หน้าเว็บ

ໂປຣແກຣມພາສາຈາວາ

ໂປຣ​ແກຣມພາສາ​ຈາ​ວາ

ໂປ​ຣ​ແກຣມພາສາ​ຈາ​ວາ​ທີ່ຢູ່​ບົນ​ແຟດຟອມ Java SE ສາມາດ​ພັດທະນາ​ໄດ້​ສອງ​ຮູບ​ແບບ​ຄື:
  1. ​ໂປຣ​ແກຣມຈາ​ວາ​ປະຍຸກ (Java Application) ຄື​ໂປຣ​ແກຣມປະຍຸ​ກທີ່​ໃຊ້​ງານ​ທົ່ວ​ໄປ​ ​
ໂດຍ​ໂປຣ​ແກ​ຣມ​ແບບ​ນີ້​ຈະ​ທຳ​ງານ​ພາຍ​ໃຕ້​ໂປຣ​ແກຣມອິນ​ເຕີ​ພີດ​ເຕີ​ໂດຍ​ກົງ​ເຊິ່ງ​ໂປຣ​ແກຣມລັກສະນະ​ນີ້​ເປັນ stand-alone
  1. ​ໂປຣ​ແກຣມຈາ​ວາ​ແອບ​ເພດ (Java Applet) ຄື​ໂປຣ​ແກຣມພາສາ​ຈາ​ວາ​ທີ່​ທຳ​ງານ​ພາຍ​
ໃຕ້​ໂປຣ​ແກຣມ​ເວ​ບບາ​ວ​ເຊີ​ທີ່​ມີ JVM ຢູ່

1.9.1ການ​ສ້າງ​ໂປຣ​ແກຣມຈາ​ວາ​ປະຍຸກ
ການ​ສ້າງ​ໂປຣ​ແກຣມຈາ​ວາ​ປະຍຸ​ກຈະ​ມີ​ຂັ້ນ​ຕອນ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 1.10 ​ເຊິ່ງສາມາດ​
ອະທິ​ບາຍ​ພໍ​ສັງ​ເຂ​ບ​ໄດ້​ດັ່ງ​ນີ
1. ຂັ້ນ​ຕອນ​ທຳ​ອິດ​ເປັນ​ການ​ຂຽນ​ຊອດ​ໂຄດ​ ​ໂດຍ​ໃຊ້​ໂປຣ​ແກຣມອີ​ດິດ​ເຕີ​ໃດໆ ​ໂປຣ​ແກຣມທີ 1.1​ເປັນ​ຕົ້ນ​ຕົວ​ຢ່າງ ​ໂປຣ​ແກຣມ​ເພື່ອ​ພິມ​ຂໍ້ຄວາມ Hello World ອອກ​ທາງ​ຈໍ​ພາບ ​ໂປຣ​ແກຣມນີ້​ໃຊ້​ຊື່ຄລາດວ່າ HelloWorld ​ເຊິ່ງຜູ້​ຂຽນ​ໂປຣ​ແກຣມຈະ​ຕ້ອງ​ຂຽນ​ຊອດ​ໂຄດ​ແລ້ວ​​ເກັບ​ລົງ​ໃນ​​ໄຟ​ທີ່​ມີ​ຊື່​ດຽວ​ກັບ​ຊື່​ຄລາດ ​ໂດຍ​ມີ extension ​ເປັນ .java ກ່າວ​ຄື​ໂປຣ​ແກຣມນີ້​ຈະ​ເກັບ​ໄວ້​ໃນ​ຊື່ HelloWorld.java ​ໂປຣ​ແກຣມນີຈະ​ມີ main() ​ເປັນ​ຈຸດ​ເລີ່​ມຕົ້ນ

2​. ຂັ້ນ​ຕອນ​ທີ​ສອງ​ຈະການ​ຄອມ​ພາຍ​ຂອງ​​ໂປຣ​ແກຣມ ​ເພື່ອ​​ແປ​ໂປຣ​ແກຣມຊອດ​ໂຄດ​ໃຫ້​ຢູ່​ໃນ​ຮູບ​ແບບ​ຂອງ​ໂປຣ​ແກຣມ​ໄບ​ໂຄດ ຊຸດ​ພັດທະນາ​ໂປຣ​ແກຣມ JDK ຈະ​ມີ​ໂປຣ​ແກຣມຊື່ javac.exe ທີ່​ທຳ​ໜ້າ​ທີ່​ເປັນ​ຄອມ​ພາຍ​ເລີ ​ເຊິ່ງ​ໃນ​ຕົວຢ່າງ​ນີ້​ສາມາດ​ຄອມ​ພາຍ​ໂປຣ​ແກຣມ​ໂດຍ​ໃຊ້​ຄຳ​ສັ່ງ​ຕໍ່​ໄປ​ນີ້
javac HelloWorld.java
   ຜົນ​ຫລັບ​ທີ່​ໄດ້​ຈາ​ການ​ຄອມ​ພາຍ​ໂປຣ​ແກຣມນີ້​ຄື ​ໂປຣ​ແກຣມ​ໄບ​ໂຄດ​ທີ່​ຊື່ HelloWorld.class
​ໃນ​ກໍລະນີ​ທີ່​ໂປຣ​ແກຣມຊອດ​ໂຄດ​ມີ​ຂໍ້​ຜິດພາດ ຄອມ​ພາຍ​ເລີ​ຈະ​ລະບຸ​ຂໍ້​ຜິດພາດ​ທີ່​ເກີດ​ຂຶ້ນ ​ເພື່ອ​ໃຫ້​ຜູ້​ຂຽນ​ໂປຣ​ແກຣມທຳ​ການ​ແກ້​ໄຂ​ໂປຣ​ແກຣມຊອດ​ໂຄດ​ກ່ອນ​ທີ່​ຈະ​ທຳ​ການ​ຄອມ​ພາຍ​ໂປຣ​ແກຣມ​ໃໝ່
3. ຂັ້ນ​ຕອນ​ການ​ປະມວນ​ຜົນ​ ຫລື​ລັນ​ໂປຣ​ແກຣມ ​ເປັນ​ການ​ເອີ້ນ​ໃຊ້​ອິນ​ເຕີ​ພີດ​ເຕີ​ເພື່ອ​​ແປໂປຣ​ແກຣມ​ໄບ​ໂຄດ ຊຸດ​ພັດທະນາ​ໂປຣ​ແກຣມ Java 2 SDK ຈະ​ມີ​ໂປ​ຣ​ແກຣມຊື່ java.exe ທີ່​ທຳ​ໜ້າ​ທີ່​ເປັນ​ໂປຣ​ແກຣມອິນ​ເຕີ​ພີດ​ເຕີ ​ເຊິ່ງ​ໃນ​ຕົວຢ່າງ​ນີ້​ຈະ​ສາມາດ​ລັນ​ບົນ​ໂປຣ​ແກຣມ​ໄບ​ໂຄດ​ໄດ້​ໂດຍ​ໃຊ້​ຄຳ​ສັ່ງ​ຕໍ່​ໄປ​ນີ້
     java HelloWorld
     ​ໂດຍ​ໂປຣ​ແກຣມຈະ​​ໃຫ້​ຜົນ​ຫລັບ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ່1.11
ໂປຣ​ແກຣມທີ່ 1.1 ​ເປັນ​ໂປຣ​ແກຣມ​ເພື່ອ​ພິມ​ຂໍ້ຄວາມ Hello World
Text Box: public class HelloWorld {
      public static void main(String args[]){
            System.out.println("Hello World");
}
}
 








ຮູບ​ທີ1.10 ຂັ້ນ​ຕອນ​ການ​ສ້າງ​ໂປຣ​ແກຣມຈາ​ວາ​ປະຍຸກ
ຮູບ​ທີ1.11 ຜົນ​ຫລັບ​ທີ່​ໄດ້​ຈາ​ກການ​ລັນ​ໂປຣ​ແກຣມທີ1.1

ไม่มีความคิดเห็น:

แสดงความคิดเห็น