หน้าเว็บ

ລະບົບປະຕິບັດການ


1.  ໂປແກມລະບົບປະຕິບັດການແລະໂປແກມຢູທິລິຕີ້
ນອກຈາກນີ້ນັກວິເຄາະລະບົບຍັງຈຳເປັນຕ້ອງມີຄວາມຮູ້ກ່ຽວກັບການໃຊ້ເຄື່ອງມື(Tools) ແລະ ເຕັກນິກໃນການພັດທະນາລະບົບ ໂດຍເຄື່ອງມືນັ້ນຄືບັນດາ ຊອຟແວ ຕ່າງໆ ທີ່ມີສ່ວນຊ່ວຍໃນການ ພັດທະນາລະບົບ ບໍ່ວ່າຈະເປັນການວິເຄາະແລະອອກແບບ ເຊິ່ງເຄື່ອງມືບາງຢ່າງທີ່ໃຊ້ໃນການ ພັດທະນາລະບົບປະກອບ ດ້ວຍ
- ແອບພິເຄຊັນຫລືຊອຟແວ ເຊັ່ນ ໂປແກມ MS Access, Visual basic ,PowerBuilder ທີ່ສາມາດນຳມາປະຍຸກໃຊ້ກັບການພັດທະນາລະບົບ
- ເຄສທູນ (Case Tools) ເປັນແຫລ່ງລວມສາລະສົນເທດຂອງລະບົບທີ່ພັດທະນາ ເຮັດໃຫ້ທີມ ງານສາມາດພັດທະນາລະບົບໄປໃນທິດທາງດຽວກັນ ການໃຊ້ເຄສທູນ ໃນການສ້າງແບບ ຈຳລອງ
- ໂປແກມຫລືເຄື່ອງມືຊ່ວຍອື່ນໆ ເຊັ່ນໂປແກມທີ່ໃຊ້ໃນການສ້າງໂຄດໂປແກມ ເຄື່ອງມືໃນການ ທົດສອບໂປແກມ ເຄື່ອງມືໃນການຄອນຟິກແລະ ຈັດການລະບົບ
ໃນສ່ວນຂອງເຕັກນິກ ຈະມີສ່ວຍຊ່ວຍໃຫ້ກິດຈະກຳໃນການພັດທະນາລະບົບ ມີຄວາມ ສົມບູນຍິ່ງ ຂຶ້ນເຊັ່ນ.
1.  ຈະມີການວາງແຜນງານແລະບໍລິຫານໂຄງການແນວໃດ
2.  ຈະຕ້ອງດຳເນີນການແນວໃດເພື່ອໃຫ້ລະບົບວິເຄາະມານັ້ນມີຄວາມສົມບູນ
3.  ຈະຕ້ອງດຳເນີນການຕິດຕັ້ງແນວໃດເພື່ອໃຫ້ສະຫນັບສະນຸນລະບົບໃຫມ່ທີ່ພັດ
ທະນາຂື້ນ          
4.  ເມື່ອນຳລະບົບໄປໃຊ້ງານແລ້ວຈະຕ້ອງມີການທົດສອບແນວໃດ
1.6.2.2 ທັກຊະຄວາມຮູ້ທາງທຸລະກິດ Business Knowledge and Skills
      ທັກສະແລະຄວາມຮູ້ທາງທຸລະກິດມີຄວາມສຳຄັນຕໍ່ການວິເຄາະ ແລະ ກໍ່ໃຫ້ເກິດ ຄວາມ ເຂົ້າໃຈໃນລະບົບທຸລະກິດເຊັ່ນ ນັກວິເຄາະລະບົບຈະບໍ່ສາມາດວິເຄາະ ອອກແບບ ລະບົບ ບັນຊີໄດ້ ຫາກບໍ່ມີຄວາມ ຮູ້ ຫລື ບໍ່ໄດ້ສຶກສາກ່ຽວກັບງານລະບົບບັນຊີ ນອກຈາກທັກຊະ ຄວາມ ຮູ້ທາງທຸລະກິດແລ້ວຍັງຕ້ອງສຶກສາ ເຖິງວັດທະນະທຳແລະຮູບແບບການຈັດການ ໃນແຕ່ລະ ອົງກອນ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້.
ມີຟັງຊັນຫນ້າທີ່ທາງທຸລະກິດໃດແດ່ ທີ່ຕ້ອງປະຕິບັດງານໃນຫນ່ວຍງານນັ້ນ
  1. ໂຄງສ້າງອົງກອນມີຮູບແບບແນວໃດ
  2. ການຈັດການອົງກອນມີຮູບແບບແນວໃດ
  3. ຊະນິດຫລືຮູບແບບຂອງລະບົບງານທີ່ໃຊ້ໃນອົງກອນເປັນແນວໃດ ເຊັ່ນ ລະບົບການ ເງິນ ລະບົບການຜລິດ ລະບົບການຕະລາດ ລະບົບບໍລິການລູກຄ້າ ແລະອື່ນໆ ລາຍ ລະອຽດຕ່າງໆ ພາຍໃນອົງກອນຫລືບໍລິສັດມີຄວາມສຳຄັນ ເຊິ່ງພະນັກງານພາຍ ໃນບໍລິສັດຈະເປັນຜູ້ທີ່ ມີຄວາມຮູ້ກ່ຽວກັບວັດທະນະທຳໃນອົງກອນ (Company Culture) ໄດ້ເປັນຢ່າງດີ ເນື່ອງຈາກໄດ້ສຳ ຜັດທຳງານໃນບໍລິສັດມາດົນ ດັ່ງນັ້ນ ນັກວິເຄາະລະບົບນອກຈາກຕ້ອງມີທັກສະໃນລະບົບທຸລະກິດແລ້ວ ຍັງບໍພຽງພໍ ຈະຕ້ອງສຶກສາກ່ຽວກັບວັດທະນະທຳແລະຮູບແບບການດຳເນີນງານຂອງບໍລິສັດທີ່ຈະເຂົ້າໄປ ພັດທະນາລະບົບງານເພື່ອທີ່ຈະໄດ້ນຳລາຍລະອຽດເຫລົ່ານີ້ມາວິເຄາະ ເຊິ່ງປະກອບມີ
  1. ລະບຸລາຍລະອຽດທີ່ຕ້ອງມີໃນບໍລິສັດມີຫຍັງແດ່
  2. ຕ້ອງເຮັດຫຍັງແດ່ ເພື່ອໃຫ້ເກິດຄວາມສົມບູນ
  3. ໃຊ້ກົນລະຍຸດໃດໃນການດຳເນີນງານແລະວາງແຜນ
  4. ມີຂໍ້ປະຕິບັດຫຍັງແດ່ທີ່ຕ້ອງດຳເນີນການເພື່ອບໍ່ໃຫ້ຂັດຕໍ່ວັດທະນະທຳໃນອົງກອນ

1.6.2.3 ຄວາມຮູ້ທາງດ້ານຄົນແລະທີມງານ People Knowledge and Skills
      ປົກະຕິແລ້ວ ນັກວິເຄາະລະບົບມັກຈະທຳງານກັບທີມງານພັດທະນາລະບົບແລະ ລວມ ເຖິງບຸກຄົນ ອື່ນໆ ທີ່ກ່ຽວຂ້ອງ ດັ່ງນັ້ນ ນັກວິເຄາະລະບົບຈຶ່ງຄວນ ມີມະນຸດສຳ ພັນທີ່ ດີເຊິ່ງສິ່ງເຫລົ່ານີ້ຈະເຮັດໃຫ້ການ ຕິດຕໍ່ເພື່ອຂໍລາຍລະອຽດຂໍ້ມູນຈາກກຸ່ມຄົນຕ່າງໆ ມີຄວາມ ສະດວກຍິ່ງຂຶ້ນນັກວິເຄາະລະບົບຈຳເປັນຕ້ອງໃຊ້ເວລາ ໄປກັບການທຳງານ ຮ່ວມກັບ ບຸກ ຄົນຕ່າງໆຫລາຍໆຄົນດັ່ງນັ້ນຈິ່ງຈຳເປັນຕ້ອງມີຄວາມລະມັດ ລະວັງແລະເຂົ້າໃຈກ່ຽວກັບບຸກຄົນ ໃນດ້ານຕ່າງໆ ດັ່ງນີ້
1)  ການຄິດ (Think)
      ນັກວິເຄາະລະບົບຕ້ອງມີຄວາມເຂົ້າໃຈກ່ຽວກັບ ການຄິດຂອງແຕ່ລະບຸກຄົນ ຄວາມສາ ມາດຄາດການລ່ວງຫນ້າໄດ້ວ່າ ແຕ່ລະຄົນຈະມີພຶດຕິກຳໃນການໂຕ້ກັບຄອມພິວເຕີແນວໃດ ເມື່ອມີຄອມພິວເຕີມາ ຕັ້ງຢູ່ດ້ານຫນ້າ
2)  ການຮຽນຮູ້ (Learn)
      ດ້ານການຮຽນຮູ້ຂອງແຕ່ລະຄົນນັ້ນມີຄວາມສຳຄັນຫລາຍທີ່ສຸດ ຄື ຄວນສ້າງຄວາມ ເຂົ້າໃຈໃຫ້ຜູ້ ໃຊ້ງານຮູ້ ເຖິງຄວາມຈຳເປັນຕ້ອງຮຽນຮູ້ເພື່ອໃຊ້ງານລະບົບງານໃຫມ່ ເນື່ອງຈາກ ຈະມີລະບົບງານໃຫມ່ມາໃຊ້ ງານແທນໂດຍອາດຈະມີການຈັດຝຶກອົບຮົມ
3)  ຜົນກະທົບຕໍ່ການປ່ຽນແປງ (React to change)
      ຕ້ອງເຂົ້າໃຈວ່າ ເມື່ອມີການນຳລະບົບໃຫມ່ເຂົ້າມາໃຊ້ງານ ຈະສົ່ງຜົນຕໍ່ການປ່ຽນແປງ ໃນດ້ານການທຳງານຂອງແຕ່ລະກຸ່ມຄົນໃນອົງກອນ ເຊິ່ງຈະຕ້ອງມີຂະບວນການຈັດການ ການ ປ່ຽນແປງນີ້ເພື່ອຊ່ວຍໃຫ້ກາທຳງານ ເປັນໄປໃນທິດທາງທີ່ດີເຊັ່ນ ຂັ້ນຕ້ອນການນຳເຂົ້າຂໍ້ມູນ ຂອງສາລະສົນເທດທີ່ແຕ່ກຕ່າງຈາກເມື່ອ ກ່ອນ ທີ່ຜູ້ໃຊ້ຕ້ອງສ້າງຄວາມເຂົ້າໃຈ




4)  ການສື່ສານ (communication)
      ນັກວິເຄາະລະບົບຈະຕ້ອງສາມາດສື່ສານ ແລະກະຕຸ້ນໃຫ້ຜູ້ໃຊ້ງານມີແຮງຈູງໃຈ ແລະ ມີທັກຊະຄະຕິທີ່ດີຕໍ່ລະບົບໃນການປ່ຽນແປງລະບົບງານ ຜູ້ໃຊ້ງານອາດມີແຮງ ຕໍ່ຕ້ານໃນໄລ ຍະເລິ່ມຕົ້ນ ແຕ່ນັກວິເຄາະ ຈຳເປັນຕ້ອງມີທັກຊະໃນການສື່ສານໃຫ້ເກິດຄວາມເຂົ້າໃຈ

5)  ງານ (Work)
     ສຳຫລັບງານໃນທີ່ນີ້ຫມາຍເຖິງງານຕ່າງໆທີ່ມີຄວາມຫລາກຫລາຍ ແລະມີລະດັບ ງານ ທີ່ແຕ່ກຕ່າງກັນ ໂດຍທ້າຍສຸດແລ້ວເມື່ອລະບົບສາລະສົນເທດໄດ້ຖຶກອອກແບບມາ ເພື່ອສະ ຫນັບສະນຸນງານຕ່າງໆ ໃຫ້ກັບແຕ່ລະບຸກຄົນ ຄວາມສຳຄັນຕໍ່ຄວາມເຂົ້າໃຈ ໃນງານຂອງ ແຕ່ ລະຄົນນັ້ນຈະປະຕິບັດໃນຄວາມຕ້ອງການທີ່ຫລາກຫລາຍລະດັບຕັ້ງແຕ່ພະນັກງານລະ ດັບປະ ຕິບັດງານຜູ້ຈັດການແລະຜູ້ບໍລິຫານລະດັບສູງດັ່ງນັ້ນ ນັກວິເຄາະລະບົບຈະຕ້ອງຕິດຕໍ່ເລື່ອງ ງານກັບບຸກຄົນຫລາຍໆລະດັບແລະເປົ້າຫມາຍສຳຄັນກໍ່ຄື ໂອກາດດັ່ງກ່າວກໍ່ເພື່ອ ໃຫ້ເກິດ ຄວາມ ເຂົ້າໃຈຕໍ່ລະບົບສາລະສົນເທດແລະໃຫ້ເກິດຄວາມເປັນຫນື່ງດຽວ.
1.6.2.4 ຄວາມຊື່ສັດແລະຈັນຍາບັນໃນອາຊີບ Personal Integrity and Ethics
      ດ້ວຍຫນ້າທີ່ຄວາມຮັບຜິດຊອບຂອງນັກວິເຄາະລະບົບທີ່ຈຳເປັນຕ້ອງສຶກສາເຖິງປັນຫາ ເຮັດໃຫ້ໄດ້ຮັບຂໍ້ມູນທີ່ຈຳເປັນຕ້ອງສຶກສາເຖິງປັນຫາ ເຮັດໃຫ້ໄດ້ຮັບຂໍ້ມູນຫລື ສາລະສົນເທດ ຕ່າງໆ ໃນບໍລິສັດ ຫລາຍໆຢ່າງ​ ຂໍ້ມູນບາງຢ່າງຂ້ອນຂ້າງຈະເປັນສ່ວນຕົວ ແລະເປັນຄວາມ ລັບບໍ່ວ່າຈະເປັນເລື່ອງເງິນເດືອນ ສຸຂະພາບພະນັກງານ ຫລື ຜົນການປະເມີນພະນັກງານ ແລະກົນລະຍຸດແຜນງານຂອງບໍລິສັດສິ່ງເຫລົ່ານີ້ ນັກວິເຄາະລະບົບຈຳເປັນຕ້ອງ ຊື່ສັດ ຕໍ່ຕົວ ເອງດ້ວຍການປົກປິດບໍ່ຄວນເຜີຍແຜ່ໃຫ້ແກ່ຜູ້ໃດ ແລະ ຄວນຖຶເປັນຈັນຍາບັນໃນອາຊີບ ຫາກ ນັກວິເຄາະລະບົບຄົນໃດບໍ່ຊື່ສັດຕໍ່ຫນ້າທີ່ ໂດຍການນຳປັນຫາ ຫລື ແນວທາງ ການບໍລິຫານ ຂອງບໍລິສັດທີ່ຕົນເປັນທີ່ປຶກສານັ້ນໄປເປິດເຜີຍໃຫ້ກັບບໍລິສັດຄູ່ແຂ່ງ ສິ່ງເຫຼົ່ານີ້ຖຶວ່າເປັນເລື່ອງ ຊົ່ວຮ້າຍຂາດຈັນຍາບັນໃນອາຊີບທີ່ສຸດ ແລະ ອາດສົ່ງຜົນກະທົບຕໍ່ຄວາມຫນ້າ ເຊື່ອຖຶດ້ານ ການ ປະກອບອາ ຊີບຂອງນັກວິເຄາະລະບົບຄົນອື່ນໄປນຳ

ไม่มีความคิดเห็น:

แสดงความคิดเห็น