หน้าเว็บ

ເມທອດ

​ເມ​ທອດ

​ເມ​ທອດ​ເປັນ​ວິທີ​ການ​ຫລື​ການ​ກະທຳ​ທີ່​ນິຍາມ​ຢູ່​ໃນ​ຄາດ​ຫລື​ອອບ​ເຈັກ​ເພື່ອ​​ໃຊ້​ໃນ​ການ​ຈັດການ​ກັບ​ລັກສະນະ​ຂອງ​ອອບ​ເຈັກ​ຫລື​ຄຸນ​ລັກສະນະ​ຂອງ​ຄາດ​ເຊັ່ນ ອອບ​ເຈັກ​ຊະນິດ​ບັນຊີ​ເງິນ​ຝາກ​ອາດ​ມີ​ຄຸນ​ລັກສະນະ balance ​ເພື່ອ​​ເກັບ​ຍອດ​ເງິນ​ຄົງ​ເຫ​ລື​ອທີ່ຢູ່​ໃນ​ບັນຊີ ​ແລະ​ອາດ​ມີ​ເມ​ທອດ deposit () ​ເພື່ອ​ເປັນ​ວິ​ທີ​ການ​ໃນ​ການ​ຝາກ​ເງິນ​ໃຫ້​ກັບ​ອອບ​ເຈັກ​ໃນ​ເມ​ທອດ​ຈະ​ມີ​ຄຳ​ສັ່ງ​ເພື່ອ​ຈັດການ​ກັບ​ວິທີ​ການຝາກ​ເງິ​ນ​ແລະ​ຈຳ​ທຳ​ການ​ປັບ​ປ່ຽນ​ຄ່າ​ຂອງ​ຄຸນ​ລັກສະນະ ​balance ເຮົາ​ສາມາດ​ປຽບທຽບ​ເມ​ທອດ​ໄດ້​ກັບ​ຟັງ​ຊັນ Procedure ຫລື Subroutine ຂອງ​ໂປຣ​ແກຣມເຊິ່ງກະ ບວນ​ການ
       ການ​ຂຽນ​ໂປຣ​ແກຣມ​ເຊິ່ງອອບ​ເຈັກ​ຈະ​ກຳນົດ​ໃຫ້​ອອບ​ເຈັກ​ຕ່າງໆ ສື່​ສາ​ນກັນ ​ໂດຍ​ການ​ຜ່ານ​ຂ່າວສານ (Message) ລະຫວ່າງ​ອອບ​ເຈັກ​ທີ່​ເປັນ​ຜູ້​ສົ່ງ (Sender) ກັບ​ອອ​ບ​ເຈັກ​ທີ່​ເປັນ​ຜູ້​ຮັບ ​(Receiver) ໂດຍ​ການ​ເອີ້ນ​ໃຊ​ເມ​ທອດ​ເຊັ່ນ ຮູບ​ທີ 4.5 ສະ​ແດງ​ຕົວຢ່າງ​ຂອງ​ການ​ສົ່ງ​ຂ່າວສານ​ຈາກ​ອອບ​ເຈັກ objA ທີ່​ເປັນ​ຜູ້​ສົ່ງ ​ເພື່ອ​ເອີ້ນ​ການ​ທຳ​ງານ​ຂອງ​ເມ​ທອດ method4 () ຂອງ​ອອບ​ເຈັກ objB ທີ່​ເປັນ​ຜູ່້ຮັບ ການ​ສົ່ງ​ຂ່າວສານ​ລະຫວ່າງ​ກັນ​ອາດ​ມີ​ການ​ສົ່ງ​ຂໍ້​ມູນ​ຈາກ objA ຜ່ານ​ໄປ​ຍັງ objB ​ໂດຍ​ຜ່ານ​ທາງ argument ຂອງ​ເມ​ທອດ (ຕົວຢ່າງ​ເຊັ່ນ​ ຄ່າ 1​ ແລະ 2​ ໃນ​ຮູບ​ທີ 4.5) ​ແລະ​ຜູ້​ຮັບ​ກໍ່​ອາດ​ສົ່ງ​ຄ່າ​ກັບ (Return Value) ມາ​ຍັງ​ຜູ້​ສົ່ງ


ຮູບ​ທີ 4.5 ຕົວຢ່າງ​ຂອງ​ການ​ສົ່ງ​ຂ່າ​ວສານ​ລະຫວ່າງ​ອອບ​ເຈັກ

4.2  ການ​ຂຽນ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ໂດຍ​ໃຊ້​ພາສາ​ຈາ​ວາ
4.2.1  ການ​ປະກາດຄາດ
       ​ໂປ​ຣ​ແກຣມພາສາ​ຈາ​ວາ​ແຕ່ລະ​ໂປ​ຣ​ແກຣມຈະ​ປະກອບ​ໄປ​ດ້ວຍ ຄາດ​ຢ່າງ​ນ້ອຍ​ໜຶ່ງ​ຄາດ ​ໂດຍ​ມີ​ຮູບ​ແບບ​ການ​ປະກາດ​ດັ່ງ​ນີ້
       [modifier] class ClassName {
           [class member]
       }
 
 



​ໂດຍ​ທີ່
  • modifier ຄື​ຄີ​ເວີ​ດ (Keyword)ຂອງ​ພາສາ​ຈາ​ວາ​ທີ່​​ໃຊ້​ເປັນ access modifier ​ເຊັ່ນ public ຫລື​ອະທິ​ບາຍ​ຄຸນສົມບັດ​ອື່ນໆ ຂອງ​ຄາດ ​ເຊັ່ນ abstract ​ແລະ final ​ເຊິ່ງ​ເປັນ​ເງື່ອນ​ໄຂ​ເພີ່ມ​ເຕີມ
  • class ຄື​ຄີ​ເວີ​ດຂອງ​ພາສາ​ຈາ​ວາ​ເພື່ອ​ລະບຸ​ວ່າ​ເປັນ​ການ​ປະກາດ​ຄາດ
  • ClassName ຄື​ຊື່​ຂອງ​ຄາດ​ທີ່​ເປັນ​ຊື່ ​ໃດໆ ທີ່​ສອດຄ່ອງ​ກັບ​ກົດ​ການ​ຕັ້ງ​ຊື່
  • class member ຄື​ເມ​ທອດ​ຫລື​ຄຸນ​ລັກສະນະ​ຂອງ​ຄາດ
ຕົວຢ່າງ​ການ​ປະກາດຄາດ Student ສາມາດ​ທຳ​ໄດ້​ດັ່ງ​ນີ້
            public class Student {
         }

4.2.2  ການ​ປະກາດ​ຄຸນ​ລັກສະນະ
       ຄຸນ​ລັກສະນະ​ຂອງ​ອອບ​ເຈັກຄື​ຕົວ​ແປ​ຫລື​ຄ່າ​ຄົງ​ທີ່​ເຊິ່ງປະກາດ​ພາບ​ໃນ​ອອບ​ເຈັກ ​ໂດຍ​ມີ​ຮູບ​ແບບ​ການ​ປະກາດ​ດັ່ງ​ນີ້
[modifier] dataType attributeName;
 
 



​ໂດຍ​ທີ່
  • modifier ຄື​ຄີ​ເວີ​ດຂອງ​ພາສາ​ຈາ​ວາ​ທີ່​ອະ​ທິບາຍ​ຄຸນສົມບັດ​ຕ່າງໆ ຂອງ​ຕົວ​ແປ​ຫລື​ຄ່າ​ຄົງ​ທີ່​ເຊັ່ນ public, static, final ​ແລະ transient ​ເປັນ​ຕົ້ນ
  • data Type ຄື​ຊະນິດ​ຂໍ້​ມູນ​ເຊິ່ງອາດ​ເປັນ​ຊະນິດ​ຂໍ້​ມູນ​ແບບ​ພື້ນຖານ​ຫລື​ຊະນິດ​ຂໍ້​ມູນ​ແບບ​ອ້າ​ງອີງ​ທີ່​ຈະ​ກ່າວ​ເຖິງ​ໃນ​ບົດ​ຕໍ່​ໄປ
  • attributeName ຄື​ຊະນິດ​ຂອງ​ຄຸນ​ລັກສະນທີ່​ເປັນ​ຊື່ identifier ​ໃດໆ ​ເຊິ່ງສອດ​ຄ່ອງ​ກັບ​ກົດ​ການ​ຕັ້ງ​ຊື່
ຕົວຢ່າງ​ການ​ປະກາດຄຸນ​ລັກສະນະ​ id, name ​ແລະ gpa ​ເຊິ່ງມີ​ຊະນິດ​ຂໍ້​ມູນ​ເປັນ String ​ແລະ double ​ໃນ​ຄາດ Student ສາມາດ​ທຳ​ໄດ້​ດັ່ງ​ນີ້
        public class Student {
            public String id;
            public String name;
            public double gpa;
     }


4.2.3  ການ​ປະກາດ​ເມ​ທອດ
       ພາສາ​ຈາ​ວາ​ກຳນົດ​ຮູບ​ແບບ​ຂອງ​ການ​ປະກາດ​ເມ​ທອດ​ທີ່ຢູ່​ໃນ​ຄາດ​ໄວ້​ດັ່ງ​ນີ້
         [modifier] return_type methodName([arguments]) {
             [method_body]
         }
 
 




​ໂດຍ​ທີ່
  • modifier ຄື​ຄີ​ເວີ​ດຂອງ​ພາສາ​ຈາ​ວາ​ທີ່​ເປັນ access modifier ​ເຊັ່ນ public ຫລື private ຫລື​ອະທິບາຍ​ຄຸນ​ສົມບັດ​ອື່ນໆ ຂອງ​​ເມ​ທອດ​ເຊັ່ນ abstract ຫລື statice ​ເປັນ​ຕົ້ນ
  • return_type ຄື​ຊະນິດ​ຂໍ້​ມູນ​ຂອງ​ຄ່າ​ທີ່​ສົ່ງ​ກັບ​ຫລັງ​ຈາກ​ສຳ​ເລັດ​ສິ້ນ​ສຸດການທຳ​ງານ​ຂອງ​ຄຳ​ສັ່ງ​ໃນ​ເມ​ທອດ​ນີ້ ​ໂດຍ​ຊະນິດ​ຂໍ້​ມູນ​ຂອງ​ຄ່າ​ທີ່​ສົ່ງ​ກັບ​ອາດ​ເປັນ​ຊະນິດ​ຂໍ້​ມູນ​ແບບ​ພື້ນຖານ​ຫລື​ຊະນິດ​ຂໍ້​ມູນ​ແບບ​ອ້າງ​ອີງ ​ໃນ​ກໍລະນີ​ທີ່​ບໍ່​ມີ​ການ​ສົ່ງ​ຄ່າ​ໃດໆ​ກັບ​ຈະ​ຕ້ອງ​ລະບຸ​ຊະນິດ​ຂໍ້​ມູນ​ເປັນ​ void
  • methodName ຄື​ຊື່​ຂອງ​ເມ​ທອດ​ທີ່​ເປັນຊື່ identifier ​ໃດໆ ​ເຊິ່ງສອດ​ຄ່ອງ​ກັບ​ກົດ​ການ​ຕັ້ງ​ຊື່
  • arguments ຄື​ຕົວ​ແປ​ທີ່​ໃຊ້​ໃນ​ການ​ຮັບ​ຂໍ້​ມູນ​ທີ່​ອອບ​ເຈັກ​ສົ່ງ​ມາ​ໃຫ້ ​ໂດຍ​ອາດ​ມີ​ຫລາຍ​ກວ່າ​ໜຶ່ງ​ຕົວ​ແປ ຫລື​ບໍ່​ມີ​ເລີຍ​ກໍ່​ໄດ້​ຂຶ້ນ​ຢູ່​ກັບ​ກາ​ນກຳນົດ​ເມ​ທອດ
  • method_body ຄື​ຄຳ​ສັ່ງ​ຕ່າງໆ ຂອງ​ພາສາ​ຈາ​ວາ​ທີ່ຢູ່​ໃນ​ເມ​ທອດ
​ໂປຣ​ແກຣມທີ 4.1 ສະ​ແດ​ງຕົວຢ່າງ​ໂປຣ​ແກຣມພາສາ​ຈາ​ວາ​ທີ່​ປະກາດ​ຄາດ ​Student ໂດຍ​ມີ​ຄຸນ​ລັກສະນະ​ຄື id, name, gpa ​ແລະ MIN_GPA​ແລະ​ມີ​ເມ​ທອດ​ຄື setId(), setName(), setGpa() ​ແລະ showDetails()










ໂປຣ​ແກຣມທີ 4.1 ຄາດ Student
Text Box: public class Student {
    public String id;
    public String name;
    public double gpa;
    public static final double MIN_GPA = 2.00;
    public void setId(String ID) {
        id = ID;
    }
    public void setName(String n) {
        name = n;
    }
    public void setGpa(double GPA) {
        gpa = GPA;
    }
    public void showDetails() {
        System.out.println("ID: "+id);
        System.out.println("Name: "+name);
        System.out.println("GPA: "+gpa);
    }
}
 






















​ເມ​ທອດ main ()
      ​ໂປຣ​ແກຣມພາສາ​ຈາ​ວາ​ທີ່​ເປັນ​ໂປຣ​ແກຣມຈາ​ວາ​ປະ​ຍຸກ (Java Application) ຈະ​ເລີ່​ມ ຕົ້ນ​ການ​ທຳ​ງານ​ໃນ​ຄາດ​ທີ່​ມີ​ເມ​ທອດ main ()​ ​ໂດຍ​ມີ​ຮູບ​ແບບ​ຂອງ​ເມ​ທອດ​ດັ່ງ​ນີ້
           public static void main (String args[]) {
               [method_body]
           }
 
 






4.2.4  ການ​ປະກາດ​ແລະ​ສ້າງ​ອອບ​ເຈັກ
       ອອບ​ເຈັກ​ທຸຸກອອບ​ເຈັກ​ໃນ​ໂປຣ​ແກຣມພາສາ​ຈາ​ວາ​ຈະ​ຕ້ອງ​ມີ​ຄຳສັ່ງ​ປະກາດ​ເພື່ອ​ລະບຸ​ວ່າ​ອອບ​ເຈັກ​ນັ້ນ​ເປັນອອບ​ເຈັກ​ຂອງ​ຄາດ​ໃດ ​ໂດຍ​ມີ​ຮູ​ບ​ແບບ​ດັ່ງ​ນີ້
         [modifier] ClassName objectName;
 
[modifier] ClassName objectName;

​ໂດຍ​ທີ່
  • modifier ຄື​ຄີ​ເວີ​ດອະ​ທິບາຍ​ຄຸນ​ລັກສະນະ​ຕ່າງໆ ຂອງ​ອອບ​ເຈັກ
  • ClassName ຄື​ຊື່​ຂອງ​ຄາດ
  • objectName ຄື​ຊື່​ຂອງ​ອອບ​ເຈັກ​ທີ່​ເປັນຊື່ identifier​ໃດໆເຊິ່ງສອດ​ຄ່ອງ​ກັບ​ກົດ​ການ​ຕັ້ງ​ຊື່

ຕົວຢ່າງ​ເຊັ່ນ ຄຳ​ສັ່ງ
         Student s1;
    ​ເປັນ​ຄຳ​ສັ່ງ​ປະກາດ​ອອບ​ເຈັກ ​s1 ໃຫ້​ເປັນ​ອອບ​ເຈັກ​ຂອງ​ຄາດ Student ທັງ​ນີ້​ຄາດ​ທີ່​ລະບຸ​ໃນ​ຄຳ​ສັ່ງ​ປະ​ເພດ​ອອບ​ເຈັກ​ຈະ​ຕ້ອງ​ເປັນ​ຄາດ​ທີ່​ມີ​ການ​ນິຍາມ​ໄວ້​ແລ້ວ​ກ່າວ​ຄື​ຈະ​ຕ້ອງ​ມີ​ຄາດ Student ທີ່​ນິຍາມ​ໄວ້​ແລ້ວ
    ຄຳ​ສັ່ງ​ໃນ​ການ​ປະກາດ​ອອບ​ເຈັກ​ບໍ່​ໄດ້​ເປັນ​ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ສ້າງ​ອອບ​ເຈັກ ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ສ້າງ​ອອບ​ເຈັກ​ຈະ​ມີ​ຮູບ​ແບ​ບດັ່ງ​ນີ້
        objectName = new ClassName([arguments]);
 
 


​ໂດຍ​ທີ່
  • objectName ຄື​ຊື່​ຂອງ​ອອບ​ເຈັກ
  • new ຄື​ຄີ​ເວີ​ດຂອງ​ພາສາ​ຈາ​ວາ​ເພື່ອ​ໃຊ​ໃນ​ການ​ສ້າງ​ອອບ​ເຈັກ
  • ClassName ຄື​ຊື່​ຂອງ​ຄາດ
  • Arguments ຄື​ຄ່າທີ່​ຕ້ອງການ​ສົ່ງ​ຜ່ານ​ໃນ​ການ​ເອີ້ນ​ເມ​ທອດ​ໃນ​ການ​ສ້າງ​ອອບ​ເຈັກ​ເຊິ່ງອາດ​ມີ​ຫລື​ບໍ່​ມີ​ກໍ່​ໄດ້

   ການ​ສ້າງ​ອອບ​ເຈັກ​ໂດຍ​ເອີ້ນ​ໃຊ້​ຄຳ​ສັ່ງ new ນີ້​ຈະ​ເປັນ​ການ​ເອີ້ນ​ໃຊ້​ເມ​ທອດ​​ໃນ​ກາ​ນສ້າງ​ອອບ​ເຈັກທີ່​ເອີ້ນ​ວ່າ constructorຂອງ​ຄາດ​ນັ້ນໆ ​ເຊິ່ງຈະ​ມີ​ການ​ອະທິບາຍ​ການ​ທຳ​ງານ​ຂອງ constructor ​ໃນ​ບົດ​ທີ 6
ຕົວ​ຢ່າ​ງຄຳ​ສັ່ງ​ໃນ​ການ​ສ້າງ​ອອບ​ເຈັກ s1 ທຳ​ໄດ້​ດັ່ງ​ນີ້
      s1 = new Student();


   ນອກຈາກ​ນີ້​ຄຳ​ສັ່ງ​ໃນ​ການ​ປະກາດ​ແລະ​ສ້າງ​ອອບ​ເຈັກ​ສາມາດ​ທີ່​ຈະ​ລວມ​ເປັນ​ຄຳ​ສັ່ງ​ດຽວ​ກັນ​ໄດ້​ໂດຍ​ມີ​ຮູບ​ແບບ​ຄຳ​ສັ່ງ​ດັ່ງ​ນີ້
[modifier] ClassName objectName = new className([arguments]);
 
 


​ເຊັ່ນ
   Student s1 = new Student();

4.2.5  ການ​ເອີ້ນ​ໃຊ້​ສະມາ​ຊິກ​ຂອງ​ອອບ​ເຈັກ
        ສາມາ​ຊິກ​ຂອງ​ອອບ​ເຈັກ​ປະກອບ​ດ້ວຍ​ຄຸນ​ລັກສະນະ​ແລະ​ເມ​ທອດ ການ​ເອິ້ນ​ໃຊ້​ສາມາ​ຊິກ​ຂອງ​ອອບ​ເຈັກ​ທຳ​ໄດ້​ໂດຍ​ການ​ໃຊ້​ເຄື່ອງໝາຍ​ຈຸດ (.) ກ່າວ​ຄື​ລັກສະນະ​ຂອງ​ອອບ​ເຈັກສາມາດ​ເອີ້ນ​ໃຊ້ ​ໂດຍ​ມີ​ຮູບ​ແບບ​ດັ່ງ​ນີ້
        objectName.attributeName;
 
 


​ໂດຍ​ທີ່
  • objectName ຄື​ຊື່​ຂອງ​ອອບ​ເຈັກ​ທີ່​ສ້າງ​ຂຶ້ນ
  • attributeName ຄື​ຊື່​ຂອງ​ລັກສະນະ​ຂອງ​ອອບ​ເຈັກ​ນັ້ນ
ນອກຈາກ​ນີ້​ເຮົາ​ສາມາດ​ທີ່​ຈະ​ສົ່ງ​ຂ່າວ​ສານ​ໄປ​ຍັງ​ອອບ​ເຈັກ​ພາຍຫລັງ​ຈາກ​ທີ່​ມີ​ການ​ສ້າງ​ອອ​ບ​
ເຈັກ​ຂຶ້ນ​ມ​າ​ໄດ້​ໂດຍ​ການ​ເອີ້ນ​ໃຊ້​ເມ​ທອດ​ຂອງ​ອອບ​ເຈັກ​ນັ້ນ ຮູບ​ແບບ​ຄຳ​ສັ່ງ​ໃນ​ການ​ເອີ້ນ​ໃຊ້​ເມ​ທອດ​ມີດັ່ງ​ນີ້
       objectName.methodName([arguments]);
 
 


​ໂດຍ​ທີ່
  • objectName ຄື​ຊື່​ຂອງ​ອອບ​ເຈັກ​ທີ່​ສ້າງ​ຂຶ້ນ
  • methodName ຄື​ຊື່​ຂອງ​ເມ​ທອດ​ຂອງ​ອອບ​ເຈັກ​ນັ້ນ
  • arguments ຄື​ຄ່າ​ທີ່​ຕ້ອງການ​ສົ່ງ​ຜ່ານ​ໄປ​ໃຫ້​ກັບ​ເມ​ທອດ​ຂອງ​ອອບ​ເຈັກ​ນັ້ນ ​ໂດຍ​ທີ່​ຈະ​ຕ້ອງ​ມີ​ຊະນິດ​ຂໍ້​ມູນ​ແລະ​ຈຳນວນ ​argument ໃຫ້​ສອດຄ່ອງ​ກັບ​ທີ່​ປະກາດ​ໃນ​ເມ​ທອດ​ຂອງ​ອອບ​ເຈັກ​ນັ້ນ
ຕົວຢ່າງ​ເຊັ່ນ ​ຄຳ​ສັ່ງ​
     s1.setName(“Thana”);
   ​ເປັນ​ການ​ເອີ້ນ​ໃຊ້​ເມ​ທອດ setName () ຂອງ​ອອບ​ເຈັກ s1 ​ເຊິ່ງ​ເປັນ​ອອບ​ເຈັກ​ຂອງ​ຄາດ ​Student ໂດຍ​ຈະ​ສົ່ງ​ຜ່ານ argument ຊະນິດ String ທີ່​ມີຄ່າ​ເປັນ​ຂໍ້ຄວາມ Thana ​ໃຫ້​ກັບ​ເມ​ທອດ​ດັ່ງກ່າວ ​ໂປ​ຣ​ແກຣມທີ 4.2 ສະ​ແດງ​ຕົງ​ຢ່າງ​ໂປຣ​ແກຣມຂອງ​ຄາດ spmple ທີ່​ມີ​ເມ​ທອດ main () ຢູ່​ໂດຍ​ໂປຣ​ແກຣມນີ້​ຈະ​ສ້າງ​ອອບ​ເຈັກ​ຂອງ​ຄາດ Student ຂຶ້ນ​ມາ​ສາມ​ອອບ​ເຈັກ​ຄື ອອບ​ເຈັກ s1, s2 ​ແລະ s3 ຈາ​ກນັ້ນ​ຈະ​ທຳ​ການ​ເອີ້ນ​ເມ​ທອດ ​setName () ເພື່ອ​ກຳນົດ​ຄ່າ​ໃຫ້​ກຳນົດ​ຄ່າ​ໃຫ້​ກັບ​ຄຸນ​ລັກສະນະ name ຂອງ​ອອບ​ເຈັກ​ແຕ່​ລະ​ຕົວ ​ເຊິ່ງຜົນ​ລັບ​ຂອງ​ໂປ​ຣ​ແກຣມນີ້​ຈະ​ໄດ້​ອອບ​ເຈັກ​ດັ່ງ​ສະ​ແດງ​ໃນ​ ຮູບ​ທີ 4.6
ໂປຣ​ແກຣມທີ 4.2 Sample ຄາດ​ທີ່​ເອີ້ນ​ໃຊ້​ເມ​ທອດ​ຂອງ​ຄາດ Student
Text Box: public class Sample {
    public static void main(String args[]) {
        Student s1 = new Student();
        Student s2 = new Student();
        Student s3 = new Student();
        s1.setId("1234");
        s1.setName("Thana");
        s1.setGpa(3.25);
        s2.setId("1122");
        s2.setName("Somchai");
        s2.setGpa(2.90);
        s3.setId("2211");
        s3.setName("Somsri");
        s3.setGpa(3.00);
    }
}
 

















ຮູບ​ທີ 4.6 ຜົນ​ລັບ​ຂອງ​ໂປຣ​ແກຣມທີ 4.2
4.3 ຄຸນ​ລັກສະນ​ະ​ເດັ່ນ​ຂອງ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ
     ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ ຈະ​ມີ​ຄຸນ​ລັກະສະນະ​ເດັ່ນ​ຢູ່​ສາມ​ປະການ​ຄື ການ​ຫໍ່​ຫຸ້ມ (Encapsulation) ການ​ສືບ​ທອດ (Interitance) ​ແລະ​ການ​ມີ​ໄດ້​ຫລາຍ​ຮູບ​ແບບ (Polymorphism)
4.3.1  ການ​ຫໍ່​ຫຸ້ມ
  ຫລັກການ​ທີ່ສຳຄັນ​ປະການ​ໜຶ່ງ​ຂອງ​ການ​ຂຽນ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຄື​ການ​ຫໍ່​ຫຸ້ມ​ເຊີ່​ງິ
ຄຸນ​ລັກສະນະ​ຂອງ​ອອບ​ເຈັກ​ຈະ​ຖືກ​ຫໍ່​ຫຸ້ມ​ຢູ່​ພາຍ​ໃນ ​ເພື່ອ​ບໍ່​ໃຫ້​ອອບ​ເຈັກ​ອື່ນໆ ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ທີ່​ເປັນ​ຄຸນ​ລັກສະນະ​ໄດ້​ໂດຍ​ກົງ​ການ​ຈະ​​ເອີ້ນ​ໃຊ້​ຄຸນ​ລັກສະນະ​ຂອງ​ອອບ​ເຈັກ​ຈະ​ທຳ​ໄດ້​ໂດຍ​ການ​ເອີ້ນ​ຜ່ານ​ເມ​ທອດ​ເທົ່າ​ນັ້ນ​ດັ່ງ​ສະ​ແດ​ງ​ໃນ​ຮູບ​ທີ 4.7


ຮູບ​ທີ 4.7 ຫລັກການ​ຂອງ​ການ​ຫໍ່​ຫຸ້ມ
      ອອບ​ເຈັກ​ແຕ່​ລະ​ອອບ​ເຈັກ​ຈະ​ປະກອບ​ໄປ​ດ້ວຍ​ສ່ວນ​ທີ່​ເປັນ ​interface ແລະ​ສ່ວນ​ທີ່​ເປັນ implementation ສ່ວນ​ທີ່​ເປັນ interface ຄື​ສ່ວນ​ຂອງ​ອອບ​ເຈັກ​ທີ່​ອະນຸ​ອາດ​ໃຫ້​ອອບ​ເຈັກ​ອື່ນ​ສາມາດ​ເອີ້ນ​ໃຊ້​ງານ​ໄດ້ ​ເຊິ່ງ​ໃນ​ພາສາ​ຈາ​ວາ​ກໍ່​ຄື​ຄຸນ​ລັກສະນະ​ຫລື​ເມ​ທອດ​ທີ່​ຖື​ປະກາດ​ໃຫ້​ມີ access modifier ​ເປັນ public ​ສຳ​ຫລັບ​ສ່ວນ​ທີ່​ເປັນ implementation ຄື​ສ່ວນ​ຂອງ​ອອບ​ເຈັກ​ທີ່​ບໍ່​ສາມາດ​ເຂົ້າ​​ເຖິງ​ໄດ້​ຈາກ​ພາຍ​ນອກ ອອບ​ເຈັກ​ອື່ນໆ ຈະ​ບໍ່​ສາມາດ​ເຫັນ​ສ່ວນ​ທີ່​ເປັນ implementation ຂອງ​ອອບ​ເຈັກ​ໄດ້ ​ໃນ​ພາສາ​ຈາ​ວາ​ກໍ່​ຄື​ຄຸນ​ລັກສະນະ​ຫລື​ເມ​ທອດ​ທີ່​ຖືກ​ປະກາດ​​ໃຫ້​ມີ ​access modifier ເປັນ private
      ການ​ຂຽນ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ໂດຍ​ໃຊ້​ຫລັກການ​ຂອງ​ກາ​ນຫໍ່​ຫຸ້ມ ສາມາດ​ທຳ​ໄດ້​ໂດຍ​ກຳນົດ​ໃຫ້​ຄຸ​ນລັກສະນະ​ຂອງ​ອອບ​ເຈັກ​ມີ access modifier ​ເປັນ private ​ແລະ​ກຳນົດ​ໃຫ້​ເມ​ທອດ​ທີ່​ສາມາດ​ເອີ້ນ​ຈາກ​ອອບ​ເຈັກ​ພາຍ​ນອກ​ໄດ້​ມີ access modifier ​ເປັນ public ດັ່ງ​ສະ​ແດງ​ຕົວຢ່າງ​ໃນ​ໂປຣ​ແກຣມທີ 4.3

ໂປຣ​ແກ​ຣມທີ 4.3 ການ​ໃຊ້​ຫລັກການ​ຂອງ​ການ​ຫໍ່​ຫຸ້ມ
Text Box: public class Student {
    private String id;
    private String name;
    private double gpa;
    private static final double MIN_GPA = 2.00;
    public void setId(String ID) {
        id = ID;
    }
    public void setName(String n) {
        name = n;
    }
    public void setGpa(double GPA) {
        gpa = GPA;
    }
    public void showDetails() {
        System.out.println("ID: "+id);
        System.out.println("Name: "+name);
        System.out.println("GPA: "+gpa);
    }
}
 






















​ຂໍ້​ດີ​ຂອງ​ການ​ຫໍ່​ຫຸ້ມ​ຄື
  • ການ​ຊ້ອນ​ຂໍ້​ມູນ ​(Information Hiding) ເຮັດ​ໃຫ້​ອອບ​ເຈັກ​ສາມາດ​ຕິດ​ຕໍ່​ກັບ​ອອບ​ເຈັກ​ພາຍ​ນອກ​ຜ່ານ​ເມ​ທອດ​ທີ່​ເປັນ​ສ່ວນ​ຂອງ interface ​ເທົ່າ​ນັ້ນ ​ເຊິ່ງຖ້າ​ມີ​ການ​ປ່ຽນ​ແປງ​ຄຸນ​ລັກສະນະ​ຫລື​ເມ​ທອດ​ທີ່ຢູ່​ພາຍ​ໃນ​ອອບ​ເຈັກ ກໍ່​ຈະ​ບໍ່​ມີ​ຜົນ​ກະທົບ​ໃດໆ ຕໍ່ອອບ​ເຈັກ​ພາຍ​ນອກ​ທີ່​ເອີ້ນ​​ໃຊ້
  • ຄວາມ​ເປັນ​ໂມ​ດູ​ນ (Modularity) ການ​ພັດທະນາ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຈະ​ສາມາດ​ກຳນົດ​ໃຫ້​ອອບ​ເຈັກ​ແຕ່​ລະ​ອອບ​ເຈັກ​ມີ​ຄວາມ​ເປັນ​ອິດ​ສະ​ຕໍ່​ກັນ ຖ້າ​ມີ​ການ​ປ່ຽນ​​ແປງ​ເກີດ​ຂຶ້ນ​ພາຍ​ໃນ​ອອບ​ເຈັກ​ໜຶ່ງ​ກໍ່​ຈະ​ບໍ່​ມີ​ຜົນ​ກະທົບ​ຕໍ່​ບົດ

ເຄື່ອງ​ໂທລະ​ສັບ​ເປັນ​ຕົວຢ່າງ​ໜຶ່ງ ຂອງ​ການສະ​ແດງ​ຄຸນ​ລັກສະນະ​ເດັ່ນ​ດ້ານ​ກາ​ນຫໍ່​ຫຸ້ມ​ຂອງ​
ອອບ​ເຈັກ​ສ່ວນ​ທີ່​ເປັນ interface ກໍ່​ຄື​ປຸ່ມ​ຂອງ​ໂທລະ​ສັບ​ທີ່​ຜູ້​ໃຊ້​ສາມາດ​ຕິດ​ຕໍ່​ກັບ​ເຄື່ອງ​ໄດ້ ສຳ​ຫລັບ​ລະບົບ​ອີ​ເລັກ​ໂທ​ນິກທີ່ຢູ່​ໃນ​ເຄື່ອງ​ໂທລະສັບ​ຄື​ສ່ວນ​ທີ່​ເປັນ ​implementation ເຊິ່ງຜູ້​ໃຊ້​ບໍ່​ສາມາດ​​ເບິ່ງ​ເຫັນ​ແລະ​ບໍ່​ຈຳ​ເປັນ​ຕ້ອງ​ເຂົ້າ​ໃຈ​ການ​ທຳ​ງານ​ຂອງ​ລະບົບ​ດັ່ງກ່າວ ​ແລະຫາກ​ລະບົບ​ອີ​ເລັກ​ໂທ​ນິກພາຍ​ໃນ​ປ່ຽນ​ແປງ​ໄປ​ຜູ້​ໃຊ້​ຍັງ​ສາມາດ​ທີ່​ຈະ​ຕິດ​ຕໍ່​ກັບ​ເຄື່ອງ​ໄດ້​ໂດຍ​ໃຊ້​ປຸ່ມ​ທີ່​ເປັນ​ສ່ວນ ​interface ຄື​ເກົ່າ​

ไม่มีความคิดเห็น:

แสดงความคิดเห็น