หน้าเว็บ

ຊະນິດຂອງຄວາມຕ້ອງການ


4.2 ຊະນິດຂອງຄວາມຕ້ອງການ Type of Requirements
      ປົກະຕິແລ້ວຄວາມຕ້ອງການສາມາດແບ່ງອອກເປັນ 2 ຊະນິດຄື ຄວາມຕ້ອງການທີ່ເປັນຟັງຊັ່ນ ການທຳງານ ແລະຄວາມຕ້ອງການທີ່ບໍ່ເປັນຟັງຊັ່ນການທຳງານ ໂດຍທັງສອງຈະມີຄວາມແຕ່ຕ່າງກັນດັ່ງນີ້
  1. ຄວາມຕ້ອງການທີ່ເປັນຟັງຊັ່ນການທຳງານ Function Requirements
ເປັນຂັ້ນຕອນການທຳງານທີ່ປະກອບມີ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບຜູ້ປະຕິບັດງານ ໂດຍແຕ່ລະກິດຈະ ກຳກໍ່ໃຫ້ເກິດຜົນການດຳເນີນງານອອກມາ ແລະ ໂດຍປົກະຕິ ຄວາມຕ້ອງການທີ່ເປັນຟັງຊັ່ນການທຳງານ ມັກຂຽນຢູ່ໃນຮູບແບບຂອງກິລິຍາ ດັ່ງຕົວຢ່າງເຊັ່ນ
      ສົມມຸດວ່າມີການພັດທະນາລະບົບເງິນເດືອນ ກິດຈະກຳການປະຕິບັດງານຂອງລະບົບເງິນເດືອນ ຈະປະກອບມີ ຟັງຊັ່ນຫນ້າທີ່ຕ່າງໆ ດັ່ງຕໍ່ໄປນີ້ ເຊັ່ນ ຄຳນວນເງິນເດືອນແລະຄ່າຄອມມິຊັ່ນ ຄ່າພາສີ ພິມ ລາຍງານພາສີປະຈຳປີ ດັ່ງນັ້ນ ລະບົບງານໃຫມ່ຈະຕ້ອງຈັດການກັບຟັງຊັ່ນຫນ້າທີ່ເຫລົ່ານີ້ໄດ້ເຊັ່ນ
  • ລະບົບຈະຕ້ອງສາມາດຄຳນວນເງິນເດືອນແລະຄ່າຄອມມິຊັນ
  • ລະບົບຕ້ອງສາມາດຄຳນວນພາສີ
  • ລະບົບຈະຕ້ອງສາມາດຈັດພິມລາຍງານພາສີປະຈຳປີ
ຈຶ່ງສະຫລຸບໄດ້ວ່າ ຄວາມຕ້ອງການທີ່ເປັນຟັງຊັ່ນການທຳງານນັ້ນ ຕັ້ງຢູ່ເທິງພື້ນຖານຂອງຂັ້ນຕອນການທຳ ງານແລະກົດເກນຂອງອົງກອນທີ່ໃຊ້ສຳຫລັບການດຳເນີນທຸລະກິດເປັນສຳຄັນ ໂດຍການອະທິບາຍວ່າລະ ບົບຈະຕ້ອງເຮັດຫຍັງແດ່ ດັ່ງນັ້ນຄວາມຕ້ອງການທີ່ເປັນຟັງຊັ່ນການທຳງານຈຶ່ງກ່ຽວຂ້ອງກັບ
  • ມີຫຍັງແດ່ທີ່ຕ້ອງອິນພຸດເຂົ້າໄປໃນລະບົບ
  • ມີເອົ໋າພຸດໃດທີ່ລະບົບຈະຕ້ອງດຳເນີນການ
  • ມີຂໍ້ມູນໃດ ທີ່ລະບົບຈະຕ້ອງຈັດເກັບ ເພື່ອໃຫ້ລະບົບອື່ນໆ ທີ່ກ່ຽວຂ້ອງນຳຂໍ້ມູນໄປໃຊ້ງານໄດ້
  • ການຄຳນວນຫຍັງທີ່ລະບົບຕ້ອງດຳເນີນການ
  1. ຄວາມຕ້ອງການທີ່ບໍ່ໄດ້ເປັນຟັງຊັ່ນການທຳງານ Non function Requirements
ເປັນຄວາມຕ້ອງການທີ່ກ່ຽວຂ້ອງກັບການກຳນົດຄຸນນະພາບໃນການທຳງານຂອງຊອບແວ ໂດຍເປັນ ການປະຕິບັດງານເພື່ອໃຫ້ບັນລຸຈຸດປະສົງໃນທຸກໆດ້ານ ທີ່ກ່ຽວຂ້ອງກັບສະພາບແວດລ້ອມ ຮາດແວ ແລະ ຊອບແວຂອງອົງກອນ ກໍ່ຄື ເປັນຄຸນລັກສະນະທີ່ລະບົບຊອບແວຄວນມີ  ເຊັ່ນ ລະບົບ ໄຄແອນ ເຊີເວີ້ ທີ່ ຢູ່ໃນສະພາບແວດລ້ອມຂອງລະບົບປະຕິບັດການເຄືອຂ່າຍ ຈະຕ້ອງສາມາດຮອງຮັບຜູ້ໃຊ້ງານໄດ້ເຖິງ 100 ເຄື່ອງໃນເວລາດຽວກັນໂດຍເວລາຕອບສະຫນອງການສະແດງຜົນຂໍ້ມູນໃນຈໍພາບ ຂອງທຸກໆເຄື່ອງ ຈະຕ້ອງຕອບສະຫນອງໃນເວລາທີ່ບໍ່ເກີນ 10 ວຶນາທີ ດັ່ງນັ້ນ ຄວາມຕ້ອງການທີ່ບໍ່ໄດ້ເປັນຟັງຊັ່ນການທຳ ງານຄື ຄຸນລັກສະນະຫລືຄຸນະພາບຂອງຊອບແວທີ່ມີ ເຊັ່ນ
    • ຄວາມສາມາດໃນການໃຊ້ງານ
    • ປະສິດທິພາບຂອງລະບົບ
    • ຄວາມຫນ້າເຂື່ອຖືຂອງລະບົບ
    • ຄວາມງ່າຍຕໍ່ການໃຊ້ງານ
    • ຄວາມສະດວກໃນການເຄື່ອນຍ້າຍໄປໃນສະພາບແວດລ້ອມໃຫມ່

ไม่มีความคิดเห็น:

แสดงความคิดเห็น