หน้าเว็บ

ຄຳສັ່ງ if..else

ຄຳ​ສັ່ງ if..else

ຄຳ​ສັ່ງ if ​ຈະ​ບໍ່​ມີ​ການ​ທຳ​ຄຳ​ສັ່ງ​ໃດ ຖ້າ​ນິພົດ​ຕັກ​ກະສາ​ດມີຄ່າ​ເປັນ​ເທັດ ດັ່ງ​ນັ້ນ​ຖ້າ​ຕ້ອງການ​ທຳ​ຄຳ​ສັ່ງ​ບາງ​​ຄຳ​ສັ່ງ​ເມື່ອ​ນິພົດ​ຕັກ​ກະສາ​ດມີຄ່າ​ເປັນ​ເທັດ ຈະ​ຕ້ອງ​ໃຊ້​ຄຳ​ສັ່ງ if..else​​ແທນ​ເຊິ່ງມີ​ຮູບ​ແບບ​ຄຳ​ສັ່ງ​ດັ່ງ​ນີ້
         if (logical expression) {
           true statements
         } else {
           false statements
         }
 
 







​ໂດຍ​ທີ່
  • true statements ຄື​ຊຸ​ຄຳ​ສັ່ງ​ສຳ​ຫລັບ​ຄ່າ​ຈິງ
  • false statements ຄື​ຊຸ​ຄຳ​ສັ່ງ​ສຳ​ຫລັບ​ຄ່າ​ເທັດ


​ໂດຍ​ມີ​ໄຟ​ຊາດ​ຂອງ​ການ​ທຳ​ງານ​ຂອງ​ຄຳ​ສັ່ງ​ນີ້​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 3.4
ຮູບ​ທີ 3.4 ​ໂຟຊາດ​ຂອງ​ຄຳ​ສັ່ງ if..else

ຕົວຢ່າງ​ຂອງ​ການ​ໃຊ້​ຄຳ​ສັ່ງ if..else ມີ​ດັ່ງ​ນີ້
   if (radius >= 0) {
        area = radius*radius*Math.PI;
        System.out.println(area);
   } else {
        System.out.println(“Negative radius”);
   }
ຈາກ​ຕົວຢ່າງ​ນີ້​ຖ້າ​ຕົວ​ແປ radius ມີຄ່າ​ຫລາຍ​ກວ່າ​ຫລື​ເທົ່າ​ກັບ 0 (ນິພົດ​ຄ່າ​ເປັນຈິງ) ​ໂປຣ​ແກຣມຈະ​ທຳ​ງານ​ການ​ຄຳ​ນວນ​ຄ່າ ກຳນົດ​ຄ່າ​ແລະ​ພິມ​ຄ່າ​ຂອງ​ຕົວ​ແປ area ອອກ​ມາ​ແຕ່​ຖ້າ​ຕົວ​ແປ radius ມີຄ່າ​ນ້ອຍ​ກວ່າ 0 (ນິພົດ​ເປັນ​ເທັດ) ​ໂປຣ​ແກຣມຈະ​ສະ​ແດງ​ຂໍ້ຄວາມ Negative radius ອອກ​ມາ​ແທນ









ໂປຣ​ແກຣມທີ 3.2 ຕົວຢ່າງ​ການ​ໃຊ້​ຄຳ​ສັ່ງ if..else
Text Box: import javax.swing.JOptionPane;
public class SampleIfElse {
    public void showDemo() {
        String inputStr = JOptionPane.showInputDialog("Enter value");
        int score = Integer.parseInt(inputStr);
        if (score >= 50) {
            JOptionPane.showMessageDialog(null, "You pass");
        } else {
            JOptionPane.showMessageDialog(null, "You fail");
        }
    }
}
 















   ​ໂປຣ​ແກຣມທີ 3.2 ​ເປັນ​ຕົວຢ່າງ​ຂອງ​ການ​ໃຊ້​ຄຳ​ສັ່ງ ​if..else ໂດຍ​ໂປຣ​ແກຣມຈະ​ພິມ​ຂໍ້ຄວາມ You pass ຖ້າຄ່າ​ຂອງ​ຕົວ​ແປ score ທີ່​ຮັບ​ເຂົ້າ​ມາ​ທາງ​ໄດ​ອະລ໋ອກ ມີຄ່າ​ຫລາຍ​ກວ່າ​ຫລື​​ເທົ່າ​ກັບ 50 ​ແລະ​ພິມ​ຂໍ້ຄວາມ You fail ຖ້າ​ຄ່າຂອງ score ມີຄ່າ​ນ້ອຍ​ກວ່າ 50 ​ໂດຍ​ມີ​ຕົວຢ່າງ​ຂອງ​ຜົນ​ລັບ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 3.5
 

ຮູບ​ທີ 3.5 ຜົນ​ລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປຣ​ແກຣມທີ 3.2

3.2.3  ຄຳ​ສັ່ງ if ​ແບບ​ຊ້ອນ
       ຄຳ​ສັ່ງ if ຫລື if..else ​ສາມາດ​ທີ່​ຈະ​ຊ້ອນ​ຢູ່​ຂ້າງ​ໃນ​ຄຳ​ສັ່ງ if ຫລື if..else ອື່ນ​ໄດ້​ເຊັ່ນ: ​ໂຟຊາດ​ທີ່ສະ​ແດງ​ໃນ​ຮູບ​ທີ 3.6 ​ເຊິ່ງມີ​ຂັ້ນ​ຕອນ​ການ​ທຳ​ງານ​ຄື ​ໂປຣ​ແກຣມຈະ​ທຳ​ຊຸດ​ຄຳ​ສັ່ງ 3 ຖ້າ​ນິພົດ​ຕັກ​ກະສາ​ດທີ 1 ​ເປັນ​ເທັດ ​ແຕ່​ຖ້າ​ເປັນຈິງ​ຈະ​ຕວດ​ສອບ​ຜົນ​ລັບ​ຂອງ​ນິພົດ​ຕັກ​ກະສາ​ດທີ 2 ​ເຊິ່ງຖ້າ​ມີຄ່າ​ເປັນ​ຈິງ ຈະ​ທຳ​ຊຸດ​ຄຳ​ສັ່ງ​ທີ 1 ​ແຕ່​ຖ້າ​ມີຄ່າ​ເປັນ​ເທັດ​ຈະ​ທຳ​ຊຸດ​ຄຳ​ສັ່ງ​ທີ2

ຮູບ​ທີ 3.6 ​ໂຟຊາດ​ຂອງ​ຄຳ​ສັ່ງ​ if ແບບ​ຊ້ອນ

ຈາກ​ໂຟຊາດ​ໃນ​ຮູບ​ທີ 3.6 ສາມາ​ທີ່​ຈະ​ຂຽນ​ເປັນ​ຄຳ​ສັ່ງ ​if ແບບ​ຊ້ອນ​ໄດ້​ດັ່ງ​ນີ້
     if (logical expression 1) {
        if (logical expression 2) {
           statements 1
        } else {
           statements 2
        }
     } else {
        statements 3
     }
 
 















ຕົວຢ່າງ
      if (radius >= 0) {
         area = radius*radius*Math.PI;
         if(area >= 500.0) {
           System.out.println(“Big Circle”);
         } else {
           System.out.println(“Small Circle”);
         }
      } else {
         System.out.println(“Negative radius”);
      }


ຮູບ​ທີ3.7 ​ໂຟຊາດ​ຂອງຄ​ຳສັ່ງ if ​ແບ​ບຊ້ອນ





     ​ໂຄງ​ສ້າງ​ເລືອກ​ທຳ​ແບບ​ຊ້ອນ​ຍັງ​ມີ​ກໍລະນີ​ທີ່​ເປັນ​ດັ່ງ​ໂຟຊາດ​ໃນ​ຮູ​ບທີ 3.7 ​ເຊິ່ງ​ຈະ​ມີ​ຂັ້ນ​ຕອນ​ການ​ທຳ​ງານ​ຄື ​ໂປຣ​ແກຣມຈະ​ທຳ​ຊຸດ​ຄຳ​ສັ່ງ​ທີ 1 ຖ້າ​ນິພົດ​ຕັກກະສາ​ດທີ 1 ​ເປັນ​ຈິງ ​ແຕ່​ເປັນ​ເທັດ​ຈະ​ຕວດ​ສອບ​ຜົນ​ລັບ​ນິພົດ​ຕັກ​ກະສາ​ດທີ 2 ​ເຊິ່ງຖ້າ​ມີຄ່າ​ເປັນ​ຈິງ ຈະ​ທຳ​ຊຸດ​ຄຳ​ສັ່ງ​ທີ 2 ​ແຕ່​ຖ້າ​ມີຄ່າ​ເປັນ​ເທັດ​ຈະ​ທຳ​ຊຸດ​ຄຳ​ສັ່ງ​ທີ 3 ​ເຊິ່ງຈະ​ມີ​ຮູບ​ແບບ​ຂອງ​ຄຳ​ສັ່ງ​ດັ່ງ​ນີ້
        if (logical expression 1) {
              statements 1
        } else {
              if (logical expression 2) {
                   statements 2
              } else {
                   statements 3
              }
        }
 
 











   ​ໃນ​ກໍລະນີ​ນີ້​ສາມາດ​ທີ່​ຈະ​ຂຽນ​ຄຳ​ສັ່ງ if ​ແບບ​ຊ້ອນ​ໄດ້​ໃໝ່​ໃນ​ຮູບ​ຂອງ if..else if..else ​ໂດຍ​ມີ​ຮູບ​ແບບ​ຂອງ​ຄຳ​ສັ່ງ​ດັ່ງ​ນີ້
        if (logical expression 1) {
              statements 1
         } else if (logical expression 2) {
               statements 2
         } else {
               statements 3
         }
 
 









ຕົວຢ່າງ​ການ​ໃຊ້​ຄຳ​ສັ່ງ If..else if..else ມີ​ດັ່ງ​ນີ້
      if (score >= 80) {
          System.out.println(‘A’);
      } else if(score >= 70) {
          System.out.println(‘B’);
      } else if(score >= 60) {
          System.out.println(‘C’);
      } else if(score >= 50) {
          System.out.println(‘D’);
      } else {
          System.out.println(‘F’);
      }

     ຕົວຢ່າງ​ນີ້​ຈະ​ພິມ​ຕົວ​ອັກສອນ A ຖ້າ​ຕົວ​ແປ score ມີຄ່າ​ຫລາຍ​ກວ່າ​ຫລື​ເທົ່າ​ກັບ 80 ພິມ​ຕົວ​ອັກສອນ B ຖ້າ​ຕົວ​ແປ score ມີຄ່າ​ຕັ້ງ​ແຕ່ 70 ຈົນ​ເຖິງ 79 ພິມ​ຕົວ​ອັກສອນ C ຖ້າ​ຕົວ​ແປ score ມີຄ່າຕັ້ງ​ແຕ່ 60 ຈົນ​ເຖິງ 69 ພິມ​ຕົວ​ອັກສອນ D ຖ້າ​ຕົວ​ແປ score ມີຄ່າ​ຕັ້ງ​ແຕ່ 50 ຈົນ​ເຖິງ 59 ​ແລະ​ພິມ​ຕົວ​ອັກສອນ F ຖ້າຕົວ​ແປ score ມີຄ່າ​ນ້ອຍ​ກວ່າ 50

ໂປຣ​ແກຣມທີ 3.3 ການ​ໃຊ້​ຄຳ​ສັ່ງ if..else if..else
Text Box: import javax.swing.JOptionPane;
public class SampleIfElseIf {
    public void showDemo() {
        String inputStr = JOptionPane.showInputDialog("Enter value");
        int x = Integer.parseInt(inputStr);
        if (x == 1) {
           JOptionPane.showMessageDialog(null, "Value is one");
        } else if (x == 2) {
           JOptionPane.showMessageDialog(null, "Value is two");
        } else {
           JOptionPane.showMessageDialog(null, "Other than 1 and 2 ");
        }
    }
}
 

















    ​ໂປຣ​ແກຣມທີ 3.3 ສະ​ແດງ​ຕົວຢ່າງ​ການ​ໃຊ້​ຄຳ​ສັ່ງ it..else if..else ​ໂປ​ຣ​ແກຣມນີ້​ຈະ​ອ່ານ​ຄ່າ​ທີ່​ປ້ອນ​ເຂົ້າ​ມາ​ທາງ​ໄດ້​ອະລ໋ອກບ໋ອກ ​ໂດຍ​ໂປຣ​ແກຣມຈະ​ພິມ​ຂໍ້ຄວາມ​ວ່າ “Value is one” ຖ້າ​ຄ່າ​ທີ່​ປ້ອນ​​ເຂົ້າ​ມາ​ເປັນ 1 ພິມ​ຂໍ້ຄວາມ​ວ່າ “Value is two” ຖ້າ​ຄ່າ​ທີ່​ປ້ອນ​ເຂົ້າ​ມາ​ເປັນ 2 ​ແລະ​ພິມ​ຂໍ້ຄວາມ​ວ່າ “Other than 1 or 2” ຖ້າ​ຄ່າ​ທີ່​ປ້ອນ​ເຂົ້າ​ມາ​ເປັນ​ຄ່າ​ອື່ນໆ
3.2.4  ຄຳ​ສັ່ງ swithc
        ຄຳ​ສັ່ງ switch ​ເປັນ​ຄຳ​ສັ່ງ​ໂຄງ​ສ້າງ​ແບບ​ເລືອກ​ທຳ ​ໂດຍ​ມີ​ຮູບ​ແບບ​ດັ່ງ​ນີ້
           switch (expression) {
               case value 1 : statements 1
                              break;
               case value 2 : statements 2
                              break;
:
               case value N : statements N
                              break;
               default : statements N+1
                        break;
           }
 
 













​ໂດຍ​ທີ່
  • expression ຄື​ນິພົດ​ທີ່​ຕ້ອງ​ມີ​ຊະນິດ​ຂໍ້​ມູນ​ເປັນ char, byte, short ຫລື int ​ເທົ່າ​ນັ້ນ
  • value 1.. value N ຄື​ຂໍ້​ມູນ​ຄ່າ​ຄົງ​ທີ່​ເຊິ່ງມີ​ຊະນິດ​ຂໍ້​ມູນ​ທີ່​ສອດ​ຄ່ອງກັບ​ຊະນິດ​ຂໍ້​ມູນ​ຂອງ expression

   ຄຳ​ສັ່ງ switch ຈະ​ຕວດ​ສອບ​ຄ່າ​ຂອງ​ນິພົດ​ທີ່​ອາດ​ເປັນ​ຊະນິດ​ຂໍ້​ມູນ char, byte, short ຫລື int ກໍລະນີ​ຄ່າ​ຂອງ​ນິພົດ​ມີຄ່າ​ກົງ​ກັບ​ຄ່າ​ທີ 1 ​ໂປຣ​ແກຣມຈະ​ທຳ​ຊຸດ​ຄຳ​ສັ່ງ​ທີ 1 ຖ້າ​ມີ​ຄ່າກົງກັບ​ຄ່າ​ທີ 2 ກໍ່​ຈະ​ທຳ​ຊຸດ​ຄຳ​ສັ່ງ​ທີ 2 ຖ້າ​ມີຄ່າ​ກົງ​ກັບ​ຄ່າ​ທີ N ກໍ່​ຈະ​ທຳຊຸດ​ຄຳ​ສັ່ງ​ທີ N ສ່ວນ​ກໍລະນີ​ທີ່​ມີຄ່າ​ບໍ່​ກົງ​ກັບ​ຄ່າ​ໃດໆ ​ເລີຍ​ໃນ​ຄຳ​ສັ່ງ case ກໍ່​ຈະ​ທຳ​ຊຸດ​ຄຳ​ສັ່ງ​ໃນ default ຄື​ຊຸດ​ຄຳ​ສັ່ງ​ທີ N+1 ​ເຊິ່ງສະ​ແດງ​ຂັ້ນ​ຕອນ​ການ​ທຳ​ງານ​ໄດ້​ດັ່ງ​ໂຟຊາດ​ໃນ​ຮູບ​ທີ 3.8








ຮູບ​ທີ 3.8 ​ໂຟຊາດ​ຂອງ​ຄຳ​ສັ່ງ switch

ຕົວຢ່າງ​ຂອງ​ການ​ໃຊ້​ຄຳ​ສັ່ງ switch ມີ​ດັ່ງ​ນີ້
      switch (x) {
          case 1 : System.out.println(“One”);
                   break;
          case 2 : System.out.println(“Two”);
                   break;
          case 3 : System.out.println(“Three”);
                   break;
          default : System.out.println(“Other”);
        }

ຕົວຢ່າງ​ນີ້​ຈະ​ພິມ​ຂໍ້ຄວາມ​ຕາມ​ຄ່າ​ຂອງ x ຕັ້ງ​ແຕ່ 1 ​ເຖິງ 3 ​ແລະ​ຈະ​ພິມ​ຂໍ້ຄວາມ​ວ່າ other ຖ້າ​ຄ່າ​ຂອງ x ​ເປັນ​ຄ່າ​ອື່ນໆ ຄຳ​ສັ່ງ switch ມີ​ຂໍ້​ກຳນົດ​ຕ່າງໆ ດັ່ງ​ນີ້
  • ນິພົດ​ຕ້ອງ​ມີ​ຊະນິດ​ຂໍ້​ມູນ​ເປັນ char, byte, short ຫລື int ​ເທົ່າ​ນັ້ນ
  • ຊະນິດ​ຂໍ້​ມູນ​ຂອງ​ນິພົດ​ແລະ​ຄ່າ​ທີ 1 ​ເຖິງ N ຕ້ອງ​ເປັນ​ຊະນິດ​ຂໍ້​ມູນ​ດຽວ​ກັນ
  • ຄຳ​ສັ່ງ Break ຈະ​ຫຍຸດ​ການ​ທຳ​ງານ​ພາຍ​ໃນ​ບ໋ອກ { } ຖ້າ​ບໍ່​ມີ​ຄຳ​ສັ່ງ break ​​ໂປຣ​ແກຣມຈະ​ທຳ​ຄຳ​ສັ່ງ​ຖັດ​ໄປ ຕົວຢ່າງ​ເຊັ່ນ
      switch (x) {
          case 1 : System.out.println(“One”);
          case 2 : System.out.println(“Two”);
                   break;
          default : System.out.println(“Other”);
      }
ຈະ​ພິມ​ຂໍ້ຄວາມ One ຕາມ​ດ້ວຍ Two ​ໃນ​ກໍລະນີ x ມີຄ່າ​ເປັນ 1
  • ​ເງື່ອນ​ໄຂ default ຈະ​ມີ​ຫລື​ບໍ່​ມີ​ກໍ່​ໄດ້

   ​ໂປຣ​ແກຣມທີ 3.4 ສະ​ແດງຕົງ​ຢ່າງ​ຂອງ​ການ​ໃຊ້​ຄຳ​ສັ່ງ switch ​ເຊິ່ງຈະ​ໄດ້ຜົນ​ລັບ​ເປັນ​ຂໍ້​ຄວາມ​ວ່າ Value is one ຖ້າ​ຕົວ​ເລກ​ທີ່​ປ້ອນ​ເຂົ້າ​ມາ​ມີ​ຄ່າ​ເປັນ 1 ​ເປັນ​ຂໍ້ຄວາມ​ວ່າ Value is two ຖ້າ​ຕົວ​ເລກ​ທີ່​ປ້ອນ​ເຂົ້າ​ມາ​ມີຄ່າ​ເປັນ 2 ​ແລະ​ເປັນ​ຂໍ້ຄວາມ​ວ່າ Other than 1 or 2 ຖ້າ​ຕົວ​ເລກ​ທີ່​ປ້ອນ​ເຂົ້າ​ມາ​ມີຄ່າ​ອື່ນໆ

ໂປຣ​ແກຣມທີ 3.4 ຕົວຢ່າງ​ການ​ໃຊ້​ຄຳ​ສັ່ງ switch
import javax.swing.JOptionPane;
public class SampleSwitch {
    public void showDemo() {
        String inputStr = JOptionPane.showInputDialog("Enter value");
        int x = Integer.parseInt(inputStr);
        switch (x) {
            case 1: JOptionPane.showMessageDialog(null, "Value is one");
                    break;
            case 2: JOptionPane.showMessageDialog(null, "Value is two");
                    break;
            default: JOptionPane.showMessageDialog(null, "Other than 1 and 2");
        }
    }
}
 
 












3.3 ​ໂຄງ​ສ້າງ​ແບບ​ທຳ​ຊ້ຳ
     ​ໂຄງ​ສ້າງ​ແບບທຳ​ຊ້ຳ ​ເປັນ​ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ສັ່ງ​ໃຫ້​ຊຸດ​ຄຳ​ສັ່ງ​ໃດໆ ທຳ​ຊ້ຳ​ຫລາຍ​​ເທື່ອ​ຕາມ​ເງື່ອນ​ໄຂ​ທີ່​ລະບຸ ​ເຊິ່ງຊຸດ​ຄຳ​ສັ່ງ​ໂຄງ​ສ້າງ​ແບບ​ທຳ​ຊ້ຳ​ປະກອບ​ດ້ວຍ​ຄຳ​ສັ່ງ
  • ຄຳ​ສັ່ງ while
  • ຄຳ​ສັ່ງ do..while
  • ຄຳ​ສັ່ງ for

3.3.1 ຄຳ​ສັ່ງ while
      ຄຳ​ສັ່ງ while ຈະ​ມີ​ຮູບ​ແບບ​ດັ່ງ​ນີ້
           initial statements
           while (logical expression) {
                    statements
                  update statements
           }
 
 







​ໂດຍ​ທີ່
  • Initial statements ຄື​ຄຳ​ສັ່ງ​ໃຊ້​ໃນ​ການ​ກຳນົດ​ຄ່າ​ເລີ່​ມຕົ້ນ
  • logical expression ຄື​ນິພົດ​ຕັກ​ກະສາ​ດ
  • update statements ຄື​ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ປ່ຽນ​ແປງ

   ຄຳ​ສັ່ງ while ຈະ​ທຳ​ຊຸດ​ຄຳ​ສັ່ງ​ແລະ​ຄຳ​ສັ່ງ​ປ່ຽນ​ແປງ​ຄ່າ​ທີ່ຢູ່​ໃນ​ບ໋ອກ { } ຕາບ​ໃດ​ທີ່​ນິພົດ​ຕັກ​ກະສາ​ດຍັງ​ມີຄ່າ​ເປັນ​ຈິງ ຄຳ​ສັ່ງ​ທີ່ຢູ່​ໃນ​ບ໋ອກ { } ຈະ​ຕ້ອງ​ມີ​ຄຳ​ສັ່ງ​ໃນ​ການ​ປ່ຽນ​ແປງ​ຄ່າ ​ເພື່ອ​ປ່ຽນ​ຄ່າ​ເພື່ອ​ປ່ຽນ​ຄ່າ​ນິພົດ​ຕັກ​ກະສາ​ດ​ໃຫ້​ມີຄ່າ​ເປັນ​ເທັດ​ດັ່ງ​ນັ້ນ​ແລ້ວ​ໂປຣ​​ແກຣມຈະ​ທຳ​ຄຳ​ສັ່ງ​ຢູ່​ໃນ​ບ໋ອກ​ແບບ​ບໍ່​ມີ​ທີ່​ສິ້ນ​ສຸດ ຄຳ​ສັ່ງ whileສາມາດ​ຂຽນ​ເປັນ ​ໂຟຊາດ​​ໄດ້ ດັ່ງ​ສະ​ແດງ​ໃນ​ຮູບ​ທີ 3.9









ຮູບ​ທີ 3.9 ​ໂຟຊາດ​ຂອງ​ຄຳ​ສັ່ງ while

ຕົວຢ່າງ​ຂອງາ​ການ​ໃຊ້​ຄຳ​ສັ່ງ ​while ເພື່ອ​ພິມ​ຂໍ້ຄວາມ​ວ່າ Hello World ສິບ​ເທື່ອ ມີ​ດັ່ງ​ນີ້
      int count = 1;
      while(count <= 10) {
           System.out.println(“Hello World”);
           count++;
      }

   ຕົວຢ່າງ​ນີ້​ມີ​ຄຳ​ສັ່ງ int count = 1; ​ເປັນ​ຄຳ​ສັ່ງ​ກຳນົດ​ຄ່າ​ເລີ່ມຕົ້ນ ​ໂດຍ​ມີ​ນິພົດ​ຕັກ​ກະສາ​ດຄື count <= 10 ​ເຊິ່ງ​ໂປຣ​ແກຣມຈະ​ທຳ​ຄຳ​ສັ່ງ​ໃນ​ບ໋ອກ { } ຕາບ​ເທົ່າ​ທີ່​ນິພົດ​ຕັກ​ກະສາ​ດມີຄ່າ​ເປັນ​ຈິງ (ກ່າວ​ຄື​ຄ່າ​ຂອງ​ຕົວ​ແປ count ນ້ອຍ​ກວ່າ​ຫລື​ເທົ່າ​ກັບ 10) ສ່ວນ​ຄຳ​ສັ່ງ count ++; ​ເປັນ​ຄຳ​ສັ່ງ​ປ່ຽນ​ແປງ​ຄ່າ​ຂອງ​ຕົວ​ແປ count ​ໂດຍ​ຈະ​ເພີ່ມ​ຄ່າ​ທີລະ​ໜຶ່ງ​ໃນ​ແຕ່​ລະ​ຮອບ​ຈົນ​ກະທັ້ງມີຄ່າ​ເປັນ 11 ​ເຊິ່ງຈະ​ມີ​ຜົນ​ທຳ​ໃຫ້​ນິພົດ count <= 10 ມີຄ່​າ​ເປັນ​ເທັດ ຫາກ​ບໍ່​ມີ​ຄຳ​ສັ່ງ count++; ​ໃນ​ບ໋ອກ { } ຈະ​ທຳ​ໃຫ້​ຄ່າ count ມີຄ່າ​ເປັນ 1 ຕະຫລອດ ​ແລະ​ຈະ​ທຳ​ໃຫ້​ນິພົດ count <= 10 ມີຄ່າ​ເປັນຈິງ​ສ​ເໜີ ​ເຊິ່ງກໍ່​ຈະ​​ເຮັດ​ໃຫ້​ໂປຣ​ແກຣມພິມ​ຂໍ້ຄວາມ Hello World ​ໂດຍ​ບໍ່​ມີ​ສິ້ນ​ສຸດ
ໂປຣ​ແກຣມທີ 3.5 ຕົວຢ່າງ​ການ​ໃຊ້​ຄຳ​ສັ່ງ while
Text Box: public class SampleWhile {
    public void showDemo() {
        int i = 1;
        while(i <= 10) {
           System.out.print(i+" ");
           i++;
        }
    }
}
 











   ​ໂປຣ​ແກຣມທີ 3.5 ສະ​ແດງ​ຕົວຢ່າງ​ການ​​ໃຊ້​ຄຳ​ສັ່ງ ​while ເພື່ອ​ພິມ​ຄ່າ​ຕົວ​​​ເລກ 1 ​ເຖິງ10 ​ເຊິ່ງຜົນ​ລັບ​ຂອງ​ໂປຣ​ແກຣມ​ເປັນ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 3.10

ຮູບ​ທີ 3.10 ຜົນ​ລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປ​ຣ​ແກຣມທີ 3.5

3.3.2  ຄຳ​ສັງ do..while
       ຄຳ​ສັ່ງ do..while ​ເປັນ​ຄຳ​ສັ່ງ​ທີ່​ເປັນ​ໂຄງ​ສ້າງ​ແບບ​ທຳ​ຊ້ຳ​ທີ່​ມີ​ການ​ທຳ​ງານ​ຄື​ກັບ​ຄຳ​ສັ່ງ while ​ໂດຍ​ມີ​ຮູບ​ແບບ ຄຳ​ສັ່ງ​ດັ່ງ​ນີ້
           initial statements
           do {
                 statements
               update statements
           } while(logical expression);
 
 







   ​ໂດຍ​ມີ​ໂຟຊາດ​ຂອງ​ການ​ທຳ​ງານ​ຂອງ​ຄຳ​ສັ່ງ​ນີ້​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 3.11 ຂໍ້​ແຕກ​ຕ່າງ​ຂອງ​ຄຳ​ສັ່ງ while ກັບ​ຄຳ​ສັ່ງ do..while ຄື​ຄຳ​ສັ່ງ do..while ຈະ​ທຳ​ຄຳ​ສັ່ງ​ໃນ​ບ໋ອກ { } ຢ່າງ​ນ້ອຍ​ໜຶ່ງ​ເທື່ອ​ແລ້ວ​ຈຶ່ງ​ທຳ​ການ​ຕວດ​ສອບ​ເງື່ອນ​ໄຂ​ໃນ​ນິພົດ​ຕັກ​ກະສາ​ດ ຂະນະ​ທີ່​ຄຳ​ສັ່ງ while ຈະ​ທຳ​ການ​ຕວດ​ສອບ​ເງື່ອນ​ໄຂ​ໃນ​ນິພົດ​ຕັກ​ກະສາ​ດກ່ອນ​ເຊິ່ງຫາກ​ມີຄ່າ​ເປັນ​ຈິງ​ເຖິງ​ຈະ​ທຳ​ຄຳ​ສັ່ງ​ໃນ​ບ໋ອກ { }

ຮູບ​ທີ 3.11 ​ໂຟຊາດ​ຂອງ​ຄຳ​ສັ່ງ do..while
ຕົວຢ່າງ​ຂອງ​ການ​ໃຊ້​ຄຳ​ສັ່ງ do..while ​ເພື່ອ​ພິມ​ຂໍ້ຄວາມ​ວ່າ ສິບ​ເທື່ອ​ມີ​ດັ່ງ​ນີ້
      int count = 1;
      do {
            System.out.println(“Hello World”);
            count++;
      } while(count <= 10);
​​ໂປຣ​ແກຣມທີ 3.6 ຕົວຢ່າງການ​ໃຊ້​ຄຳ​ສັ່ງ do..while
public class SampleDoWhile {
     public void showDemo() {
         int i = 1;
         do {
            System.out.print(i+" ");
            i++;
         } while (i <= 10);
     }
}
 
 









    ​ໂປຣ​ແກຣມທີ 3.6 ສະ​ແດງ​ຕົວຢ່າງການ​ໃຊ້​ຄຳ​ສັ່ງ do..while ​ເພື່ອ​ພິມ​ຄ່າ​ຕົວ​ເລກ 1 ​ເຖິງ 10 ​ເຊິ່ງຈະ​ໄດ້ຜົນ​ລັບ​ເຊັ່ນ ດຽວ​ກັບ​ໂປຣ​ແກຣທີ 3.5

ไม่มีความคิดเห็น:

แสดงความคิดเห็น