หน้าเว็บ

ວິສະວະກຳຊອຟແວ


2.4 ວິສະວະກຳຊອຟແວ Software Engineering
ຄື ລະບຽບແບບແຜນທີ່ນຳມາປະຍຸກໃຊ້ກັບການພັດທະນາຊອຟແວ ເພື່ອກໍ່ໃຫ້ ເກິດ ປະສິດ ທິພາບ ຕໍ່ການພັດທະນາ ມີຂະບວນການພັດທະນາຊອບແວທີ່ຊັດເຈນ ແລະສາມາດ ຕວດ ສອບໄດ້ ນອກຈາກນີ້ຍັງ ມີການນຳເຄື່ອງມືສະຫນັບສະຫນຸນການພັດທະນາລະບົບມາໃຊ້ ເພື່ອ ໃຫ້ເກິດເປັນມາດຕະຖານດຽວກັນ ແລະເຮັດໃຫ້ຊອຟແວ ນັ້ນມີຄຸນະພາບ
1.4.1    ຂໍ້ກຳນົດຊອຟແວ Software Specification
ເປັນການລະບຸຂໍ້ກຳນົດດ້ວຍການກຳນົດຟັງຊັ່ນຫນ້າທີ່ຂອງຊອຟແວ ລວມເຖິງເງື່ອນ ໄຂຂໍ້ບັງ ຄັບການປະຕິ ບັດງານເທິງຫນ້າທີ່ທີ່ຈະຕ້ອງໄດ້ຮັບການກຳນົດຂຶ້ນ ກິດຈະກຳດັ່ງກ່າວ ໃນປະຈຸ ບັນມັກເອີ້ນວ່າ ວິສະວະກຳ ຄວາມຕ້ອງການ Requirements Engineering ເຊິ່ງຈັດເປັນ ຂັ້ນຕອນສຳຄັນຂອງຂະບວນການ ຊອຟແວ ແລະຫາກເກິດຂໍ້ຜິດພາດໃນຂັ້ນຕອນ ນີ້ກໍ່ຍ່ອມ ສົ່ງທອດປັນຫານີ້ໃນຂັ້ນຕອນຂອງການອອກແບບ ແລະການນຳໄປໃຊ້ ຢ່າງບໍ່ສາມາດ ຫລີກ ລ້ຽງໄດ້ເລີຍ ໂດຍໃນຂັ້ນຕອນນີ້ຈະກ່ຽວຂ້ອງກັບກິດຈະກຳຫລັກໆ ສີ່ ສ່ວນຄື
  1. ການສຶກສາຄວາມເປັນໄປໄດ້
  2. ການວິເຄາະຄວາມຕ້ອງການ
  3. ການສະຫລຸບເປັນຂໍ້ກຳນົດ
  4. ການຕວດສອບຄວາມຕ້ອງການ

ไม่มีความคิดเห็น:

แสดงความคิดเห็น