หน้าเว็บ

ຜົນກະທົບພາຍນອກລະບົບ


1.  ຜົນກະທົບພາຍນອກລະບົບ External Environment
ຄື:ຜົນກະທົບທີ່ເກິດຂຶ້ນຈາກພາຍນອກອົງກອນທີ່ສາມາດເກິດຂຶ້ນໄດ້ທຸກເວລາໂດຍທີ່ອົງກອນບໍ່ ສາມາດຫລີກລ້ຽງໄດ້ ແລະຍາກຕໍ່ການຄວບຄຸມຫລືບາງຄັ້ງອາດຄວບຄຸມບໍ່ໄດ້ເລຍເຊັ່ນ:
-       ຄູ່ແຂ່ງທາງການຄ້າ
-       ນະໂຍບາຍ ກົດລະບຽບຂອງລັດ
-       ໄພຈາກທຳມະຊາດ
-       ຄວາມຕ້ອງການຂອງລູກຄ້າ
-       ເຕັກໂນໂລຊີ
ຂະບວນການໃນການດຳເນີນງານເພື່ອໃຫ້ພາບລວມຂອງລະບົບທຸລະກິດສາມາດດຳເນີນການໄປໄດ້ດ້ວຍດີຕ້ອງຂຶ້ນຢູ່ກັບລະບົບຍ່ອຍຕ່າງໆພາຍໃນລະບົບດີເສີຍກ່ອນເຊັ່ນ ຫາກລະບົບທຸລະ ກິດນີ້ມີການຜລິດສິນຄ້າທີ່ດີເຮັດໃຫ້ສິນຄ້າມີຄຸນະພາບແຕ່ຖ້າລະບົບາກນຕະລາດບໍ່ດີກໍ່ອາດສົ່ງ ຜົນກະທົບຕໍ່ຍອດຂາຍ ເນື່ອງ ຈາກລູກຄ້າບໍ່ຄຸ້ນເຄີຍຫລືບໍ່ຮູ້ຈັກໃນແບນ ຫລື ຍີຫໍ້ສິນຄ້າ ຫລື ບໍ່ສາມາດເຈາະກຸ່ມຕະລາດເປົ້າຫມາຍທີ່ ຕ້ອງການໄດ້ດັ່ງນັ້ນ ເມື່ອມີການສຶກສາລະບົບງານໃດ ຈິ່ງຄວນມີການພິຈາລະນາຈາກມຸມມອງທັງ 4 ຄື
1. What  ຈຸດປະສົງຂອງລະບົບແມ່ນຫຍັງ ມີແຜນງານຂັ້ນຕອນໃດແດ່ ທີ່ຈະນຳພາໄປສູ່ຄວາມສຳເລັດ
2. How  ມີການທຳງານແນວໃດ ຕ້ອງໃຊ້ເຄື່ອງມືໃດເພືອໃຫ້ງານສຳເລັດ ໄດ້ຢ່າງມີປະ ສິດ ທິພາບ
3. When  ເລິ່ມດຳເນີນງານເມື່ອໃດ ແລະ  ຜົນສຳເລັດຂອງງານຈະສຳເລັດລຸລ່ວງເມື່ອໃດ ຄວນມີ ການຈັດຕາລາງການທຳງານຢ່າງມີລະບົບ
4. who  ມີບຸກຄົນຫລືທິມງານທີ່ເຮັດຫນ້າທີຮັບຜິດຊອບໃນຂອບເຂດງານຂອງຕົນທີ່ແນ່ນອນ ພ້ອມທັງ ຄວາມສາມາດໃນການຮັບມອບຫມາຍງານຫລືສົ່ງງານຕໍ່.

ไม่มีความคิดเห็น:

แสดงความคิดเห็น