການເງິນ ແລະ ຜົນຕອບແທນ ທີ່ໄດ້ຈາກການໂຄງການດັ່ງນັ້ນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະສາດ ຈິ່ງຄຳນຶງ ເຖິງຕົ້ນທຶນຄ່າໃຊ້ຈ່າຍແລະຜົນຕອບແທນທີ່ໄດ້ຮັບຈາກລະບົບ ດ້ວຍການກຳນົດມູນຄ່າ ແລະ ທຳການວິເຄາະກະແສເງິນສົດ (Case Flow Analysis)
ຄວາມເປັນໄປໄດ້ທາງດ້ານເສດຖະສາດ ຈະປະເມີນໄດ້ຈາກຜົນກະທົບທາງການເງິນ 4 ປະເພດ ຄື
  1. ຕົ້ນທຶນການພັດທະນາລະບົບ Development Costs
  2. ຕົ້ນທຶນການປະຕິບັດງານ Operational Costs
  3. ຜົນຕອບແທນທີ່ສາມາດປະເມີນຄ່າໄດ້ Tangible Benesfits
  4. ຜົນຕອບແທນທີ່ບໍ່ສາມາດປະເມີນຄ່າໄດ້ Intangible Benefits ງານອັນທີຫນືງຂອງ ການສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະສາດກໍ່ຄື ການກຳນົດຕົ້ນທຶນ ແລະ ຜົນປະໂຫຍດທີ່ໄດ້ຮັບຈາກລະບົບ ເຊິ່ງພິຈາລະນາຈາກຮັບ
3.3 ທີ່ສະແດງໃນຮູບແບບນຂອງຕາລາງໂດຍຄໍລັ້ມ ຊ້າຍສຸດ ຈະເປັນກຸ່ມລາຍລະອຽດ ຂອງຜົນປະໂຫຍດ ຫລື ຜົນຕອບແທນ ແລະ ຕາມດ້ວຍກຸ່ມ ຂອງຕົ້ນທຶນ ສ່ວນຄໍລັ້ມ ຂວາສຸດຈະເປັນຍອດເງິນຂອງຜົນຕອບແທນແລະຕົ້ນທຶນ

ເປັນໄປການສຶກສາຄວາມໄດ້


3.2 ເປັນໄປການສຶກສາຄວາມໄດ້ Feasibility Study
      ການສຶກສາຄວາມເປັນໄປໄດ້ ເປັນການຄົ້ນຫາຂໍ້ສະຫລຸບ ແລະຂອບເຂດຂອງປັນຫາ ໂດຍຈະມີ ການສຶກສາຄວາມເປັນໄປໄດ້ກ່ຽວກັບ 3 ປະເດັນຫລັກໆ ເຊິ່ງປະກອບດ້ວຍ
1.   ຄວາມເປັນໄປໄດ້ທາງດ້ານເຕັກນິກ Technical Feasibility
2.   ຄວາມເປັນໄປໄດ້ທາງດ້ານເສດຖະສາດ Economic Feasibility
3.   ຄວາມເປັນໄປໄດ້ທາງດ້ານການປະຕິບັດງານ Operational Feasibility

3.2.1 ຄວາມເປັນໄປໄດ້ທາງດ້ານເຕັກນິກ Technical Feasibility
ຈຸດສຳຄັນຂອງການສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກຄື ການວິະເຄາະຄວາມສ່ຽງດ້ານເຕັກນິກ ເພື່ອໃຫ້ໄດ້ມາເຊິ່ງຄຳຕອບ ຂອງຄຳຖາມທີ່ວ່າ “ Can we build it ” ເຊິ່ງຫມາຍຄວາມວ່າ ພວກ ເຮົາສາມາດພັດທະນາໄດ້ຫລືບໍ່ ?  ຈະມີການວິເຄາະເຖິງຄວາມພ້ອມຂອງຜູ້ໃຊ້ທີ່ຈະຮ່ວມກັນຮຽນຮູ້ລະ ບົບງານໃຫມ່ ຄວາມພ້ອມທີ່ຈະຮຽນຮູ້ເຕັກໂນໂລຊີ ແລະຂະນາດຂອງໂຄງການ ເຊິ່ງໂຄງການຍິ່ງມີຂະ ຫນາດໃຫຍ່ ຍ່ອມມີຄວາມສ່ຽງສູງ
ໃນຄວາມເປັນຈິງ ມີຄວາມສ່ຽງຫລາຍທີ່ສາມາດສົ່ງຜົນກະທົບຕໍ່ຄວາມສຳເລັດໃນໂຄງການ ໂດຍສະ ເພາະຄວາມເປັນໄປໄດ້ທາງດ້ານເຕັກນິກທີ່ມີຄວາມສຳເຄັນສູງ ດັ່ງນັ້ນ ຈິ່ງຈຳເປັນຕ້ອງໄດ້ຮັບການພິຈາລະ ນາເປັນອັນດັບຫນື່ງ ຄວນມີການວິເຄາະໃຫ້ໄດ້ວ່າຄວາມຮູ້ຄວາມສາມາດຂອງທີມງານມີຄວາມຊຳນານ ຫລືຊ່ຽວຊານພໍທີ່ຈະນຳ ເຕັກນິກແລະເຕັກໂນໂລຊີທີ່ມີຢູ່ມາໃຊ້ງານໄດ້ຫລືບໍ່ ເຊິ່ງຫາກທີມງານບໍ່ມີຄວາມ ຊ່ຽວຊານພໍ ຍ່ອມເຮັດໃຫ້ ເສຍໂອກາດສຳຫລັບການປັບປຸງລະບົບງານໃຫ້ດີຂຶ້ນ ແລະ ຄວາມສ່ຽງຈະທະ ວີເພິ່ມຂຶ້ນ ຫາກຜູ້ໃຊ້ບໍ່ພ້ອມ ທີ່ຈະຮຽນຮູ້ລະບົບງານໃຫມ່
ນອກຈາກນີ້ແລ້ວ ຄວາມເປັນໄປໄດ້ທາງດ້ານເຕັກນິກຈະກ່ຽວຂ້ອງກັບລາຍລະອຽດຕໍ່ໄປນີ້
v  ຈຳເປັນຕ້ອງຈັດຫາອຸປະກອນໃຫມ່ ຫລືບໍ່ ອຸປະກອນທີ່ມີຢູ່ສາມາດນຳມາໃຊ້ກັບລະບົບໃຫມ່ໄດ້ ຢ່າງພຽງພໍຫລືບໍ່ຫາກຈຳເປັນຕ້ອງຈັດຫາອຸປະກອນໃຫມ່ສາມາດດຳເນີນການຈັດຫາໄດ້ທັນ ຫລືບໍ່
v  ອຸປະກອນທີ່ໄດ້ຈັດຫາມາເພື່ອພັດທະນາລະບົບໃຫມ່ນີ້ ສາມາດຮອງຮັບເຕັກໂນໂລຊີ ໃນອະນາ ຄົດໄດ້ ຫລືບໍ່
v  ຄວາມເຂົ້າກັນໄດ້ຂອງອຸປະກອນຮາດແວຕ່າງໆ ກັບຊອບແວສາມາດໃຊ້ງານຮ່ວມກັນໄດ້ດີ ຫລືບໍ່
v  ປະສິດທິພາບຂອງອຸປະກອນຮາດແວ ແລະ ຊອບແວ ມີປະສິດທິພາບທີ່ດີພຽງພໍຫລືບໍ່ ຫາກຈຳ ເປັນ ຕ້ອງລະບຸສະເປັກ ຫລືລາຍລະອຽດຂອງອຸປະກອນ ກໍ່ຄວນລະບຸລາຍລະອຽດໃຫ້ຊັດເຈນ ແລະຖືກຕ້ອງ
v  ລະບົບສາມາດຮອງຮັບການຂະຫຍາຍຕົວຂອງທຸລະກິດໃນອະນາຄົດໄດ້ຫລືບໍ່

ການກຳນົດປັນຫາ


3.1 ການກຳນົດປັນຫາ Problem Definition
      ປັນຫາທີ່ເກິດຂຶ້ນຈາກການດຳເນີນງານທາງທຸລະກິດຖືວ່າເປັນເລື່ອງປົກຕິ ເຊິ່ງອາດຈະປະກອບໄປດ້ວຍປັນຫາພຽງເລັກນ້ອຍຈົນກະທັ້ງເຖິງປັນຫາລະດັບໃຫຍ່ ເຖິງແມ່ນ ວ່າປັນເຫລົ່ານີ້ຈະເປັນປັນຫາພຽງເລັກນ້ອຍຫລືເປັນປັນຫາໃຫຍ່ກໍ່ຕາມ ກໍ່ສົມຄວນຢ່າງຍິ່ງທີ່ ຈະຕ້ອງໄດ້ຮັບ ການແກ້ໄຂ ເນື່ອງຈາກປັນ ຫາຕ່າງໆ ຫາກໄດ້ຮັບການປະລະ ຢ່າງຕໍ່ເນື່ອງ ໂດຍບໍ່ໄດ້ຮັບການເອົາໃຈໃສ່ນອກຈາກຈະສົ່ງຜົນກະທົບຕໍ່ປະ ສິດທິດພາບໂດຍລວມ ໃນດ້ານ ການດຳເນີນງານແລ້ວ ອາດຈະເຮັດໃຫ້ທຸລະກິດໄດ້ຮັບຜົນກະທົບ ແລະສົ່ງ ຜົນຕໍ່ຄວາມເສຍ ຫາຍຫລືລ້ມສະຫລາຍໄດ້ ໃນຂະນະດຽວກັນຫາກທຸລະກິດໃດທີ່ສາມາດຈັດການກັບປັນ ຫາ ແລະ ແກ້ໄຂປັນຫາໃຫ້ລຸລວງໄປໄດ້ດີ ຍ່ອມຫມາຍເຖິງຄວາມສຳເລັດໃນການແກ້ໄຂປັນຫາ ເພື່ອໃຫ້ທຸ ລະກິດສາມາດດຳລົງຢູ່ແລະກ້າວໄປສູ່ຄວາມສຳເລັດຕາມເປົ້າຫມາຍ
      ການວິເຄາະ ແລະ ອອກແບບລະບົບ ເລິ່ມເກິດຂຶ້ນເມື່ອບຸກຄົນໃນອົງກອນ ໄດ້ພົບ ປັນຫາຫລາຍ ຢ່າງຈາກງານທີ່ດຳເນີນການຢູ່ເປັນປະຈຳ ເຊິ່ງປັນຫາເຫລົ່ານີ້ ໄດ້ສົ່ງຜົນກະທົບ ຕໍ່ຂະບວນການທຳງານ ດັ່ງນັ້ນ ຈິ່ງເກິດມີຄວາມຕ້ອງການສ້າງ ລະບົບໃຫມ່ ຫລື ຊອບແວ ເພື່ອທີ່ຈຳນຳລະບົບໃຫມ່ມາຊ່ວຍທຳ ງານ ແລະແກ້ໄຂປັນຫາຕາມຂະບວນການ ທາງທຸ ລະກິດ ໃຫ້ບັນລຸວັດຖຸປະສົງແລະສ້າງມູນຄ່າເພິ່ມໃຫ້ກັບທຸລະກິດແລະໂດຍປົກະຕິ ການຕວດ ສອບປັນຫາສາມາດດຳເນີນການໄດ້ດ້ວຍວິທີພື້ນຖານງ່າຍໆ 2 ປະ ການ ດັ່ງຕໍ່ໄປນີ້
1.  ການຕວດສອບປັນຫາຈາກການປະຕິບັດງານ
ເປັນການຕວດສອບປັນຫາທີ່ເກິດຂຶ້ນ ຈາກການປະຕິບັດງານທີ່ດຳເນີນການຢູ່ເປັນປະ ຈຳ ເຊິ່ງປະ ກອບມີລາຍລະອຽດຂອງປັນຫາໃນດ້ານຕ່າງໆ ຄື

v   ການທຳງານໃຫ້ສຳເລັດສົມບູນ ເປັນໄປດ້ວຍຄວາມຊັກຊ້າ
v   ມີຂໍ້ຜິດພາດສູງ
v   ການທຳງານບໍ່ຖືກຕ້ອງ
v   ການທຳງານບໍ່ສົມບູນ
v   ງານບໍ່ບັນລຸວັດຖຸປະສົງຕາມທີ່ຕ້ອງການ

2.  ການສັງເກດພຶດຕິກຳຂອງພະນັກງານ
ເປັນການສັງເກດການເຖິງພຶດຕິກຳຂອງພະນັກງານໃນການປະຕິບັດງານວ່າເປັນແນວໃດ ເຊິ່ງປະ ກອບດ້ວຍລາຍລະອຽດຂອງປັນຫາດ້ານຕ່າງໆ ຄື
v   ພະນັກງານມີອັດຕາດ້ານການເຈັບປ່ວຍສູງ
v   ພະນັກງານບໍ່ພໍໃຈໃນງານທີ່ດຳເນີນການຢູ່
v   ຄວາມກະຕືລືລົ້ນໃນການທຳງານມີຕ່ຳ
v   ອັດຕາການລາອອກຂອງພະນັກງານມີສູງ
ສ່ວນໃນດ້ານຂອງຄວາມເປັນໄປໄດ້ໃນດ້ານການປັບປຸງແກ້ໄຂ ເພື່ອຫລຸດປັນຫາທີ່ເກິດຂຶ້ນ ສາມາດເຮັດໄດ້ ໂດຍ
v   ເພິ່ມຄວາມໄວຂອງຂະບວນການທຳງານ
v   ເພິ່ມຄວາມກະຊັບຂອງຂະບວນການ
v   ລວບຂະບວນການ
v   ຫລຸດຂໍ້ຜິດພາດຈາກການອິນພຸ໊ດຂໍ້ມູນ
v   ຫລຸດຄວາມຊ້ຳຊ້ອນຂອງອຸປະກອນຈັດເກັບຂໍ້ມູນ
v   ຫລຸດຄວາມຊ້ຳຊ້ອນຂອງເອົາພຸ໊ດ
v   ປັບປຸງການທຳງານສະພາບແວດລ້ອມ ເພື່ອໃຫ້ພະນັກງານມີຄວາມເພິ່ງ ພໍໃຈ ສູງຂື້ນ
v   ເພິ່ມຄຸນປະໂຫຍດ
ຫລັກການແກ້ໄຂປັນຫາທີ່ດີນັກວິເຄາະລະບົບຄວນມີການກຳນົດຫົວຂໍ້ຂອງປັນຫາແລະ ຫາສາ ເຫດຂອງປັນຫາໃຫ້ໄດ້ກ່ອນ ເຊິ່ງແນວທາງຫນື່ງເຊິ່ງສາມາດນຳມາປະຍຸກ ໃຊ້ໄດ້ກັບ ກໍລະນີດັ່ງກ່າວໄດ້ເປັນ ຢ່າງດີກໍ່ຄື ການຂຽນແຜນພູມກ້າງປາ ເຊິ່ງແຜນພູມກ້າງປານີ້ ສາມາດເອີ້ນໄດ້ອີກຫລາຍຊື່ເຊັ່ນ
Fishbone Diagram, Cause and Effect Diagram, Ishikawa Diagram ໂດຍຮູບແບບຂອງແຜນພູມກ້າງປາ ສະແດງລາຍລະອຽດໄດ້ດັ່ງຮູບລຸ່ມນີ້