หน้าเว็บ

ວີດີໂອສອນສ້າງ Blog

ວີດີໂອສອນສ້າງ Blog



ຈຸດປະສົງຂອງແຜນພາບກະແສຂໍ້ມູນ


5.1.1 ຈຸດປະສົງຂອງແຜນພາບກະແສຂໍ້ມູນ
     ຈຸດປະສົງຂອງການສ້າງແຜນພາບກະແສຂໍ້ມູນເພື່ອ
1 . ເປັນແຜນພາບທີ່ສະຫລຸບລວມຂໍ້ມູນທັງຫມົດທີ່ໄດ້ຈາກການວິເຄາະ ໃນຮູບແບບຂອງການພັດທະ ນາແບບໂຄງສ້າງ
2. ເປັນຂໍ້ຕົກລົງຮ່ວມກັນລະຫວ່າງ ນັກວິເຄາະລະບົບກັບຜູ້ໃຊ້ງານ
3 . ເປັນແຜນພາບທີ່ນຳໄປໃຊ້ປະໂຫຍດຕໍ່ໄປໃນຂັ້ນຕອນຂອງການອອກແບບລະບົບ
4 . ເປັນແຜນພາບທີ່ໃຊ້ໃນການອ້າງອິງ ຫລືເພື່ອໃຊ້ສຳຫັລບການປັບປຸງພັດທະນາຕໍ່ໃນອະນາຄົດ
5 . ຮູ້ທີ່ມາແລະທີ່ໄປຂອງຂໍ້ມູນ ທີ່ໄຫລໄປສູ່ຂະບວນການຕ່າງໆ
5.1.2 ສັນຍາລັກທີ່ໃຊ້ໃນແຜນພາບກະແສຂໍ້ມູນ
     ແຜນພາບກະແສຂໍ້ມູນເປັນແຜນພາບທີ່ສະແດງເຖິງພາບລວມຂອງຄວາມຕ້ອງການ
ຫລັກໆ ຂອງ ລະບົບສາລະສົນເທດໃນຮູບແບບຂອງໄດອະແກມ ເຊິ່ງປະກອບມີ ອິນພຸດ ເອົ໋າພຸດ ຂະບວນການແລະຂໍ້ມູນ ໂດຍທຸກໆຄົນໃນທີມງານພັດທະນາລະບົບ ສາມາດ ເຫັນ ຮູບຮ່າງຫນ້າຕາຂອງລະບົບໄດ້ຈາກແຜນພາບນີ້ ແລະ ໃຊ້ສຳຫລັບເປັນແນວທາງ ໃນການ ອອກແບບລະບົບ ແລະ ນີ້ແມ່ນເຫດຜົນທີ່ເຮັດໃຫ້ ແຜນ ພາບກະແສຂໍ້ມູນເປັນແບບຈຳລອງ ທີ່ນິຍົມໃຊ້ງານຈົນເຖິງປະຈຸບັນ ແລະ ເປັນແຜນພາບທີ່ເບິ່ງແລ້ວ ງ່າຍຕໍ່ຄວາມເຂົ້າໃຈ ເນື່ອງ ຈາກເປັນລັກສະນະແບບຈຳລອງທີ່ມີພຽງ 4 ສັນຍາລັກຫລັກໆເທົ່ານັ້ນເຊິ່ງສະແດງ ໄດ້ ດັ່ງນີ້“

ຊະນິດຂອງແບບຈຳລອງ


ຊະນິດຂອງແບບຈຳລອງ  Types of Models
      ໃນການພັດທະນາລະບົບສາລະສົນເທດ ນັກວິເຄາະລະບົບສາມາດເອົາແບບຈຳລອງຊະນິດຕ່າງໆ ມາປະຍຸກໃຊ້ກັບງານພັດທະນາລະບົບ ໂດຍແບບຈຳລອງແຕ່ລະຊະນິດສາມາດນຳມາໃຊ້ງານໄດ້ຢ່າງ ເຫມາະສົມເພື່ອແກ້ໄຂປັນຫາຕາມສ່ວນງານນັ້ນໆ ເຊັ່ນ ງານບາງຊະນິດສາມາດໃຊ້ແບບຈຳລອງທີ່ເປັນ ພຽງແຕ່ຖ້ອຍຄຳອະທິບາຍກໍ່ສາມາດນຳໄປໃຊ້ງານໄດ້ແລ້ວ ໃນຂະນະທີ່ງານບາງຊະນິດ ໃຊ້ພຽງແຕ່ຖ້ອຍ ຄຳອາດຈະຍັງບໍ່ສາມາດນຳໄປໃຊ້ປະໂຫຍດໄດ້ຢ່າງພຽງພໍ ດັ່ງນັ້ນ ຈິ່ງຕ້ອງພັດທະນາແບບຈຳລອງທີ່ເປັນ ແຜນພາບ ຫລືໄດອະແກມ ເຊິ່ງມີຄວາມເຫມາະສົມກວ່າ ເພາະສາມາດເຫັນພາບລວມຂອງລະບົບໄດ້ທັງ ຫມົດ

5.1 ແຜນພາບກະແສຂໍ້ມູນ Data Flow Diagram : DFD
      ຫາກປຽບທຽບການພັດທະນາໂປແກມກັບການສ້າງເຮືອນແລ້ວ ຈະເຫັນວ່າການສ້າງ ເຮືອນຫລັງຫນື່ງເຈົ້າຂອງເຮືອນກັບສະຖາປະນິກ ຈະຕ້ອງຕົກລົງເຖິງຄວາມເຂົ້າໃຈຕໍ່ກັນ ໃນ ເບື້ອງຕົ້ນວ່າຈະສ້າງເຮືອນນີ້ໃນຮູບຊົງແບບໃດ ມີຈັກຊັ້ນ ມີຈັກຫ້ອງ ມີການຈັດ ຂະຫນາດ ຫ້ອງຕ່າງໆໄວ້ເທົ່າໃດເຊິ່ງສິ່ງ ເຫລົ່ານີ້ກໍ່ຄື ຄວາມຕ້ອງການ ຫລື Requitements  ຈາກນັ້ນ ສະຖາປະນິກກໍ່ຈະລວບລວມຄວາມຕ້ອງການຂອງລູກຄ້າໃນເບື້ອງຕົ້ນ ເພື່ອນຳໄປສ້າງເປັນ ແບບເຮືອນຂຶ້ນມາ ເຊິ່ງແບບເຮືອນນີ້ເປັນສິ່ງທີ່ຈະນຳ ມາໃຊ້ເປັນຂໍ້ຕົກລົງລະຫວ່າງກັນວ່າ ເຮືອນທີ່ຕ້ອງການໃຫ້ສ້າງນັ້ນເປັນໄປຕາມແບບທີ່ຕ້ອງການຫລືບໍ່ ໂດຍສະຖາປະນິກອາດຈຳ ເປັນຕ້ອງມີການປັບປຸງແບບເຮືອນບາງສ່ວນຕາມທີ່ລູກຄ້າຕ້ອງການຈົນກະທັ້ງໄດ້ແບບ ເຮືອນ ທີ່ສົມບູນ ຈາກນັ້ນແບບເຮືອນດັ່ງກ່າວກໍ່ຈະນຳໄປໃຫ້ວິສະວະກອນຄວບຄຸມງານ ເພື່ອໃຫ້ ງານກໍ່ສ້າງນັ້ນເປັນໄປຕາມແຜນທີ່ວາງໄວ້
      ແຜນພາບກະແສຂໍ້ມູນກໍ່ປຽບຄືກັບແບບເຮືອນສະຖາປະນິກກໍ່ປຽບຄື ນັກວິເຄາະລະບົບ ທີຈະຕ້ອງນຳຄວາມຕ້ອງການຂອງລູກຄ້າໄປວິເຄາະເພື່ອສ້າງແບບເຮືອນຕາມຄວາມຕ້ອງ ການຂອງລູກຄ້າໂດຍວິສະວະກອນກໍ່ປຽບຄືນັກວິສະວະກຳຊອບແວ ຫລືຜູ້ຄວບຄຸມໂຄງການ ສ່ວນຄົນງານກໍ່ສ້າງກໍ່ປຽບຄືກັບ ໂປແກມເມີ ທີ່ຈະຕ້ອງສ້າງຕາມແບບທີ່ໄດ້ອອກແບບໄວ້
      ແຜນພາບກະແສຂໍ້ມູນ ເປັນແບບຈຳລອງຂະບວນການທີ່ເອົາມາໃຊ້ໃນການວິເຄາະແລະອອກແບບລະບົບແບບ ໂຄງສ້າງ ທີ່ມີການນຳມາໃຊ້ຕັ້ງແຕ່ຍຸກທີ່ມີການເລິ່ມໃຊ້ພາສາລະດັບສູງ ໂດຍແຜນພາບ ກະແສຂໍ້ມູນຈະສະແດງຄວາມສຳພັນລະຫວ່າງ ໂປເຊດ Processes ກັບຂໍ້ມູນ Data ທີ່ກ່ຽວຂໍ້ໂດຍຂໍ້ມູນໃນແຜນພາບຈະເຮັດໃຫ້ຮູ້ເຖິງ
1 . ຂໍ້ມູນມາຈາກໃສ
2 . ຂໍ້ມູນຈະໄປໃສ
3 . ຂໍ້ມູນຈະເກັບໄວ້ໃສ
4. ເກິດເຫດການໃດກັບຂໍ້ມູນລະຫວ່າງທາງ

      ແຜນພາບກະແສຂໍ້ມູນຈະສະແດງພາບລວມຂອງລະບົບ ແລະ ລາຍລະອຽດທີ່ກ່ຽວ  ຂ້ອງກັບໂປເຊສກັບຂໍ້ມູນແຕ່ໃນບາງຄັ້ງ ຫາກຕ້ອງການກຳນົດລາຍລະອຽດ ທີ່ນອກເຫນືອ ຈາກນີ້ ນັກວິເຄາະລບົບ ອາດຈຳເປັນຕ້ອງໃຊ້ເຄື່ອງມືອື່ນເຂົ້າມາຊ່ວຍ ເຊັ່ ຂໍ້ຄວາມສັ້ນໆ ທີ່ອ່ານແລ້ວງ່າຍຕໍ່ການສ້າງຄວາມເຂົ້າໃຈ ຫລື ອັນກໍລິທືມ ຕາລາງການຕັດສິນໃຈ ,ແບບ ຈຳລອງຂໍ້ມູນຄຳອະທິບາຍການປະມວນຜົນຈະຂຶ້ນກັບຄວາມຕ້ອງການໃນລາຍລະອຽດເປັນສຳຄັນ

ຂັ້ນຕອນສຳຫລັບການວິເຄາະເພື່ອສ້າງແຜນພາບກະແສຂໍ້ມູນ
ຂັ້ນຕອນທີ່ 1 ສຶກສາຮູບແບບການທໍາງານຂອງລະບົບເກົ່າ ( Physical DFD )
ຂັ້ນຕອນທີ 2 ວິເຄາະເພື່ອໃຫ້ໄດ້ແບບຈໍາລອງ ທາງລໍຈິຄອລຂອງລະບົບງານເກົ່າ
 (Logical DFD)
ຂັ້ນຕອນທີ 3 ເອົາ Logical DFD ທີ່ໄດ້ຈາກຂັ້ນຕອນທີ 2 ມາເພິ່ມຄວາມ ຕ້ອງການ ໃຫມ່ເຂົ້າໄປ ໂດຍການປັບປຸງເພື່ອເປັນແບບຈຳລອງ ລໍຈິຄອລຂອງລະບົບງານໃຫມ່
 ( Logical DFD )
ຂັ້ນຕອນທີ 4 ພັດທະນາລະບົບງານໃຫມ່ໃນຮູບແບບຂອງແບບຈໍາລອງພີຊິກຄອລ (PhysicalDFD)

ເຕັກນິກການລວບລວມຄວາມຕ້ອງການ


1.6   ເຕັກນິກການລວບລວມຄວາມຕ້ອງການ Requirements Gathering Techniqes
ເຕັກນິກການລວບລວມຄວາມຕ້ອງການ ຈັດເປັນຂະບວນການທີ່ມີແບບແຜນເພື່ອໃຊ້ສຳຫລັບງານວິໃຈ ສຳພາດ ການເຂົ້າພົບ ການສ້າງແບບສອບຖາມ ແລະອື່ນໆ ເພື່ອຈະໃຫ້ໄດ້ຂໍ້ມູນທີ່ກ່ຽວກັບລະບົບ ແລະ ຄວາມຕ້ອງການ ເຊິ່ງຂັ້ນຕອນດັ່ງກ່າວໃນບາງເທື່ອອາດເອີ້ນວ່າ ການຊອກຫາຂໍ້ແທ້ຈິງ Fact -Finding ໂດຍຈະນຳສະເຫນີເຕັກນິກສຳຄັນ ດັ່ງລາຍລະອຽດຕໍ່ໄປນີ້
1.   ການລວບລວມເອກະສານ Documentation
2.   ການສຳພາດແລະສົນທະນາກັບຜູ້ໃຊ້ Conduct Interviews and Discussions with Users
3.   ການສັງເກດຈາກຂະບວນການຈັດການເອກະສານໃນທຸລະກິດ Observe and Document Business Processes
4.   ການແຈກຈ່າຍແລະລວບລວມແບບສອບຖາມ Distribute Collect Questionnaires
5.   ການວາງແຜນຄວາມຕ້ອງການຮ່ວມກັນ Joint Requirements Planning JRP

ການລວບລວມເອກະສານ Documentation
      ການຄົ້ນຫາລາຍລະອຽດຈາກເອກະສານທີ່ມີຢູ່ນັ້ນ ງ່າຍຕໍ່ການລວບລວມ ແລະໄດ້ຂໍ້ມູນຫລາຍ ຕົວຢ່າງຂໍ້ມູນທີ່ໄດ້ຈາກ ເອກະສານເຊັ່ນ  ແບບຟອມຈາກເອກະສານ ຫລື ລາຍງານຕ່າງໆ ໂດຍນັກວິເຄາະ ລະບົບຄວນຂໍອະນຸຍາດຜູ້ໃຊ້  ໃຫ້ຊ່ວຍຈັດການ ຖ່າຍສຳເນົາເອກະສານ ແບບຟອມ ຫລືລາຍງານຕ່າງໆ ທີ່ ໃຊ້ງານຢູ່ ນອກຈາກນີ້ຫາກເປັນໄປໄດ້ຄວນຂໍສຳເນົາຄູ່ມືການປະຕິບັດງານແລະຄູ່ມືລາຍລະອຽດງານ ເຊິ່ງ ສິ່ງເຫລົ່ານີ້ຈະເຮັດໃຫ້ນັກວິເຄາະລະບົບເຂົ້າໃຈເຖິງຫນ້າທີ່ການງານທາງທຸລະກິດຂອງຫນ່ວຍງານໄດ້ດີຍິ່ງ ຂຶ້ນ ແລະຍັງສາມາດໃຊ້ເປັນພື້ນຖານໃນການສ້າງລາຍລະອຽດຂອງຄຳຖາມທີ່ຈະຖາມຕໍ່ໄປໃນຂັ້ນຕອນ ຂອງການສຳພາດ
ການສຳພາດ ແລະ ສົນທະນາກັບຜູ້ໃຊ້ Conduct Interviews and Discussions with Usrs
      ການສຳພາດເປັນວິທີການຫນື່ງທີ່ສາມາດຊ່ວຍການເກັບຂໍ້ມູນໄດ້ຢ່າງລະອຽດ ສາມາດຊັກຖາມ ໃນຄຳຖາມເພື່ອໃຫ້ເກິດຄວາມເຂົ້າໃຈໃນປັນຫາ ພ້ອມທັງສະພາບການຕ່າງໆ ທີ່ເກິດຂຶ້ນໃນຫນ່ວຍງານ ນັກວິເຄາະລະບົບທີ່ຜ່ານປະສົບການມາດົນ ຈະສາມາດຖາມປັນຫາຕ່າງໆໄດ້ຕົງປະເດັນ ແລະສັງເກດ ຄວາມຮູ້ສຶກຂອງຜູ້ຖືກສຳພາດໄດ້ຈາກສີຫນ້າແລະທ່າທາງຜູ້ຖືກສຳພາດໄດ້ເປັນຢ່າງດີ ການສຳພາດເປັນ ການເກັບຂໍ້ມູນແບບທາງຕົງໂດຍການສົນທະນາລະຫວ່າງນັກວິເຄາະລະບົບເຊິ່ງເປັນຜູ້ສຳພາດ ກັບຜູ້ຖືກ ສຳພາດເຊິ່ງກໍ່ຄືບຸກຄົນໃນລະດັບຕ່າງໆ ຂອງອົງກອນ
      ການສຳພາດຍັງໄດ້ແບ່ງອອກເປັນ 2 ວິທີຄື
ການສຳພາດແບບບໍ່ມີໂຄງສ້າງໆ Unstructured Interview ຈະບໍ່ມີການກຳນົດຄຳຖາມກ່ອນ ວ່າຈະຖາມກ່ຽວກັບຫຍັງ ແຕ່ອາດມີຫົວຂໍ້ຄຳຖາມຢູ່ໃນໃຈແລ້ວ ຈະເປັນການສຳພາດໃນລັກສະນະ ການ ເວົ້າສົນທະນາ
ການສຳພາດແບບມີໂຄງສ້າງ Structured Interview ເປັນການສຳພາດທີ່ມີການກຳນົດຄຳ ເພື່ອສຳພາດໂດຍສະເພາະ ເຊີ່ງອາດຈະມີການຕຽມຄຳຖາມແບບປາຍເປິດເຊິ່ງຜູ້ຕອບສາມາດສະແດງຂໍ້ຄິດ ເຫັນ ຫລືຄຳຖາມປາຍປິດທີ່ມີຕົວເລືອກໃຫ້ຕອບ ຫລືອາດເປັນທັງສອງແບບກໍ່ເປັນໄດ້
      ສຳຫລັບຂັ້ນຕອນການສຳພາດ ປະກອບດ້ວຍຂັ້ນຕອນແລະລາຍລະອຽດດັ່ງຕໍ່ໄປນີ້
  1. ກຳນົດບຸກຄົນທີ່ຕ້ອງການສຳພາດ Determine who to interview
ຂັ້ນຕອນນີ້ເປັນຂັ້ນຕ້ອງທີ່ຈະຕ້ອງສາມາດກຳນົດບຸກຄົນທີ່ຕ້ອງການສຳພາດໃຫ້ຖືກຕ້ອງ ຄວນສຶກສາລາຍ ລະອຽດຮູບແບບການຈັດຕັ້ງອົງກອນດ້ານການບໍລິຫານ ຂອງຫນ່ວຍງານ ທີ່ຈະເຂົ້າໄປສຳພາດກ່ອນຄວາມເປັນໄປໄດ້ຂອງການສຳພາດຄືການສຳພາດ ພະນັກງານ ທຸກລະດັບ ໂດຍເລິ່ມສຳພາດຜູ້ບໍລິຫານລະດັບສູງ ກ່ອນ ຕໍ່ມາຈິງຜູ້ບໍລິຫານລະດັບການ ຜູ້ຈັດການພະແນກ ແລະພະນັກງານ
  1. ຕັ້ງຈຸດປະສົງຂອງການສຳພາດ Establish objectives for interview
ໂດຍວັດຖຸປະສົງຂອງການສຳພາດຈະຂຶ້ນຢູ່ກັບບົດບາດແລະຫນ້າທີ່ຂອງບຸກຄົນທີ່ເຮົາຈະຕ້ອງສຳພາດເປັນສິ່ງທີ່ແນ່ນອນວ່າຖ້າຂໍ້ມູນການສຳພາດທີ່ໄດ້ຈາກຜູ້ບໍລິຫານລະດັບສູງກັບ ພະນັກ ງານລະດັບປະຕິບັດການຍ່ອມມີຄວາມແຕກຕ່າງກັນດັ່ງນັ້ນ                ຈຸດປະສົງຂອງການສຳພາດຜູ້ບໍລິຫານລະດັບສູງຄືຄວາມຕ້ອງການຮູ້ແຜນງານ ແລະນະ ໂຍ ບາຍລວມກົນລະຍຸດຕ່າງໆໃນຂະນະທີ່ພະນັກງານລະດັບປະຕິບັດການຈະ ເປັນການສຳພາດ ກ່ຽວກັບຂັ້ນຕອນຫລືປັນຫາຈາກການປະຕິບັດງານປະຈຳວັນ
  1. ຕຽມການສຳພາດ Prepare for the interview
ໂດຍຈະມີການຈັດຕາລາງນັດຫມາຍທີ່ແນ່ນອນເພື່ອເຂົ້າພົບບຸກຄົນທີ່ເຮົາຕ້ອງການສຳພາດ ການກຳນົດເວລາໃນການສຳພາດບໍ່ຄວນຍາວເກີນໄປ
  1. ປະຕິບັດການສຳພາດ Conduction the interview
ຮູບແບບການສຳພາດຂຶ້ນຢູ່ກັບຜູ້ສຳພາດ  ຄວນສ້າງບັນຍາກາດໃຫ້ເປັນກັນເອງ ແລະສຳພາດໃຫ້ຕົງກັບຈຸດ ປະສົງຫລາຍທີ່ສຸດ ໃນລະຫວ່າງການສຳພາດເມື່ອມີການຕັ້ງຄຳຖາມໃຫ້ຜູ້ຕອບຄວນໃຫ້ມີເວລາພຽງພໍຕໍ່ ການໃຊ້ຄວາມຄິດເພື່ອຕອບຄຳຖາມໃນແຕ່ລະຂໍ້ ບໍ່ຄວນຕັ້ງຄຳຖາມຕໍ່ເນື່ອງກັນເປັນຊຸດ
  1. ບັນທຶກລົງໃນເອກະສານລາຍງານການສຳພາດ Document the interview
ໃນລະຫວ່າງການສຳພາດ ຜູ້ສຳພາດຈະຕ້ອງຈັບປະເດັນສຳຄັນຂອງບົດສຳພາດໂດຍສະຫລຸບຫຍໍ້ໃຫ້ໄດ້ ການບັນທຶກບົດສຳພາດທຸກໆຄຳ ສິ້ນເປືອງ ອາດຈະລືມຄຳຕອບຂອງຜູ້ຕອບສຳພາດ ຜູ້ສຳພາດຄວນມີເຕັກ ນິກໃນການຂຽນຄຳຫຍໍ້ທີ່ຕົນເຂົ້າໃຈ ຫົວຂໍ້ສຳຄັນທີ່ຄວນມີໃນເອກະສານ ຈະປະກອບດ້ວຍຊືຜູ້ສຳພາດ ຊື່ຜູ້ຖືກສຳພາດ ວັນທີ ຫົວຂໍ້ ວັດຖຸປະສົງ ແລະປະເດັນສຳຄັນຕ່າງໆ ທີ່ໄດ້ສົນທະນາກັນລະຫວ່າງການສຳ ພາດ ພ້ອມທັງຂໍ້ສະເຫນີແນະແລະຂໍ້ຄິດເຫັນຕ່າງໆ

ຫລັກການຄົ້ນຫາຄວາມຕ້ອງການທີ່ດີ


4.5 ຫລັກການຄົ້ນຫາຄວາມຕ້ອງການທີ່ດີ
  • ຄົ້ນຫາຂໍ້ມູນຄວາມຕ້ອງການກັບບຸກຄົນທີ່ກ່ຽວຂ້ອງໂດຍຕົງ ແລະ ໃຫ້ຕົງຈຸດປະສົງ ຫລາຍທີ່ສຸດ.
·         ຄວນລະບຸຄວາມຕ້ອງການຕ່າງໆ ໃສ່ເອກະສານ ແລະມີການສ້າງຂໍ້ຕົກລົງຮ່ວມ ກັນທັງສອງ ຝ່າຍ ເຊິ່ງ ໃນບາງຄັ້ງ ອາດຈະມີການເຊັນກຳກັບຮ່ວມກັນໄດ້ ແຕ່ໃນກໍລະນີນີ້ ອາດສ້າງຄວາມກົດດັນໃຫ້ກັບຜູ້ ໃຊ້ໄດ້ແຕ່ກໍ່ຖືເປັນຜົນດີຕໍ່ຜູ້ພັດທະນາລະບົບ ໃນກໍລະນີ ທີ່ອາດມີການປັບແກ້ໃນພາຍຫລັງ.
·         ຄວາມຕ້ອງການທີ່ດີຕ້ອງຕົກລົງຮ່ວມກັນທັງສອງຝ່າຍ ຢ່າຄິດວິເຄາະ ຫລື ອອກແບບດ້ວຍຕົນ ເອງ ທັງຫມົດເຊິ່ງເປັນການເຂົ້າຂ້າງຕົວເອງ ແລະມີໂອກາດກໍ່ໃຫ້ເກິດຜົນເສຍຕາມມາ.
·         ຄຳຈຳກັດຄວາມຫລືຄຳອະທິບາຍໃນເອກະສານທີ່ໄດ້ບັນທຶກໄວ້ ຄວນມີຄວາມຊັດເຈນ ພະຍາ ຍາມຢ່າໃຊ້ຄຳຈຳກັດຄວາມທີ່ກຳກວມ ແລະສາມາດຕີລາຄາຄວາມໄດ້ຫລາຍຄວາມຫມາຍ.

ຫລັກການຄົ້ນຫາຄວາມຕ້ອງການທີ່ດີ


4.5 ຫລັກການຄົ້ນຫາຄວາມຕ້ອງການທີ່ດີ
  • ຄົ້ນຫາຂໍ້ມູນຄວາມຕ້ອງການກັບບຸກຄົນທີ່ກ່ຽວຂ້ອງໂດຍຕົງ ແລະ ໃຫ້ຕົງຈຸດປະສົງ ຫລາຍທີ່ສຸດ.
·         ຄວນລະບຸຄວາມຕ້ອງການຕ່າງໆ ໃສ່ເອກະສານ ແລະມີການສ້າງຂໍ້ຕົກລົງຮ່ວມ ກັນທັງສອງ ຝ່າຍ ເຊິ່ງ ໃນບາງຄັ້ງ ອາດຈະມີການເຊັນກຳກັບຮ່ວມກັນໄດ້ ແຕ່ໃນກໍລະນີນີ້ ອາດສ້າງຄວາມກົດດັນໃຫ້ກັບຜູ້ ໃຊ້ໄດ້ແຕ່ກໍ່ຖືເປັນຜົນດີຕໍ່ຜູ້ພັດທະນາລະບົບ ໃນກໍລະນີ ທີ່ອາດມີການປັບແກ້ໃນພາຍຫລັງ.
·         ຄວາມຕ້ອງການທີ່ດີຕ້ອງຕົກລົງຮ່ວມກັນທັງສອງຝ່າຍ ຢ່າຄິດວິເຄາະ ຫລື ອອກແບບດ້ວຍຕົນ ເອງ ທັງຫມົດເຊິ່ງເປັນການເຂົ້າຂ້າງຕົວເອງ ແລະມີໂອກາດກໍ່ໃຫ້ເກິດຜົນເສຍຕາມມາ.
·         ຄຳຈຳກັດຄວາມຫລືຄຳອະທິບາຍໃນເອກະສານທີ່ໄດ້ບັນທຶກໄວ້ ຄວນມີຄວາມຊັດເຈນ ພະຍາ ຍາມຢ່າໃຊ້ຄຳຈຳກັດຄວາມທີ່ກຳກວມ ແລະສາມາດຕີລາຄາຄວາມໄດ້ຫລາຍຄວາມຫມາຍ.

ການວິເຄາະຄວາມຕ້ອງການ


4.4 ການວິເຄາະຄວາມຕ້ອງການ Requirements Analysis
    ຫລັງຈາກທີ່ນັກວິເຄາະລະບົບໄດ້ລວບລວມຄວາມຕ້ອງການຈາກຜູ້ໃຊ້ແລ້ວ ບໍ່ຫມາຍຄວາມວ່າ ຄວາມຕ້ອງການເຫລົ່ານັ້ນຈະສາມາດນຳມາໃຊ້ງານໄດ້ທັນທີ ຫລືນຳມາໃຊ້ງານໄດ້ທັງຫມົດ ນັກວິເຄາະລະ ບົບ ຈຳເປັນຕ້ອງນຳຄວາມຕ້ອງການທີ່ ໄດ້ລວບລວມ ມາຜ່ານຂະບວນການວິເຄາະຄວາມຕ້ອງການ ເພື່ອ ໃຫ້ໄດ້ຂໍ້ກຳນົດ ຄວາມຕ້ອງການ ທີ່ສົມບູນທີ່ບັນທຶກຢູ່ໃນຮູບແບບຂອງເອກະສານ ເພື່ອໃຊ້ປະໂຫຍດຕໍ່ ໄປໃນຂັ້ນຕອນການພັດທະນາຊອບແວ.
      ໂດຍການວິເຄາະຄວາມຕ້ອງການ ເພື່ອທີ່ຈະໄດ້ຂໍ້ກຳນົດຄວາມຕ້ອງການຂອງລະບົບໃຫມ່ ຈະ ປະກອບມີ 3 ຂັ້ນຕອນຕໍ່ໄປນີ້
  1. ວິເຄາະຂໍ້ແທ້ຈິງໃນຂໍ້ມູນ Analysis of Factual data
ຂໍ້ມູນທີ່ໄດ້ລວບລວມມາຈາກວິທີການສືບທອດຂໍ້ແທ້ຈິງຈະຕ້ອງນຳມາພິຈາລະນາວ່າ ລະບົບ ລະບົບ ຈະຕ້ອງດຳເນີນການແນວໃດ ເພື່ອໃຫ້ຕົງກັບຈຸດປະສົງທີ່ຕ້ອງການ
  1. ກຳນົດສາລະສຳຄັນຂອງຄວາມຕ້ອງການ Identification of Essential Requirements
  ຄືຄຸນລັກສະນະຫລື ສາລະສຳຄັນ ທີ່ລະບົບໃຫມ່ຈະມີ ໂດຍລາຍລະອຽດການປະຕິບັດງານຈະຕ້ອງ ໄດ້ຮັບການກຳນົດຂຶ້ນມາ
  1. ຄັດເລືອກຄວາມຕ້ອງການທີ່ຕົງກັບຈຸດປະສົງ Selection of Requirements Fulfillment
ຄືການນຳຂໍ້ມູນທີ່ລະບຸຢູ່ໃນຄວາມຕ້ອງການທີ່ຜ່ານການຄັດເລືອກມາໃຊ້ໃຫ້ເກິດຜົນສໍາເລັດໂດຍຄວາມຕ້ອງການທີ່ຜ່ານການຄັດເລືອກນີ້ ຈະໃຊ້ເປັນພື້ນຖານສໍາຫລັບການອອກແບບລະບົບຕໍ່ໄປ