หน้าเว็บ

ປະຫວັດພາສາຈາວາ


ປະຫວັດ​ພາສາ​ຈາ​ວາ
ພາສາ​ຈາ​ວາ​ເປັນ​ພາສາ​ຄອມ​ພິວ​ເຕີ​ທີ່​ພັດທະນາ​ຂຶ້ນ ​ໂດຍ​ທີ​ມວິ​ໄຈຂອງ​ບໍລິ​ສັດ​ຊັນ​ໄມ​ໂຄ​ຊິດ
ເຕັມ​ເຊິ່ງ​ເລີ່ມຕົ້ນ​​ເມື່ອ​ປີ ຄ.ສ. 1991 ​ໂດຍ​ທາງ​ບໍ​ລິ​ສັດ​ຊັນ​ໄມ​ໂຄ​ຊິດ​ເຕັມ​ໄດ້​ສະໜັບສະໜູນ​ໃຫ້​ມີ​ການ​ພັດທະນາ​ໂຄງ​ການ​ທີ່​ຊື່ Green Project ທີ່​ມີ​ຈຸດ​ມຸ້ງ​ໝາຍ​ທີ່​ຈະ​ອອກ​ແບບ​ພາສາ​ຄອມ​ພີິວ​ເຕີ​ຂະໜາດ​ນ້ອຍ ​ເພື່ອ​ໃຊ້​ກັບ​ອຸຸປະກອນ​ອີ​ເລັກ​ໂທ​ນິກຕ່າງໆ​ເຊັ່ນ: ສະ​ວິດ​ບ໋ອກຂອງ​ເຄ​ເບີ້​ນ​ໂທລະທັດ
​ເຊິ່ງອຸປະກອນ​ເຫລົ່າ​ນີ້​ຈະ​ມີ​ຂໍ້​ຈຳ​ກັດ​ໃນ​ດ້ານ​ໜ່ວຍ​ຄວາມ​ຈຳ​ແລະ​ໜ່ວຍ​ປະມວນ​ຜົນ​ກາງທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ ດັ່ງ​ນັ້ນ​ພາສາ​ຄອມ​ພິວ​ເຕີ​ທີ່​ພັດທະນາ​ຂຶ້ນ​ຈະ​ຕ້ອງ​ບໍ່​ຂຶ້ນ​ຢູ່​ກັບ​ແຟດຟອມ (Platform Independent) ຜົນງານ​ຂອງ​ທີ​​ມວິ​ໄຈ​ນີ້​ເຮັດ​ໃຫ້​ໄດ້​ພາສາ​ຄອມ​ພິວ​ເຕີ​ໃໝ່​ຊື່ວ່າ “Oak” ​ເຊິ່ງມີ​ໂຄງ ສ້າງ​ແລະ​ຄຳ​ສັ່ງ​ຄ້າຍ​ກັບ​ພາສາ C++ ທັງ​ນີ້​ເນື່ອງ​ຈາກ​ທີ​ມວິ​ໄຈ​ຂອງ​ບໍລິສັດ​ຊັນ​ໄມ​ໂຄ​ຊິດ​ເຕັມ​ມີ​ຄວາ​ມຄຸ້ນ​ເຄີຍ​ກັບ​ລະບົບ​ປະຕິບັດ​ການ​ຍູ​ນິກ​ເຊິ່ງຈະ​ມັກ​ໃຊ້​ພາສາ C++ ​ໃນ​ການ​ພັດທະນາ​​ໂປຣ​ແກຣມພາສາ “Oak” ຕໍ່​ມາ​ໄດ້​ປ່ຽນ​ມາ​ເປັນ ”ຈາ​ວາ” ທັງ​ນີ້​ເນື່ອງ​ຈາກ​ທີ​ມວິ​ໄຈ​ໄດ້​ຮູ້​ພາຍຫລັງ​ວ່າ “Oak” ​ເປັນ​ຊື່​ພາສາ​ຄອມ​ພິວ​ເຕີ​ທີ່​ມີ​ຢູ່​​ແລ້ວ
      ພາສາ​ຈາ​ວາ​ເປັນ​ພາສາ​ຄອມ​ພິວ​ເຕີ​ເຊີງ​ອອບ​ເຈັກ (Object Oriented Programming ຫລື​ເອີ້ນ​ວ່າ OOP) ​ໂດຍ​ມີ​ຈຸຸດ​ເດັ່ນ​ບ່ອນ​ທີ່​ສາມາດ​ທຳ​ງານ​ໄດ້​ກັບ​ລະບົບ​ຄອມ​ພິວ​ເຕີ​ຫລາຍ​​ແຟດ
ຟ​ອມ ທີ​ມວິ​ໄຈ​ຂອງ​ໂຄງການ Green Project ໄດ້​ສ້າງ​ເຄື່ອງຕົ້ນ​​ແບບ​ທີ່​ເອີ້ນ​ວ່າ “*7” ເຊິ່ງ​ເປັນ​ລີ​ໂມ​ດຄອນ​ໂທນ ​ເພື່ອ​ສາທິດ​ເຕັກ​ໂນ​ໂລ​ຊີ​ພາສາ​ຈາ​ວາ​ທີ່​ຄົ້ນ​ຄິດ​ຂຶ້ນ​ມາ​ນີ້​ເມື່ອ​ປີ​ ຄ.ສ. 1992 ​ໂດຍ​ທາງ​ບໍລິສັດ​ຊັນ​ໄມ​ໂຄ​ຊິດ​ເຕັມ​ໄດ້​ພະຍາຍາມ​ຫາ​ຜູ້​ຊື້​ເຕັກ​ໂນ​ໂລ​ຊີ​ດັ່ງກ່າວ ​ແຕ່​ກໍ່​ບໍ່​ປະສົບ​ຄວາມ​ສຳ​ເລັດ​ຫລາຍ​ປານ​ໃດ


ເກດ​ຄວາມ​ຮູ້
​                           James Gosling ​ເປັນ​ຜູ້​ທີ່​ຄິດ​ຄົ້ນ​ພາສາ​ຈາ​ວາ​ຈົນ​ໄດ້​ຮັບ​        
                            ຄວາມ​ຍົກຍ້ອງວ່າ​ເປັນ​ບິດາ​ຂອງ​ພາສາ​ຈາ​ວາ ​ໂດຍ​ເຂົາ​ເກີດ                                     
                            ທີ່​ປະ​ເທດ Canada ຈົບ​ການ​ສຶກສາ​ປະລິນຍາ​ເອກະ​ທີ່​              
                            ມະຫາວິທະຍາ​ໄລ Carnegie Mellon ​ແລ​ະ​ເຂົ້າ​ເຮັດ​ວຽກ
                            ທີ່​ບໍລິສັດ Sun Microsystems ຕັ້ງ​ແຕ່​ປີ ຄ.ສ.1984
                                             ແລະ​ໃນ​ປີ ຄ.ສ. 2007 ​ເຂົາ​ໄດ້​ຮັບ​ກາ​ນຍົກຍ້ອງ​ຈາກ​ປະ​     
                            ເທດ Canada ​ໃຫ້​ເປັນ Officer ຂອງ Order of
Canada ເຊິ່ງ​ເປັນ​ກຽດ​ທີ່​ມອບ​ໃຫ້​ກັບ​ພົນລະ​ເມືອງ​ຂອງ​ປະ​ເທດ
                ​ໂລ​ໂກ້​ຂອງ​ພາສາ​ຈາ​ວາ​ເປັນ​ຮູບ​ຈອກກາເຟທີ່​ມີ​ຄວັນ​ຮ້ອນ​ປີວ​ຂຶ້ນ​ມາ ​ໂດຍ
                ທາງ​ບໍລິສັດ​ Sun Microsystems ​ໄດ້​ປ່ຽນ​ຮູບ​ໂລ​ໂກ້​ເດີມ​ມາ​ເປັນ​ຮູບ​ລ້າ​     
                ສຸດ​ດັ່ງ​ທີ່​ສະ​ແດງ​ໃຫ້​ເຫັນ

                 Duke ​ເປັນ mascot ຂອງ​ພາສາ​ຈາ​ວາ ​ເຊິ່ງຈະມີ​ການ​ໃຊ້​ສັນຍາ​ລັກ​ໃນ​ 
                 ທ່າ​ທີທີ່​ແຕກ​ຕ່າງ​ກັນ ​ແລະ​ໃນ​ການ​ປະຊຸມ Java One Conference ທີ່​  
                 ຈັດ​ເປັນ​ຈະ​ຈຳ​ທຸກ​ປີ ກໍ່​ຈະ​ມີ​ການ​ມອບ​ລາງວັນ​ໃຫ້​ແກ່​ຊອບ​ແວ​ ຫລື​ ນັກ​ພັດ
                 ທະນາທີ່​ໃຊ້​ພາສາ​ຈາ​ວາ ​ແລະ​ມີ​ນະ​ວັດຕະ​ກຳ​ດີ​ເດັ່ນ​ທີ່​ເອີ້ນ​ວ່າ Duke's Choice Awards

    ​ໃນ​ຊ່ວງ ດັ່ງກ່າ​ວລະບົບ​ອິນ​ເຕີ​ເນັດ​ໄດ້​​ເລີ່ມມີ​ການໃຊ້​ງານ​ຢ່າງ​ແພ່​ຫລາຍຂຶ້ນ ​ໂດຍ​ສະ​ເພາະ​ການ​ໃຊ້​ງານ​ຂອງ​ໂປຣ​ແກຣມ​ເວ​ບບາ​ວ​ເຊີ (Web Browser) ​ເພື່ອ​ທີ່​ຈະ​ເບິ່ງ​ເອກະສານ​ໃນ​ຮູບ​ແບບ​ຂອງໄຟ​ HTML ​ເນື່ອງ​ຈາກ​ລະບົບ​ອິນ​ເຕີ​ເນັດ​ຈະ​ປະ​ກອບ​ໄປ​ດ້ວຍ​ເຄື່ອງ​ຄອມ​ພິວ​ເຕີ​ທີ່​ມີ​​ແຟດຟອມ​ແຕກ​ຕ່າງ​ກັນ ທາງ​ບໍລິສັດ​ຊັນ​ໄມ​ໂຄ​ຊິ​ດ​ເຕັມ​ຈຶ່ງ​ໄດ້​ເຫັນ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ພາສາ​ຄອມ​ພິວ​ເຕີ​ທີ່​ສາມາດ​ສ້າງ​ໂປຣ​ແກຣມທີ່​ທຳ​ງານ​ບົນ​ແຟດຟອມ​ໃດໆ​ກໍ່​ໄດ້ ຈຶ່ງ​ໄດ້​ນຳພາ​ສາ​ຈາ​ວາ​ພັດ
ທະນາ​ອີກ​ເທື່ອ​ໜຶ່ງ ​ໂດຍ​ໄດ້​ພັດທະນາ​ໂປຣ​ແກຣມ​ເວ​ບບາ​ວ​ເຊີ​ທີ່​ຊື່ວ່າ Hot Java ທີ່​ສາມາດ​ລັນ​​ໂປ​ຣ​ແກຣມ​ຈາ​ວາແອບ​ພິ​ເຄຊັນ  (Java Applet) ​ ໄດ້​ເພື່ອ​ພິສູ​ດການ​ທຳ​ງານ​ຂອງ​​ເທັກ​ໂນ​ໂລ​ຊີ​ຈາ​ວາ(Proof of Technology)​ແລະ​ໄດ້​ນຳ​ຜົນງານ​ດັ່ງ​ກ່າວ​ມາສະ​ແດງ​ໃນ​ງານSun World’95
​ໃນ​ເດືອນ​ພຶດສະພາ ປີ ຄ.ສ. 1995

     ຈາ​ກນັ້ນ​ພາສາ​ຈາ​ວາ​ເລີ່​ມ​ເປັນ​ທີ່​ນິຍົມ​ແພ່​ຫລາຍ​ຂຶ້ນ​ໃນ​ຊ່ວງ​ທ້າຍ​ປີ​ ຄ.ສ. 1995 ເມື່ອ​ບໍລິສັດ Netscape ໄດ້​ພັດທະນາ​ໂປຣ​ແກຣມ​ເວ​ບບາ​ວ​ເຊີ ​ແລະ​ໄດ້​ລວມ​ເອົາການ​ທຳ​ງານ​ຂອງ​ໂປຣ​ແກຣມ​ຈາ​ວາ​ແອບ​​ເພດ​ (Java Applet)​ ​ເຂົ້າ​ມາ​ເປັນ​ຄຸນ​ລັກສະນະ​ເດັ່ນ​ຂອງ​​ໂປຣ​ແກຣມ ​ເຊິ່ງບໍລິສັດ​ອື່ນໆ ​ເຊັ່ນ: IBM, Symantec, Inspire ຫລື Microsoft ຕ່າງ​ກໍ່​ປະກາດ​ສະໜັບສະ
ໜູນ​ການ​ໃຊ້​ງານ​ຂອງ​ໂປຣ​ແກຣມພາສາຈາ​ວາ​ໃນ​ຊ່ວງ​ຕໍ່​ມາ ​ໃນ​ຊ່ວງ​ດຽວ​ກັນ​ທາງ​ບໍລິສັດ​ຊັນ​ໄມ​ໂຄ​ຊິດ​ເຕັມ​ໄດ້​ນຳ​ຊຸດ​ພັດທະນາ​ໂປຣ​ແກຣມພາສາຈາ​ວາ​ເວີ​ຊັນ​ທຳ​ອິດ (Java Development Kit 1.0 ຫລື​​ເອີ້ນ​ວ່າ JDK 1.0) ອອກ​ມາ​ແຈກ​ຈ່າຍ​ຕໍ່​ມາ​ໃນ​ປີ ຄ.ສ. 1998 ທາງ​ບໍ​ລິ​ສັດ​ຊັນ​ໄມ​ໂຄ​ຊິດ​ເຕັມ​ໄດ້​ເຜີຍ​​ແພ່​ໂປຣ​ແກຣມພາສາ​ຈາ​ວາ JDK 1.2 (​ແຕ່​ຕໍ່ມາ​ໄດ້​ປ່ຽນ​ຊື່​ເປັນ Java 2) ​ແລະ​ໄດ້​ແຍກ​ແຟດຟອມ​ໃນ​ການ​ພັດທະນາ​ໂປ​ຣ​ແກຣມພາສາ​ຈາ​ວາເປັນ​ຫລາຍ​ແຟດຟອມຄື J2EE ສຳ​ຫລັບ​ການ​ພັດທະນາ​​ໂປຣ​ແກຣມປະຍຸກ​ບົນ​ເຄື່ອງ​ແມ່​ຂ່າຍ (Server) J2ME ສາ​ຫລັບ​ການ​ພັດທະນາ​ໂປຣ​ແກຣມ​ບົນ​ເຄື່ອງ​ໂທລະ​ສັບ​ມື​ຖື ​ແລະ J2SE ສຳ​ຫລັບ​ໂປຣ​ແກຣມມາດຕະຖານ
ຈາ​ວາທີ່​ພັດທະນາ​ບົນ​ເຄື່ອງ​ຄອມ​ພິວ​ເຕີ​ພື້ນຖານ​​ ​ແລະ​ປີ ຄ.ສ. 2006 ທາງ​ຊັນ​ໄມ​ໂຄ​ຊິດ​ເຕັມ​ໄດ້​ປ່ຽນ​ຊື່ J2 ທັງ​ສາມ​ເປັນ JavaEE, JavaME ​ແລະ JavaSE ຕາມ​ລຳດັບ
    ​ໃນ​ເດືອນ​ກໍລະກົດ ປີ ຄ.ສ. 2010 ບໍລິສັດ ອໍ​ລາ​ໂຄ (Oracle Corporation) ເຊິ່ງ​ເປັນ​ຊອບ​ແວ​ທີ່​ພັດທະນາ​​ໂປຣ​ແກຣມຖານ​ຂໍ້​ມູນ​ ແລະ​ໂປຣ​ແກຣມປະຍຸກ​ອື່ນໆ ​ໄດ້​ເຂົ້າ​ມາ​ຊື້​ກິດຈະການ​ຂອງ​ບໍລິສັດ​ຊັນ​ໄມ​ໂຄ​ຊິດ​ເຕັມ ​ເຮັດ​ໃຫ້​ຜູ້​ພັດທະນາ​ເທັກ​ໂນ​ໂລ​ຊີ​ຈາ​ວາ​ລາຍ​ສຳຄັນ​ໄດ້​ປ່ຽນ​ເປັນ​ບໍລິສັດ​ອໍ​ລາ​ໂຄ ​ເຊິ່ງ​ໄດ້​ໃຊ້​ເທັກ​ໂນ​ໂລ​ຊີ​ໃນ​ຊອບ​ແວ​ຕ່າງໆ ຈຳນວນ​ຫລາຍ ທັງ​ນີ້​ ບໍລິສັດ​ອໍ​ລາ​ໂຄ
ກໍ່​ຈະ​ຍັງ​ຄົງ​ໄວ້ໃນຫລັກການ​ເທັກ​ໂນ​ໂລ​ຊີ​ຈາ​ວາທີ່​ຈະ​ໃຊ້​ມາດຕະຖານ​ເປີດ ​​ໂປຣ​ແກຣມ​ເປີດ​ລະ​ຫັດ
(Open Source) ​ແລະ​ສາມາດ​ທຳ​ງານ​ບົນ​​ແຟດຟອມ​ໄດ້​ຫລາກ​ຫລາຍ​ເຊັ່ນ​ເດີມ

ไม่มีความคิดเห็น:

แสดงความคิดเห็น