หน้าเว็บ

ຈາວາ

ຄວາມຮູ້ເບື້ອງຕົ້ນພາສາຈາວາ

ເນື້ອໃນບົດນີ້ເປັນການແນະນຳພາສາຈາວາ ໂດຍເລີ່ມຈາກການແນະນຳຫລັກການຂອງພາສາ ຄອມພິວເຕີໂດຍທົ່ວໆໄປປະຫວັດຄວາມເປັນມາໂດຍຫຍໍ້ຂອງພາສາຈາວາຂໍ້ແຕກຕ່າງຂອງພາສາ ຈາວາກັບພາສາຄອມພິວເຕີອື່ນໆ ຫລັກການທຳງານຂອງໂປຣແກຣມພາສາຈາວາ ແລະຄວາມ ໝາຍຂອງເຄື່ອງຈັກສົມມຸດທີ່ໃຊ້ໃນພາສາຈາວາພ້ອມທັງແນະນຳເທັກໂນໂລຊີແພດຟອມຕ່າງໆ
ຂອງພາສາຈາວາແນະນຳຕົວຢ່າງການຂຽນໂປຣແກຣມຈາວາ ແລະໂປຣແກຣມແອບແພັດ ແລະ ໃນສ່ວນທ້າຍຂອງບົດໄດ້ມີການແນະນຳວິທີການໃຊ້ຄູ່ມືຈາວາ Java API
1.1ລະບົບຄອມພິວເຕີ
ເຄື່ອງຄອມພິວເຕີເປັນເຄື່ອງອີເລັກໂທນິກທີ່ໃຊ້ໃນການຄຳນວນ ແລະຈັດການກັບລະບົບຂໍ້ມູນ
ອົງປະກອບຂອງລະບົບຄອມພິວເຕີ ໂດຍທົ່ວໄປຈະເປັນດັ່ງສະແດງທີ່ຮູູບ1.1 ເຊິ່ງຈະປະກອບ ດ້ວຍສ່ວນຫລັກສາມສ່ວນຄື
  1. ຮາດແວ (Hardware)
ຄືສ່ວນປະກອບທີ່ເປັນຕົວເຄື່ອງຄອມພິວເຕີທີປະກອບດ້ວຍໜ່ວຍປະ ມວນຜົນກາງ (Central Processing Unit ຫລື CPU) ອຸປະກອນສ່ວນອິນພຸດ ອຸປະກອນສ່ວນເອົ້າພຸດ ໜ່ວຍຄວາມຈຳແລະອຸປະກອນເກັບຂໍ້ມູນ
  1. ລະບົບປະຕິບັດການ (Operating System)
ຫລືລະບົບຊອບແວທີ່ຕິດຕັ້ງເພື່ອໃຫ້ໂປຣແກຣມປະຍຸຸກຕ່າງໆສາມາດຕິດຕໍ່ກັບຮາດແວໄດ້ ລະບົບປະຕິບັດການທີ່ນິຍົມໃຊ້ໃນປັດຈຸບັນມີຢູ່ຫລາຍລະບົບ ເຊັ່ນ: Windows Vista, Linux ແລະ Solaris ເປັນຕົ້ນທັງນີ້ຮາດແວລະບົບດຽວກັນສາມາດທີ່ຈະມີລະບົບປະຕິບັດການທີ່ແຕກ
ຕ່າງກັນໄດ້
3. ໂປຣແກຣມປະຍຸກ (Application Program) ຄືໂປຣແກຣມທີໃຊ້ງານທົ່ວໄປເຊັ່ນ: ໂປຣແກຣມ Word Processor, ເກມ ຫລື ໂປຣແກຣມເວບບາວເຊີ(Web Browser) ເປັນຕົ້ນ ໂປຣແກຣມເຫລົ່ານີ້ຖືກພັດທະນາໂດຍພາສາຄອມພິວເຕີຕ່າງໆ ເຊັ່ນ: ພາສາຟໍເທນ(FORTRAM) ພາສາໂຄບໍ (COBOL) ພາສາ C# ແລະ C++ ຫລືພາສາຈາວາ ເປັນຕົ້ນ ໂປຣແກຣມປະຍຸກຈະທຳງານພາຍໃຕ້ລະບົບປະຕິບັດການດັ່ງນັ້ນໂປຣແກຣມປະຍຸກທີ່ທຳ
ງານບົນລະບົບປະຕິບັດການໃນລະບົບໃດລະບົບໜຶ່ງຈະບໍ່ສາມາດນຳໄປໃຊ້ໃນລະບົບປະຕິບັດການອື່ນໆ
1.2   ພາສາຄອມພິວເຕີ
ພາສາຄອມພິວເຕີຄືຄຳສັ່ງທີ່ນັກພັດທະນາໂປຣແກຣມ (Programmer)
ພັດທະນາຂຶ້ນເພື່ອສັ່ງໃຫ້ຄອມພິວເຕີທຳງານ ພາສາຄອມພິວເຕີແບ່ງອອກເປັນສາມປະເພດຄື:
1. ພາສາເຄື່ອງ (Machine Language) ເປັນພາສາດຽວທີ່ເຄື່ອງຄອມພິວເຕີສາມາເຂົ້າໃຈໄດ້ ພາສາເຄື່ອງປະກອບດ້ວຍຄຳສັ່ງທີ່ເປັນຊຸດຂອງເລກຖານສອງເຊັ່ນ: 01010110 ເຊິ່ງຈະຖືກກຳ ນົດໂດຍຮາດແວຂອງເຄື່ອງຄອມພິວເຕີ ທັງນີ້ພາສາເຄື່ອງຈະຂຶ້ນຢູ່ກັບຊະນິດຫົວໜ່ວຍປະມວນຜົນ ກາງຂອງເຄື່ອງຄອມພິວເຕີແຕ່ລະເຄື່ອງ ໂດຍປົກກະຕິແລ້ວນັກພັດທະນາໂປຣແກຣມບໍ່ສາມາດທີ່ ຈະພັດທະນາໂປຣແກຣມໂດຍຂຽນພາສາເຄື່ອງໄດ້ໂດຍຕົງທັງນີ້ເນື່ອງຈາກເປັນພາສາທີ່ໃຊ້ເລກ ຖານສອງເຊິ່ງບໍ່ໃຊ້ຊຸດຄຳສັ່ງທີ່ມະນຸດຈະສາມາດເຂົ້າໃຈໄດ້ໂດຍງ່າຍ ຕົວຢ່າງຂອງພາສາເຄື່ອງ ມີ ດັ່ງນີ້

10110011 00011001
01111010 11010001 10010100
10011111 00011001
01011100 11010001 10010000
10111011 11010001 10010110

2. ພາສາແອດເຊມບລີ (Assembly Language) ເປັນພາສາຄອມພິວເຕີທີ່ແທນຊຸດຄຳສັ່ງ ເລກຖານສອງດ້ວຍຄຳສັນຍາລັກທີ່ເປັນພາສາອັງກິດເຊັ່ນ: 10110011 ອາດແທນດ້ວຍ MOV
ເຮັດໃຫ້ນັກພັດທະນາໂປຣແກຣມຂຽນແລະເຂົ້າໃຈໂປຣແກຣມໄດ້ງ່າຍຂຶ້ນ ການທຳງານຂອງໂປຣແກຣມພາສາແອດເຊມບລີຈະຕ້ອງມີຄວາມເຂົ້າໃຈໂຄງສ້າງຮາດແວຂອງລະບົບຄອມພິວເຕີຈຶ່ງຈະສາມາດຂຽນໂປຣແກຣມໄດ້ ດັ່ງນັ້ນຈຶ່ງເຮັດໃຫ້ພາສາແອດເຊມບລີບໍ່ເປັນທີ່ນິ ຍົມໃຊ້ ຕົວຢ່າງຂອງໂປຣແກຣມແອດເຊມບລີມີດັ່ງນີ້

MOV 0, SUM
MOV NUM, AC
ADD SUM, AC
STO SUM, TOT


  1. ພາສາລະດັບສູງ (High-Level Language)
ການພັດທະນາໂປຣແກຣມຄອມພິວເຕີໂດຍທົ່ວ ໄປຈະໃຊ້ໂປຣແກຣມພາສາຄອມພິວເຕີລະສູູງ ພາສາຄອມພິວເຕີລະດັບສູງຈະໃຊ້ຊຸດຄຳສັ່ງທີຄົນທົ່ວໄປສາມາດເຂົ້າໃຈໄດ້ງ່າຍ ເໜືອນການໃຊ້ ພາສາອັງກິດຫລືການຂຽນສະມາການຄະນິດສາດທົ່ວໄປ ນັກພັດທະນາໂປຣແກຣມທົ່ວໄປບໍ່ຈຳ
ເປັນຕ້ອງເຂົ້າໃຈຫລັກການທຳງານຂອງຮາດແວກໍ່ສາມາດທີ່ຈະພັດທະນາໂປຣແກຣມຄອມພິວເຕີ ລະດັບສູງໄດ້ ໂປຣແກຣມພາສາຄອມພິວເຕີລະດັບສູງຈະຕ້ອງການຕົວແປພາສາທີ່ທຳໜ້າທີ່ປ່ຽນ
ຊຸດຄຳສັ່ງໃຫ້ມາເປັນພາສາແອດເຊມບລີຫລືພາສາເຄື່ອງຈຶ່ງຈະທຳງານໄດ້ເມື່ອປຽບທຽບກັບພາສາ ແອດເຊມບລີແລ້ວ ພາສາຄອມພິວເຕີລະດັບສູງຈະຊ່ວຍໃຫ້ນັກພັດທະນາໂປຣແກຣມພັດທະນາ ໂປຣແກຣມໄດ້ວ່ອງໄວກວ່າ ແຕ່ໂປຣແກຣມທີ່ພັດທະນາຂຶ້ນຈະທຳງານໄດ້ຊ້າກວ່າ
ໃນປັດຈຸບັນມີໂປຣແກຣມພາສາຄອມພິວເຕີລະດັບສູງຢູ່ຫລາຍຮ້ອຍພາສາ ແຕ່ທີ່ນິຍົມໃຊ້ແລະໄດ້ ຮັບການຍອມຮັບມີພຽງເລັກນ້ອຍພາສາ ພາສາຄອມພິວເຕີໃນຍຸກທຳອິດທີ່ນິຍົມໃຊ້ມີຫລາຍພາສາ ເຊັ່ນ:

  • ພາສາຟໍເທນ(FORTRAN ຫຍໍ້ມາຈາກ FORmula TRANslator)
ພັດທະນາຂຶ້ນໂດຍບໍລິສັດ IBM ລະຫວ່າງປີ ຄ.ສ. 1954 ພາສາ ນີ້ໃຊ້ສຳຫລັບພັດທະນາ ໂປຣແກຣມປະຍຸຸກດ້ານວິທະຍາສາດແລະວິສາວະກຳສາດທີ່ຕ້ອງໃຊ້ໃນການຄຳນວນສຳມະການ
ຄະນິດສາດທີ່ຊັບຊ້ອນ ປັດຈຸບັນພາສາຟໍເທນຍັງເປັນທີ່ນິຍົມໃຊ້ໃນການພັດທະນາໂປຣແກຣມດ້ານ ວິທະຍາສາດແລະວິສາວະກຳສາດ

  • ພາສາໂຄບໍ (COBOL ຫຍໍ້ມາຈາກ COmmon Business OrientedLanguage)
ພັດທະນາຂຶ້ນໃນປີ ຄ.ສ. 1959 ເປັນພາສາທີພັດທະນາຂຶ້ນເພື່ອພັດທະນາໂປຣແກຣມປະຍຸກ ດ້ານທຸລະກິດແລະການຄ້າ ປະຈຸບັນໂປຣແກຣມທີ່ໃຊ້ດ້ານທຸລະກິດຈຳນວນຫລາຍເຊັ່ນ: ໂປຣແກຣມໃນສະຖາບັນການເງິນ ຍັງເປັນໂປຣແກຣມທີ່ພັດທະນາມາຈາກພາສາໂຄບໍ

  • ພາສາເບສິກ (BASIC ຫຍໍ້ມາຈາກ Beginners All-purpose Symbolic
Instructional Code) ເປັນພາສາທີ່ພັດທະນາຂຶ້ນໂດຍຈຸດປະສົງເພື່ອໃຫ້ຜູ້ເລີ່ມຕົ້ນພັດທະນາ
ໂປຣແກຣມສາມາດຮຽນຮູ້ແລະເຂົ້າໃຈການພັດທະນາໂປຣແກຣມຢ່າງງ່າຍ ພາສາເບສິກເປັນພາ ສາຄອມພິວເຕີພາສາທຳອິດ ທີໃຊ້ໃນໄມໂຄຊອບຄອມພິວເຕີ
ພາສາຄອມພິວເຕີທີ່ພັດທະນາຂຶ້ນໃນຍຸກທຳອິດຍັງມີຂໍ້ຈຳກັດໃນການທີ່ຈະພັດທະນາໂປຣແກຣມ
ຂະໜາດໃຫຍ່ ທັງນີ້ເນື່ອງຈາກພາສາຄອມພິວເຕີເຫລົ່ານັ້ນຂາດ ໂຄງສ້າງທີ່ດີເຮັດໃຫ້ການພັດທະ
ນາໂປຣແກຣມທີ່ມີຂະໜາດໃຫຍ່ແລະມີຄວາມຊັບຊ້ອນເປັນໄປໄດ້ຍາກ ໃນຊ່ວງຕົ້ນປີ ຄ.ສ.1970
ຈຶ່ງມີພາສາຄອມພິວເຕີທີ່ເປັນພາສາເຊີງລະບວນການ (Procedural ຫລື Structural Language) ເກີດຂຶ້ນ ພາສາຄອມພິວເຕີປະເພດນີ້ຈະມີຄວາມຍືດຍຸນໃນການພັດທະນາໂປຣ
ແກຣມ ເຮັດໃຫ້ສາມາດແກ້ໄຂແລະບຳລຸງຮັກສາໄດ້ງ່າຍ ເນື່ອງຈາກໂປຣແກຣມແຍກອອກເປັນ ສ່ວນໆ ພາສາຄອມພິວເຕີທີ່ເປັນພາສາເຊີງກະບວນການທີ່ສຳຄັນຄື:
  • ພາສາປາສຄານ(Pascal)ພັດທະນາໂດຍ Nicklaus Wirth ໃນປີ ຄ.ສ.1971 ໂດຍມີ
ຈຸດປະສົງເພື່ອໃຊ້ໃນການສອນການຂຽນໂປຣແກຣມພາສາເຊີງກະບວນການໃນມະຫາວິທະຍາໄລ ແຕ່ເນື່ອງຈາກພາສາປາສຄານບໍ່ມີຄຸນລັກສະນະ  ທີ່ຈະສະໜັບສະໜູນການພັດທະນາໂປຣແກຣມ
ດ້ານທຸລະກິດແລະອຸດສະຫະກຳຈຶ່ງບໍ່ໄດ້ຮັບຄວາມນິຍົມຫລາຍ
  • ພາສາຊີ (C) ພັດທະນາຂຶ້ນໃນຊ່ວງດຽວກັບພາສາປາສຄານ ໂດຍນັກວິໃຈທີ່ຫ້ອງປະຕິ
ບັດການ AT&T Bell ເຊິ່ງໄດ້ເອົາເດັ່ນຂອງພາສາ BCPL ແລະພາສາ B ມາໃຊ້ແລະໄດ້ເພີ່ມ
ຄຸນລັກສະນະແລະຊະນິດຂໍ້ມູນອື່ນເຂົ້າມາດ້ວຍ ເດີມພາສາຊີຖືວ່າເປັນພາສາຄອມພິວເຕີທີ່ສຳຄັນ
ໃນການພັດທະນາໂປຣແກຣມບົນລະບົບປະຕິບັດການຍູນິກ (Unix) ເຊິ່ງເປັນພາສາຄອມພິວເຕີ
ທີ່ສາມາດສ້າງໂປຣແກຣມປະຍຸກທີທຳງານໄດ້ວ່ອງໄວຫລາຍ ເມື່ອທຽບກັບພາສາຄອມພິວເຕີອື່ນໆ
ຈຸດດ້ອຍຂອງການພັດທະນາໂປຣແກຣມພາສາເຊີງກະບວນການຄື ຈະມີຕົ້ນທຶນໃນການພັດທະນາ ໂປຣມແກຣມທີ່ຂ້ອນຂ້າງສູງ  ເນື່ອງຈາກຈະຕ້ອງມີການອອກແບບໂປຣແກຣມໃຫ້ແຍກອອກເປັນ
ສ່ວນໆ ທີ່ເອີ້ນວ່າໂມດູນ (module) ເຊິ່ງຈະຕ້ອງເປັນອິດສະຫລະຈາກກັນ ການອອກແບບອອກ
ໃຫ້ມີຄວາມເປັນອິດສະຫລະຕໍ່ກັນນັ້ນເຮັດໄດ້ຍາກ ດັ່ງນັ້ນຈຶ່ງມີການພັດທະນາພາສາຄອມພິວເຕີໃນ
ແບບທີ່ເອີ້ນວ່າ ພາສາເຊີງອອບເຈັກ  (Object Oriented Programming)  ທີ່ພະຍາຍາມໃຫ້
ການພັດທະນາໂປຣແກຣມເປັນການຮຽນແບບການທຳງານອອບເຈັກຕ່າງໆໃນໂລກ ທັ້ງນີ້ເພື່ອໃຫ້
ງ່າຍຕໍ່ການພັດທະນາໂປຣແກຣມແລະສາມາດນຳໂປຣແກຣມກັບມາໃຊ້ໃໝ່ (reuse) ​ໄດ້​ດີກ​ວ່າ​ພາສາ​ເຊີງ​ຂະ​ບວນການ​ພາສາ​ຄອມ​ພິວ​ເຕີທີ່​ເປັນ​ພາສາ​ເຊີງ​ອອບ​ເຈັກ​ທີ່​ສຳຄັນ​ຄື:
  • ພາສາ​ C++ ​ເປັນ​ພາສາ​ທີ​ພັດທະນາ​ມາ​ຈາ​ພາສາ​ຊີ​ເມື່ອຕົ້ນ ຄ.ສ. 1980 ​ໂດຍ​ນັກວິ​​ໄຈ​ທີ
ຫ້ອງ​ປະຕິບັດ​ການ Bell ​ໂດຍ​ໄດ້​ເພີ່ມ​ຫລັກການ​ເຊີງ​ອອບ​ເຈັກ​ຂຶ້ນ​ມາ​ຈາ​ພາສາ​ຊີດັ່ງ​ນັ້ນ​ນັກ​ພັດທະ
ນາ​ໂປຣ​ແກຣມພາສາ​ C++ ສາມາດ​ທີ່​ຈະ​ພັດທະນາ​ໂປຣ​ແກຣມທັງ​ໃນ​ເຊີງ​ອອບ​ເຈັກ​ແລະ​ເຊີງ​ກະ
ບວນການ (ຕາມ​ແບບ​ພາສາ​ຊີ​) ​ໄດ້​ເຮັດ​ໃຫ້​ປັດຈຸຸບັນ​ພາສາ C++  ຍັງ​ເປັນ​ທີ່​ນິຍົມ​ໃຊ້​ກັນ​ຢ່າງ​ແພ່
ຫລາຍ
ພາສາ Smalltask ​ເປັນ​ພາສາ​ເຊີງ​ອອບ​ເຈັກ​ທີ່​ພັດທະນາ​ໂດຍ​ນັກວິ​ໄຈ​ທີ່ Xerox’s Palo Alto Research Center (PARC) ​ເຊິ່ງ​ເປັນ​ພາສາ​ຄອມ​ພິວ​ເຕີ​ທີ່​ເປັນ​ພາສາ​ເຊີງ​ອອບ​ເຈັກຢ່າງ​ແທ້​ຈິງ
​ແຕ່​ພາສາ  Smalltask  ບໍ່​ໄດ້​ຮັບ​ຄວາມນິຍົມ​ໃນ​ການ​ນຳ​ໄປ​ໃຊ້​ງານ​ຫລາຍ​​​ເມື່ອ​ທຽບ​ກັບ​ພາສາ
C++ ​ຫລື​ ພາສາຈາ​ວາ
  • ພາສາ​ຈາ​ວາ​ເປັນ​ພາສາ​ຄອມ​ພິວ​ເຕີ​ທີ່​ພັດທະນາ​ໂດຍ ນັກວິ​ໄຈ​ຂອງ​ບໍລິສັດ​ຊັນ​ໄມ​ໂຄ​ສິດ​
ເຕັມ (Sun Microsystems) ​ໂດຍ​ເລີ່​ມນຳ​ມາ​ເຜີຍ​ແພ່​ໃນ​ປີ ຄ.ສ. 1995 ປັດຈຸບັນ​ເປັນ​ພາສາ​ເຊີງອອບ​ເຈັກທີ່​ເປັນ​ທີ່​ນິຍົມ​ກັນ​ໃຊ້​ຫລາຍ​ເປັນ​ອັນ​ດັບ​ໜຶ່ງ ​ເຊິ່ງ​ໄດ້​ຮັບ​ການ​ຍອມຮັບ​ໃນ​ການ​ພັດທະ
ນາ​ໂປ​ຣ​ແກຣມທາງ​ທຸລະ​ກິດ​ແລະ​ອຸດ​ສະຫະ​ກຳ​ແລະ​ຍັງ​ເປັນ​ທີ່​ນິຍົມ​ໃຊ້​ເພື່ອ​ການ​ສຶກສາ​ຫລັກການ​ການ​ຂຽນ​ໂປຣ​ແກຣມຄອມ​ພິວ​ເຕີ ​ໂດຍ​ໃຊ້​ພາສາ​ເຊີງ​ອອບ​ເຈັກ​ອີກ​ດ້ວຍ ນອກຈາກ​ນີ້​ພາສາ​ຈາ​ວາ
ຍັງ​ເປັນ​ຊອບ​ແວ​ແບບ​ເປີດ​ເຜີຍ​ຊອດ​ໂຄດ​ (Open source code)
  • ພາສາ C# ​ເປັນ​ພາສາ​ຄອມ​ພິວ​ເຕີ​ທີ່​ມີ​ລັກສະນະ​ຄ້າຍ​ກັບ​ພາສາ​ຈາ​ວາທີ​ພັດທະນາ​ໂດຍ​ບໍ
ລິ​ສັດ Microsoft ​ໂດຍ​ມີ​ຈຸດປະສົງ​ເພື່ອ​ໃຫ້​ນັກ​ພັດທະນາ​ໂປຣ​ແກຣມສາມາດ​ພັດທະນາ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ທີ່​​ສາມາດ​ລັນ​ບົນ​ລະບົບ​ປະຕິບັດ​ການ​ Windows ​ໄດ້​ງ່າຍ​ຂຶ້ນ







ไม่มีความคิดเห็น:

แสดงความคิดเห็น