หน้าเว็บ

ວິທີການພັດທະນາລະບົບ


2.2 ວິທີການພັດທະນາລະບົບ (System Development Methodology)
2.2.1 ໂມເດລ Models
ໂມເດລທີ່ໃຊ້ສຳຫລັບການພັດທະນາປະກອບດ້ວຍສິ່ງທີ່ນຳສະເຫນີກ່ຽວກັບ Input, Output, Process, Data, Object, ການໂຕ້ຕອບລະຫວ່າງ Object ສະຖາານທີ່ຕັ້ງ ເຄືອ ຂ່າຍ ແລະ ອຸປະກອນອື່ນໆ ເຊິ່ງໂດຍສ່ວນໃຫຍ່ແລ້ວໂມເດລ ຫລື ແບບຈຳລອງນີ້ ຈະນຳ ສະ ເນີໃນແບບ ຂອງ ຮູບພາບ ເຊິ່ງປະກອບດ້ວຍໄດອະແກມ Diagram ຫລື ແຜນພູມ Chart ຕົວຢ່າງໂມເດລຕ່າງໆ ປະກອບດ້ວຍ
v  ຜັງງານ Flowchart
v  ແຜນພາບກະແສຂໍ້ມູນ Data Flow Diagram
v  ອີອາໄດອະແກມ ER Diagram
v  ຜັງໂຄງສ້າງ Struture Chart
v  ຢຸສເຄສໄດອະແກມ User Case Diagram
v  ຄາສໄດອະແກມ Class Diagram
v  ຊີເຄວັນໄດອະແກມ Sequence Diagram
v  ແຜນພາບ ແກນ ເພິດ Gantt Chart/Pert
2.2.2 ເຄື່ອງມື Tools
      ເຄື່ອງມືທີ່ຊ່ວຍໃນການພັດທະນາລະບົບ ປະກອບດ້ວຍຊອບແວຫລືໂປແກມທີ່ສະຫນັບສະຫນຸນ ການໃຊ້ງານເຄື່ອງມືເຫລົ່ານີ້ ສາມາດ ນຳໃຊ້ງານເພື່ອ ສ້າງແບບຈຳລອງຫລືໂມເດລຕ່າງໆ ແລະລວມເຖິງສ່ວນ ປະກອບ ອື່ນໆ ຕົວຢ່າງເຄື່ອງມືຕ່າງໆປະກອບດ້ວຍ
v  ໂປແກມຈັດການໂຄງການ
v  ໂປແກມ ເຄື່ອງມືຊ່ວຍແຕ້ມຮູບ
v  ໂປແກມປະມວນຜົນຄຳ ຫລືໂປແກມອີດິດເຕີ
v  ແຄສທູລ Case Tools
v  ໂປແກມຈັດການຖານຂໍ້ມູນ
v  ໂປແກມແປງໄດອະແກມ ເປັນລະຫັດຄຳສັ່ງ

2.2.3 ເຕັກນິກ Techniques
      ເຕັກນິກໃນການພັດທະນາລະບົບ ຄືກຸ່ມແນວທາງທີ່ຊ່ວຍໃນການຊີ້ນຳ ເພື່ອໃຫ້ນັກ ວິເຄາະລະບົບ ສາມາດນຳເຕັກນິດໄປດຳເນີນກິດຈະການພັດທະນາລະບົບເພື່ອ ໃຫ້ເກິດຄວາມ ສົມບູນຍິ່ງຂຶ້ນ ຕົວຢ່ງເຕັກນິກ ຕ່າງໆປະກອບດ້ວຍ
v  ເຕັກນິກການບໍລິຫານໂຄງການ
v  ເຕັກນິກການສຳພາດ
v  ເຕັກນິກການສ້າງແບບຈຳລອງຂໍ້ມູນ
v  ເຕັກນິກການອອກແບບຖານຂໍ້ມູນແບບສຳພັນ
v  ເຕັກນິການວິເຄາະແບບໂຄງສ້າງ
v  ເຕັກນິກການອອບແບບດ້ານໂຄງສ້າງ
v  ເຕັກນິການຂຽນໂປແກມແບບໂຄງສ້າງ
v  ເຕັກນິການທົດສອບຊອບແວ
v  ເຕັກນິກການວິເຄາະແລະອອກແບບລະບົບແບບວັດຖຸ

ไม่มีความคิดเห็น:

แสดงความคิดเห็น