หน้าเว็บ

ດ້ານການຈັດການ


3.ດ້ານການຈັດການManagement ລະບົບໃຫມ່ຊ່ວຍສະຫນັບສະຫນຸນຜູ້ບໍລິຫານສາມາດເຮັດງານໄດ້ຢ່າງມີປະສິດທິພາບເຊັ່ນ ມີລະບົບສາລະສົນເທດທີ່ເຮັດໃຫ້ການວາງແຜນ ການຕັດສິນ ໃຈ ແລະການຄວບຄຸມ ສາມາດດຳເນີນງານດ້ວຍຄວາມສະດວກຍິ່ງຂຶ້ນ
      ຫລັງຈາກທີ່ນັກວິເຄາະລະບົບໄດ້ດຳເນີນການສຶກສາຄວາມເປັນໄປໄດ້ຂອງໂຄງການ
ແລ້ວສິ່ງທີ່ນັກວິເຄາະລະບົບຈະຕ້ອງດຳເນີນການຕໍ່ໄປກໍ່ຄືການຍືນຍັນຜົນການສຶກສາຄວາມ
ເປັນໄປໄດ້ຂອງໂຄງການດ້ວຍການສ້າງລາຍງານຂໍ້ສະເຫນີຍື່ນຕໍ່ຜູ້ບໍລິຫານສະດັບສູງພິຈາລະນາ ເພື່ອຍືນຍັນເຖິງໂຄງການພັດທະນາລະບົບ ໂດຍພາຍໃນລາຍງານ ຈະປະກອບມີ ປັນຫາທີ່ຄົ້ນພົບ ການທຳງານຂອງລະບົບປະຈຸບັນ ຂໍ້ສະ ເຫນີແນະໃນການແກ້ໄຂປັນຫາ ເຊິ່ງຮູບແບບລາຍງານກໍ່ອາດມີຄວາມແຕກຕ່າງກັນໄປຕາມແຕ່ລະບໍລິສັດ ແຕ່ແນວໃດກໍ່ຕາມ ລາຍງານ ທີ່ສະເຫນີໄປນັ້ນ ຄວນປະກອບດ້ວຍສິ່ງສຳຄັນຕ່າງໆດັ່ງຕໍ່ໄປນີ້
  1. ຫນ້າປົກ ລາຍລະອຽດຂອງຫນ້າປົກຕ້ອງມີຊື່ໂຄງການຫລືຊື່ລາຍງານ ຊື່ຜູ້ວິເຄາະ ວັນທີຈັດທຳ
  2. ສາລະບັນ ພາຍໃນສາລະບັນຈະປະກອບໄປດ້ວຍຫົວເລື່ອງ ຕ່າງໆ ພ້ອມລະ  ບຸເລກ ຫນ້າເລິ່ມຕົ້ນ ຂອງຫົວຂໍ້ນັ້ນໆ
  3. ບົດສະຫລຸບເຖິງຜູ້ບໍລິຫານ ສະຫລຸບໂຄງການທີ່ໄດ້ສຶກສາຄວາມເປັນໄປໄດ້ຢ່າງຫຍໍ້ໆ ໂດຍການ ກ່າວເຖິງຜົນຂອງການສຶກສາ ຂໍ້ສະເຫນີແນະ ໂດຍເນ້ນທີ່ການວິເຄາະຄ່າໃຊ້ຈ່າຍ ແລະຜົນຕອບ ແທນ ພ້ອມທັງຂໍ້ຈຳກັດຕ່າງໆ ແລະເວລາ
  4. ສະຫລຸບປັນຫາ ໃຫ້ກ່າວເຖິງບັນຫາທີ່ສຶກສາຢ່າງຫຍໍ້ໆ ແລະຊັດເຈນ
  5. ແນວທາງສຶກສາ ກ່າວເຖິງວິທີທີ່ໃຊ້ສຶກສາຄວາມເຫມາະສົມ ແຫລ່ງຂໍ້ມູນເອກະສານ ອ້າງອິງແລະບຸກຄົນທີ່ໃຫ້ລາຍລະອຽດພ້ອມທັງລາຍລະອຽດຂອງລະບົບງານປະຈຸບັນ ໂດຍຫຍໍ້
  6. ວິເຄາະ ກ່າວເຖິງແນວຄວາມຄິດຂອງລະບົບໃຫມ່ ແລະວິເຄາະໃຫ້ໄດ້ວ່າ ລະບົບ ໃຫມ່ນີ້ສາມາດ ເຮັດຫຍັງໄດ້ແດ່ ພ້ອມທັງຄວາມສຳພັນທີ່ມີຕໍ່ລະບົບອື່ນໆນຳ
  7. ແນວທາງການແກ້ໄຂປັນຫາສະແດງແນວທາງແກ້ໄຂປັນຫາເຊິ່ງອາດມີແນວທາງການ ແກ້ໄຂປັນຫາຫລາຍກວ່າຫນື່ງທາງແລະທຳການປຽບທຽບຄວາມ ເຫມາະສົມ ໃນດ້ານ ຕ່າງໆ ຂອງແນວທາງ ແກ້ໄຂປັນຫາໃນແຕ່ລະວິທີ
  8. ຂໍ້ສະເຫນີແນະກ່າວເຖິງຂໍ້ສະເຫນີແນະໃນການປະຕິບັດໃຫ້ຊັດເຈນ ພ້ອມກັບໃຫ້ເຫດ ຜົນວ່າ ເປັນຫຍັງຈິ່ງສະເຫນີແນະແນວທາງນັ້ນໆ
  9. ແຜນງານ ກ່າວເຖິງ ແຜນງານແລະກຳນົດງານທີ່ຄວນເຮັດໃນຂັ້ນຕໍ່ໄປ ວ່າມີຂັ້ນຕອນ ຫຍັງແດ່ ແລະຕ້ອງໃຊ້ຈ່າຍຈຳນວນເທົ່າໃດ
10. ພາກພະນວກ ຫາກເປັນໄປໄດ້ຄວນມີແບບສອບຖາມ ຫລືລາຍລະອຽດຕ່າງໆ ປະກອບການ ໃຊ້ເພື່ອການສຶກສາ ຄວາມເຫມາະສົມ ຂໍ້ມູນ ແຜນພູມ ກຣາຟສະຖິຕິ  ລາຍລະອຽດການສຳພາດ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງ ພ້ອມ ທັງອຸປະກອນ ແລະຊອບແວທີ່ໃຊ້
    ແນວໃດກໍ່ຕາມຫລັງຈາກສຶກສາຄວາມເປັນໄປໄດ້ແລ້ວ ບໍ່ຫມາຍຄວາມວ່າໂຄງ ການ ທຸກໂຄງການຈະມີຄວາມເປັນໄປໄດ້ທັງຫມົດໂຄງການທີ່ໄດ້ຮັບການຍືນຍັນ ຈະຕ້ອງ ຜ່ານ ການທົດສອບຄວາມເປັນໄປໄດ້ໃນທຸກດ້ານ ແຕ່ຖ້າໂຄງການບໍ່ມີຄວາມເປັນ ໄປໄດ້ໃນສ່ວນ ຫນື່ງໂຄງການດັ່ງກ່າວຈະບໍ່ເກິດສຳຫລັບກໍລະ ນີໂຄງການທີ່ມີຄວາມສ່ຽງສູງ ຫລືມີແນວ ໂນ້ມຄວາມຫລົ່ມລະລາຍສູງກໍ່ບໍ່ຕ້ອງດຳເນີນການໃດໆໃນຂະ ນະທີ່ໂຄງການ ບາງໂຄງການ ອາດເປັນ ໄປບໍ່ໄດ້ໃນມື້ນີ້ ເຊັ່ນ ໃນທາງເຕັກນິກອາດຈະເຮັດໄດ້ຢາກ ຕົ້ນທຶນສູງ ຫລືມີຜູ້ ຊ່ຽວຊານບໍ່ພຽງພໍແຕ່ໂຄງການດັ່ງກ່າວອາດຈະມີຄວາມເປັນໄປໄດ້ສຳຫລັບ ວັນຂ້າງຫນ້າ ຫລື ໃນ ອະນາຄົດ ກໍ່ເປັນໄປໄດ້

ไม่มีความคิดเห็น:

แสดงความคิดเห็น