หน้าเว็บ

ເຕັກນິກການລວບລວມຄວາມຕ້ອງການ


1.6   ເຕັກນິກການລວບລວມຄວາມຕ້ອງການ Requirements Gathering Techniqes
ເຕັກນິກການລວບລວມຄວາມຕ້ອງການ ຈັດເປັນຂະບວນການທີ່ມີແບບແຜນເພື່ອໃຊ້ສຳຫລັບງານວິໃຈ ສຳພາດ ການເຂົ້າພົບ ການສ້າງແບບສອບຖາມ ແລະອື່ນໆ ເພື່ອຈະໃຫ້ໄດ້ຂໍ້ມູນທີ່ກ່ຽວກັບລະບົບ ແລະ ຄວາມຕ້ອງການ ເຊິ່ງຂັ້ນຕອນດັ່ງກ່າວໃນບາງເທື່ອອາດເອີ້ນວ່າ ການຊອກຫາຂໍ້ແທ້ຈິງ Fact -Finding ໂດຍຈະນຳສະເຫນີເຕັກນິກສຳຄັນ ດັ່ງລາຍລະອຽດຕໍ່ໄປນີ້
1.   ການລວບລວມເອກະສານ Documentation
2.   ການສຳພາດແລະສົນທະນາກັບຜູ້ໃຊ້ Conduct Interviews and Discussions with Users
3.   ການສັງເກດຈາກຂະບວນການຈັດການເອກະສານໃນທຸລະກິດ Observe and Document Business Processes
4.   ການແຈກຈ່າຍແລະລວບລວມແບບສອບຖາມ Distribute Collect Questionnaires
5.   ການວາງແຜນຄວາມຕ້ອງການຮ່ວມກັນ Joint Requirements Planning JRP

ການລວບລວມເອກະສານ Documentation
      ການຄົ້ນຫາລາຍລະອຽດຈາກເອກະສານທີ່ມີຢູ່ນັ້ນ ງ່າຍຕໍ່ການລວບລວມ ແລະໄດ້ຂໍ້ມູນຫລາຍ ຕົວຢ່າງຂໍ້ມູນທີ່ໄດ້ຈາກ ເອກະສານເຊັ່ນ  ແບບຟອມຈາກເອກະສານ ຫລື ລາຍງານຕ່າງໆ ໂດຍນັກວິເຄາະ ລະບົບຄວນຂໍອະນຸຍາດຜູ້ໃຊ້  ໃຫ້ຊ່ວຍຈັດການ ຖ່າຍສຳເນົາເອກະສານ ແບບຟອມ ຫລືລາຍງານຕ່າງໆ ທີ່ ໃຊ້ງານຢູ່ ນອກຈາກນີ້ຫາກເປັນໄປໄດ້ຄວນຂໍສຳເນົາຄູ່ມືການປະຕິບັດງານແລະຄູ່ມືລາຍລະອຽດງານ ເຊິ່ງ ສິ່ງເຫລົ່ານີ້ຈະເຮັດໃຫ້ນັກວິເຄາະລະບົບເຂົ້າໃຈເຖິງຫນ້າທີ່ການງານທາງທຸລະກິດຂອງຫນ່ວຍງານໄດ້ດີຍິ່ງ ຂຶ້ນ ແລະຍັງສາມາດໃຊ້ເປັນພື້ນຖານໃນການສ້າງລາຍລະອຽດຂອງຄຳຖາມທີ່ຈະຖາມຕໍ່ໄປໃນຂັ້ນຕອນ ຂອງການສຳພາດ
ການສຳພາດ ແລະ ສົນທະນາກັບຜູ້ໃຊ້ Conduct Interviews and Discussions with Usrs
      ການສຳພາດເປັນວິທີການຫນື່ງທີ່ສາມາດຊ່ວຍການເກັບຂໍ້ມູນໄດ້ຢ່າງລະອຽດ ສາມາດຊັກຖາມ ໃນຄຳຖາມເພື່ອໃຫ້ເກິດຄວາມເຂົ້າໃຈໃນປັນຫາ ພ້ອມທັງສະພາບການຕ່າງໆ ທີ່ເກິດຂຶ້ນໃນຫນ່ວຍງານ ນັກວິເຄາະລະບົບທີ່ຜ່ານປະສົບການມາດົນ ຈະສາມາດຖາມປັນຫາຕ່າງໆໄດ້ຕົງປະເດັນ ແລະສັງເກດ ຄວາມຮູ້ສຶກຂອງຜູ້ຖືກສຳພາດໄດ້ຈາກສີຫນ້າແລະທ່າທາງຜູ້ຖືກສຳພາດໄດ້ເປັນຢ່າງດີ ການສຳພາດເປັນ ການເກັບຂໍ້ມູນແບບທາງຕົງໂດຍການສົນທະນາລະຫວ່າງນັກວິເຄາະລະບົບເຊິ່ງເປັນຜູ້ສຳພາດ ກັບຜູ້ຖືກ ສຳພາດເຊິ່ງກໍ່ຄືບຸກຄົນໃນລະດັບຕ່າງໆ ຂອງອົງກອນ
      ການສຳພາດຍັງໄດ້ແບ່ງອອກເປັນ 2 ວິທີຄື
ການສຳພາດແບບບໍ່ມີໂຄງສ້າງໆ Unstructured Interview ຈະບໍ່ມີການກຳນົດຄຳຖາມກ່ອນ ວ່າຈະຖາມກ່ຽວກັບຫຍັງ ແຕ່ອາດມີຫົວຂໍ້ຄຳຖາມຢູ່ໃນໃຈແລ້ວ ຈະເປັນການສຳພາດໃນລັກສະນະ ການ ເວົ້າສົນທະນາ
ການສຳພາດແບບມີໂຄງສ້າງ Structured Interview ເປັນການສຳພາດທີ່ມີການກຳນົດຄຳ ເພື່ອສຳພາດໂດຍສະເພາະ ເຊີ່ງອາດຈະມີການຕຽມຄຳຖາມແບບປາຍເປິດເຊິ່ງຜູ້ຕອບສາມາດສະແດງຂໍ້ຄິດ ເຫັນ ຫລືຄຳຖາມປາຍປິດທີ່ມີຕົວເລືອກໃຫ້ຕອບ ຫລືອາດເປັນທັງສອງແບບກໍ່ເປັນໄດ້
      ສຳຫລັບຂັ້ນຕອນການສຳພາດ ປະກອບດ້ວຍຂັ້ນຕອນແລະລາຍລະອຽດດັ່ງຕໍ່ໄປນີ້
  1. ກຳນົດບຸກຄົນທີ່ຕ້ອງການສຳພາດ Determine who to interview
ຂັ້ນຕອນນີ້ເປັນຂັ້ນຕ້ອງທີ່ຈະຕ້ອງສາມາດກຳນົດບຸກຄົນທີ່ຕ້ອງການສຳພາດໃຫ້ຖືກຕ້ອງ ຄວນສຶກສາລາຍ ລະອຽດຮູບແບບການຈັດຕັ້ງອົງກອນດ້ານການບໍລິຫານ ຂອງຫນ່ວຍງານ ທີ່ຈະເຂົ້າໄປສຳພາດກ່ອນຄວາມເປັນໄປໄດ້ຂອງການສຳພາດຄືການສຳພາດ ພະນັກງານ ທຸກລະດັບ ໂດຍເລິ່ມສຳພາດຜູ້ບໍລິຫານລະດັບສູງ ກ່ອນ ຕໍ່ມາຈິງຜູ້ບໍລິຫານລະດັບການ ຜູ້ຈັດການພະແນກ ແລະພະນັກງານ
  1. ຕັ້ງຈຸດປະສົງຂອງການສຳພາດ Establish objectives for interview
ໂດຍວັດຖຸປະສົງຂອງການສຳພາດຈະຂຶ້ນຢູ່ກັບບົດບາດແລະຫນ້າທີ່ຂອງບຸກຄົນທີ່ເຮົາຈະຕ້ອງສຳພາດເປັນສິ່ງທີ່ແນ່ນອນວ່າຖ້າຂໍ້ມູນການສຳພາດທີ່ໄດ້ຈາກຜູ້ບໍລິຫານລະດັບສູງກັບ ພະນັກ ງານລະດັບປະຕິບັດການຍ່ອມມີຄວາມແຕກຕ່າງກັນດັ່ງນັ້ນ                ຈຸດປະສົງຂອງການສຳພາດຜູ້ບໍລິຫານລະດັບສູງຄືຄວາມຕ້ອງການຮູ້ແຜນງານ ແລະນະ ໂຍ ບາຍລວມກົນລະຍຸດຕ່າງໆໃນຂະນະທີ່ພະນັກງານລະດັບປະຕິບັດການຈະ ເປັນການສຳພາດ ກ່ຽວກັບຂັ້ນຕອນຫລືປັນຫາຈາກການປະຕິບັດງານປະຈຳວັນ
  1. ຕຽມການສຳພາດ Prepare for the interview
ໂດຍຈະມີການຈັດຕາລາງນັດຫມາຍທີ່ແນ່ນອນເພື່ອເຂົ້າພົບບຸກຄົນທີ່ເຮົາຕ້ອງການສຳພາດ ການກຳນົດເວລາໃນການສຳພາດບໍ່ຄວນຍາວເກີນໄປ
  1. ປະຕິບັດການສຳພາດ Conduction the interview
ຮູບແບບການສຳພາດຂຶ້ນຢູ່ກັບຜູ້ສຳພາດ  ຄວນສ້າງບັນຍາກາດໃຫ້ເປັນກັນເອງ ແລະສຳພາດໃຫ້ຕົງກັບຈຸດ ປະສົງຫລາຍທີ່ສຸດ ໃນລະຫວ່າງການສຳພາດເມື່ອມີການຕັ້ງຄຳຖາມໃຫ້ຜູ້ຕອບຄວນໃຫ້ມີເວລາພຽງພໍຕໍ່ ການໃຊ້ຄວາມຄິດເພື່ອຕອບຄຳຖາມໃນແຕ່ລະຂໍ້ ບໍ່ຄວນຕັ້ງຄຳຖາມຕໍ່ເນື່ອງກັນເປັນຊຸດ
  1. ບັນທຶກລົງໃນເອກະສານລາຍງານການສຳພາດ Document the interview
ໃນລະຫວ່າງການສຳພາດ ຜູ້ສຳພາດຈະຕ້ອງຈັບປະເດັນສຳຄັນຂອງບົດສຳພາດໂດຍສະຫລຸບຫຍໍ້ໃຫ້ໄດ້ ການບັນທຶກບົດສຳພາດທຸກໆຄຳ ສິ້ນເປືອງ ອາດຈະລືມຄຳຕອບຂອງຜູ້ຕອບສຳພາດ ຜູ້ສຳພາດຄວນມີເຕັກ ນິກໃນການຂຽນຄຳຫຍໍ້ທີ່ຕົນເຂົ້າໃຈ ຫົວຂໍ້ສຳຄັນທີ່ຄວນມີໃນເອກະສານ ຈະປະກອບດ້ວຍຊືຜູ້ສຳພາດ ຊື່ຜູ້ຖືກສຳພາດ ວັນທີ ຫົວຂໍ້ ວັດຖຸປະສົງ ແລະປະເດັນສຳຄັນຕ່າງໆ ທີ່ໄດ້ສົນທະນາກັນລະຫວ່າງການສຳ ພາດ ພ້ອມທັງຂໍ້ສະເຫນີແນະແລະຂໍ້ຄິດເຫັນຕ່າງໆ

ไม่มีความคิดเห็น:

แสดงความคิดเห็น