หน้าเว็บ

ຂັ້ນຕອນການພັດທະນາໂປຣແກຣມ

ຂັ້ນ​ຕອນ​ການ​ພັດທະນາ​ໂປຣ​ແກຣມ

ການ​ພັດທະນາ​ໂປ​ຣ​ແກຣມຄອມ​ພິວ​ເຕີ ​ບໍ່​ໄດ້​ໝາຍ​ເຖິງ​ພຽງ​ແຕ່​ການ​ຂຽນ​ໂປຣ​ແກຣມຄຳ​ສັ່ງ​ພາສາ​ຄອມ​ພິວ​ເຕີ​ພາສາ​ໃດ​ພາສາ​ໜຶ່ງ ​ແຕ່​ຈະ​ລວມ​ເຖິງ​ຂັ້ນ​ຕອນ​ທັງ​ໝົດ​ໃນ​ການ​ພັດທະນາ​ໂປຣ​ແກຣມ ​ເຊິ່ງ​ຂັ້ນ​ຕອນ​ການ​ພັດທະນາ​ໂປຣ​ແກຣມນີ້​ເອີ້ນ​ວ່າ ວັດ​ທະ​ຈັກ​ການ​ພັດທະນສ​ໂປຣ​ແກຣມ ​(Software Development Life Cycle ເອີ້​ນຍໍ່​ວ່າ SDLC)​ ເຊິ່ງຈະ​ປະ​ກອບ​ໄປ​ດ້ວຍ​ຂັ້ນ​ຕອນ​ຕ່າງ​ໆ 5 ຂັ້ນ​ຕອນ​ຄື
1.     ຂັ້ນ​ຕອນ​ການ​ວິ​ເຄາະ (Analysis)
2.     ຂັ້ນ​ຕອນ​ການ​ອອ​ແບບ​ (Design)
3.     ຂັ້ນ​ຕອນ​ການ​ຂຽນ​ໂປຣ​ແກຣມ (Programming)
4.     ຂັ້ນ​ຕອນ​ການ​ທົດ​ສອບ (Testing)
5.     ຂັ້ນ​ຕອນ​ການ​ທຳ​ງານ (Operation)

      ​ເຊິ່ງ​ແຕ່ລະ​ຂັ້ນ​ຕອນ​ມັກ​ບໍ່​ໄດ້ຜົນ​ລັບ​ທີ​ສົມບູນ​ທີ່​ຈະ​ສາມາດ​ທຳ​ຂັ້ນ​ຕອນ​ຕໍ່​ໄປ​ໄດ້ ​ໂດຍ​ບໍ່​ຕ້ອງ​ກັບ​ມາ​ທຳ​ຂັ້ນ​ຕອນ​ເກົ່າ​ອີກ​ແຕ່​ລະຫວ່າງ​ທຳ​ງານ​ໃນ​ແຕ່ລະ​ຂັ້ນ​ຕອນ​ອາດ​ຕ້ອງ​ຍ້ອນ​ກັບ​ໄປ​ທຳ​ງານ​ໃນ​ຂັ້ນ​ຕ​ອນອື່ນໆ ກ່ອນ​ໜ້າ​ນັ້ນ​ດັ່ງ​ສະ​ແດງ​ຮູບ​ທີ 4.13

ຮູ​ບທີ 4.13 ຂັ້ນ​ຕອນ​ການ​ພັດທະນາ​ໂປຣ​ແກຣມ
      ຂັ້ນ​ຕອນ​ການ​ວິ​ເຄາະ​ເປັນ​ການ​ສຶກສາ​ຄວາມ​ເປັນ​ໄປ​​ໄດ້ (feasibility study) ຂອງ​ປັນຫາ​ທີ່​ຕ້ອງການ​ພັດທະນາ​ໂປຣ​ແກຣມທີ​ມພັດທະນາ​ໂປຣ​ແກຣມຈະ​ທຳ​ການ​ວິ​ເຄາະ​ປັນຫາ​ແລະ​ພິຈາລະນາ​ວ່າ​ສາມາ​ດທີ່​ຈະ​ພັດທະນາ​​ໂປຣ​ແກຣມຄອມ​ພິວ​ເຕີ​ເພື່ອ​ແກ້​ໄຂ​ປັນຫາ​ໄດ້​ຫລື​ບໍ່ ຜົນ​ລັບ​ທີ່​ໄດ້​ຈາກ​ຂັ້ນ​ຕອນ​ນີ້​ຄື​ຂໍ້​ກຳນົດ​ຕາ​ຄວາມ​ຕ້ອງການ (requirement specification)  ເຊິ່ງຈະ​ອະທິ ບາຍ​ຄຸນ​ລັກສະນະ​ຂອງ​ໂປຣ​ແກຣມ ​ໂດຍ​ຂໍ້​ກຳນົດ​ນີ້​ຈະ​ຂຽນ​ຢູ່​ໃນ​ຮູບ​ແບບ​ຕ່າງໆ ​ເພື່ອ​ໃຫ້​ຜູ້​ໃຊ້​ຜູ້​ປະຕິບັດ​ງານ ​ແລະ​ນັກ​ພັດທະນາ​ໂປຣ​ແກຣມສາມາດ​ເຂົ້າ​ໃຈ​ໄດ້ ​ແລະ​ສາມາດ​ທົດ​ສອບ​ໂປຣ​ແກຣມທີ່​ພັດທະນາ​ຂຶ້ນ​ໄດ້​ວ່າ​ຖືກຕ້ອງ​ແລະ​ກົງ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ້​ໃຊ້​ຫລື​ບໍ່
    ຂັ້ນ​ຕອນ​ການ​ອອກ​ແບບ ຈະ​ເປັນ​ການ​ທຳ​​ໃຫ້​ຂໍ້​ກຳນົດ​ຕາມ​ຄວາມ​ຕ້ອງການ​ປ່ຽນ​ໄປ​ຢູ່​ໃນ​ຮູບ​ແບບ​ຂອງ​ລາຍ​ລະອຽດ​ຂອງ​ໂປຣ​ແກຣມທີ່​ຈະ​ຕ້ອງ​ພັດທະນາ ​ເຊິ່ງ​ໃນ​ການ​ອອກ​ແບບ​ໂດຍ​ໃຊ້​ຫລັກການ​ເຊີງ​ອອບ​ເຈັກ​ກໍ່​ອາດ​ຈະ​ໄດ້​ໄດ​ອະ​ແກຣມຕ່າງໆ ​ໃນ​ຮູບ​ຂອງ UML ​ເພື່ອ​ທີ່​ຈະ​ອະທິບາຍ​ຄາດ​ແລະ​ອອບ​ເຈັກ​ຕ່າງໆ ທີ່​ສອດຄ່ອງ​ກັບ​ຂໍ້​ກຳນົດ​ຕາມ​ຄວາມ​ຕ້ອງການ
     ຂັ້ນ​ຕອນ​ການ​ຂຽນ​ໂປຣ​ແກຣມ ຈະ​ເປັນ​ການ​ຂຽນ​ໂປຣ​ແກຣມ​ໂດຍ​ໃຊ້​ພາສາ​ຄອມ​ພິວ​ເຕີ​ພາສາ​ໃດ​ພາສາ​ໜຶ່ງ​ໃຫ້​ເປັນ​ໄປ​ຕາມ​ໂປຣ​ແກຣມທີ່​ໄດ້​ອອກ​ແບບ​ໄວ້ ​ເຊິ່ງການ​ເລືອກ​ໃຊ້​ພາສາ​ຄອມ​ພິວ​ເຕີ​ຄວນ​ທີ່​ຈະ​ຕ້ອງ​ສອດຄ່ອງ​ກັບ​ວິ​ທີ​ການທີ່​ໄດ້​​ອອກ​ແບບ​ໄວ້​ໃນ​ກໍລະນີ​ທີ່​ຂັ້ນ​ຕອນ​ການ​ອອກ​ແບບ​ເປັນການ​ໃຊ້​ຫລັກການ​​ເຊີງ​ອອບ​ເຈັກ​ກໍ່​ຄວນ​ທີ່​ຈະ​ຕ້ອງ​ໃຊ້​ພາສາຄອມ​ພິວ​ເຕີ​ເຊີງ​ອອບ​ເຈັກ​ເຊັ່ນ
ພາສາ​ຈາ​ວາ​ໃນ​ການ​ຂຽນ​ໂປຣ​ແກຣມ ຂັ້ນ​ຕອນ​ນີ້​ຈະ​ເປັນ​ຂັ້ນ​ຕອນ​ທີ່​ບໍ່​ຍາກ​ປານ​ໃດ​ເນື່ອງ​ຈາກ​ເປັນ​ການ​ຂຽນ​ໂປຣ​ແກຣມຕາມ​ຂໍ້​ກຳນົດ​ທີ່​​ໄດ້​ຈາ​ກການ​ອອກ​ແບບ ດັ່ງ​ນັ້ນ​ການ​ພັດທະນາ​ໂປຣ​ແກ​ຣມທີ່​ດີ​ຈະ​ຕ້ອງ​ມີ​ຂັ້ນ​ຕອນ​ການ​ອອກ​ແບບ​ທີ່​ດີ​ເພື່ອ​ໃຫ້​ໄດ້​ໂປຣ​ແກຣມທີ່​ຖືກຕ້ອງ
     ຂັ້ນ​ຕອນ​ການ​ທົດ​ສອບ ຈ​ະ​ເປັນ​ຂັ້ນ​ຕອນ​ທີ່​ຈະ​ທົດ​ສ​ອບ​ໂປຣ​ແກຣມທີ່​ໄດ້​ພັດທະນາ​ຂຶ້ນ ​ໂດຍ​ອາດ​ເປັນ​ການທົດ​ສອບ​ການ​ທຳ​ງານ​ຂອງ​ໂປ​ຣ​ແກຣມຈາກ​ຂໍ້​ມູນ​ທີ່​ນຳ​ມາ​ທົດ​ສອບ​ຕ່າງໆ ​ແລະ​ຕວດ​ສອບ​ເບິ່ງ​ວ່າ​ໂປຣ​ແກຣມສາມ​າດທຳ​ງານ​ໄດ້​ຖືກຕ້ອງ​ຕາມ​ຂໍ້​ກຳນົດ​ຕາມ​ຄວາມ​ຕ້ອງການ​ຫລື​ບໍ່ ການ​ທົດ​ສອບ ໂປຣ​ແກຣມອອບ​ເຈັກ​ອາດ​ເປັນ​ການ​ທົດ​ສອບ​ທີລະ​ຢູນິດ (Unit Testing) ຫລືການທົດ​ສ​ອບ​ໂດຍ​ລວມ ​(Integration Testing) ການ​ທົດ​ສອບ​ທີລະ​ຢູນິດ​ເປັນ​ການ​ທົດ​ສອບ​ການ​ທຳ​ງານ​ຂອງ​ແຕ່​ລະ​ຄາດ​ສ່ວນ​ກາ​ນທົດ​ສອບ​ໂດຍ​ລວມ​ເປັນ​ການ​ທົດ​ສອບ​ການ​ທຳ​ງານ​ເມື່ອ​ລວມຄາດ​ຕ່າງໆ ​ເຂົ້າກັນ
    ຂັ້ນ​ຕອນ​ການ​ທຳ​ງານ​ ​ເປັນ​ຂັ້ນ​ຕອນ​ສຸດ​ທ້າຍ​ທີ່​ໄດ້​ສົ່ງ​ມອບ​ໂປຣ​ແກຣມ​ໃຫ້​ກັບ​ຜູ້​ໃຊ້​ງານ​ແລ້ວ ​ເຊິ່ງ​ໂປ​ຣ​ແກຣມທີ່​ສົ່ງ​ມອບ​ກໍ່ປຽບ​ສະ​​ເໜືອ​ນສິນຄ້າ​ອື່ນໆ ​ເຊັ່ນ ບ້ານ​ຫລື​ລົດຍົນ ທີ່​ອາດ​ຂໍ້​ບົກພ່ອງ​ທີ່​ຕ້ອງ​ແກ້​ໄຂ​ແລະ​ຕ້ອງ​ມີ​ການ​ບຳລຸງ​ຮັກສາ ຜູ້​ໃຊ້​ໂປຣ​ແກຣມອາດ​ພົບ​ຂໍ້​ຜິດພາດ​ຂອງ​ໂປ​ຣ​ແກຣມ​ໃນ​ລະຫວ່າງ​ການ​ໃຊ້​ງານ ​ເຊິ່ງຂໍ້​ຜິດພາດ​ເຫລົ່າ​ນີ້​ອາດ​ເກີດ​ຂຶ້ນ​ຈາ​ກຂັ້ນ​ຕອນ​ການ​ອອກ​ແບບ ຂັ້ນ​ຕອນ​ການ​ຂຽນ​ໂປຣ​ແກຣມ ຫລື​ແມ້ກະ​ທັງ​ເກີດ​ຂຶ້ນ​ໃນ​ຂັ້ນ​ຕອນ​ການ​ວິ​ເຄາະ​ໂປຣ​ແກຣມ ທີ່​ອາດ​ວິ​ເຄາະ​ຄວາມ​ຕ້ອງການ​ຜິດພາດ​ເຊິ່ງຈາກ​ຂໍ້​ຜິດພາດ​ເຫລົ່າ​ນັ້ນ​ທຳ​ໃຫ້​ນັກ​ພັດທະນາ​ໂປຣ​ແກຣມອາດ​ຈະ​ຕ້ອງ​ນຳ​ໂປ​ຣ​ແກຣມມາ​ແກ້​ໄຂ ຂັ້ນ​ຕອນ​ນີ້​ປຽບ​ສະ​ເໜືອ​ນຂັ້ນ​ຕອນ​ການ​ບຳລຸງ​ຮັກສາ​ໂປຣ​ແກຣມ ​(software maintenance) ເຊິ່ງຈະ​ມີ​ລະ​ຍະ​ເວລາ​ຍາວ​ນານ​ຕາມ​ລະ​ຍະ​ເວ​ລາ​ການ​ໃຊ້​ງານ​ຂອງ​ໂປຣ​ແກຣມ​ເຊິ່ງມັກ​ຈະ​ພົບ​ວ່າ​ຂັ້ນ​ຕອນ​ນີ້​ຈະ​ມີຄ່າ​ໃຊ້​ຈ່າຍ​​ໃນ​ການ​ພັດທະນາ​ໂປຣ​ແກຣມຫລາຍ​ທີ່​ສຸດ​ເມື່ອ​ທຽບ​ກັບ​ຂັ້ນ​ຕອນ​ອື່ນໆ
     ຈາກ​ທີ່​ກ່າວ​ມາ​ທາງ​ເທິງ​ແລ້ວ​ວ່າ ວັດທະ​ຈັກ​ຂອງ​ການ​ພັດທະນນ​ໂປຣ​ແກຣມບໍ່​ສາມາ​ດທີ່​ຈະ​ທຳ​ແຕ່ລະ​ຂັ້ນ​ຕອນ​ໃຫ້​ສົມບູນ​ 100% ​ໄດ້ ​ແຕ່​ຈະ​ຕ້ອງ​ມີ​ການ​ຍ້ອນກັບ​ມາ​ທຳ​ຂັ້ນ​ຕອນ​ອື່ນໆ ສະ​ເໝີ ​ໂດຍ​ທົ່ວ​ໄປ​ນັກ​ພັດ​ທະນາ​ໂປ​ຣ​ແກຣມທີ່​ດີ​ຈະ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ກັບ​ຂັ້ນ​ຕອນ​ການ​ວິ​ເຄາະ ​ແລະ​ຂັ້ນ​ຕອນ​ການ​ອອກ​ແບບ​ໃຫ້​ຫລາຍ​ທີ່​ສຸດ ​​ເພາະ​ໂປ​ຣ​ແກຣມທີ່​ມີ​ການ​ອອກ​ແບບ​ທີ່​ດີ​ຈະ​ຊ່ວຍ​ລົດ​ຄວາມ​ຍຸຸ້ງຍາກ​ໃນ​ຂັ້ນ​ຕອນ​ການ​ທຳ​ງານ (ບຳລຸງ​ຮັກສາ) ​ເຊິ່ງຈະ​ມີ​ຜົນ​ທຳ​ໃຫ້​ຕົ້ນ​ທຸນ​ໃນ​ການ​ພັດທະນາ​ໂປຣ​ແກຣມຖືກ​ລົງ

ສະຫລຸບ​ເນື້ອ​ຫາ​ຂອງ​ບົດ
  • ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຈະ​ມີ​ຄຳ​ນິຍາມ​ທີ່​ສຳຄັນ​ສອງ​ຄຳ​ຄື ອອບ​ເຈັກ​ແລະ​ຄາດ
  • ອອບ​ເຈັກ​ຄື​ສິ່ງ​ຕ່າງໆ ທີ່​ມີ​ຢູ່​ໃນ​ຊີວິດ​ປະຈຳ​ວັນ​ຈະ​ປະກອບ​ໄປ​ດ້ວຍ​ຄຸນ​ລັກສະນະ​ແລະ​​ເມ​ທອດ
  • ຄາດ​ປຽບ​ສະ​​ເໜືອ​ນພິມ​ຂຽວ​ຂອງ​ອອບ​ເຈັກ ອອບ​ເຈັກ​ຈະ​ຖືກ​ສ້າງ​ມາ​ຈາກ​ຄາດ ອອບ​ເຈັກ​ຫລາຍ​ອອບ​ເຈັກ​ສາມາ​ຖືກ​ສ້າງ​ຄາດ​ໜຶ່ງ​ຄາດ​ໄດ້
  • ຄຸນ​ລັກສະນະ​ຂອງ​ອອບ​ເຈັກ​ຄື​ຂໍ້​ມູນ​ທີ່​ເກັບ​ຢູ່​ໃນ​ອອບ​ເຈັກ ​ເຊີງຈະ​ແບ່ງ​ອອກ​​ເປັນ​ຕົວ​ແປ​ແລະ​ຄ່າ​ຄົງ​ທີ່
  • ຄຸນ​ລັກສະນະ​ຂອງ​ຄາດ​ເປັນ​ຄຸນ​ລັກສະນະ​ທີ່​​ໃຊ້​ລວມກັນ​ຂອງ​ທຸກ​ອອບ​ເຈັກ
  • ​ເມ​ທອດ​ຄື​ວີ​ທີ​ການ​ເພື່ອ​ໃຊ້​ໃນ​ການ​ຈັດການ​ກັບ​ຄຸນ​ລັກສະນະ​ຂອງ​ອອບ​ເຈັກ​ຫລື​ຄຸນ​ລັກສະນະ​ຂອງ​ຄາດ
  • ພາສາ​ຈາ​ວາ​ມີ​ນິຍາມ​ໃນ​ການ​ຂຽນ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ເພື່ອ​ປະກາດ​ຄາດ ຄຸນ​ລັກສະນະ ​ເມ​ທອດ ​ແລະ​ອອບ​ເຈັກ
  • ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຈະ​ມີ​ຄຸນ​ລັກສະນະ​ເດັ່ນ​ຢູ່​ສາມ​ປະການ​ຄື ການ​ຫໍ່​ຫຸ້ມ ການ​ສືບ​ທອດ ​ແລະ​ການ​ມີ​ໄດ້​ຫລາຍ​ຮູບ​ແບບ
  • ການ​ຫໍ່​ຫຸ້ມ​ຄື​ການ​ທີ່​ໃຫ້​ຄຸນ​ລັກສະນະ​ຖືກ​ຫໍ່​ຫຸ້ມ​ຢູ່​ພາຍ​ໃນ​ເມ​ທອດ ​ໂດຍ​ກຳນົດ​ໃຫ້​ຄຸນ​ລັກສະນະ​ມີ access modifier ​ເປັນ ​private ແລະ​ກຳນົດ​ໃຫ້​ເມ​ທອດ​ມີ ​ccess modifier ເປັນ public
  • ຂໍ້​ດີ​ຂອງ​ການ​ຫໍ່​ຫຸ້ມ​ຄື​ການ​ຊ້ອນ​ໄວ້​ຂໍ້​ມູນ​ແລະ​ຄວາມ​ເປັນ​ໂມ​ດູ​ນ
  • ການ​ສືບ​ທອດ​ຄື​ການ​ທີ່​ຄາດ​ໃໝ່​ສາມາດ​ນຳ​ເອົາ​ຄຸນ​ລັກສະນະ​ແລະ​ເມ​ທອດ​ຂອງ​ຄາດ​ທີ່​ອອກ​ແບບ​ໄວ້​ແລ້ວ​ມາ​ໃຊ້​​ໄດ້
  • ການ​ມີ​ໄດ້​ຫລາຍ​ຮູບ​ແບບ​ຄື​ການ​ກຳນົດ​ໃຫ້​ມີ​ການ​ຕອບ​ສະໜອງ​ຕໍ່​ເມ​ທອດ​ດຽວ​ກັນ​ວິ​ທີ​ການ​ທີ່​ຕ່າງ​ກັນ ​ແລະ​ສາມາດ​ກຳນົດ​ອອບ​ເຈັກ​ໄດ້​ຫລາຍ​ຮູບ​ແບບ
  • ການ​ສືບ​ທອດ​ໝາຍ​ເຖິງ​ທີ່​ຄາດ​ທີ່​ເປັນ subclass ສືບ​ທອດ​ຄຸນ​ລັກສະນະ​ແລະ​ເມ​ທອດ​ມາ​ຈາ​ກຄາດ​ທີ່​ເປັນ ​superclass ເຊິ່ງພາສາ​ຈາ​ວາ​ຈະ​ໃຊ້​ຄີ​ເວີ​ດ extends
  • ຄຳ​ສັ່ງ​ package ​ເປັນ​ການ​ລະບຸ​ວ່າ​ຄາດ​ໃນ​​ແພັກ​ເກດ​ໃດ
  • ຄຳ​ສັ່ງ ​import ເປັນ​ການ​​ເອີ້ນ​ໃຊ້​ຄາດ​ໃນ​ແພັກ​ເກດ​ຕ່າງໆ
  • Unified Modeling Language (UML) ​ເປັນ​ພາສາ​ທີ່​ໃຊ້​ຮູບ​ກຣາບຟິກ​ເພື່ອ​ຈຳລອງ​ລະບຸ​ຊອບ​ແວ ​ໃນ​ທີ່​ນີ້​ໄດ້​ແນະ​ນຳ​ສັນຍາ​ລັກ​ຂອງ UML ທີ່​ສຳຄັນ​ສອງ​ຢ່າງ​ຄື ​ໄດ​ອະ​ແກຣມຂອງ​ຄາດ​ແລະ​ໄດ​ອະ​ແກຣມຂອງ​ອອບ​ເຈັກ
  • ວັດທະ​ຈັກ​ການ​ພັດທະນາ​ໂປຣ​ແກຣມຈະ​ປະກອບ​ໄປ​ດ້ວຍ​ຂັ້ນ​ຕອນ​ຕ່າງໆ 5 ຂັ້ນ​ຕອນ​ຄື ຂັ້ນ​ຕອນ​ການ​ວິ​ເຄາະ​ຂັ້ນ​ຕອນ​ການ​ອອກ​ແບບ ຂັ້ນ​ຕອນ​ການ​ຂຽນ​ໂປຣ​​ແກຣມ ຂັ້ນ​ຕອນ​ການ​ທົດ​ສອບ ​ແລະ​ຂັ້ນ​ຕອນ​ການ​ບຳລຸງ​ຮັກາສາ​ໂປຣ​ແກຣມ

ไม่มีความคิดเห็น:

แสดงความคิดเห็น