หน้าเว็บ

ການລວບລວມຄວາມຕ້ອງການ


4.1 ການລວບລວມຄວາມຕ້ອງການ Requirements
      ຫນ້າທີ່ສຳຄັນຢ່າງຫນື່ງທີ່ນັກວິເຄາະລະບົບແລະທິມງານຈະຕ້ອງດຳເນີນການ ກໍ່ຄື ການເຂົ້າໄປ ຄົ້ນຫາຄວາມຕ້ອງການຂອງຜູ້ໃຊ້ ເຊິ່ງຂັ້ນຕອນການຄົ້ນຫາຄວາມຕ້ອງການແລະການຈົດບັນທຶກຄວາມ ຕ້ອງການນັ້ນບໍ່ແມ່ນສິ່ງທີ່ງ່າຍ ເນື່ອງຈາກທີມງານຈະຕ້ອງເຂົ້າພົບກັບບຸກຄົນຫລາຍລະດັບທີ່ຕົນບໍ່ເຄີຍຮູ້ ຈັກມາກ່ອນເພື່ອເຂົ້າໄປສອບຖາມວ່າ ມຕຄວາມຕ້ອງການຫຍັງແດ່ ທີ່ຈະໃຫ້ມີໃນລະບົບໃຫມ່ ຜູ້ໃຊ້ບາງ ຄົນອາດບໍ່ມີຄວາມຮູ້ພື້ນຖານທາງຄອມພິວເຕີ ຫລືອາດຈະບໍ່ຮູ້ເລີຍວ່າຄວາມຕ້ອງການຂອງຕົນແມ່ນຫຍັງ ປະກອບກັບນັກວິເຄາະລະບົບຈຳເປັນຕ້ອງ ໄດ້ຮັບການສື່ສານກັບບຸກຄົນຫລາກຫລາຍ ແລະການສື່ສານ ກັບຄົນແຮງຫລາຍເທົ່າໃດ ກໍ່ຍ່ອມເກິດຄວາມບໍ່ເຂົ້າໃຈຫລາຍເທົ່ານັ້ນ ພ້ອມທັງອາດຈະໄດ້ຮັບຂໍ້ມູນທີ່ ຜິດໆ ກໍ່ເປັນໄດ້ແລະສີ່ງສຳຄັນນັກວິເຄາະລະບົບຈຳຕ້ອງຈົດບັນທຶກຄວາມຕ້ອງການໃຫ້ຢູ່ໃນຮູບແບບມາດ ຕະຖານ ເພື່ອນຳໄປພັດທະນາເປັນຊອບແວໄດ້ຕໍ່ໄປ
      ກິດຈະກຳການຄົ້ນຫາຄວາມຕ້ອງການ ແລະການຈົດບັນທຶກຄວາມຕ້ອງການນັ້ນ ມີຫລັກສຳຄັນ ຄື ຈະຕ້ອງຄົ້ນຫາຄວາມຈິງໃຫ້ໄດ້ວ່າຜູ້ໃຊ້ຕ້ອງການສິ່ງໃດເປັນສຳຄັນ ແນວໃດກໍ່ຕາມ ການລວບລວມ ຄວາມຕ້ອງການນັ້ນ ຈະບໍ່ແມ່ນຫນ້າທີ່ຂອງນັກວິເຄາະລະບົບແຕ່ຝ່າຍດຽວ ໃນຄວາມຈິງແລ້ວ ການລວບ ລວມຄວາມຕ້ອງການຈະຕ້ອງໄດ້ຮັບຄວາມຮ່ວມມື ຮ່ວມໃຈລະຫວ່າງ ຕົວນັກວິເຄາະລະບົບກັບຜູ້ໃຊ້ ດັ່ງ ນັ້ນບົດບາດຫນ້າທີ່ຂອງຜູ້ໃຊ້ໃນການໃຫ້ຂໍ້ມູນຄວາມຕ້ອງການຕ່າງໆ ໃຫ້ນັກວິເຄາະລະບົບຈິ່ງຖືວ່າເປັນ ສິ່ງສຳຄັນຕໍ່ການພັດທະນາລະບົບໃຫມ່
      ກ່ອນທີ່ນັກວິເຄາະລະບົບຈະເຂົ້າໄປຫາຄວາມຕ້ອງການຈາກຜູ້ໃຊ້ຕາມຫນ່ວຍງານຕ່າງໆ ນັກວິ ເຄາະຈຳເປັນຕ້ອງສຶກສາຮູບແບບອົງກອນ ຂອງຫນ່ວຍງານກ່ອນ ພ້ອມທັງພິຈາລະນາໃນສ່ວນຜູ້ບໍລິຫານ ລະດັບສູງວ່າໃຫ້ຄວາມສຳຄັນຕໍ່ການພັດທະນາລະບົບໃຫມ່ວ່ານ້ອຍຫລາຍປານໃດ ນັກວິເຄາະລະບົບ ຈະ ຕ້ອງສາມາດຊີ້ແຈງເຫດຜົນໃຫ້ຜູ້ໃຊ້ຮູ້ ຄວາມຕ້ອງການເຫລົ່ານີ້ ຈະເປັນຂໍ້ມູນສຳຄັນ ຕໍ່ການນຳໄປກຳນົດ ຟັງຊັ່ນການທຳງານຂອງລະບົບໃຫມ່
      ໃນການລວບລວມຄວາມຕ້ອງການ ຜູ້ໃຊ້ຖືເປັນບຸກຄົນຫນື່ງທີ່ສຳຄັນ ໃນການການໃຫ້ຂໍ້ມູນວິ ເຄາະລະບົບ ແລະດ້ວຍງານດ້ານການພັດທະນາລະບົບນັ້ນ ນັກວິເຄາະລະບົບບໍ່ຈະທຳງານດ້ວຍການນັ່ງ ຢູ່ໃນຫ້ອງການ ແລະຂີດຂຽນຄວາມຕ້ອງການໂດຍລຳພັງ ແຕ່ນັກວິເຄາະລະບົບຈະຕ້ອງອອກນອກສະ ຖານທີ່ ເພື່ອພົບປະແລະສົນທະນາກັບຜູ້ໃຊ້ໃນລະດັບຕ່າງໆ ດັ່ງນັ້ນ ຄວາມຮ່ວມມືຮ່ວມໃຈໃນກຸ່ມຄົນທີ່ ກ່ຽວຂ້ອງຈຶ່ງເປັນສ່ວນສຳຄັນສຳຫລັບງານດ້ານວິເຄາະລະບົບ
      ຜູ້ໃຊ້ເປັນບຸກຄົນທີ່ນັກວິເຄາະລະບົບຈະຕ້ອງໄປຫາຂໍ້ມູນເພື່ອຮັບຮູ້ເຖິງປັນຫາ ແລະນຳມາປະ ກອບການວິເຄາະລະບົບ ເຊັ່ນ ຂັ້ນຕອນການດຳເນີນງານທີປະຈຸບັນດຳເນີນການຢູ ປັນຫາທີ່ເກິດຂຶ້ນໃນແຕ່ ລະຂັ້ນຕອນຂອງການທຳງານ. ລາຍລະອຽດຕ່າງໆເປັນຕົ້ນ ເຊິ່ງງານດັ່ງກ່າວເປັນງານທີ່ຜູ້ໃຊ້ໄດ້ປະຕິບັດ ກັບລະບົບເປັນປະຈຳ ເຮັດໃຫ້ມີປະສົບການແລະສາມາດເຂົ້າໃຈເຖິງລາຍລະອຽດປັນຫາໄດ້ເປັນຢ່າງດີ ພ້ອມທັງຜູ້ໃຊ້ອາດສະເຫນີແນະແນວທາງໃນກາແກ້ໄຂປັນຫາໃຫ້ແກ່ນັກວິເຄາະລະບົບກໍ່ເປັນໄດ້ ດັ່ງນັ້ນ ການໄດ້ຮັບຄວາມຮ່ວມມືທີ່ດີຈາກຜູ້ໃຊ້ແຕ່ລະລະດັບ ຍ່ອມພາໃຫ້ເກິດການວິເຄາະຂໍ້ມູນເພື່ອແກ້ໄຂປັນ ຫາໄດ້ຖືວັດຖຸປະສົງ ດັ່ງນັ້ນ ບົດບາດແລະຫນ້າທີ່ຂອງຜູ້ໃຊ້ທີ່ດີປະກອບດ້ວຍຄຸນລັກສະນະດັ່ງນີ້
  1. ຈະຕ້ອງສາມາດອະທິບາຍຂັ້ນຕອນການທຳງານຂອງລະບົບງານປະຈຸບັນທີ່ດຳເນີນການຢູ່ໄດ້
  2. ຕ້ອງສາມາດຊີ້ແຈງປັນຫາຕ່າງໆ ທີ່ເກິດຂຶ້ນໃນລະບົບໄດ້
  3. ຈະຕ້ອງສາມາດບອກຄວາມຕ້ອງການໃນລະບົບໃຫມ່ໄດ້
  4. ຄວນກະກຽມເອກະສານ ຫລື ລາຍງານທີ່ກ່ຽວຂ້ອງໃຫ້ແກ່ນັກວິເຄາະລະບົບ
  5. ຄວນໃຫ້ມີຄວາມຮ່ວມມືແກ່ນັກວິເຄາະລະບົບພ້ອມທັງມີຄວາມປາດຖະຫນາດີຕໍ່ການປັບປຸງລະ ບົບງານເກົ່າທີ່ດຳເນີນການຢູ່ ໃຫ້ມີທິດທາງທີດີຂຶ້ນກວ່າເກົ່າ ໂດຍບໍ່ຄວນມີອະຄະຕິ ຫລືການຕໍ່ ຕ້ານລະບົບໃຫມ່
  6. ຄວນມີສ່ວນຮ່ວມຕໍ່ໂຄງການພັດທະນາລະບົບໃຫມ່ ພ້ອມທັງສາມາດແນະນຳຫລື ສະເຫນີແນວ ທາງແກ້ໄຂປັນຫາໃຫ້ແກ່ນັກວິເຄາະລະບົບ

ไม่มีความคิดเห็น:

แสดงความคิดเห็น