หน้าเว็บ

ການສ້າງໂປຣແກຣມຈາວາແອບເພດ


ການ​ສ້າງ​ໂປຣ​ແກຣມຈາ​ວາ​​ແອ​ບ​ເພດ
ການ​ສ້າງ​ໂປຣ​ແກຣມຈາ​ວາ​ແອບ​ເພດ ຈະ​ມີ​ຂັ້ນ​ຕອນ​ຄ່າ​ຍກັບ​ການ​ສ້າງ​ໂປຣ​ແກຣມຈາ​ວາ
ປະ​ເພດ​ປະຍຸກ ​ແຕ່​​ໂປຣ​ແກຣມຈາ​ວາ​ແອບ​ເພດ​ຈະ​ປະກອບ​ດ້ວຍ​ໄຟ​ທີ່​ຂຽນ​ຂຶ້ນ​ສອງ​ໄຟ​ຄື:
  • ​ໂປ​ຣ​ແກ​ຣມຊອດ​ໂຄດ (.java)
  • ​ໂປຣ​ແກຣມ​ເວ​ບ​ເພດ (.html)
​ໂປຣ​ແກຣມທີ1.2 ​ເປັນ​ຕົວຢ່າງ​ຂອງ​ໂປຣ​ແກຣມຈາ​ວາ​​ແອ​ບ​ເພດ ​ເພື່ອ​ສະ​ແດງ​ຂໍ້ຄວາມ Hello World ​ໂປຣ​ແກຣມນີ້​ຈະ​ແຕກ​ຕ່າງ​ຈາ​ກ​ໂປຣ​ແກຣມຈາ​ວາ​ປະຍຸກ​ບ່ອນ​ທີ່​ບໍ່​ມີ main() ​ແລະ​ ຈະ​ບໍ່​ສາມາດ​ທຳ​ງານ​ຕາມ​ລຳພັງ​ໄດ້ ​ແຕ່​ຈະ​ຕ້ອງ​ເອີ້ນ​ໃຊ້​ໂດຍ​ຜ່ານ​ໂປຣ​ແກ​ຣມ HTML ຕົວຢ່າງ​ເຊັ່ນ:​ໂປຣ​ແກຣມທີ1.3 ​ເປັນ​ໂປຣ​ແກຣມພາສາ HTML ທີ່​ເອີ້ນ​ໃຊ້​ໂປຣ​ແກຣມ HelloWorldApplet.class
​ເພື່ອ​ປະມວນ​ຜົນ​ພາຍ​ໃຕ້​ໂປຣ​ແກຣມ​ເວ​ບບາ​ວ​ເຊີ​ທີ່​ມີ JVMຢູູ່ຂັ້ນ​ຕອນ​ການ​ສ້າງ​ໂປຣ​ແກຣມມີ​ດັ່ງ​ນີ້
ໂປຣ​ແກຣມທີ1.2 ​ໂປຣ​ແກ​ຣມຈາ​ວາ​ແອບ​ເພດ​ເພື່ອ​ພິມ​ຂໍ້ຄວາມ Hello World
Text Box: import java.awt.*;
import javax.swing.*;
public class HelloWorldApplet extends JApplet {
    public void paint(Graphics g) {
         g.drawString("Hello World",20,20);
}
}
 









ໂປຣ​ແກຣມທີ1.3 ​ໂປຣ​ແກຣພາສາ HTML ທີ່​ເອີ້ນ​ໃຊ້ HelloWorldApplet.class
Text Box: <HTML>
       <HEAD>
              <TITLE>HelloWorld Example</TITLE>
       </HEAD>
       <BODY>
              <APPLET CODE=”HelloWorldApplet.class”
                               WIDTH=”300” HEIGHT=”300”>
              </APPLET>
       </BODY>
</HTML>
 














ຮູບ​ທີ1.12 ຂັ້ນ​ຕອນ​ການ​ສ້າງ​ໂປຣ​ແກຣມ​ຈາ​ວາແອບ​ເພດ

  1. ຂຽນ​ໂປຣ​ແກຣມ​​ຊອດ​ໂຄດ (HelloWorldApplet.java) ​ແລະ​ໂປຣ​ແກຣມ​ເວ​ບ​ເພດ (HelloWord.html) ​ໂດຍ​ໃຊ້​ໂປຣ​ແກຣມອີ​ດີ​ເຕີ​ໃດໆ
  2. ຄອ​ມພາຍ​ໂປຣ​ແກຣມ HelloWorldApplet.java ​ໂດຍ​ຊ້ຄອມ​ພາຍ​ເລີ​ດັ່ງ​ນີ້
javac HelloWorldApplet.java

ຕົວຢ່າງ​ນີ້​ຈະ​ໄດ້​ໂປຣ​ແກຣມ​ໄບ​ໂຄດ​ຊື່ HelloWorldApplet.class
3. ​ໃຊ້​ໂປຣ​ແກຣມ​ເວ​ບບາ​ວ​ເຊີ​ໃດໆ ​ເຊັ່ນ: Internet Explorer ຫລື Netscape​ ​ເປີດ​ໂປຣ​   ແກຣມ​ເວ​ບທີ່​ຊື່ HelloWorld.html ​ເຊິ່ງຈະ​ເອີ້ນ​ໂປ​ຣ​ແກຣມ​​ໄບ​ໂຄດ​ທີ່​ຊື່ HelloWorldApplet.class ​ໂດຍ​ອັດຕະ​ໂນ​ມັດ​ແລະ​ຈະ​ມີ​ຜົນ​ລັນ​ດັ່ງ​ຮູບ​ທີ 1.13


ຮູບ​ທີ1.13 ຜົນ​ລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປຣ​ແກຣມທີ1.3 ບົນ​ເວ​ບບາ​ວ​ເຊີ

1.9   ຄູ່​ມື Java API
      Java API ​ເປັນ​ຂໍ້ກຳນົດ​ທີ່​ວ່າດ້ວຍ​ຄລາດ ​ແລະ ອິນ​ເຕີ​ເພດຕ່າງໆ ທີ່​ກຳນົດ​​ໄວ້​ໃນ​​​​ເເພັກ​ເກດມາດຕະຖານ​ຂອງ​ພາສາ​ຈາ​ວາ ​ເຟັກເກຈທີ່​ຈະ​ເປັນ​ທີ່​ລວບ​ລວມ ຄລາດແລະອິນ​ເຕີ​ເພດຕ່າງໆ ທີ່​ມີຫນ້າ​ທີ່​ການ​ທຳ​ງານ​ຄື​ກັນ​ໄວ້​ໃນ​ບ່ອນ​ດຽວກັນ Java API ​​ແພັກເກດທີ່​ສຳຄັນ ຢູ່ຫລາຍ​​ແພັກເກດອາ​ທິ​ເຊັ່ນ: java.lang, java.util, java.awt ​ແລະ java.io ​ເປັນຕົ້ນ​.
​ເນື່ອງ​ຈາກ Java API ມີ​​ແພັກເກດ​ແລະ​ຄລາດ​ຕ່າງໆຢູ່​ເປັນ​ຈຳນວນຫລາຍຈຶ່ງ​ເປັນ​ເລື່ອ​ງຍາກ​ທີ່​ຈະ​ຈົດ​ຈຳ​ຄລາດ​ແລະ​ເມ​ທອດຕ່າງໆ ທັງ​ໝົດ​ທີ່​ມີ​ຢູ່​ໄດ້ ດັ່ງນັ້ນຊຸດ​ພັດທະນາ​ໂປ​ຣ​ແກຣມ JDK ຈະ​ມີ​ຄູ່​ມື Java API ທີ່ຢູ່​ໃນ​ຮູບ​ແບບ​ຂອງ​ໄຟ​ HTML ດັ່ງ​ສະ​ແດງ​ໃນ​ຮູບ 1.14  ​ເຊິ່ງຄູູ່ມື Java API ຈະ​ປະກອບ​ໄປ​ດ້ວຍ​ເຟລມສາມ​ເຟມຄື ສ່ວນ​ທີ່​ເປັນ​ຊື່​​ແພັກ​ເກຈ( ມຸມ​ຊ້າຍ ) ສ່ວນ​ທີ່​ເປັນຄລາດ​ແລະ​ອິນ​ເຕີ​ເພສຕ່າງໆ ຂອງ​ເຟັກ​ເກສຕ່າງໆ ຂອງ​ເຟັກ​ເກສຕ່າງໆ (ມຸຸມລ່າງ​ຊ້າຍ) ​ແລະ​ສ່ວນ​ທີ່​ເປັນ​ລາຍ​ລະ​ອຽດຂອງຄລາດຫລືອິນ​ເຕີ​ເພສ(ຢູ່​ກາງ) ​ເຊິ່ງຮູບ​ທີ່ 1.14 ສະ​ແດງ​ຄູ່​ມື Java API ທີ່​ລະບຸ​ຄລາດ​ແລະ​ອິນ​ເຕີ​ເພດຕ່າງໆ ​ໃນ​​ແພັກ​ເກດ java.lang ​ແລະ​ແຟມຫລັກທາງ​ກາງ ສະ​ແດງ​ລາຍ​ຊື່​ລາຍ​ລະອຽດຂອງຄລາດ String
     
      ຄູ່​ມື Java API ຈະ​ສະ​ແດງ​ລາຍ​ລະອຽດຕ່າງໆ ຂອງຄລາດຫລືອິນ​ເຕີ​ເພດດັ່ງ​ນີ້.
  • ລຳ​ດິບ​ການ​ສື​ບ​ຖອດ​ຂອງຄລາດ
  • ຄຳ​ອະທິບາຍ​ຂອງຄລາດແລະ​ຈຸດປະສົງ​ທົ່ວ​ໄປ
  • ລາຍ​ຊື່​ຄຸນ​ລັກສະນະ​ຕ່ງໆຂອງຄລາດ
  • ລາຍ​ຊື່​ເມ​ທອດຕ່າງໆ
  • ລາຍ​ຊື່ Constructor ຕ່າງໆຂອງຄລາດ
  • ຄຳ​ອະທິບາຍ​ລາຍ​ລະອຽດຄຸນ​ລັກສະນະ​ແຕ່​ລະ​ຕົວ​ຂອງຄລາດ
  • ຄຳ​ອະທິບາຍ​ລາຍ​ລະອຽ​ດຂອງ Constructor ​ແຕ່​ລະ​ຕົວ​ຂອງຄລາດ



















ຮູ​ບທີ 1.14 ຄູ່​ມື Java API




      ສະຫລຸບ​ຂອງ​ບົດ
·        ລະບົບ​ຄອມ​ພິວ​ເຕີ​ປະກອບ​ໄປ​ດ້ວຍ​ສ່ວນຫລັກສາມ​ສ່ວນ​ຄື: ຮາ​ສ​ແວ​ ລະບົບ​ປະຕິບັດ​ການ ​ແລະ​ໂປຣ​ແກຣມປະ​ຢຸກ
·        ພາສາ​ຄອມ​ພິວ​ເຕີ​ແບ່ງ​ອອກ​ເປັນ​ສາມ​ປະ​ເພດ​ຄື: ພາສາ​ເຄື່ອງ ພາສາ​ເ​ເອດ​ເຊມບລີ ​ແລະ​ພາສາ​ລະດັບ​ສູງ
·        ພາສາ​ລະດັບ​ສູງ​ແບ່ງ​ອອກ​ເປັນ​ສອງ​ປະ​ເພດ​ຄື ພາສາ​ເຊີງ​ກະບວນ​ການ ແລະ​ພາສາ​ເຊີງ​ອອບ​ເຈັກ
·        ຕົວ​ແປ​ພາສາ​ແບ່ງອອກ​ເປັນ​ສອງ​ແບບຄື ຄອມ​ພາຍ​ເລີ​ ລະ​ອິນ​ເຕີ​ພີດ​ເຕີ
·        ພາສາ​ຈາ​ວາ​ເປັນພາສາ​ເຊີງ​ອອບ​ເຈັກ​ທີ່​ໃຊ້​ທັງ​ຕົວ​ແປ​ພາສາ​ແບບ​ຄອມ​ພາຍ​ເລີ ​ແລະ​ອິນ​ເຕີ​ພີດ​ເຕີ​ໃນ​ການ​ຄອມ​ພາຍ ​ແລະ​ລັນ​ໂປຣ​ແກ​ຣມ
·        ຄອມ​ພາຍ​ເລີ​ຂອງ​ພາສາ​ຈາ​ວາ​ຈະ​ທຳ​ໜ້າ​ທີ່​​ແປ​ໂປຣ​ແກຣມພາສາ​ຈາ​ວາ​ໃຫ້​ເປັນ​ໂປຣ​ແກຣມ​ໄບ​ໂຄດ ​ແລະ​ຈະ​ໃຊ້​ຈາ​ວາ​ອິນ​ເຕີ​ພີດ​ເຕີ  (JVM) ​ໃນ​ການ​​ແປ​ໂປຣ​ແກ​ຣມ​ໄບ​ໂຄດ​ໃຫ້​ເປັນ​ໂປຣ​ແກຣມພາສາ​ເຄື່ອງ
·        ​ໂປຣ​ແກຣມພາສາ​ຈາ​ວາ​ສາມາດ​ຂ້າມ​ແຟດຟອມ​ໄດ້ ຖ້າ​ລະບົບ​ຄອມ​ພິວ​ເຕີ​ນັ້ນ​ມີ JVM ຢູ່
​      ແຟດຟອມຂອງ​ Java ປະກອບ​ໄປ​ດ້ວຍ JVM ​ແລະ Java API ​ເຊິ່ງ Java ມີ​​ 
      ແຟດຟອມ 3​ ແບບ​ຄື: JavaSE, Java EE ​ແລະ Java ME
  • ຊຸດ​ພັດທະນາ​ໂປຣ​ແກຣມພາສາ​ຈາ​ວາ JDK ປະກອບ​ໄປ​ດ້ວຍ​ໂປຣ​ແກຣມຕ່າງໆ ທີ່​ສຳຄັນ​ຄື​ໂປ​ຣ​ແກຣມຄອມ​ພາຍ​ເລີ ​(javac.exe) ​ແລະ​ໂປຣ​ແກຣມອິນ​ເຕີ​ພີດ​ເຕີ (java.exe)
  • ໂປຣ​ແກຣມພາສາ​ຈາ​ວາ​ທີ່​ມີ​ຢູ່​ບົນ​​ແຟດຟອມ Java SE ສາມາດ​ພັດທະນາ​ໄດ້​ສອງ​ຮູບ​ແບບ​ຄື ​ໂປຣ​ແກຣມຈາ​ວາ​ປະຍຸກ​ເຊິ​ງຈະ​ທຳ​ງານ​ພາຍ​ໃຕ້ JVM ​ໂດຍ​ກົງ ​ແລະ​ໂປຣ​ແກຣມຈາ​ວາ​ແອບ​ເພດ​ເຊິ່ງຈະ​ທຳ​ງານ​ພາຍ​ໃຕ້​ເວ​ບບາ​ວ​ເຊີທີ່​ມີ JVM
  • ຄູ່​ມື​ Java API ຈະ​ຊ່ວຍ​ໃນ​ການ​ຄົ້ນ​ຫາ​ລາຍ​ລະອຽດ​ແພກ​ເກດ​ ແລະ​ຄລາດ​ຕ່າງໆທີ່​ມີ​ຢູ່​ໃນ​ຊຸດ​ພັດທະນາ​ໂປຣ​ແກຣມ JDK


ไม่มีความคิดเห็น:

แสดงความคิดเห็น