หน้าเว็บ

ຄຳສັ່ງ for

ຄຳ​ສັ່ງ for

ຄຳ​ສັ່ງ for ​ເປັນ​ຄຳ​ສັ່ງ​ທີ່​ເປັນ​ໂຄງ​ສ້າງ​ແບບ​ທຳ​ຊ້ຳ ທີ່​ມີ​ຮູບ​ແບບ​ຂອງ​ຄຳ​ສັ່ງ​ດັ່ງ​ນີ້
          for(initial statements; expression; update statements) {
              statements
          }
 
 





    ​ໂດຍ​ມີ​ໂຟຊາດ​ຂອງ​ການ​ທຳ​ງານ​ຂອງ​ຄຳ​ສັ່ງ​ນີ້​ເຊັ່ນ​ດຽວ​ກັບ​ໂຟຊາດ​ຊ່ອງຄຳ​ສັ່ງ ​while ໃນ​ຮູບ​ທີ 3.9 ຄຳ​ສັ່ງ for ຈະ​ໃຊ້​ໃນ​ກໍລະນີ​ທີ່​ຮູ້​ຈຳນວນ​​ເທື່ອ​ໃນ​ການ​ທຳ​ຊ້ຳ​ທີ່​ແນ່ນອນ ສ່ວນ​ຄຳ​ສັ່ງ while ຫລື do..while ນິຍາມ​ໃຊ້​ໃນ​ກໍລະນີ​ທີ່​ບໍ່​ຮູ້​ຈຳ​ນວນ​ເທື່ອ​ໃນ​ການ​ທຳ​ງານ​ຊ້ຳ​ລ່ວງ​ໜ້າ
    ຕົວຢ່າງ​ເຊັ່ນ​ຄຳ​ສັ່ງ​ພິມ​ຂໍ້ຄວາມ Hello World ສິບ​ເທື່ອ​ ຄວນ​ໃຊ້​ຄຳ​ສັ່ງ for ຫລາຍ​ກວ່າ​ໃຊ້​ຄຳ​ສັ່ງ while ຫລື do..while ​ໂດຍ​ສາມາດ​ຂຽນ​ຄຳ​ສັ່ງ​ໄດ້​ດັ່ງ​ນີ້
            for (int count = 1; count <= 10; count++) {
                System.out.println(“Hello World”);
            }
    ​ໃນ​ກໍລະນີ​ຈະ​ເຫັນ​ໄດ້​ວ່າ​ຊຸດ​ຄຳ​ສັ່ງ​ທີ່​ໃຊ້​ຄຳ​ສັ່ງ for ຈະ​ມີ​ຮູບ​ແບບ​ທີ່​ກະ​ຊັບ​ກວ່າ​​ເມື່ອ​ທຽບ​ກັບ​ກໍລະນີ​ຄຳ​ສັ່ງ while ຫລື do..while
    ຄຳ​ສັ່ງ​ກຳນົດ​ຄ່າ​ເລີ່​ມຕົ້ນ​ຫລື​ຄຳ​ສັ່ງ​ປ່ຽນ​ແປງ​ຄ່າ​ທີ່ຢູ່​ໃນ​ຄຳ​ສັ່ງ for ສາມາດ​ທີ່​ຈະ​ມີ​ຫລາຍ​ກວ່າ​ຢ່າງ​ລະ​ໜຶ່ງ​ຄຳ​ສັ່ງ​ ​ໂດຍ​ຈະ​ໃຊ້​ເຄື່ອງໝາຍ, ​ໃນ​ການ​ແຍກ​ຄຳ​ສັ່ງ ​ເຊັ່ນ
            for (int i = 0, j = 0; i < 4; i++, j += 2) {
                 System.out.println(i + “ ” + j);
            }
    ​ໂປຣ​ແກຣມຄຳ​ສັ່ງ​ທີ່​ຈະ​ພິມ​ຄ່າ​ຂອງ​ຕົວ​ແປ ​i ແລະ j ທີ່​ກຳນົດ​ຂຶ້ນ​ພາຍ​ໃນ​ຄຳ​ສັ່ງ for ສີ່​ເທື່ອ ​ໂດຍ​ຕົວ​ແປ i ຈະ​ເພີ່ມ​ຄ່າ​ຂຶ້ນ​ທີລະ​ໜຶ່ງ ​ແລະ​ຕົວ​ແປ j ຈະ​ເພີ່ມຄ່າ​ຂຶ້ນ​ທີລະ​ສອງ






ໂປຣ​ແກຣມທີ 3.7 ຕົວ​ຢ່າງ​ການ​ໃຊ້​ຄຳ​ສັ່ງ for
public class SampleFor {
    public void showDemo() {
        for (int i=1; i<=10; i++) {
            System.out.print(i+" ");
        }
    }
}
 
 









  ​ໂປຣ​ແກຣມທີ 3.5 ສະ​ແດງ​ຕົວຢ່າງ​ການ​ໃຊ້​ຄຳ​ສັ່ງ for ​ເພື່ອ​ພິມ​ຕົວ​ເລກ 1 ​ເຖິງ 10 ​ເຊິ່ງຈະ​ໄດ້ຜົນ​ລັບ​ເຊັ່ນ​ດຽວ​ກັບ​ໂປ​ຣ​ແກຣມທີ 3.5 ​ແລະ​ໂປ​ຣແກຣມ 3.6
   ຕົວ​ແປ​ທີ່​ປະກາດ​​ໃນ​ຄຳ​ສັ່ງ​ກຳນົດ​ຄ່າ​ຂອງ​ຄຳ​ສັ່ງ for ຈະ​ມີ​ຂອບ​ເຂດ​ການ​ໃຊ້​ງານ​ໄດ້​ສະ​ເພາະ​ພາຍ​ໃນ​ບ໋ອກ { } ຂອງ​ຄຳ​ສັ່ງ for ​ເທົ່າ​ນັ້ນ ການ​ໃຊ້​ງານ​ຕົວ​ແປນ​ອກບ໋ອກ { } ຈະ​​ເກີດ Compile errorດັ່ງ​ສະ​ແດງ​ໃນ​ຕົວຢ່າງ​ຂອງ​ໂປຣ​ແກຣມທີ 3.8

ໂປຣ​ແກຣມທີ 3.8 ຂອງ​ເຂດ​ການ​ໃຊ້​ງານ​ຂອງ​ຕົວ​ແປ
Text Box: public class VariableScope {
    public void showDemo() {
        for (int i=1; i<10; i++) {
            System.out.print(i+" ");
         }
         System.out.println("i = "+i); //illegal
    }
}
 











    ​ເຮົາ​ບໍ່​ສາມາດ​ໃຊ້​ຄຳ​ສັ່ງ for ​ໃນ​ກໍລະນີ​ບໍ່​ຮູ້​ຈຳ​ນວນ​​ເທື່ອ​ໃນ​ການ​ທຳ​ຊ້ຳ​ທີ່​ແນ່ນອນ​ຕົວຢ່າງ​ເຊັ່ນ​ໂປຣ​ແກຣມທີ 3.9 ​ເປັນ​ການ​ສຸ່ມ​ຕົວ​ເລກ​ສອງ​ຕົວ​ທີ່​ມີຄ່າ​ລະຫວ່າງ 1 ​ເຖິງ 10 ​ໂດຍ​ໃຫ້​ທຳການ​ສຸ່ມ​ຕົວ​ເລກ​ທັງ​ສອງ​ຈົນ​ກວ່າ​ຜົນ​ການ​ສຸ່ມ​ຂອງ​ເລກ​ທັງ​ສອງ​ມີຄ່າ​ເທົ່າ​ກັນ ​ເມ​ທອດ Math.random ​ເປັນ​ເມ​ທອດ​ທີ່​ໃຊ້​ໃນ​ການ​ສຸ່ມ​ເລກ​ຈຳນວນ​ທົດ​ສະ​ນິຍົມ​ລະຫວ່າງ 0 ​ເຖິງ 1 ​ແລະ​ຄຳ​ສັ່ງ
    i = (int ) (Math.random () * 10 ) +1;
​ເປັນ​ຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ສຸ່ມ​ຕົວ​ເລກ​ລະຫວ່າງ 1 ​ເຖິງ 10 ​ແລ້ວ​ກຳນົດ​ຄ່າ​ໃຫ້​ກັບ​ຕົວ​ແປ i ​ໂປຣ​ແກຣມນີ້​ສາມາດ​ຂຽນ​ໃໝ່​ ໂດຍ​ໃຊ້​ຄຳ​ສັ່ງ while ​ໄດ້​ແຕ່​ບໍ່​ສາມາດ​ທີ່​ຈະ​ຂຽນ​ໂດຍ​​ໃຊ້​ຄຳ​ສັ່ງ for ​ເນື່ອງ​ຈາກ​ບໍ່​ຮູ້​ຈຳນວນ​ເທື່ອ​ທີ່​ຕ້ອງການ​ສຸ່ມ​ຕົວ​​ເລກທີ່​ແນ່ນອນ​ໄດ້
ໂປຣ​ແກ​ຣມທີ 3.9 ການ​ສຸ່ມ​ຕົວ​ເລກ​ສອງ​ຕົວ​ທີ່​ມີຄ່າ​ລະ​ຫວ່າງ1​ ເຖິງ 10
Text Box: public class ShowNotFor {
    public void showDemo() {
        int i,j;
        do {
           i = (int)(Math.random()*10)+1;
           j = (int)(Math.random()*10)+1;
        } while (i != j);
    }
}
 











3.4  ​ໂຄງ​ສ້າງ​ແບບ​ຊ້ອນ (Nested Structure)
      ຄຳ​ສັ່ງ​ໂຄງ​ສ້າງ​ຄວບ​ຄຸມ​ສາມາດ​ຂຽນ​ຊ້ອນ​ກັນ​ໄດ້​ເຊັ່ນ ໃຊ້​ຄຳ​ສັ່ງ ​if ແບບ​ຊ້ອນ ຄຳ​ສັ່ງ ​for ແບບ​ຊ້ອນ​ໂຄງ​ສ້າງ​ແບບ​ຊ້ອນ​ສາມາດ​ທີ່​ຈະ​ມີ​ຄຳ​ສັ່ງ​ໂຄງ​ສ້າງ​ຄວບ​ຄຸມ​ທີ່ຢູ່​ພາຍ​ໃນ​ແລະ​ພາຍ​ນອກ​ແຕກ​ຕ່າງ​ກັນ​ໄດ້ ​ເຊັ່ນ ຄຳ​ສັ່ງ
         for (int i = 1; i <= 40; i++) {
           if ((i%5) == 0) {
              System.out.println(i);
           }
         }
​ເປັນ​ຄຳ​ສັ່ງ if ທີ່ຢູ່​ພາຍ​ໃນ​ຄຳ​ສັ່ງ ​for ເພື່ອ​ທີ່​ຈະ​ພິມ​ຕົວ​ເລກ​ລະຫວ່າງ 1 ​ເຖິງ 40 ທີ່​ຫານ 5 ລົງ​ຕົວ​ອອກ​ມາພາສາ​ຈາ​ວາ​ອະ​ນຸຍາດ​ໃຫ້​ຂຽນ​ຄຳ​ສັ່ງ​ໂຄງ​ສ້າງ​ຄວບ​ຄຸມ​ຊ້ອນ​ກັນ​ຫລາຍໆ ຂັ້ນ​ໄດ້ ຄຳ​ສັ່ງ​ໂຄງ​ສ້າງ​ແບບ​ຊ້ອນ​ທີ່​ໃຊ້​ກັນ​ທົ່ວ​ໄປ​ແບບ​ໜຶ່ງ​ຄື​ຄຳ​ສັ່ງ ​for ແບບ​ຊ້ອນ ຕົວຢ່າງ​ເຊັ່ນ ຄຳ​ສັ່ງ
        for (int i = 1; i <= 3; i++) {
          for (int j = 1; j <= 4; j++) {
              System.out.println(“i =”+i+“ j =” +j);
           }
        }
ມີ​ຄຳ​ສັ່ງ for ທີ່ຢູ່​ພາຍ​ນອກ​ຈະ​ທຳ​ຊ້ຳ​ສາມ​ເທື່ອ ​ໂດຍ​ກຳນົດ​ໃຫ້​ຕົວ​ແປ i ມີຄ່າ​ເລີ່​ມຕົ້ນ 1 ​ແລະ​ເພີ່ມ​ທີລະ​ໜຶ່ງ​ສ່ວນ​ຄຳ​ສັ່ງ for ທີ່ຢູູ່ພາຍ​ໃນ​ຈະ​ທຳ​ຊ້ຳ​ສີ່​ເທື່ອ ​ໃນ​ແຕ່ລະ​ຮອບ​ຂອງ​ຄຳ​ສັ່ງ for ພາຍ​ນອກ ​ໂດຍ​ກຳນົດ​ໃຫ້​ຕົວ​ແປ j ມີຄ່າ​ເລີມ​ຕົ້ນ​ເປັນ 1 ​ແລະ​ເພີ່ມ​ທີລະ​ໜຶ່ງ ດັ່ງ​ນັ້ນ​ຄຳ​ສັ່ງ​ສະ​ແດງ​ຜົນ (System.out.println () )ຈະ​ທຳ​ຊ້ຳ​ທັງ​ໝົດ 12 ​ເທື່ອ
   ​ໂປຣ​ແກຣມທີ 3.10 ​ເປັນ​ຕົວຢ່າງ​ການ​ໃຊ້​ຄຳ​ສັ່ງ for ​ແບບ​ຊ້ອນ ​ໂດຍ​ຄຳ​ສັ່ງ for ທີ່​ຢູ່​ພາຍ​ໃນ​ຈະ​ພິມ​ເຄື່ອງໝາຍ ‘*’ ​ເທົ່າ​ກັບ​ຈຳນວນ​ຄໍ​ລ້ຳ (5 ​ເທື່ອ) ​ແລະ​ຄຳ​ສັ່ງ for ທີ່ຢູ່​ພາຍ​ນອກ​ຈະ​ທຳ​ຄຳ​ສັ່ງ for ທີ່ຢູ່​ພາຍ​ໃນ​ເທົ່າ​ກັບ​ຈຳນວນ​ແຖວ (3 ​ເທື່ອ) ​ໂປຣ​ແກຣມຈະ​ໄດ້ຜົນ​ລັບ​ດັ່ງ​ຮູບ​ທີ 3.12
ໂປຣ​ແກຣມທີ 3.10 ຕົວຢ່າງ​ການ​ໃຊ້​ຄຳ​ສັ່ງ ​for ແບບ​ຊ້ອນ
Text Box: public class NestedFor {
    public void showDemo() {
        for (int i=1; i<=3; i++) {
        for (int j=1; j<=5; j++) {
            System.out.print('*');
        }
            System.out.println();
        }
    }
}
 














ຮູບ​ທີ 3.12 ຜົນ​ລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປ​ຣແກຣມທີ 3.10
     ​ໂປຣ​ແກຣມທີ 3.11 ສະ​ແດງ​ຕົວຢ່າງ​ໂປ​ຣ​ແກຣມທີ່​ມີ​ຄຳ​ສັ່ງ​ໂປຣ​ແກຣມ​ແບບ​ຊ້ອນ​ຫລາຍໆ ຮູບ​ແບບ​ຢູ່​ພາຍ​ໃນ ​ໂປຣ​ແກຣມນີ້​ຈະ​ສຸ່ມ​ເລກ​ຈຳນວນ​ເຕັມ​ມາ​ສອງ​ຄ່າ ​ແລ້ວ​ຈະ​ພິມ​ຕົວ​ເລກ​ສະ​ເພາະ (Prime Number) ທີ່ຢູ່​ລະຫວ່າ​ເລກ​ທັງ​ສອງ​ນັ້ນ​ອອກ​ມາ ​ເຊິ່ງຮູບ​ທີ 3.13 ສະ​ແດງ​ຕົວຢ່າງ​ຜົນ​ລັບ​ທີ່​​ໄດ້​ຈາ​ກການ​ລັນ​ໂປຣ​ແກຣມທີ 3.11


ຕົວຢ່າງ​ທີ 3.11 ຕົວຢ່າງ​ການ​ໃຊ້​ຄຳ​ສັ່ງ​ໂຄງ​ສ້າງ​ແບບ​ຊ້ອນ​ຫລາຍ​ຮູບ
Text Box: public class SampleNested {
    public void showDemo() {
        int n1 = (int) (Math.random()*10)+2;
        int n2 = (int) (Math.random()*50);
        boolean flag = false;
        int j = 0;
    System.out.println("The prime number between n1+" to "+n2+" are ");
        for (int i=n1; i<=n2; i++) {
            flag = false;
            j = 2;
            do {
               if ((i % j++) == 0)
                  flag = true;
            } while ((j < i) & (!flag));
            if (!flag)
               System.out.print(i+" ");
        }
    }
}





















ຮູບ​ທີ 3.14 ຜົນ​ລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປຣ​ແກຣມທີ 3.12

    ​ໃນ​ກໍລະນີ​ທີ່​ຕ້ອງການ​ຫຍຸ​ດການທຳ​ງານ​ຂອງຄຳສັ່ງ​ໂຄງ​ສ້າງ​ຄວບ​ຄຸມ​ທີ່ຢູ່​ພາຍ​ນອກ​ເຮົາ​ຈະ​ຕ້ອງ​ກຳນົດ label ຂຶ້ນ​ມາ​ເຕີມ ດັ່ງ​ຕົວຢ່າງ​ໃນ​ໂປຣ​ແກຣມທີ 3.13 ​ເຊິ່ງກຳນົດ label ທີ່​ຊື່ outer ​ແລະ​ມີ​ຄຳ​ສັ່ງ break outer; ​ເພື່ອ​ທີ່​ຈະ​​ເຮັ​ດ​ໃຫ້​ໂປຣ​ແກຣມຫຍຸດ​ການ​ທຳ​ງານ​ຂອງ​ຄຳ​ສັ່ງ for ພາຍ​ນອກ ​ໂດຍ​ຈະ​ໄດ້ຜົນ​ລັບ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 3.15

ໂປຣ​ແກຣມທີ 3.13 ຕົງ​ຢ່າງ​ການ​ໃຊ້​ຄຳ​ສັ່ງ break ​ແລະ label
public class SampleBreak2 {
    public void showDemo() {
        int i, j, product;
outer: for (i=1; i<=3; i++) {
         for (j=1; j<=3; j++) {
            product = i*j;
            if (j==3) break outer;
            System.out.println(i+" * "+j+" = "+product);
          }
        }
        System.out.println("Outside nested loops.");
    }
}
 
 

















ຮູບ​ທີ 3.15 ຜົນ​ລັບ​ທີ​ໄດ້​ຈາ​ການ​ລັນ​ໂປຣ​ແກຣມທີ 3.13

ສະຫລຸບ​ເນື້ອ​ຫາ​ຂອງ​ບົດ
  • ຄຳສັ່ງ​ໂຄງ​ສ້າງ​ຄວບ​ຄຸມ ​ເປັນຄຳ​ສັ່ງ​ທີ່​ໃຊ້​ໃນ​ການ​ກຳນົດ​ລຳດັບ​ການ​ທຳ​ງານ​ຂອງ​ຄຳ​ສັ່ງ​ຕ່າງ​ໆ ​ໂດຍ​ມີ​ສາມ​ຮູບ​ແບບ​ຄື​ໂຄງ​ສ້າງ​ແບບ​ຕາມ​ລຳດັບ ​ໂຄງ​ສ້າງ​ແບບ​ເລືອກ​ທຳ ​ແລະ​ໂຄ​ງສ້າງ​ແບບ​ທຳ​ຊ້ຳ
  • ຄຳ​ສັ່ງ​ທີ່​ເປັນ​ຄຳ​ສັ່ງ​ຂອງ​ໂຄງ​ສ້າງ​​ແບບ​ເລືອກ​ທຳ​ຄື ຄຳ​ສັ່ງ if, if..else ຫລື switch
  • ຄຳ​ສັ່ງ​ ​if..else ແຕກ​ຕ່າງ​ຈາກ​ຄຳ​ສັ່ງ if..else ບ່ອນ​ທີ່​ຄຳ​ສັ່ງ if ຈະ​ມີ​ການ​ທຳ​ຄຳ​ສັ່ງ​ສຳ​ຫລັບ​ຄ່າ​ເທັດ​ຖ້າ​ນິພົດ​ຕັກ​ກະສາ​ດ​ເປັນ​ເທັດ ສ່ວນ​ຄຳ​ສັ່ງ if ຈະ​ບໍ່ມີ​ການ​ທຳ​ຄຳ​ສັ່ງ​ໃດ​ຖ້າ​ນິພົດ​ຕັກ​ກະສາ​ດ​ເປັນ​ເທັດ
  • ຄຳ​ສັ່ງ if ຫລື if..else ສາມາດ​ທີ່​ຈະ​ຊ້ອນ​ຢູ່​ຂ້າງ​ໃນ​ຄຳ​ສັ່ງ if ຫລື if..else ອື່ນ​ໄດ້
  • ຄຳ​ສັ່ງ switch ຈະ​ມີ​ລັກສະນະ​ໂຄງ​ສ້າງ​ການ​ທຳ​ງານ​ຄ່າ​ຍຄື​ເຄິ່ງກັບ​ຄຳ​ສັ່ງ if..else if..else ..​ແຕ່​ຊະນິດຂໍ້​ມູນ​ຕົວແປທີ່​ຈະ​ນຳ​ມາ​ໃຊ້​ກັບ​ຄຳ​ສັ່ງ switch ຈະ​ຕ້ອງ​ເປັນ​ຊະນິດ char, byte, short ຫລື int ​ເທົ່ານັ້ນ
  • ຄຳ​ສັ່ງ​ທີ່​ເປັນ​ຄຳ​ສັ່ງ​ຂອງ​ໂຄ​ງສ້າງ​ແບບ​ທຳ​ຊ້ຳ​ຄື ຄຳ​ສັ່ງ while, do..while ຫລື for
  • ຄຳ​ສັ່ງ for ​ແຕກ​ຕ່າງ​ຈາ​ຄຳ​ສັ່ງ do..while ບໍ່​ທີ່ ຄຳ​ສັ່ງ while ຈະ​ບໍ່​ມີ​ການ​ທຳ​ຊຸດ​ຄຳ​ສັ່ງ​ເລີຍ​ຖ້ນິພົດ​ຕັກ​ກະສາ​ດ​ເປັນ​ເທັດ ສ່ວນ​ຄຳ​ສັ່ງ do..while ຈະ​ມີ​ການ​ທຳ​ຊຸດ​ຄຳ​ສັ່ງ​ໜຶ່ງ​ເທື່ອ​ຖ້າ​ນິພົດ​ຕັກ​ກະສາ​ດ​ເປັນ​ເທັດ
  • ຄຳ​ສັ່ງ for ມີ​ລັກສະນະ​ການ​ທຳ​ງານ​ທີ​ຄື​ກັນ​ກັບ​ຄຳ​ສັ່ງ while ​ແຕ່​ຈະ​ມີ​ການ​ລວມຄຳ​ສັ່ງ​ກຳນົດ​ຄ່າ​ເລີ່​ມຕົ້ນ ນິພົດ​ຕັກ​ກະສາ​ດ​ແລະ​ຄຳ​ສັ່ງ​ປ່ຽນ​ແປງ​ຄ່າ​ໄວ້​ຫລັງ​ຄຳ​ສັ່ງ for
  • ຄຳ​ສັ່ງ for ຈະ​ໃຊ້​ກໍລະນີ​ທີ​ຮູ້​ຈຳ​ນວນ​ເທື່ອ​ໃນ​ການ​ທຳ​ຊ້ຳ​ທີ່​ແນ່ນອນ ສ່ວນ​ຄຳ​ສັ່ງ while ຫລື do..while ນິຍົມ​ໃຊ້​ໃນ​ກໍລະນີ​ທີ່​ບໍ່​ຮູ້​ຈຳນວນ​ເທື່ອ​ໃນ​ການ​ທຳ​ຊ້ຳ​ລ່ວງ​ໜ້າ
  • ຄຳ​ສັ່ງ​ໂຄງ​ສ້າງ​ທັງ​ໝົດ​ທີ່​ກ່າວ​ມາ​ແລ້ວ​ທາງ​ເທິງ​ນັ້ນ ສາມາດ​ນຳ​ມາ​ໃຊ້​ລວມກັນ​ເປັນ​ລັກສະນະ​ແບບ​ຊ້ອນ​ໄດ້​ເຊັ່ນ ຄຳ​ສັ່ງ switch ຢູ່​ພາຍໃນຄຳ​ສັ່ງ while ຫລືຄຳ​ສັ່ງ for ​ຢູພາຍ​ໃນ for ເຊິ່ງ​ເອີ້ນ​ໂຄງ​ສ້າງ​ໃນ​ລັກສະນະ​ນີວ່າ​ໂຄງ​ສ້າງ​ແບບ​ຊ້ອນ
  • ຄຳ​ສັ່ງ break ຈະ​ທຳ​ໃຫ້​ຫຍຸດ​ສິ້ນ​ສຸດ​ການ​ທຳ​ງານ​ຂອງ​ໂຄງ​ສ້າງ​ແບບ​ທຳ​ຊ້ຳ ສ່ວນ​ຄຳ​ສັ່ງ continue ຈະ​ຂ້າມ​ການ​ທຳ​ງານ​ຄຳ​ສັ່ງ​ທີ່​ເຫລື​ພາຍ​ໃນ​ບ໋ອກ { } ​ໂດຍ​​ໄປ​ເລີ່​ມການ​ທຳ​ຊ້ຳ​ໃນ​ຮອບ​ຕໍ່​ໄປ​ໃໝ່

ไม่มีความคิดเห็น:

แสดงความคิดเห็น