หน้าเว็บ

ຕົວດຳເນີນການ

ຕົວ​ດຳ​ເນີນ​ການ

ນິພົດ​ໃນ​ພາສາ​ຈາ​ວາ​ອາດ​ຈະ​ປະກອບ​ດ້ວຍ​ຂໍ້​ມູນ​ຄ່າຄົງ​ທີ່ ຕົວ​ແປ ຫລື​ຄ່າ​ຄົງ​ທີ່​ຕ່າງໆ ​ໂດຍ​ມີ​ຕົວ​ດຳ​ເນີນ​ການ​ຕ່າງໆ​ໄວ້​ເພື່ອ​ຄຳນວນ​ຫາ​ຜົນ​ລັບ​ທີ່​ເປັນ​ຊະນິດ​ຂໍ້​ມູນ​ຕ່າງ​ໆ ຕົວ​ດຳ​ເນີນ​ການ​ໃນ​ພາສາ​ຈາ​ວາ​ແບ່ງ​ອອກ​ເປັນ 4 ​ປະ​ເພດ​ຄື:
1.   ຕົວ​ດຳ​ເນີນ​ການ​ທາງ​ຄະນິດສາດ (Arithmetic Operator)
2.   ຕົວ​ດຳ​ເນີນ​ການ​​ແບບ​ສຳພັນ (Relational Operator)
3.   ຕົວ​ດຳ​ເນີ​ນການ​ທາງ​ຕັກ​ກະສາ​ດ (Logical Operator)
4.   ຕົວ​ດຳ​ເນີ​ນການ​ແບບ​ບິດ (Bitwise Operator)

    ທັງ​ນີ້​ຕົວ​ດຳ​ເນີນ​ການ​ທາງ​ຄະນິດສາດ​ແລະ​ຕົວ​ດຳ​ເນີ​ນການ​ແບບ​ບິດ ຈະ​ໃຫ້​ຜົນ​ລັບ​ເປັນ​ຂໍ້​ມູນ​ຊະນິດ​ຈຳນວນ​ເຕັມ​ຫລື​ຈຳນວນ​ທົດ​ສະ​ນິຍົມ ສ່ວນ​ຕົວ​ດຳ​ເນີນ​ການ​ແບບສຳພັນ​ ​ແລະ​ຕົວ​ດຳ​ເນີນ​ການ​ທາງ​ຕັກ​ກະສາ​ດຈະ​ໃຫ້​ຜົນ​ລັບ​ເປັນ​ຂໍ້​ມູນ​ຊະນິດ​ຕັກ​ກະ

2.5.1 ຕົວ​ດຳ​ເນີນ​ການ​ທາງ​ຄະນິດສາດ
       ຕົວ​ດຳ​ເນີ​ນການ​ທາງ​ຄະນິດສາດ​ສຳ​ຫລັບ​ພາສາ​ຈາ​ວາ​ປະກອບ​ໄປ​ດ້ວຍ​ເຄື່ອງໝາຍ
+, -, *, / ​ແລະ % ດັ່ງ​ສະ​ແດງ​ໃນ​ຮູບ​ທີ2.6
ຕາຕະລາງ​ທີ2.6 ຕົວ​ດຳ​ເນີນ​ການ​ທາງ​ຄະນິດສາດ
​ເຄື່ອງໝາຍ
ຄວາມ​ໝາຍ
ຕົວຢ່າງ​ນິພົດ
+
ບວກ
a+b
-
ລົບ
a-b
*
ຄູນ
a*b
/
ຫານ
a/b
%
​ເສດ​ຈາກ​ການ​ຫານ
a%b

      ຕົວ​ດຳ​ເນີ​ນການ / ຈະ​ໃຫ້​ຜົນ​ລັບ​ເປັນ​ເລກ​ຈຳນວນ​ທົດ​ສະ​ນິຍົມ ຖ້າ​ຕົວ​ຖືກ​ດຳ​ເນີນ​ການ (operand) ຕົວ​ໃດ​ຕົວ​ໜຶ່ງ​ເປັນ​ຂໍ້​ມູນ​ຊະນິດ​ທົດ​ສະ​ນິຍົມ ສ່ວນ​ກໍລະນີ​ທີ່​ຕົວ​ກະທຳ​ທັງ​ສອງ​ຕົວ​ເປັນ​ຂໍ້​ມູນ​ຊຊະນິດ​ຈຳນວນ​ເຕັມ ຕົວ​ດຳ​ເນີນ​ການຈະ​ໃຫ້​ຜົນ​ລັບ​ເປັນ​ຄ່າ​ຈຳນວນ​ເຕັມ ກ່າວ​ຄື 1/2.0
ຈະ​ໄດ້ຜົນ​ລັບ​ເປັນ 0.5 ສ່ວນ 1/2 ຈະ​ໄດ້ຜົນ​ລັບ​ເປັນ 0
      ຕົວ​ດຳ​ເນີນ​ການ % ​ໃຊ້​ກັບ​ຕົວ​ຖືກ​ດຳ​ເນີນ​ການ​ທີ່​ເປັນ​ຕົວ​ເລກ​ຈຳນວນ​ເຕັມ ​ໂດຍ​ຈະ​ໃຫ້​ຜົນ​ລັບ​ເປັນ​ຕົວ​ເລກ​ຈຳນວນ​ເຕັມທີ່​ເປັນ​ເສດ​ຂອງ​ການ​ຫານ ​ເຊັ່ນ: 7%3 ຈະ​ໄດ້ 1  ຕົວ​ດຳ​ເນີນ​ການ​ສ່ວນ​ໃຫຍ່​ຈຈະ​ຕ້ອງ​ມີ​ຕົວ​ຖືກ​ດຳ​ເນີນ​ການ​ສອງ​ຕົວ ຍົກ​ເວັ້ນຕົວ​ດຳ​ເນີນ​ການ + ​ແລະ - ທີ່​ອາດ​ມີ​ຕົວ​ຖືກ​ດຳ​ເນີນ​ການ​ຕົວ​ດຽວ​ໄດ້​ເຊັ່ນ: -3 ຫລື +4.0 ​ເປັນ​ຕົ້ນ

ຕົວຢ່າງ​ຕໍ່​ໄປ​ນີ້​ເປັນ​ການ​ກຳນົດ​ຄ່ ​ໂດຍ​ມີ​ຕົວ​ດຳ​ເນີນ​ການ​ຢູ່​ໃນ​ນິພົດ​ຄຳ​ສັ່ງ
            int i = 34+2;
            double d1 = 34.0–0.2;
            long l = 300*30;
            int j = 1/2;
            double d2 = 1.0/2.0;
            byte b1 = 20%3;

ຕົວ​ດຳ​ເນີ​ການ​ແບບ​ຍໍ້
      ພາສາ​ຈາ​ວາ​ໄດ້​ກຳນົດ​ຕົວ​ດຳ​ເນີນ​ການ​ແບບ​ຍໍ້ (shortcut operator) ​ເພື່ອ​ໃຊ້​ແທນ​ຕົວ​ດຳ​ເນີນ​ການ​ທາງ​ຄະນິດສາດ ທີ່​ຕ້ອງການ​ປ່ຽນ​ແປງ​ຄ່າ​ຂອງ​ຕົວ​ແປ​ທາງ​ດ້ານ​ຊ້າຍ​ຂອງ​ຄຳ​ສັ່ງ​ກຳ
ນົດ​ຄ່າ ​ເຊັ່ນ: ຄຳ​ສັ່ງ x = x+1; ​ເຊິ່ງ​ເປັນຄຳ​ສັ່ງ​ທີ່​ຕ້ອງການ​ເພີ່ມ​ຄ່າ​ຂອງ x ຂຶ້ນ​ອີກ 1 ສາມາດ​ຂຽນ​ໃໝ່​ໂດຍ​ໃຊ້​ຕົວ​ດຳ​ເນີນ​ການ​ແບບ​ຍໍ້​ໄດ້​ດັ່ງ​ນີ້
          x += 1;
     ຂໍ້​ດີ​ຂອງ​ການ​ຂຽນ​ຄຳ​ສັ່ງ​ໂດຍ​​ໃຊ້​ຕົວ​ດຳ​ເນີນ​ການ​ແບບ​ຍໍ້​ຄື​ຈະ​ຊ່ວຍ​ເຮັດ​ໃຫ້​ໂປຣມແກຣມທຳ​ງານ​ໄວ​ຂຶ້ນ ພາສາ​ຈາ​ວາ​ມີ​ຕົວ​ດຳ​ເນີນ​ການ​ແບບ​ຍໍ້ 5 ຕົວ​ຄື +=, -=, *=, /= ​ແລະ %= ດັ່ງ​ສະ​ແດງ​ໃນ​ຕາຕະລາງ2​.7
ຕາຕະລາງ​ທີ2.7 ຕົວ​ດຳ​ເນີນ​ການ​ແບບ​ຍໍ້
​ເຄື່ອງໝາຍ
ຕົວຢ່າງ
ຄວາມ​ໝາຍ
+=
X +=3;
X = x + 3;
-=
X -=3;
X = x – 3;
*=
X *=3;
X = x * 3;
/=
X /=3;
X = x / 3;
%=
X %=3;
X = x % 3;

ຕົວ​ດຳ​ເນີນ​ການ​ເພີ່ມ​ຄ່າ​ແລະ​ລຸດຄ່າ
     ພາສາ​ຈາ​ວາ​ຍັງ​ມີ​ຕົວ​ດຳ​ເນີນ​ການ​ແບບ​ຍໍ້​ອີກ​ສອງ​ຕົວ​ຄື​ຕົວ​ດຳ​ເນີນການ​ເພີ່ມ​ຄ່າ(increment operator) ທີ່​ໃຊ້​ເຄື່ອງໝາຍ ++ ​ແລະ​ຕົວ​ດຳ​ເນີນ​ການ​ລຸດຄ່າ (decrement operator) ທີ່​ໃຊ້​ເຄື່ອງໝາຍ -- ຕົວ​ດຳ​ເນີນ​ການ​ທັງ​ສອງ​ຕົວ​​ໃຊ້​ໃນ​ການ​ເພີ່ມ​ຄ່າ​ທີລະ 1 ຫລື​ລຸດຄ່າ​ທີລະ 1




ຕົວ​ດຳ​ເນີ​ນການທັງ​ສອງ​ສາມາດ​ໃສ່​ໄວ້​ທາງ​ໜ້າ​ຫລື​ທາງ​ຫລັງ​ຕົວ​ແປ​ກໍ່​ໄດ້
      x++ ຄື x = x+1
      ++x ຄື x = x+1
      x-- ຄື x = x-1
      --x ຄື x = x-1
     ຕົວ​ດຳ​ເນີນ​ການ​ເພີ່ມ​ຄ່າ​ແລະ​ຕົວ​ດຳ​ເນີນ​ການ​ລຸດຄ່າ​ສາມາດ​ໃຊ້​ກັບ​ຕົວ​ແປ ທັງ​ທີ່​ມີ​ຊະນິດ​ຂໍ້​ມູນ​ເປັນ​ຕົວ​ເລກ​ຈຳນວນ​ເຕັມ​ແລະ​ຕົວ​ເລກ​ຈຳນວນ​ທົດ​ສະ​ນິຍົມ ການວາງ​ເຄື່ອງໝາຍ​ໄວ້​ດ້ານ​ໜ້າ
ຕົວ​ແປ​ຈະ​ມີ​ຜົນ​ໃຫ້​ໂປຣ​ແກຣມທຳ​ງານ​ການ​ເພີ່ມ​ຫລື​ລຸດຄ່າ​ກ່ອນ​ແລ້ວ​ຈຶ່ງ​ທຳ​ຄຳ​ສັ່ງ​ຂອງ​ນິພົດ​ນັ້ນ ສ່ວນ​ການວາງ​ເຄື່ອງໝາຍ​ໄວ້​ດ້ານ​ຫລັງ​ຕົວ​ແປ ຈະ​ມີ​ຜົນ​ໃຫ້​​ໂປຣ​ແກຣມທຳ​ການ​ເພີ່ມ​ຫລື​ລຸດຄ່າ ຫລັງຈາກ​ທຳ​ຄຳ​ສັ່ງ​ຂອງ​ນິພົດ​ນັ້ນ

​ໂປຣ​ແກຣມທີ2.7 ສະ​ແດງ​ຕົວຢ່າງ​ຂອງ​ການ​​ໃຊ້​ຕົວ​ດຳ​ເນີນ​ການ​ເພີ່ມ​ຄ່າ ​ໂດຍ​ການ​ປຽບທຽບ​ຜົນ​ລັບ​ທີ່​ໄດ້​ຈາກ​ການວາງ​ຕຳ​​ແໜ່​ງຂອງ​ເຄື່ອງໝາຍ ++ ​ໄວ້​ດ້ານ​ໜ້າ​ແລະ​ດ້ານ​ຫລັງ​ຕົວ​ແປ ​ເຊິ່ງຜົນ​ທີ່​ໄດ້​ຈະ​ເປັນ​ດັ່ງ​ສະ​ແດງ​ໃນ​ຮູູບທີ2​.6

ໂປ​ຣ​ແກ​ຣມທີ2​.7 ຕົວຢ່າງ​ການ​ໃຊ້​ຕົວ​ດຳ​ເນີນ​ການ​ເພີ່ມ​ຄ່າ
Text Box: public class IncrementDemo {
      public void showDemo() {
           int x;
           int y;
           x = 5;
           y = x++;
           System.out.println("x = "+x+" y = "+y);
           y = ++x;
           System.out.println("x = "+x+" y = "+y);
      }
}
------------------------------------------------------
public class Main {
     public static void main(String args[]) {
          IncrementDemo obj = new IncrementDemo();
          obj.showDemo();
     }
}

















ຮູບ​ທີ2.6 ຜົນ​ລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປ​ຮຣແກຣມທີ2​.7

ไม่มีความคิดเห็น:

แสดงความคิดเห็น