หน้าเว็บ

ແຟດຟອມ Java

ແຟດຟອມ Java

ແຟດຟອມ Java SE ​ເປັນ​ແຟດຟອມຈາ​ວາ​ມາດຕະຖານ​ທີ່​ໃຊ້​ໃນ​ການ​ພັດທະນາ​ໂປຣ​ແກຣມພາສາ​ຈາ​ວາ​ເພື່ອ​ໃຊ້​ງານ​ກັບ​ເຄື່ອງ​ຄອມ​ພິວ​ເຕີ​ທົ່ວ​ໄປ Virtual Machine ທີ່ກຳນົດ​​ໄວ້​ໃນ​ແຟດຟອມນີ້​ຄື JVM ​ແລະ​ມີ Java API ກຳນົດ​ໄວ້​ຕ່າງໆ ​ເຊັ່ນ: java.lang, java.util, java.io ​ແລະ java.net
       ​ແຟດຟອມ Java SE ໃຊ້​ໃນ​ການ​ພັດທະນາ​ໂປຣ​ແກຣມຈາ​ວາ​ທີ່​ໃຊ້​ໃນ​​ເຄື່ອງ​ຄອມ​ພິ​ວ​ເຕີ​ລູກ​ຂ່າຍ ​ໂດຍ​ແບ່ງ​ອອກ​ເປັນ​ສອງ​ປະ​ເພດ​ຄື:
  • ​ໂປຣ​ແກຣມປະຍຸກ (Java Application) ຄື​ໂປຣ​ແກຣມທີ່​ໃຊ້​ງານ​ທົ່ວ​ໄປ
  • ​ໂປຣ​ແກຣມຈາ​ວາ​ແອບ​ເພດ (Java Applet)ຄື​ໂປຣ​ແກຣມພາສາ​ຈາ​ວາ​ທີ່​ລັນ​ບົນ​ເວ​ບບາ​ວ​
ເຊີ​ເວີ​ຊັນ​ລ່າ​ສຸດ​ຂອງ​ Java SE ຄື​ເວີ​ຊັນ 7 (​ເດືອນ​ມີນາ ຄ.ສ. 2010) ​ເຊິ່ງຜູ້​ໃຊ້​ສາມາດ download ໄດ້​ຟຣີທາງ​ເວ​ບ​ໄຊ​ທີ່​ຊື່ java.sun.com
1.8.2 Java Platform, Enterprise Edition
      ​ແຟດຟອມຈາ​ວາ​ລຸ້ນນີ້ ມີ​ຈຸດປະສົງ​ເພື່ອ​ໃຊ້​ພັດທະນາ​ໂປຣ​ແກຣມພາສາ​ຈາ​ວາ​ສຳ​ຫລັບ​ເຄື່ອງ​ແມ່​ຂ່າຍ ​ໂດຍ​ມຸ້ງ​ເນັ້ນ​ການ​ພັດທະນາ​ໂປຣ​ແກຣມທີ່​ເປັນ N-tier ສຳ​ຫລັບ​ງານ​ໃນ​ອົງ​ກອນ​ໂດຍ​ໃຊ້​ໂປຣ​ແກຣມ Application Server ຫລື​ໂປຣ​ແກຣມ Web Server ທີ່​ເອີ້ນ​ວ່າ​ໂປຣ​ແກຣມຈາ​ວາ​ແບບ Servlet ​ໂປຣ​ແກຣມ Application Server ​ເປັນ​ໂປຣ​ແກຣມທີ່​ຊ່ວຍ​​ໃນ​ການພັດທະນາ​ໂປຣ​ແກຣມພາສາ​ຈາ​ວາ ທີ່​ສາມາດ​ປ່ຽນ​ແປງ ​ແກ້​ໄຂ​ ​ແລະ​​ນຳ​ກັບ​ມາ​​ໃຊ້​​ໃໝ່ໄດ້​ງ່າຍ ​ໂດຍ​ພັດທະນາ​ເປັນ​ສ່ວນ​ປະກອບ​ອອບ​ເຈັກ (Object Component) ທີ່​ເອີ້ນ​ວ່າ Enterprise Java Bean (EJB) ​ໂປຣ​ແກຣມ Web Server ຫລື Application Server ທີ່​ໃຊ້​ກັບ​ພາສາ​ຈາ​ວາ​ໃນ​ປັດຈຸບັນ​ມີ​ທັງ​ໂປຣ​ແກຣມທີ່​ເປັນ​ແບບ​ເປີດ​ຊອດ​ໂຄດ ​ເຊັ່ນ: Tomcat, GlassFish ຫລື JBoss ​ແລະ​ໂປຣ​ແກຣມ​ເພື່ອ​ການ​ຄ້າ​ເຊັ່ນ: WebLogic ຫລື WebSphere
ສຳ​ຫລັບ​ເວີ​ຊັນ​ລ່າ​ສຸດຂອງ Java EE ຫລື Java EE6 (​ເດືອນ​ມີນາ ຄ.ສ.2010)
 

ເກດ​ຄວາມ​ຮູ້
     ການ​ພັດທະນາ​ໂປຣ​ແກຣມ Web Server ຈະ​ຕ້ອງ​ມີ​ເຄື່ອງ​ລູູກຂ່າຍ​ໃນ​ການສະ​ແດງ​ຜົນ​ຜ່ານ​ທາງ​ອິນ​ເຕີ​ເນັດ​ເຊິ່ງ​ໂດຍ​ສ່ວນ​ຫລາຍ​ຈະ​ໃຊ້​ໂປຣ​ແກຣມ​ເວ​ບບາ​ວ​ເຊີ​ໃນ​ການສະ​ແດງ​ຜົນ ການ
ພັດທະນາ​ໂປຣ​ແກຣມ​ເວ​ບບາ​ວ​ເຊີ Web Server ຈະ​ຕ້ອງ​ມີ​ການ​ຕິດ​ຕັ້ງ​ເຄືອ​ຂ່າຍ​ແມ່ ​ແລະ​ໂປຣ​ແກ​ຣມ​ Web Server ທີ່​ອາດ​ໃຊ້​ເຄື່ອງ​ຄອມ​ພິວ​ເຕີ​ທີ່​ມີ​ປະ​ສິດທິ​ພາບ​ສູງ ​ແລະ​ໃຊ້​ລະບົບ​ປະຕິບັດ​ການ​ສຳ​ຫລັບ​ແມ່​ຂ່າຍ​ເຊັ່ນ: Windows Server, Linux ​ແລະ Solaris ​ເປັນ​ຕົ້ນ ພາສາ​ທີ່​ນິຍົມ​ໃຊ້​ພັດທະນາ​ບັນດາ​ໂປຣ​ແກຣມ​ບົນ Web Server ທີ່​ນິຍົມ​ໃນ​ປັດ​ຈຸ​ບັນ​ຄື: Java, PHP ​ແລະ ASP.NET

 


                   ສຳ​ຫລັບ​ໂປຣ​ແກຣມ Web Server ທີ່​ເປັນ​ທີ່​ນິຍົມ​ຕົວ​ໜຶ່ງ​ໃນ​ພາສາ​ຈາ​                   
                   ວາ​ຄື Tomcat ເຊິ່ງ​ເປັນ​ໂປຣ​ແກຣ​ແບບ​ເປີດ​ເຜີຍ​ຊອດ​ໂຄ​ດທີ​ພັດທະນາ​
                   ໂດຍ Apache Software Foundation ​ເຊິ່ງສາມ​າດທຳ​ງາ​ນ​ໄດ້​ບົນ​
                   ລະບົບ​ປະຕິບັດ​ການ​ຕ່າງໆ ​ເຊັ່ນ: Linux ​ແລະ Windows ​ໂດຍ​ເວີ​
                   ຊັນ​ປັດຈຸບັນ​ຄື Tomcat 6.0 (​ເດືອນ​ມີນາ ຄ.ສ.2010)



                                              



1.8.3 Java Platform, Micro Edition
      ​ແຟດຟອມຈາ​ວາ Java ME ​ເປັນ​ແຟດຟອມຈາ​ວາ​ທີ່​ໃຊ້​ໃນ​ການ​ພັດທະນາ​ໂປຣ​ແກຣມ
ພາສາ​ຈາ​ວາ​ເພື່ອ​ໃຊ້​ງານ​ກັບ​ອຸປະກອນ​ໄຟຟ້າ ​ແລະ​ເຄື່ອງມື​ສື່ສານ​ຕ່າງໆ ​ເຊັ່ນ:ໂທລະສັບ​ມື​ຖື ຫລື
PDA (Personal Digital Assistant) ​ເປັນ​ຕົ້ນ
       ​ແຟດຟອມ Java ME ຈະ​ໃຊ້ Virtual Machine ທີ່​ມີ​ຂະໜາດ​ນ້ອຍ​ກວ່າ JVM ທີ່​ໃຊ້​ໃນ​ເຄື່ອງ​ຄອມ​ພິວ​ເຕີ​ທົ່ວ​ໄປ ທັງ​ນີ້​ເນື່ອງ​ຈາກ​ອຸປະກອນ​ເຫລົ່າ​ນັ້ນ​ຈະ​ມີ​ຄວາມ​ຈຳ​ນ້ອຍ​ກວ່າ​ແລະ
ຈະ​ມີໜ່ວຍ​ປະມວນ​ຜົນ​ກາງ​ທີ່​ມີ​ຄວາມ​ໄວຊ້າ​ກວ່າ
        ​ແຕ່​ເນື່ອງ​ຈາກ​ປັດຈຸບັນ​ມີ​ການ​ອອກ​ໂທລະສັບ​ມື​ຖື​ລຸ້ນຕ່າງໆ​ອອກ​ມາ​ຫລາຍ​ໂດຍ​ໃຊ້​ລະບົບ​ປະຕິບັດ​ການ​ທີ່​ຕ່າງ​ກັນ​ເຊັ່ນ: ຄ່າຍ​ໂນ​​ເກ​ໃຊ້​ລະບົບ Symbian ຄ່າຍ Apple ຈະ​ໃຊ້ iPhone ​ແລະ​ຄ່າ​ຍ Google ຈະ​ໃຊ້ Andriod ຈຶ່ງ​ເຮັດ​ໃຫ້​ແຟດຟອມ​ໃນການ​ພັດທະນາ​ໂປຣ​ແກຣມຈາ​ວາ​ບົນ​ໂທລະສັບ​ມື​ຖື​ມີ​ຄວາມ​ຫລາກ​ຫລາຍຂຶ້ນ ກ່າວ​ຄືນ​ອກຈາກ​ແຟດຟອມ Java ME
ທີ່ສາມາດ​ທຳງານ​ບົນ​ໂທລະສັບ​ມື​ຖື​ສ່ວນ​ໃຫຍ່​ລວມທັງ​ລະບົບ​ປະຕິບັດ​ການ Symbian ​ແລ້ວ​ຍັງ​ມີ​ແຟດຟອມ Android ທີ່​ພັດທະນາ​ໂປຣ​ແກຣມຈາ​ວາ​ໂດຍ​ໃຊ້​ຄຳ​ສັ່ງ​ມາດຕະຖານ​ທີ່ຢູ່​ໃນJava SE
​ແລະ​ແຟດຟອມ Java FX ທີ່​ພັດທະນາ​ລ່າ​ສຸດ​ໂດຍ​ບໍລິສັດ​ຊັນ​ໄມ​ໂຄ​ຊອບ​ຊິດ​ເຕັມ

ເກດ​ຄວາມ​ຮູ້

                    Android ເປັນ​ແຟດຟອມສຳ​ຫລັບ​ໂທລະສັບ​ມື​ຖືທີ່​ພັດທະນາ ​ໂດຍ​
                        ກຸ່ມ Open Handset Alliance ທີ່​ປະກອບ​ດ້ວຍ​ລບໍລິສັດ​ຕ່າງ​
                        ເຊັ່ນ: Google, HTC, Intel ​ແລະ Samsung ​ເປັນ​ຕົ້ນ ​ໂດຍ​  
                        ກໍານົດ​ແຟດຟອມທີ່​ໃຊ້​ລະບົບ​ປະຕິບັດ​ການ Linux ບົນ​ເຄື່ອງ​
                        ໂທລະສັບ​ມື​ຖື​ແລະ​ຄຳ​ສັ່ງ​ໃນ​ການ​ພັດທະນາ​ໂປຣ​ແກຣມ​ໂດຍ​ການ​
                        ໃຊ້​ພາສາ​ຈາ​ວາ ​ໂທລະສັບ​ມື​ຖື​ທີ່​ໃຊ້​ມາດ​ຕະຖານ Android
                        ລຸ້ນທໍາອິດ​ຄື T1-Mobile G1 ​ໂດຍ​ບໍລິສັດ HTC ເມື່ອ​ທ້າຍ​
ປີ ຄ.ສ. 2008 ​ແລະ​ມີ​ການ​ນຳ​ເຂົ້າ​ມາ​ຈຳໜ່າຍ​ໃນ​ປະ​ເທດ​ໄທ​ແລ້ວ

     ພາຍຫລັງ​ຈາກ​ທີ່​ທາງບໍລິ​ສັດ​ອໍ​ລາ​ໂຄໄດ້​ເຂົ້າ​ມາ​ຊື້​ກິດຈະການຂອງ​ບໍລິສັດ​ຊັນ​ໄມ​ໂຄ​ຊິດ​ເຕັມ ທາງ​ບໍລິສັດ​ກໍ່​ໄດ້​ປະກາດ​ສະໜັບສະໜູນ​ໃຫ້​ເຕັກ​ໂນ​ໂລ​ຊີຈາ​ວາ​ເປັນ​ແບບ​ລະບົບເປີດ ທີ່​ສາມາດ​ລັນ​ໄດ້​ຫລາກ​ຫລາຍ​ອຸປະກອນ​ຄື​ເກົ່າ (Complete. Open.Integrated)​ ​ໂດຍ​ກຳນົດ​ໃຫ້​ມີ API ​ແລະ JVM ທີ່​ຫລາກ​ຫລາຍ​ຄືເກົ່າ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 1.9


ຮູບ​ທີ 1.9 ​ແຟດຟອມລ່າ​ສຸດ​ຂອງ Java Technology

ไม่มีความคิดเห็น:

แสดงความคิดเห็น