หน้าเว็บ

ຫລັກການເຊີງອອບເຈັກ


ຫລັກການ​ເຊີງ​ອອບ​ເຈັກ
​ເນື້ອ​ຫາ​ໃນ​ບົດ​ເປັນ​ການ​ແນະນຳ​ຫລັກການ​ພັດທະນາ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ ອະທິບາຍ​ຄວາມ​ໝາຍ​ຂອງ​ຄຳ​ນິຍາມຕ່າງໆ ​ໃຊ້​​ໃນ​ການ​ພັດທະນາ​ໂປ​ຣ​ແກຣມ​ເຊີງ​ອອບ​ເຈັກ​ເຊັ່ນ ຄາດ ອອບ​ເຈັກ ຄຸນ​ລັກສະນະ​ແລະ​​ເມ​ທອດ ​ແນະ​ນຳ​ການ​ປະກາດ​ດັ່ງກ່າວ​ໂດຍ​ໃຊ້​ພາສາ​ຈາ​ວາ ອະທິ​ບາຍ​ຄຸນ​ລັກສະນະ​​ເດັ່ນ​ຂອງ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ ​ແນະນຳ​ຄາດ​ໃຊ້​ໃນ​ການ​ຈຳລອງ​ຂໍ້​ກຳນົດ​ຂອງ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ ​ແລະ​ໃນ​ສ່ວນ​ທ້າຍ​ຂອງ​ບົດ​ຈະ​ເປັນ​ການ​ແນະນຳ​ຂັ້ນ​ຕອນ​ການ​ພັດທະນາ​ໂປຣ​ແກຣມ​ໂດຍ​ໃຊ້​ໃຊ້​ຫລັກການ​ເຊີງ​ອອບ​ເຈັກ

4.1  ອົງ​ປະກອບ​ຂອງ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ
      ພາສາ​ຈາ​ວາ​ເປັນພາສາ​ຄອມ​ພິວ​ເຕີ ທີ​ໃຊ້​ຫລັກການ​ການ​ພັດ​ນາ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ທີ່​ເອີ້​ນຍໍ້ວ່າ​ເປັນ​ພາສາຄອມພິວ​ເຕີ​ແບບ OOPການ​ພັດທະນາ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຈະ​​ເປັນ​ຂະ​ບວນການ​ການ​ວິ​ເຄາະ​ປັນຫາ​ໂດຍ​ການ​ຈຳລອງ​ປັນ​ຫາ​ວ່າ​ປະກອບ​ໄປ​ດ້ວຍ​ອອບ​ເຈັກ​ໃດ​ແດ່ ​ແລ້ວ​ຈຶ່ງ​ຂຽນ​ໃຫ້​ຢູ່​ໃນ​ຮູບ​ແບບ​ຂອງ​ໂປຣ​ແກຣມຄອມ​ພິວ​ເຕີ ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຈະ​ມີ​ຄຳ​ນີຍາມ​ທີ່​ສຳຄັນ​ສອງ​ຄຳ​ຄື ອອບ​ເຈັກ ​(Object) ແລະ​ຄາດ (Class)
4.1.1  ອອບ​ເຈັກ
       ອອບ​ເຈັກ​ຄື​ສິ່ງ​ຕ່າງໆ ທີ່​ມີ​ຢູ່​ໃນ​ຊີວິດ​ປະຈຳ​ວັນ​ແບ່ງ​ໄດ້​ເປັນ​ສອງ​ປະ​ເພດ​ຄື
1.   ​ສິ່ງ​ທີ່​ເປັນ​ຮູບ​ປະ​ທຳ Tangible ຄື​ສິ່ງ​ທີ່​ເປັນ​ວັດ​ແລະ​ຈັບ​ຕ້ອງ​ໄດ້​ເຊັ່ນ ນັກ​ສຶກສາ ​ໃບ​ລົງ​ທະບຽນ ບິ​ກ​ແລະ​ລົດ ​ເປັນ​ຕົ້ນ
2.   ສິ່ງ​ທີ່​ເປັນ​ນາມ​ມະ​ທຳ (Intangible) ຄື​ສິ່ງ​ທີ່​ບໍ່​ສາມາດ​ຈັບ​ຕ້ອງ​ໄດ້​ເຊັ່ນ ຄະ​ແນນ​ລາຍ​ຊື່​ວິຊາ ບັນຊີ​ເງິນ​ຝາກ​​ແລະ​ຕາລາງ​ທ່ຽວ​ບິນ ​ເປັນ​ຕົ້ນ
ອອບ​ເຈັກ​ຕ່າງໆ ຈະ​ປະກອບ​ໄປ​ດ້ວຍ​ຄຸນ​ລັກສະນ (Attribute) ​ແລະ  ​ພຶດຕິ​ກຳ
(Behavior) ຄຸນ​ລັກສະນະ​ກໍ່​ຄື​ຂໍ້​ມູນ​ຂອງ​ອອບ​ເຈັກ ສ່ວນ​ພຶດຕີ​ກຳ​ຫລື​ເອີ້ນ​ວ່າ​ເມ​ທອດ (Method) ຄື​ສີ່​ງທີ່​ອອບ​ເຈັກ​ສາມ​ດກະທຳ​ໄດ້ ​ເຊິ່ງ​ໃນ​ໂປຣ​ແກຣມ​ເຊີງ​ອອບ​ເຈັກກໍ່​ຄື​ຄຳ​ສັ່ງ​ໃນ​ການ​ທຳ​ງານ ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຈະ​ປະກອບ​ດ້ວຍ​ອອບ​ເຈັກ​ຕ່າ​ງໆ ຫລາຍ​ອອບ​ເຈັກ ​ເຊິ່ງ​ແຕ່​ລະ​ອອບ​ເຈັກ​ຈະ​ມີ​ຄຸນ​ລັກສະນະ​ຕ່າງໆ ທີ່​ເປັນ​ຂໍ້​ມູນ​ຂອງ​ອອບ​ເຈັກ ​ແລະ​ໂປ​ຣ​ແກຣມສາມາດ​ຈັດການ​ກັບ​ຂໍ້​ມູນ​ເຫລົ່າ​ນີ້​ໄດ້​ໂດຍ​ການ​ເອີ້ນ​ໃຊ້​ເມ​ທອດ​ຕ່າ​ງໆ

   ຕົວຢ່າງ​ຂອງ​ອອບ​ເຈັກ
  • ນັກ​ສຶກສາອາດ​ຈະ​ປະ​ກອບ​ໄປ​ດ້ວຍ​ຄຸນ​ລັກສະນະ​ເຊັ່ນ ລະຫັດ ຊື່ ​ແລະ​ເກດສະ​ເລ່ຍ ​ແລ​ະ ອາດ​ມີ​ເມ​ທອດ​ເຊັ່ນ ການ​ລົງ​ທະບຽນເສັງ ​ແລະ​ເດີນ
  • ລົດ​ຍົນ​ອາດ​ຈະ​ກອບ​ໄປ​ດ້ວຍ​ຄຸນ​ລັກສະນະ​ເຊັ່ນ ຍີ່​ຫໍ້ ລຸ້ນ ​ແລະ​ສີ ​ແລະ​ອາດ​ຈະ​ມີ​ເມ​ທອດ​ເຊັ່ນ ​ເຄື່ອນ​ທີ່ ຫຍຸດ​ແລະ​ລ້ຽວ
  • ໝາ​ອາດ​ຈະ​ປະ​ກອບ​​ໄປດ້ວຍຄຸນ​ລັກສະນະ​ເຊັ່ນ ຊື່ ພັນ ​ແລະ​ສີ ​ແລະ​ອາດ​ຈະ​ມີ​ເມ​ທອດ​ເຊັ່ນ ​ເຫົ່າ ຄານ ​ແລະ​ກະ​ດິກ​ຫາງ
ຕົວຢ່າງ​ຂອງ​ໂປ​ຣ​ແກຣມ​ເຊີງ​ອອບ​ເຈັກ​ອາດ​ຍົກ​ຕົວຢ່າງ​ຂອງ​ໂປຣ​ແກຣມລະບົບ​ຈັກ​ການ​ບັນຊີ​
ເງິນ​ຝາກ​ຂອງ​ທະນາຄານ ​ເຊິ່ງອາດ​ປະກອບ​ໄປ​ດ້ວຍ​ອອບ​ເຈັກ​ຕ່າງໆ ​ເຊັ່ນ ບັນຊີ (Accounnt) ລູກ​ຄ້າ (Customer) ​ເຄື່ອງ​ເອທີ​ເອັມ (ATM) ​ແລະ​ລາຍການ (Transaction) ອອບ​ເຈັກ​ຊະນິດ​ບັນຊີ​ອາດ​ມີ​ຂໍ້​ມູນ​ພາບ​ໃນ​ຕ່າງໆ ​ເຊັ່ນ ​ເລກ​ທີ​ບັນຊີ ຊື່​ເຈົ້າ​ຂອງ​ບັນຊີ ວັນ​ທີ່​ເປີດ​ບັນຊີ ​ແລະ​ຍອດ​ເງິ​ນຄົງ​ເຫລືອ ​ເປັນ​ຕົ້ນ ອອບ​ເຈັກ​ຊະນິດ​ບັນຊີ​ອາດ​ຈະ​ມີ​ເມ​ທອດ​ຕ່າງ​ໆ ​ເຊັ່ນ ຝາກ ຖອນ ​ແລະ​ການ​ໂອນ​ເງິນ ​ເປັນ​ຕົ້ນ

4.1.2 ຄາດ
       ​ໂດຍ​ທົ່ວ​ໄປ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ແຕ່ລະ​ໂປ​ຣ​ແກຣມຈະ​ປະກອບ​ໄປ​ດ້ວຍ​ອອບ​ເຈັກ ທີ່​ເປັນ​ຊະນິດ​ດຽວ​ກັນ​ຫລາຍໆ ອອບ​ເຈັກ​ແຕ່​ອາດ​ມີ​ຂໍ້​ມູນ​ຫລື​ຄຸນ​ລັກສະນະ​ທີ່​ຕ່າງ​ກັນ​ເຊັ່ນ ​ໂປຣ​ແກຣມລບົບຈັດກາ​ນບັນຊີ​ເງິນ​ຝາກ​ຂອງ​ທະນາຄາ​ນອາດ​ມີ​ອອບ​ເຈັກ​ຊະນິດ​ບັນຊີ​ຫລາຍໆອອບ​ເຈັກ
​ໂດຍ​ທີ່​ແຕ່​ລະ​ອອບ​ເຈັກ​ອາດ​ຈະ​ມີ​ຂໍ້​ມູນ​ທີ່​ເປັນ​ເລກ​ທີ​ບັນຊີ​ຫລື​ຊື່​ເຈົ້າ​ຂອງ​ບັນຊີ​ທີ່​ຕ່າງ​ກັນ​ໂປຣ​ແກຣມ
​ເຊີງ​ອອບ​ເຈັກ​ຈະ​ມີ​ຄຳ​ສັ່ງ​ໃນ​ການ​ສ້າງ​ອອບ​ເຈັກ​ເຈັກ​ ໂດຍ​ສ້າງມາ​ຈາກ​ຄາດ​ເຊິ່ງ​ເປັນ​ຕົວ​ກຳນົດ​ນິຍາມ​ຂອງ​ອອບ​ເຈັກ​ວ່າ​ຈະ​ຕ້ອງ​ປະກອບ​ດ້ວຍ​ຄຸນ​ລັກ​ສະ​ນະ​ແລະ​​ເມ​ທອດ​ໃດ​ແດ່
    ຄາດ​ປຽບ​ສະ​ເໜືອ​ນພິມ​ຂຽວ​ຂອງ​ອອບ​ເຈັກ ອອບ​ເຈັກ​ທີ່​ຖືກຕ້ອງ​ສ້າງ​ມາ​ຈາກ​ຄາດ​ບາງ​ເທືອ​ຈະ​ເອີ້ນ​ວ່າ​ເປັນ instance ຂອງ​ຄາດ​ເຊິ່ງອອບ​ເຈັກ​ໃດໆ ຈະ​ຕ້ອງ​ເປັນ instance ຂອງ​ຄາດ​ໃດ​ຄາດ​ໜຶ່ງ ການ​ຂຽນ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຕ້ອງ​ມີ​ການ​ກຳນົດ​ນິຍາມ​ຂອງ​ຄາດ​ກ່ອນ​ທີ່​ຈະ​ສາມາດ​ສ້າງ​ອອບ​ເຈັກ (ຫລື instance)ຂອງ​ຄາດ​ໄດ້​ເຊີ່ງ​ຄາດ​ໜຶ່ງ​ຄາດ​ສາມາດ​ທີ່​ຈະ​ສ້າງ​ອອບ​ເຈັກ​ໄດ້​ຫລາຍ​ອອບ​ເຈັກ ຮູບທີ 4.1 ສະ​ແດງ​ຕົວຢ່າງ​ຂອງ​ຄາດ Student ​ເຊິ່ງສ້າງ​ອອບ​ເຈັກ​ຂຶ້ນ​ມາ​ສາມອອບ​ເຈັກ​ທີ່​ຊື່ ​s1, s2 ​ແລະ s3 ເປັນ​ຕົ້ນ



ຮູບ​ທີ 4.1 ຕົວຢ່າງ​ຂອງ​ອອບ​ເຈັກ​ແລະ​ຄາດ

4.1.3  ຄຸນ​ລັກສະນະ
        ຄຸນ​ລັກ​ສະ​ນະ​ອອບ​ເຈັກ ຄື​ຂໍ້​ມູນ​ທີ່​ເກັບ​ຢູ່​ໃນ​ອອບ​ເຈັກ ​ເຊິ່ງ​ແບ່ງ​ອອ​ເປັນ​ສອງ​ປະ​ເພດ ຄື​ຕົວ​ແປ (Variable) ​ແລະ​ຄ່າ​ຄົງ​ທີ່ ​(Constant) ໂດຍ​ທີ່​ຄຸນ​ລັກສະນະ​ທີ່​ເປັນ​ຕົວ​ແປ​ຈະ​ສາມາດ​ປ່ຽນ​ຄ່າ​ໄດ້ ສ່ວນ​ຄຸນ​ລັກສະນະທີ່​ເປັນ​ຄ່າ​ຄົງ​ທີ່​ຈະ​ບໍ່​ສາມາດ​ປ່ຽນ​ຄ່າ​ໄດ້ ຮູບ​ທີ 4.2 ສະ​ແດງ​ຕົວຢ່າງ​ຂອງ​ອອບ​ເຈັກ s1, s2 ​ແລະ s3 ທີ່​ເປັນອອບ​ເຈັກ​ຂອງ​ຄາດ ​ເຊິ່ງມີ​ຄຸນ​ລັກສະນະ​ຂອງ​ອອບ​ເຈັກ​ທີ່​ເປັນ​ລະ​ຫັດ ຊື່ ​ແລະ​ຄະ​ແນນ​ສະ​ເລ່ຍສະ​ສົມ​ທີ່​ແຕກ​ຕ່າງ​ກັນ ​ໂດຍ​ກຳນົດ​ໃນ​ຄ່າ​ຂອງ​ຕົວ​ແປ id, name ​ແລະ gpa ຕາມ​ລຳດັບ

ຮູບ​ທີ 4.2 ຕົວຢ່າງ​ຄຸນ​ລັກສະນະ​ຂອງ​ອອ​ບ​ເຈັກ

     ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ໄດ້​ກຳນົດ​ນິຍາມ​ຄຸນ​ລັກສະນະ​ອີ​ກປະ​ເພດ​ໜຶ່ງ ທີ່​ເອີ້ນ​ວ່າ ຄຸນ​ລັກສະນະ​ຂອງ​ຄາດ ​(Class Data Value) ເຊິ່ງຈະ​ເປັນ​ລັກສະນະ​ທີ່​ທຸກ​ອອບ​ເຈັກ​ໃຊ້​ລວມກັນ​ເຊັ່ນ ຄາດ Student ອາດ​ກຳນົດ​ນົດ​ໃຫ້​ມີ​ຄຸນ​ລັກສະນະ​ຂອງ​ຄາດ​ທີ່​ເປັນ​ຄ່າ​ຄົງ​ທີ່​ທີ່​ຊື່ MIN_GPA ​ເພື່ອ​ເກັບ​ຄະ​ແນນ​ສະ​ເລ່ຍສະ​ສົມ​ຂັ້ນ​ຕ່ຳ​ຂອງ​ນັກສຶກສາທຸກ​ຄົນ ທັງ​ນີ້​ນັກ​ສຶກສາທຸກ​ຄົນ​ຈະ​ຕ້ອງ​ມີຄ່າ​ຄະ​ແນນ​ສະ​ເລ່ຍສະ​ສົມ​ສູງ​ກວ່າ​ຄະ​ແນນ​ສະ​ເລ່ຍສະ​ສົມ​ຂັ້ນ​ຕ່ຳ ການ​ເກັບ​ຄຸນ​ລັກສະນະ​ທີ່​ຄືກັນ​ເຊັ່ນ​ນີ້​ຖ້າ​ກຳນົດ​ໃຫ້​ເປັນ​ຄຸນ​ລັກສະນະ​ຂອງ​ອອບ​ເຈັກ ຈະ​​ເຮັດ​ໃຫ້​ສິ້ນ​ເປືອງ​ເນື້ອ​ທີ່​ໃນ​ໜ່ວຍ​ຄວາມ​ຈຳ ດັ່ງ​ສະ​ແດງ​ໃຫ້​ເຫັນ​ໃນ​ຮູບ​ທີ4.3​ ແຕ່​ຖ້າ​ກຳນົດ​​ໃຫ້​ເປັນ​ຄຸນ​ລັກສະນະ​ຂອງ​ຄາດຈະ​ເຮັດ​ໃຫ້​ສາມາດ ປະ​ຫຍັດ​ພື້ນ​ທີ່​ໃນ​ໜ່ວຍ​ຄວາມ​ຈຳ​ໄດ້​ດັ່ງ​ສະ​ແດງ​ໃຫ້​ເຫັນ​ໃນ​ຮູບ​ທີ່ 4.4

ຮູບ​ທີ 4.3 ຄຸນ​ລັກສະນະ ​MIN_GPA ເຊິ່ງ​ເປັນ​ຄຸນ​ລັກສະນະ​ຂອງ​ອອບ​ເຈັກ


ຮູບ​ທີ 4.4 ຄຸນ​ລັກສະນະ MIN_GPA ​ເຊິ່ງ​ເປັນຄຸນ​ລັກສະນະ​ຂອງ​ຄາດ

ไม่มีความคิดเห็น:

แสดงความคิดเห็น