หน้าเว็บ

ຄີເວີດ


ຄີ​ເວີ​ດ
ຄີ​ເວີ​ດຄື​ຊື່​ທີ່​ມີ​ຄວາມ​ໝາຍ​ພິ​ເສດ​ໃນ​ພາສາ​ຈາ​ວາ ຄອມ​ພາຍ​ເລີ​ຂອງ​ພາສາ​ຈາ​ວາ​ຈະ​ເຂົ້າ​ໃຈຄວາມ​ໝາຍ ​ແລະ​ຄຳ​ສັ່ງ​ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ສຳ​ຫລັບ​ຄີ​ເວີ​ດ​ແຕ່​ລະ​ຕົວ​ ພາສາ​ຈາ​ວາ​ຈະ​ໄດ້​ກຳນົດ​ຄີ​ເວີ​ດຕ່າງໆ ​ໄວ້​ດັ່ງ​ສະ​ແດງ​ໃນ​ຕາຕະລາງ​ທີ2.1

ຕາຕະລາງ​ທີ2.1 ຄີ​ເວີ​ດທີ່​ໃຊ້​ໃນ​ພາສາ​ຈາ​ວາ
Abstract
Continue
For
New
Switch
Assert
Default
Goto
Package
Synchronied
Boolean
Do
If
Private
This
Break
Double
Implements
Protected
Throw
Byte
Else
Import
Public
Throws
Case
Enum
Instanceof
Return
Transient
Catch
Extends
Int
Short
Try
Char
Final
Interface
Static
Void
Class
Finally
Long
Strictfp
Volatile
Const
Float
Native
Super
While

   ຄີ​ເວີ​ດ​ເຫລົ່າ​ນີ້​ບໍ່​ສາມາດ​ຈະ​ນຳ​ມາ​ຕັ້ງ​ເປັນ identifier ໄດ້​ເຊິ່ງຈາກ​ຄີ​ເວີ​ດທາງ​ເທິງ​ຈະ​ເຫັນ​ວ່າ​ຄີ​ເວີ​ດທຸກ​ຕົວຈະ​ເປັນ​ຕົວ​ອັກສອນ​ພິມ​ນ້ອຍ​ແລະ​ມີ​ຄີ​ເວີ​ດ goto ​ແລະ const ​ເປັນ​ຄີ​ເວີ​ດທີ່​ບໍ່​ໄດ້​ກົງ​ກັບ​ຄຳ​ສັ່ງ​ໃດ ​ໃນພາສາ​ຈາ​ວາ​ສ່ວນ​ຄຳວ່າ true ​ແລະ false ບໍ່​ໄດ້​ເປັນ​ຄີ​ເວີ​ດ​ໃນ​ພາສາ​ຈາ​ວາ​ແຕ່​ຈະ​ເປັນ​ຂໍ້​ມູນ​ຄ່າ​ຄົງ​ທີ່​ຊະນິດ​ຕັກ​ກະ​ເຊັ່ນ​ດຽວ​ກັບ null ​ເຊິ່ງ​ເປັນ​ຂໍ້​ມູນ​ຄ່າ​ຄົງ​ທີ່​ຂອງ​ຕົວ​​ແປ​ທີ່​ມີ​ຊະນິດ​ຂໍ້​ມູນ​ແບບ​ອ້າງ​ອີງທີ່​ຈະ​ກ່າວ​ເຖິງ​ຕໍ່​ໄປ





1.1.1  ສັນຍາ​ລັກ​ແຍກ​ຄຳ
      ພາສາ​ຈາ​ວາ​ມີ​ສັນຍາ​ລັກ​ແຍກ​ຄຳ​ຕ່າງໆ​ ທີ່​ສາມາດ​ນຳ​ໄປ​ໃຊ້​ຂຽນ​ໂປຣ​ແກ​ຣມ​ໄດ້​ດັ່ງ​ຕາ​ຕະລາງ​ທີ2.2

ຕາຕະລາງ​ທີ2.2 ໜ້າ​ທີ່​ຂອງ​ເຄື່ອງໝາຍ​ຕ່າງ​ໆ ທີ່​ໃຊ້​ໃນ​ພາສາ​ຈາ​ວາ
ສັນຍາ​ລັກ​ແຍກ​ຄຳ
ໜ້າ​ທີ່
;
​ເພື່ອ​ລະບຸການ​ສິ້ນ​ສຸດ​ຄຳ​ສັ່ງຕ່າງໆ ພາຍ​ໃນ​ພາສາ​ຈາ​ວາ
( )
ສຳ​ຫລັບ​ຕໍ່​ທ້າຍ​ເມ​ທອດ​ຫລື​ຄຳ​ສັ່ງ​ອື່ນໆ ​ໃນ​ພາສາ​ຈາ​ວາ​ເຊັ່ນ: if,for ​
ເປັນ​ຕົ້ນ
,
ສຳ​ຫລັບ​ແຍກ​ຕົວ​​ແປ​ຫລື​ຄຳ​ສັ່ງ​​ໃນ​ພາສາ​ຈາ​ວາ
.
​ເພື່ອ​ໃຊ້​ໃນ​ການ​ລະບຸ​ຄຸນ​ລັກສະນະ​ຫລື​ເມ​ທອດ​ຂອງ​ອອບ​ເຈັກ​ຫລື​ໃຊ້​ໃນ​ການ​ລະບຸ​ແພັກ​ເກດ​ຂອງ​ພາສາ​ຈາວ​າ
{}
​ເພື່ອ​ລະບຸ​ບ໋ອກຂອງ​ຄຳ​ສັ່ງ​ພາສາ​ຈາ​ວາ​ຄຳ​ສັ່ງ​ຕ່າງ​ໆ ຂອງ​ພາສາ​ຈາ​ວາຈະ​ຢູພາຍ​ໃນ​ບ໋ອກ​ເຊັ່ນ: ຄຳ​ສັ່ງ​ທີ່ຢູ່​ພາຍ​ໃນ​ຄາດ​ ພາຍ​ໃນ​ເມ​ທອດ ​ຫລື​ຢູພາຍ​ໃນ​ຊຸດ​ໂຄ​ງສ້າງ​ຄວບ​ຄຸມ​ຕ່າງໆ ​ເຊັ່ນ: if,while ຫລື for ​ເປັນ​ຕົ້ນ​ໂດຍ​ປົກະຕິ​ບ໋ອກ​ເຫລົ່າ​ສາມາ​ດຊ້ອນກັນ​ໄດ້

1.1.2  ຊ່ອງ​ວ່າງ
​ໂປຣ​ແກຣມພາສາ​ຈາ​ວາ​ສາມ​າດທີ່​ຈະ​ມີ​ຊ່ອງ​ວ່າງ ​ເພື່ອ​ແຍກ​ຄຳ ປະ​ໂຫຍ​ກ ຫລື​ຄຳ​ສັ່ງ​
ຕ່າງໆ ພາຍ​ໃນ​ໂປຣມ​ແກຣມ​ໄດ້ ​ໂດຍ​ຊ່ອງ​ວ່າງ​ຈະ​ມີ​ຂະໜາດ​ເທົ່າ​ໃດ​ກໍ່​ໄດ້ ທັງ​ນີ້​ຄອມ​ພາຍ​ເລີ​ຂອງ​ພາສາ​ຈາ​ວາ​ຈະ​ບໍ່​ນຳ​ສ່ວນ​ທີ່​ເປັນ​ຊ່ອງ​ວ່າງ​ມາ​ກ່ຽວຂ້ອງ​ກັບ​ຂະໜາດ​ຂອງ​ໂປຣ​ແກຣມ​ໄບ​ໂຄດ​ຊ່ອງ​ວ່າງ​ຈະ​ຊ່ວຍ​​ເຮັດໃຫ້​ຮູບ​ແບບ​ຂອງ​ຊອດ​ໂຄດ​ເບິ່ງ​ງ່າຍ​ຂຶ້ນ ​ເຊິ່ງຮູບ​ແບບ​ຊ່ອງ​ວ່າງ​ປະກອບ​ດ້ວຍ
·         ຊ່ອງ​ວ່າງ​ກົດ​ຄີ (ກົດ​ຄີ​ Space ເທິງ​ຄີບ​ອດ)
·         ​ແທັບ(ກົດ​ຄີ Tab ​ເທິງ​ຄີບ​ອດ)
·         ການ​ຂຶ້ນ​ບັນທັດ​ໃໝ່ (ກົດ​ຄີ​ Enter ເທິງ​ຄີບ​ອດ)





1.1.3  ຂໍ້​ມູນ​ຄ່າ​ຄົງ​ທີ່
      ຂໍ້​ມູນ​ຄ່າ​ຄົງ​ທີ່​ຄື​ຄຳ​ທີ່​ໃຊ້​ສະ​ແດງ​ຂໍ້​ມູນ ​ທີ່​ເປັນ​ຕົວ​ເລກ ຕົວ​ອັກຂະຫລະ ຂໍ້ຄວາມ​ ຫລື​ຄ່າ​ຕັກ​ກະ ​ເຊິ່ງ​ໃນ​ພາສາ​ຈາ​ວາ​ໄດ້​ກຳນົດ​ຂໍ້​ມູນ​ຄ່າ​ຄົງ​ທີ່​ໄວ້ 5 ປະ​ເພ​ດດັ່ງ​ນີ້
1.   ຕັກ​ກະ (Boolean)
2.   ຕົວ​ອັກຂະຫລະ (Character)
3.   ຕົວ​ເລກ​ຈຳນວນ​ເຕັມ (Integral)
4.   ຕົວ​ເລກ​ຈຳນວນ​ທົດ​ສະ​ນິຍົມ (Floating Point)
5.   ຂໍ້ຄວາມ (String)
ຮູບ​ແບບ​ຂອງ​ການ​ຂຽນ​ຂໍ້​ມູນ​ຄ່າ​ຄົງ​ທີ່​ແລະ​ປະ​ເພດ​ຂອງ​ຊະນິດ​ຂໍ້​ມູນ ຈະ​ກ່າວ​ເຖິງ​ໃນ​ຫົວ​ຂໍ້​ຕໍ່​ໄປ

1.2   ຊະນິດ​ຂອງ​ຂໍ້​ມູນ​ແບບ​ພື້ນ​ຖານ
      ພາສາ​ຈາ​ວາ​ເປັນ​ພາສາ​ທີ່​ຕ້ອງ​ລະບຸ​ຊະນິດຂໍ້​ມູນຢ່າງ​ຊັດ​ເຈນ (Strongly Typed Language) ກ່າວ​ຄື​ຂໍ້​ມູນ​ທີ່​ເປັນ​ຕົວ​​ແປ​ ຫລື​ຄ່າ​ຄົງ​ທີ່ທຸກ​ຕົວ​ທີ່​ປາກົດ​ຢູ່​ໃນ​ໂປຣ​ແກຣມ ຈະ​ຕ້ອງ​ມີ​ການ​ປະກາດ ​ແລະ​ຈະ​ຕ້ອງ​ລະບຸ​ຊະນິດ​ຂໍ້​ມູນ​ດ້ວຍ​ສະ​ເໝີ ​ໂດຍ​ຊະນິດ​ຂໍ້​ມູນ​ໃນ​ພາສາ​ຈາ​ວາ​ແບ່ງ​ອອກ​ເປັນ​ສອງ​ປະ​ເພດ​ໃຫຍ່ໆ ຄື:
1.   ຊະນິດ​ຂໍ້​ມູນ​ແບບ​ພື້ນຖານ (Primitive Data Type)
2.   ຊະນິດ​ຂໍ້​ມູນ​ແບບ​ອ້າງ​ອີງ (Reference Data Type)

      ຊະນິດ​ຂໍ້​ມູນ​ແບບ​ພື້ນຖານ​ຄື​ຊະນິດ​ຂໍ້​ມູນ​ທີ່​ກຳນົດ​ໄວ້​ໃນ​ພາສາ​ຈາ​ວາ ​ເຊິ່ງພາສາ​ຈາ​ວາ​ກຳນົດ​ໄວ້ 8 ຊະນິດຄື boolean,char, byte, short, int, long, float ​ແລະ double ດັ່ງ​ສະ​ແດງ​ໃນ​ຕາຕະລາງ​ທີ2.3 ​ເຊິ່ງທັງ 8 ຊະນິດ​ສາມາດ​ແບ່ງ​ອອກ​ໄດ້​ເປັນ 4 ປະ​ເພດ​ຄື:
1.   ຊະນິດ​ຂໍ້​ມູນ​ຕັກ​ກະ (Logical) ຄື​ຊະນິດ Boolean
2.   ຊະນິດ​ຂໍ້​ມູນ​ອັກຂະຫລະ (Textual) ຄື​ຊະນິດ char
3.   ຊະນິດ​ຂໍ້​ມູນ​ຕົວ​ເລກ​ຈຳນວນ​ເຕັມ (Integral) ຄື​ຊະນິດ byte,short,int ​ແລະ long
4.   ຊະນິດ​ຂໍ້​ມູນ​ຕົວ​ເລກ​ທົດ​ສະ​ນິຍົມ (Floating Point) ຄື​ຊະນິດ float ​ແລະ double








ຕາຕະລາງ​ທີ2.3 ຂະໜາດ​ແລະ​ຊ່ວງ​ຄ່າ​ຂອງ​ຊະນິດ​ຂໍ້​ມູນ​ແບບ​ພື້ນຖານ​ຂອງ​ພາສາ​ຈາ​ວາ
ຊະນິດ​ຂໍ້​ມູນ
ຂ​ະໜາດ
(ບິດ)
ຊ່ວງ​ຄ່າ
ໝາຍ​ເຫດ
boolean
1
true ຫລື false

char
16
‘\u0000’ ​ເຖິງ ‘\uFFFF’
ຂໍ້​ມູນ​ອັກຂະຫລະ​ລະບົບUnicode
byte
8
128 ​ເຖິງ +127

short
16
32,768 ​ເຖິງ+32,767

int
32
-231 ​ເຖິງ +231-1

long
64
-263 ​ເຖິງ +263-1

float
32
-3.40E+38 ​ເຖິງ
+3.40E+38
IEEE 754 single
precision
floating point.
double
64
-1.80E+308 ​ເຖິງ
+1.80E+308
IEEE 754 double
precision
floating point.

     ຊະນິດ​ຂໍ້​ມູນ​ແບບ​ອ້າງ​ອີງ​ຄື​ຊະນິດ​ຂໍ້​ມູນອື່ນໆ ທີ່​ບໍ່​ແມ່ນ​ຊະນິດ​ຂໍ້​ມູນ​ແບບ​ພື້ນຖານ ຊະນິດ​ຂໍ້​ມູນ​ທັງ​ສອງ​ປະ​ເພດ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ເລື່ອງ​ການ​ເກັບ​ຂໍ້​ມູນ​ໃນ​ໜ່ວຍ​ຄວາມ​ຈຳ ​ແລະ​ວິທີ​ການ​ເອີ້ນ​ໃຊ້​ເຊິ່ງຈະ​ກ່າວ​ຕໍ່​ໄປ

ไม่มีความคิดเห็น:

แสดงความคิดเห็น