หน้าเว็บ

ນັກວິເຄາະລະບົບ


1.6 ນັກວິເຄາະລະບົບ System Analyst : SA
    ຜູ້ທີ່ເຮັດຫນ້າທີ່ສຶກສາປັນຫາແລະຄວາມຕ້ອງການຂອງອົງການໃນການກຳຫນົດບຸກຄົນ
ຂໍ້ມູນ ການປະມວນຜົນ ການສື່ສານຂໍ້ມູນ ແລະ ເທັກໂນໂລຍີສາລະສົນເທດ ວ່າຈະຈັດການ ຫລືປັບປຸງແນວໃດ ເພື່ອສາມາດພັດທະນາລະບົບທຸລະກິດໄປສູ່ຄວາມສຳເລັດໄດ້ ການວິເຄາະ ແລະອອກແບບລະບົບຈະໂຟກັສ ຢູ່ໃນຄວາມເຂົ້າໃຈຂອງປັນຫາທາງທຸລະກິດເປັນສຳຄັນ ດັ່ງ ນັ້ນນັກວິເຄາະລະບົບຈະດຳເນີນການແກ້ໄຂປັນຫາເຫລົ່ານັ້ນໂດຍການວາງແບບວິທີການແກ້ ໄຂປັນຫາ ໂດຍວິທີການທົ່ວໄປສຳຫລັບການແກ້ໄຂປັນຫາຂອງນັກວິເຄາະລະບົບຈະປະກອບ
ມີຂັ້ນຕອນດັ່ງນີ້
Þ    ສຶກສາວິໃຈ ແລະ ທຳຄວາມເຂົ້າໃຈກັບປັນຫາ
Þ    ຕວດສອບເຖິງປະໂຍດທີ່ຈະໄດ້ຮັບຈາກການແກ້ໄຂປັນຫາ ແລະ ຄວາມຄຸ້ມຄ່າຕໍ່ການລົງທຶນ
Þ    ກຳນົດຄວາມຕ້ອງການຕໍ່ການແກ້ໄຂປັນຫາ
Þ    ສ້າງວິທີການແກ້ໄຂປັນຫາ (Solution) ຫລື ແນວທາງແກ້ໄຂປັນຫາມີຫຼາຍແນວທາງ
Þ    ເລືອກໂຊລູຊັນທີ່ດີແລະເຫມາະສົມທີ່ສຸດ
Þ    ກຳນົດລາຍລະອຽດຂອງໂຊລູຊັນທີ່ເລືອກ
Þ    ນຳໂຊລູຊັນນັ້ນໄປໃຊ້ງານ
Þ    ຕວດສອບ ແລະ ຕິດຕາມຜົນເພື່ອຄວາມຫມັ້ນໃຈວ່າໄດ້ຮັບຜົນຕາມຈຸດປະສົງທີ່ວາງ
ໄວ້ ຫລືບໍ

1.6.1 ຄຸນລັກສະນະຂອງນັກວິເຄາະລະບົບ
  1. ມີຄວາມຮູ້ທາງດ້ານທຸລະກິດ
  2. ມີຄວາມເປັນຜູ້ນຳ 
  3. ມີມະນຸດສຳພັນທີ່ດີ
  4. ມີຄວາມສາມາດໃນການແກ້ໄຂປັນຫາ
  5. ມີຄວາມສາມາດໃນການວິເຄາະຕົ້ນທຶນ ແລະ ຜົນຕອບແທນ
  6. ຄວນມີຄວາມຮູ້ໃນການຂຽນໂປແກມ
  7. ຕ້ອງຕິດຕາມເທັກໂນໂລຍີຢ່າງສະຫມ່ຳສະເຫມີ
  8. ມີປະສົບການໃນການທຳງານດ້ານວິເຄາະລະບົບ
1.6.2 ຄວາມຮູ້ ແລະ ທັກຊະ ຂອງນັກວິເຄາະລະບົບ
     ນັກວິເຄາະລະບົບ ລວມເຖິງຜູ້ຊຽວຊານທົ່ວໄປ ທີ່ທຳງານດ້ານການວິເຄາະແລະ  ອອກແບບ ຈຳເປັນຕ້ອງເປັນບຸກຄົນທີ່ມີທັກຊະຄວາມຊຳນານເປັນພິເສດ ເຊິ່ງປະກອບ ດ້ວຍ
1.  ທັກຊະແລະຄວາມຮູ້ທາງເຕັກນິກ Technical Knowledge and Skills
2.  ທັກຊະແລະຄວມຮູ້ທາງທຸລະກິດ Business Knowledge and Skills
3.  ທັກຊະແລະຄວາມຮູ້ດ້ານຄົນແລະທີມງານ People Knowledge and Skills
4.  ຄວາມຊື່ສັດ ແລະຈັນຍາບັນໃນອາຊີບ Peronal Integrity and Ethics

1.6.2.1 ທັກຊະແລະຄວາມຮູ້ທາງເຕັກນິກ Technical Knowledge and Skills
  ຫາກນັກວິເຄາະລະບົບບໍ່ມີຄວາມຮູ້ໃນການຂຽນໂປແກມ ແນ່ນອນແລ້ວຈະສື່ສານກັບ ທີມງານໂປແກມເມີໄດ້ບໍ່ສະດວກແນ່ນອນແລ້ວວ່າຈະບໍ່ມີທີ່ຈະເປັນຜູ້ຊຽວຊານໃນ ທຸກໆ ຂະແຫນງວິ ຊາໃນງານດ້ານເຕັກໂນໂລຊີສາລະສົນເທດ ແຕ່ຄວາມຊຽວຊານທາງດ້ານ ເຕັກນິກຈະສາມາດເປັນທີ່ ປຶກສາໄດ້ດີໃນລາຍລະອຽດນັກວິເຄາະລະບົບຈຶ່ງ ຈຳເປັນ ຕ້ອງ ມີຄວາມເຂົ້າໃຈໃນສິ່ງພື້ນຖານຕໍ່ໄປນີ້
1.  ເຕັກໂນໂລຊີຄອມພິວເຕີແລະການທຳງານຂອງລະບົບຄອມພິວເຕີ
2.  ອຸປະກອນຕໍ່ພວງຕ່າງໆ ເຊັ່ນ ອຸປະກອນນຳເຂົ້າຂໍ້ມູນ ສຶ່ຈັດເກັບຂໍ້ມູນ ແລະ ອຸປະກອນ ສະແດງຜົນຂໍ້ມູນ
3.  ເຕັກໂນໂລຊີເຄື່ອຂ່າຍຄວມພິວເຕີ ແລະ ການສື່ສານ
4.  ເຕັກໂນໂລຊີຖານຂໍ້ມູນແລະການຈັດການຖານຂໍ້ມູນ
5.  ພາສາຄອມພິວເຕີທີ່ໃຊ້ສຳຫລັບການຂຽນໂປແກມ

ไม่มีความคิดเห็น:

แสดงความคิดเห็น