หน้าเว็บ

ຊະນິດຂໍ້ມູນຕັກກະ

ຊະນິດຂໍ້ມູນຕັກກະ

ໃນ​ພາສາ​ຈາ​ວາ​ຊະນິດ​ຂໍ້​ມູນ Boolean ຄື​ຊະນິດ​ຂໍ້​ມູນ​ຕັກ​ກະ ​ໂດຍ​ຂໍ້​ມູນ​ຊະນິດ​ຕັກ​ກະ​ເປັນ​ຂໍ້​ມູນທີ່​ປະກອບ​ດ້ວຍຄ່າ​ສອງ​ຄ່າ​ຄື​ຈິງ​ຫລື​ເທັດ ​ເຊິ່ງກົງ​ກັບ true ​ແລະ false ຄ່າ​ຄົງ​ທີ່​ຫລື​ຕົວ​ແປ​ທີ່​ມີ​ຊະນິດ​ຂໍ້​ມູນ Boolean ຈະ​ມີຄ່າ​ເປັນ​ຄ່າ​ໃດ​ໜຶ່ງ​ໃນ​ສອງ​ຄ່າ​ນີ້​ເທົ່າ​ນັ້ນ ຄຳ​ວ່າ true ​ແລະ false ​ເຖິງ​ຈະ​ບໍ່​ແມ່ນ​ຄີ​ເວີ​ດ​ໃນ​ພາສາ​ຈາ​ວາ ​ແຕ່​ເນື່ອງ​ຈາກ​ເປັນຄຳ​ທີ່​ສະ​ຫງວນ​ໄວ (Reserved Word) ຈຶ່ງ​ບໍ່​ອະ​ນຸຍາດ​ໃຫ້​ຕັ້ງ​ຊື່ identifier ກົງ​ກັບ​ຄຳ​ທັງ​ສອງ ພາສາ​ຈາ​ວາ​ເປັນ​ພາສາ​ທີ່​ຕ້ອງ​ລະບຸ​ຂໍ້​ມູນ​ຢ່າງ​ຊັດ​ເຈນ ດັ່ງ​ນັ້ນ​ຈຶ່ງ​ສາມາດ​ໃຊ້​ຊະນິດ​ຂໍ້​ມູນ Boolean ​ໃນ​ກໍລະນີ​ທີ່​ຕ້ອງການ​ຄ່າ​ຂໍ້​ມູນຊະນິ​ຕັກ​ກະ​ເທົ່າ​ນັ້ນ ​ໂດຍ​ບໍ່​ອະ​ນຸຍາດ​ໃຫ້​ໃຊ້​ຂໍ້​ມູນຊະນິດ​ອື່ນໆ ​ເຊິ່ງກໍລະນີ​ນີ້​ຈະ​ແຕກ​ຕ່າງ​ຈາກ​ພາສາ​ຊີ​ຫລື C++ ທີ່​ອະນຸຍາດ​ໃຫ້​ແປ​ງຂໍ້​ມູນຊະນິດ​ຕົວ​ເລກ​ຈຳນວນ​ເຕັມ​ໃຫ້​ເປັນຂໍ້​ມູນ​ຄ່າ​ຄົງ​ທີ່​ຊະນິດ​ຕັກ​ກະ​ໄດ້


ຕົວຢ່າງ​ເຊັ່ນ ຄຳ​ສັ່ງ
              boolean flag = true;
​ເປັນ​ການ​ປະກາດ​ຕົວ​ແປ flag ​ໃຫ້​ຊະນິດ​ຂໍ້​ມູນ Boolean ​ໂດຍ​ກຳນົດ​ໃຫ້​ມີຄ່າ true

1.2.3ຊະນິດ​ຂໍ້​ມູນ​ຕົວ​ອັກຂະຫລະ
      ​ໃນ​ພາສາ​ຈາວາຊະນິດ​ຂໍ້​ມູນ char ຄື​ຊະນິດ​ຂໍ້​ມູນ​ຕົວອັກຂະຫລະ ​ໂດຍ​ຂໍ້​ມູນ​ຊະນິດ​ຕົວ​ອັກຂະຫລະ​ໃຊ້​ເພື່ອ​ສະ​ແດງ​ຕົວ​ອັກຂະຫລະ​ໜຶ່ງ​ຕົວ ​ເຊິ່ງ​ໃນ​ພາສາ​ຈາ​ວາ​ຈະຖືກ​ເກັບ​ຢູ່​ໃນ​ຮູບ​ແບບ​ຂອງມາ​ດຕະຖານ Unicode ເຊິ່ງຈະ​ມີ​ຂະໜາດ 16 ບິດ ຂໍ້​ມູນ​ຄ່າ​ຄົງທີ່​ເຊິ່ງ​ເປັນ​ຕົວ​ອັກຂະຫລະ​ແບບ Unicode ຈະ​ຢູ່​ໃນ​​ເຄື່ອງໝາຍ ‘ ‘​ໂດຍ​ຈະ​ຂຶ້ນ​ຕົ້ນ​ດ້ວຍ​ສັນຍາ​ລັກ \u ແລະ​ຕາມ​ດ້ວຍ​ເລກ​ຖານ​ສິບ​ຫົກ (Hexadecimal number) ​ໂດຍ​ມີຄ່າ​ຕັ້ງ​ແຕ່ ‘\u0000’ ​ເຖິງ ‘\uFFFF’ ​ເພື່ອ​​ເກັບ​ຕົວ​ອັກຂະຫລະ​ຂອງ​ພາສາ​ຕ່າ​ງໆ ​ໄດ້​ທັງ​ໝົດ 65,536 ຕົວຢ່າງ​ເຊັ່ນ ຕົວ​ອັກສອນ​ແບບ Unicode ສຳ​ຫລັບ​ພາສາ​ໄທ​ຈະ​ມີຄ່າ​ເລີ່​ມຕົ້ນ​ແຕ່ ‘\u0E00’ ​ເຖິງ ‘\u0E7F’ ​ເປັນ​ຕົ້ນ
ຕົວຢ່າງ​ເຊັ່ນ ຄຳ​ສັ່ງ
               char letter = ‘\u0041’;
     ຈະ​ເປັນ​ການ​ປະກາດ​ຕົວ​​ແປ letter ​ໃຫ້​ມີ​ຊະນິດ​ຂໍ້​ມູນ char ​ໂດຍ​ມີຄ່າ u0041 ​ເຊິ່ງມີຄ່າ​ເທົ່າ​ກັບ​ອັກສອນ A
     ສຳ​ຫລັບ​ລະຫັດ ASCII ທີ່​ໃຊ້​ໃນ​ລະບົບ​ຄອມ​ພິວ​ເຕີ​ທົ່ວ​ໄປ ຕົວ​ອັກຂະຫລະ Unicode
ຈະ​ກຳນົດ​ຄ່າ​ຊ່ວງ ‘\u0000’ ​ເຖິງ ‘\u00FF’ ​ໃຫ້​ສອດຄ່ອງ​ກັບ​ລະຫັດ ASCII 128 ຕົວ​ທຳ​ອິດ​ນອກຈາກ​ນີ້​ເຮົາ​ສາມາດ​ທີ່​ຈະ​ກຳນົດ​ຂໍ້​ມູນ​ຄ່າ​ຄົງ​ທີ່ຊະນິດ​ຕົວ​ອັກຂະ​ຫລະ ​ໂດຍ​ກຳນົດ​ຕົວ​ອັກຂະຫລະ​ພາຍ​ໃນ​ເຄື່ອງໝາຍ ‘ ’ ​ເຊັ່ນ: ‘x’, ‘1’ ​ແລະ ‘$’
ຕົວຢ່າງ​ເຊັ່ນ ຄຳ​ສັ່ງ
               char letter = ‘A’;
    ຈະ​ເປັນ​ການ​ປະກອບ​ຕົວ​ແປ letter ​ໃຫ້​ມີ​ຊະນິດ​ຂໍ້​ມູນ char ​ໂດຍ​ມີຄ່າ​ເປັນ​ຕົວ​ອັກສອນ A
​ເຊັ່ນ​ດຽວ​ກັບ​ຄຳ​ສັ່ງ​ກ່ອນ​ໜ້າ​ນີ້
    ພາສາ​ຈາ​ວາ​ສາມາດ​ທີ່​ຈະ​ຂຽນ​ຂໍ້​ມູນ​ຄ່າ​ຄົງ​ທີ່​ທີ່​ເປັນ​ອັກຂະຫລະ​ພິ​ເສດ​ຕ່າງໆ​ໄດ້ ​ໂດຍ​ໃຊ້​ສັນ
ຍາ​ລັກ \ ນຳ​ໜ້າ​ຕົວ​ອັກສອນ​ພາສາ​ອັງກິ​ດຕ່າງໆ ​ເຊັ່ນ: ‘\n’ ຄື​ອັກຂະ​ຫລະ​ສຳ​ຫລັບ​ການ​ຂຶ້ນ​ບັນ
ທັດ​ໃໝ່ ​ເປັນ​ຕົ້ນ ອັກຂະຫລະ​ພິ​ເສດ​ທີ່​ນິຍົມ​ໃຊ້​ທົ່ວ​​ໄປ​ຈະ​ເປັນ​ໄປ​ຕາມ​ຕາຕະລາງ​ທີ2.4






ຕາຕະລາງ​ທີ2.4 ຕົວ​ອັກຂະຫລະ​ພິ​ເສດ​ທີ່​ນິຍົມ​ໃຊ້​ທົ່ວ​ໄປ
ອັກຂະຫລະ
Unicode
ຄວາມ​ໝາຍ
‘\b’
‘\u000B’
Backspace
‘\t’
‘\u0009’
Tab
‘\n’
‘\u000A’
New line
‘\r’
‘\u000D’
Return
‘\\’
‘\u005C’
Backslash
‘\’’
‘\u0027’
Single quote
‘\’’’
‘\u0022’
Double quote

2..3.3 ຊະນິດ​ຂໍ້​ມູນ​ຕົວ​ເລກ​ຈຳນວນ​ເຕັມ
       ​ໃນ​ພາສາ​ຈາ​ວາ​ຊະນິດ​ຂໍ້​ມູນ byte, short, int ​ແລະ long ຄື​ຊະນິດ​ຂໍ້​ມູນ​ຕົວ​ເລກ​ຈຳນວນ​ເຕັມ ​ໂດຍ​ຂໍ້​ມູນ​ຊະນິດ​ນີ້​ຄື​ຂໍ້​ມູນ​ທີ່​ເປັນ​ຕົວ​ເລກ​ຈຳນວນ​ເຕັມ​ໃດໆ ​ໃນ​ທາງ​ຄະນິດສາດ​ໂດຍ​ທີ່​ແຕ່​ລະ​ຊະນິດ​ຈະ​ມີ​ຂະໜາດ​ໃນ​ການ​ເກັບ​ຂໍ້​ມູນ​ບໍ່​ເທົ່າ​ກັນ ​ເຮັດ​ໃຫ້​ມີ​ຊ່ວງ​ຂອງ​ຂໍ້​ມູນ​ຕ່າງ​ກັນ ດັ່ງ​ທີ່​ກ່າວ​ມາ​ແລ້ວ​ໃນ​ຕາຕະລາງ​ທີ2.3 ​ເຊິ່ງ​ໂດ​ຍທົ່ວ​ໄປ​ພາສາ​ຈາ​ວາ​ຈະ​ກຳນົດ​ໃຫ້​​ເລກ​ຈຳນວນ​ເຕັ​ມມີ​ຊະ ນິດ​ຂໍ້​ມູນ​ເປັນ int ການ​ຂຽນ​ຂໍ້​ມູນ​ຄ່າ​ຄົງ​ທີ່​ທີ່​ເປັນ​ຂໍ້​ມູນຊະນິດ​ຕົວ​ເລກ​ຈຳນວນ​ເຕັມ​ໃດໆຈະ​ບໍ່​ມີ​ການ​ໃຊ້​ເຄື່ອງໝາຍ , (comma) ​ເຊັ່ນ: 10,000 ຈະ​ຕ້ອງ​ຂຽນ​ເປັນ 10000 ​ໂດຍ​ພາສາ​ຈາ​ວາ​ຈະ​ສາມາດ​ຂຽນ​ຄ່າ​ຄົງ​ທີ່​ຂໍ້​ມູນ​ໄດ້​ສາມ​ແບບ​ດັ່ງ​ນີ້
1.     ​ເລກ​ຖານ​ສິບ​ຄື​ການ​ຂຽນ​ເລກ​ຈຳນວນ​ເຕັທົ່ວ​ໄປ​ເຊັ່ນ: -121 ​ແລະ 75362 ເປັນ​ຕົ້ນ
2.     ​ເລກ​ຖານ​​ແປດ​ຄື​ການ​ຂຽນ​ເລກ​ຈຳນວນ​ທີ່​ຂຶ້ນ​ຕົ້ນ​ດ້ວຍ​ເລກ 0 ​ແລ້ວ​ຕາມ​ດ້ວຍ​ເລກ​ຕັ້ງ​ແຕ່ 0​ ເຖິງ 7 ​ເຊັ່ນ: 016 (ມີຄ່າ​ເທົ່າ​ກັບ 14 ​ໃນ​ເລກ​ຖານ​ສິບ)
3.     ​ເລກ​ຖານ​ສິບ​ຫົກ​ຄື​ການ​ຂຽນ​ເລກ​ຈຳນວນ​ເຕັ​​ມທີ່​ຂຶ້ນ​ຕົ້ນດ້ວຍ 0x ຫລື 0X ​ແລ້ວ​ຕາມ​ດ້ວຍ​ເລກ​ຕັ້ງ​ແຕ່ 0 ​ເຖິງ 9 ຫລື​ຕົວ​ອັກສອນ A ​ເຖິງ F ​ເຊັ່ນ: 0xA2 (ມີຄ່າ​ເທົ່າ​ກັບ162​ໃນ​ເລກ​ຖານ​ສິບ)

          ການ​ປະກາດ​ຕົວ​ແປ​ໃດໆ ​ໃຫ້​ມີ​ຊະນິດ​ຂໍ້​ມູນ​ເປັນ​ຕົວ​ເລກ​ຈຳນວນ​ເຕັມ​ຊະນິດ​ໃດ​ຊະນິດ​ໜຶ່ງ
ຈະ​ມີ​ຜົນ​ໃຫ້​ພາສາ​ຈາ​ວາ​ກຳນົດ​ຂະໜາດ​ເປັນ​ເນື້ອ​ທີ່​ສຳ​ຫລັບ​ໜ່ວຍ​ຄວາມ​ຈຳ ​ແລະ​ຊ່ວງ​ໃນ​ການ​ເກັບ​ຂໍ້​ມູນ​ໃຫ້​ຊອດ​ຄ່ອງ​ກັບ​ຊະນິດ​ຂໍ້​ມູນ​ນັ້ນ​ໂດຍ​ອັດ​ຕະ​ໂນ​ມັດ ​ເຊັ່ນ: ຄຳ​ສັ່ງ
       int x = 4;
       byte b = 4;
       ​ເປັນ​ການ​ປະກາດ​ຕົວ​ແປ x ​ໃຫ້​ຊະນິດ​ຂໍ້​ມູນ​ເປັນ int ມີ​ຂະໜາດ​ຂອງ​ເນື້ອ​ທີ່​ໃນ​ໜ່ວຍ​ຄວາມ​ຈຳ 32 ບິດ ​ແລະ​ຕົວ​ແປ b ​ໃຫ້​ມີ​ຊະນິດ​ຂໍ້​ມູນ​ເປັນ byte  ມີ​ຂະໜາດ​ຂອງ​ເນື້ອ​ທີ່​ໃນ​ໜ່ວຍ​​ຄວາມ​ຈຳ 8 ບິດ ​ເຖິງ​ວ່າ​ຕົວ​ແປ​ທັງ​ສອງ​ຈະ​ເກັບ​ຄ່າ​ເລີ່​ມຕົ້ນ​ເປັນ 4 ຄື​ກັນ​ແຕ່​ຕົວ​ແປ x ສາມາດ​ເກັບ​ຂໍ້​ມູນ​ຕົວ​ເລກ​ຈຳນວນ​ເຕັ​ມ​ໃນ​ຊ່ວງ​ທີ່​ກວ້າງ​ກວ່າ (-231 ​ເຖິງ 231-1)
     ຂໍ້​ມູນ​ຄ່າ​ຄົງ​ທີ່​ຂອງ​ຕົວ​ເລກ​ຈຳນວນ​ເຕັມ​ໂດຍ​ທົ່ວ​ໄປ​ຈະ​ຖືກ​ກຳນົດ​ໃຫ້​ມີ​ຊະນິດ​ຂໍ້​ມູນ​ເປັນ int​ແຕ່​ພາສາ​ຈາ​ວາ​ສາມາດ​ກຳ​ນົດຂໍ້​ມູນ​ຄ່າ​ຄົງ​ທີ່​ຂອງ​ຕົວ​ເລກ​ຈຳນວນ​ເຕັມ​ໃຫ້​ມີ​ຊະນິດ​ຂໍ້​ມູນ​ເປັນ long
ໄດ້​ໂດຍ​ໃສ່​ຕົວ​ອັກສອນ l ຫລື L ຕໍ່​ທ້າຍ​ເຊັ່ນ:
  • 2l ໝາຍ​ເຖິງ​ເລກ​ຖານ​ສິບ​ທີ່​ມີຄ່າ​ເທົ່າ​ກັບ 2 ​ແລະ​ມີ​ຊະນິດ​ຂໍ້​ມູນ​ເປັນ long
  • 077L ໝາຍ​ເຖິງ​ເລກ​ຖານ​ແປດ​ທີ່​ມີຄ່າ​ເທົ່າ​ກັບ 63 ​ແລະ​ມີ​ຊະນິດ​ເປັນ long
  • 0xBAACL ໝາຍ​ເຖິງ​ເລກ​ຖານ​ສິບ​ຫົກ​ທີ່​ມີ​ຊະນິດ​ຂໍ້​ມູນ​ເປັນ long

ไม่มีความคิดเห็น:

แสดงความคิดเห็น