หน้าเว็บ

ຕົວດຳເນີນການແບບສຳພັນ

ຕົວ​ດຳ​ເນີນ​ການ​ແບບ​ສຳພັນ

ຕົວ​ດຳ​ເນີນ​ການ​ແບບ​ສຳພັນ​ໃຊ້​ໃນ​ການ​ປຽບທຽບ​ຄ່າ​ຂອງ​ຂໍ້​ມູນ​ຊະນິດ​ໃດໆ ສອງ​ຄ່າ​ໂດຍ​ຈະ​ໃຫ້​ຜົນ​ລັບ​ຂອງ​ການ​ປຽບທຽບ​ເປັນ​ຂໍ້​ມູນ​ຄ່າ​ຄົງ​ທີ່​ຊະນິດ​ຕັກ​ກະ ພາສາ​ຈາ​ວາ​ກຳນົດ​ຕົວ​ດຳ​ເນີນ​ການ​ແບບ​ສຳພັນ​ໄວ້ 6 ຕົວ​ຄື <, <=, >, >=,== ​ແລະ != ດັ່ງ​ສະ​ແດງ​ໃນ​ຮູບ​ທີ2.8

ຕາຕະລາງ2.8 ສະ​ແດງ​ຕົວ​ດຳ​ເນີນ​ການ​ແບບ​ສຳພັນ
​ເຄື່ອງໝາຍ
ຄວາມ​ໝາຍ
ຕົວຢ່າງ
ຜົນ​ລັບ
< 
ນ້ອຍ​ກວ່າ
3<4
true
<=
ນ້ອຍ​ກວ່າ​ຫລື​ເທົ່າ​ກັບ
3<=4
true
> 
ຫລາຍ​ກວ່າ
3>4
false
>=
ຫລາຍ​ກວ່າ​ຫລື​ເທົ່າ​ກັບ
3>=4
false
==
​ເທົ່າ​ກັບ
3==4
false
!=
ບໍ່​ເທົ່າ​ກັບ
3!=4
true

         ຊະນິດ​ຂໍ້​ມູນ​ທີ່​ຈະ​ນຳ​ມາ​ປຽບທຽບ​ຈະ​ຕ້ອງ​ເປັນ​ຊະນິດ​ຂໍ້​ມູນ​ທີ່​ສອດຄ່ອງ​ກັນ​ເຊັ່ນ: ການ​ປຽບທຽບ​ຕົວ​ເລກ​ກັບ​ຕົວ​ເລກ ຕົວ​ອັກສອນ​ກັບ​ຕົວ​ອັກສອນ ຫລື​ອອບ​ເຈັກ​ກັບ​ອອບ​ເຈັກ ​ເປັນ​ຕົ້ນ ຕົວຢ່າງ​ເຊັ່ນ
         ‘x’ > ‘y’
         342 <= 431.50
         “Test” == “\test”
      ຕົວ​ຖືກ​ດຳ​ເນີນ​ການ​ທີ່​ຈະ​ນຳ​ປຽບທຽບ​ອາດ​ເປັນ​ຕົວ​​ແປ​ຫລື​ນິພົດ​ກໍ່​ໄດ້ ​ແຕ່​ຈະ​ຕ້ອງ​ມີ​ຊະນິດ​ຂໍ້​ມູນ​ທີ່​ສອດຄ່ອງ​ກັນ​ດ້ວຍ​
ຕົວຢ່າງ​ເຊັ່ນ​ຖ້າ​ນິພົດ​ເປັນ
                  x < 4.23

      ​ໂປຣ​ແກຣມທີ2.8 ສະ​ແດງ​ຕົວຢ່າງ​ຂອງ​ການ​ໃຊ້​ຕົວ​ດຳ​ເນີນ​ການ​ແບບ​ສຳພັນ​ເພື່ອ​ປຽບທຽບ​ຕົວ​​ແປ x ​ແລະ y ທີ່​ມີ​ຊະນິດ​ຂໍ້​ມູນ​ເປັນ int ​ແລະ​​ເກັບ​ຜົນ​ລັບ​ລົງ​ໃນ​ຕົວ​ແປ b1 ທີ່​ມີ​ຂໍ້​ມູນ​ເປັນ
Boolean ​ເຊິ່ງ​ໂປຣ​ແກຣມນີ້​ຈະ​​ໃຫ້​ຜົນ​ລັບ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ2.7

ໂປຣ​ແກຣມທີ2.8 ການ​ໃຊ້​ຕົວ​ດຳ​ເນີນ​ການ​ແບບ​ສຳພັນ
Text Box: public class BooleanDemo {
   public void showDemo() {
       int x = 5;
       int y = 4;
       boolean b1;
       b1 = (x != y);
       System.out.println("x not equal y is " + b1);
       System.out.println("y less than 0 is " + (y < 0));
   }
}
----------------------------------------------------------------
public class Main {
     public static void main(String args[]) {
          BooleanDemo obj = new BooleanDemo();
          obj.showDemo();
     }
}
 




















ຮູບ​ທີ2.7 ຜົນ​ລັບ​ທີ​ໄດ້​ຈາກ​ການ​ລັນ​ໂປຣ​ແກຣມທີ2.8



2.5.3 ຕົວ​ດຳ​ເນີນ​ການ​ທາງ​ຕັກ​ກະສາ​ດ
      ຕົວ​ດຳ​ເນີນ​ການ​ທາງ​ຕັກ​ກະສາ​ດ ຈະ​ໃຊ້​ກັບ​ຕົວ​ຖືກ​ດຳ​ເນີນ​ການ​ທີ່​ເປັນ​ນິພົດ​ຕັກ​ກະສາ​ດ ຫລື​ຊະນິດ​ຂໍ້​ມູນ Booleanຕົວ​ດຳ​ເນີນ​ການ​ປະ​ເພດ​ນີ້​ຈະ​ໃຫ້​ຜົນ​ລັບ​ເປັນ​ຂໍ້​ມູນ​ຄ່າ​ຄົງ​ທີ່​ຊະນິດ​ຕັກ​ກະ​ໂດຍ​ພາສາ​ຈາ​ວາ​ກຳນົດ​ດຳ​ເນີນ​ການ​ທາງ​ຕັກ​ກະສາ​ດ​ໄວ້​ຫົກ​ຕົວ​ດັ່ງ​ສະ​ແດງ​ໃນ​ຕາຕະລາງ2.9
       ຕົວ​ດຳ​ເນີນ​ການ​ທຸກ​ຕົວ​ຈະ​ຕ້ອງ​ມີ​ຕົວ​ຖືກ​ດຳ​ເນີນ​ການ​ສອງ​ຕົວ ຍົກ​ເວັ້ນຕົວ​ດຳ​ເນີນ​ການ​ທີ່​ເປັນ​ຕົວ​ດຳ​ເນີ​ນການ​ທີ່​ໃຊ້​ການ​ກັບ​ຄ່່າເຊິ່ງຕ້ອງການ​ຕົວ​ຖືກ​ດຳ​ເນີນ​ການ​ພຽງ​ໜຶ່ງ​ຕົວ​ຕາລາງ​ທີ2​.10
​ເຖິງ​ຕາລາງ​ທີ2​.13 ສະ​ແດງ​ຜົນ​ລັບ​ທີ່​ເປັນ​ຂໍ້​ມູນຄ່າ​ຄົງ​ທີ່ຊະນິດ​ຕັກ​ກະ​ເຊິ່ງ​ໄດ້​ຈາ​ກການ​ດຳ​ເນີນ​ການ​ທີ່​ເປັນ​ການ​ກັບ​ຄ່າ , AND, OR ​ແລະ Exclusive-OR ຄ່າ​ທາງ​ຕັກ​ກະ
ຕົວຢ່າງ​ຂອງ​ນິພົດ​ທີ່​ໃຊ້​ຕົວດຳ​ເນີນ​ການ​ທາງ​ຕັກ​ກະສາ​ດມີ​ດັ່ງ​ນີ້
             (7>6) & (2<1) ຈະ​ໄດ້ຜົນ​ຮັບ​ມີຄ່າ​ເປັນ false
             (7>6) | (2<1) ຈະ​ໄດ້ຜົນ​ຮັບ​ມີຄ່າ​ເປັນ true
             !(7>6) ຈະ​ໄດ້ຜົນ​ຮັບ​ມີຄ່າ​ເປັນ false

ຕາຕະລາງ​ທີ2.9 ຕົວ​ດຳ​ເນີນ​ການ​ທາງ​ຕັກ​ກະສາ​ດ
​ເຄື່ອງໝາຍ
ຄວາມ​ໝາຍ
!
ກັບ​ຄ່າ​ທາງ​ຕັກ​ກະ
&&ຫລື&
AND ຄ່າ​ທາງ​ຕັກ​ກະ
||ຫລື|
OR ຄ່າ​ທາງ​ຕັກ​ກະ
^
Exclusive-OR ຄ່າ​ທາງ​ຕັກ​ກະ

ຕາຕະລາງ​ທີ2.10 ຜົນ​ລັບ​ຂອງ​ການ​ກັບ​ຄ່າ​ທາງ​ຕັກ​ກະສາ​ດ
op
!op
true
false
false
true

ຕາຕະລາງ​ທີ2.11 ຜົນ​ລັບ​ຂອງ​ການ​ AND ຄ່າ​ທາງ​ຕັກ​ກະ
op1
op2
op1&op2
true
true
true
true
false
false
false
true
false
false
false
false

         
ຕາຕະລາງ​ທີ2.12 ຜົນ​ລັບ​ຂອງ​ການ OR ຄ່າ​ທາງ​ຕັກ​ກະ
op1
op2
op1&op2
true
true
true
true
false
true
false
true
true
false
false
false

ຕະຕະລາງ​ທີ2.13 ຜົນ​ລັບ​ຂອງ​ການ​ Exclusive-OR ຄ່າ​ທາງ​ຕັກ​ກະ
op1
op2
op1&op2
true
true
False
true
false
true
false
true
true
false
false
False

     ການ​ດຳ​ເນີນ​ການ​ທີ່​ມີ​ເຄື່ອງໝາຍ && ​ແລະ || ​ເອີ້ນ​ວ່າ ​ຕົວ​ດຳ​ເນີນ​ການ​ທາງ​ຕັກ​ກະສາ​ດ​ແບບ short circuit ​ໂດຍ​ທີ່ && ​ເປັນ​ການ AND ຄ່າ​ທາງ​ຕັກ​ກະ ​ເຊິ່ງຈະ​ແຕກ​ຕ່າງ​ຈາກ && ບ່ອນ​ວ່າ & ຈະ​ຫຍຸດ​ການ​ປຽບທຽບ​ຖ້າ​ນິພົດ​ຕົວ​ທຳ​ອິດ​ເປັນ​ເທັດ​ເຊັ່ນດຽວ​ກັບ || ທີ່​ເປັນການ OR ຄ່າ​ທາງ​ຕັກ​ກະ ​ເຊິ່ງຈະ​ແຕກ​ຕ່າງ​ຈາກ || ບ່ອນ​ວ່າ | ຈະ​ຫຍຸດ​ການ​ປຽບທຽບ​ຖ້າ​ນິພົດ​ຕົວ​ທຳ​ອິດ​ເປັນ​ຈິງ ຕົວຢ່າງ​ເຊັ່ນ
       int x = 10;
       if ( (x > 0) || (x++ < -5) ) {
                 System.out.println(x);
       }
    ຜົນ​ລັບ​ຂອງ X ຈະ​ມີຄ່າ​ເປັນ10 ​ເນື່ອງ​ຈາກ || ຈະ​ບໍ່​ເອີ້ນ​ຄຳ​ສັ່ງ​ນິພົດ​ທີ່​ສອງ​
    ແຕ່​ຄຳ​ສັ່ງ
       int x = 10;
       if ( (x > 0) | (x++ < -5) ) {
                 System.out.println(x);
       }
     ຜົນ​ລັບ​ຂອງ X ຈະ​ມີຄ່າ​ເທົ່າ​ກັບ 11

ไม่มีความคิดเห็น:

แสดงความคิดเห็น