หน้าเว็บ

ເຕັກໂນໂລຊີຈາວາ

ເຕັກ​ໂນ​ໂລ​ຊີ​ຈາ​ວາ

ເຕັກ​ໂນ​ໂລ​ຊີ​ຈາ​ວາ​ປະ​ກອບ​ໄປ​ດ້ວຍ​ອົງ​ປະກອບ​ຫລັກໆ ສາມ​ສ່ວນ​ດັ່ງ​ສະ​ແດງ​ໃນ​ຮູບ 1.4 ຄື
1. Java Virtual Machine (JVM) ເປັນ​ເທັກ​ໂນ​ໂລ​ຊີ​ຈາ​ວາ​ທີ່​ທຳ​ໜ້າ​ທີ່​ເປັນ ອິນ​ເຕີ​ພີດ​ເຕີ​ທີ່​ຈະ​ແປ​ໂປຣ​ແກຣມຈາ​ວາ​ໄບ​ໂຄດ (Java Bytecode) ໃຫ້​ເປັນ​ພາສາ​ເຄື່ອງ​ເຂົ້າ​ໃຈ​ໄດ້
2. Java Runtime Environment (JRE)ເປັນ​ເທັກ​ໂນ​ໂລ​ຊີ​ຈາ​ວາ​ທີ່​ໃຊ້​ໃນ​ການ​ລັນ​ໂປຣ​ແກຣມ
ພາສາ​ຈາ​ວາ​ເຊັ່ນ: ​ໂປຣ​ແກຣມຈາ​ວາ​ປະຍຸກ (Java Application) ​ແລະ​ໂປຣ​ແກຣມຈາ​ວາ​ແອບ​ເພດ (Java Applet) JRE ຈະ​ປະ​ກອບ​ດ້ວຍ JVM ​ແລະ Java Application Programming Interface (Java API) ທີ່​ຈະ​ລວບ​ລວມຄາດ​ແລະ​ອິນ​ເຕີ​ແຟດຕ່າງໆທີ່​ຈຳເປັນ
​ຕໍ່​ການ​ໃຊ້​ງານ​ຂອງ​ໂປຣ​ແກຣມພາສາ​ຈາ​ວາ

3. Java Software Developer Kit (JDK) ເປັນ​ຊຸດ​ພັດທະນາ​ໂປຣ​ແກຣມພາສາ​ຈາ​ວາທີ່​ປະກອບ​ໄປ​ດ້ວຍ JVM ຕົວ​​ແປ​ພາສາ​ຈາ​ວາ (Java Compiler) ເຄື່ອງ​ມື (Tool) ອື່ນໆໃນ​ການ​ພັດທະນາ​ໂປຣ​ແກຣມ ​ແລະ API ທັງ​ໝົດ​ໃນ​ພາສາ​ຈາ​ວາ​ເຊິ່ງ API ຈະ​ເປັນ​ມາດຕະຖານ​ຄຳ​ສັ່ງ​ຕ່າງ​ໆ​ຂອງ​ພາສາ​ຈາ​ວາ

ຮູູບທີ14 ອົງ​ປະກອບ​ຂອງ​ເທັກ​ໂນ​ໂລ​ຊີ​ຈາ​ວາ
1.2.1  Java Virtual Machine
       ພາ​ສາ​ອອກ​​ແບບ​ມາ​ເພື່ອ​ໃຫ້​ສາມາດ​ປະມວນ​ຜົນ​ໄດ້​ກັບ​ທຸຸກ​ແຟດຟອມ ​ໂດຍ​ໄດ້​ລວມ
ຫລັກການ​ຂອງ​ຕົວ​​ແປ​ພາສາ​ທັງ​ຄອມ​ໄພ​ເລີແລະອິນ​ເຕີ​ພີດ​ເຕີ​ໄວ ​ໂດຍ​ຄອມ​ໄພ​ເລີ​ຂອງ​ພາສາ​ຈາ​ວາ​ຈະ​ທຳ​ໜ້າ​ທີ່​​ແປ​ຊອດ​ໂຄດ​ຂອງ​ໂປຣ​ແກຣມ (ຊື່​ໄຟ.java) ​ໃຫ້​ເປັນ​ໂປຣ​ແກຣມ​ໄບ​ໂຄດ (ຊື່​ໄຟ.class) ​ໂປຣ​ແກຣມ​ໄບ​ໂຄດ​ຈະ​ແຕກ​ຕ່າງ​ຈາກ​ໂປຣ​ແກຣມພາສາ​ເຄື່ອງ​ທີ່​ສາມາດ​ປະມວນ​ຜົນ​ບົນ​ລະບົບ​ປະຕິ​ບັດ​ການ​ໄດ້​ໂດຍ​ກົງ ​ແຕ່​ໂປຣ​ແກຣມ​ໄບ​ໂຄດ​ຈະ​ປະມວນ​ຜົນ​ໄດ້​ໂດຍ​ຜ່ານ​ອິນ​ເຕີ​ພີດ​ເຕີ ​ເຊິ່ງຈະ​​ແປ​ໂປຣ​ແກຣມ​ໄບ​ໂຄດ​ແລ້ວສັ່ງ​ງານ​​ໄປ​ຍັງ​ເຄື່ອງ​ຄອມ​ພິວ​ເຕີ ອິນ​ເຕີ​ພິດ​ເຕີ​ແບບ​ນິ້ມີ​ຊື່​​ເອີ້ນ​ວ່າ JVM (Java Virtual Machine ຫລື​ເຄື່ອງ​ຈັກ​ສົມມຸຸດຈາ​ວາ) ​ເຊິ່ງຂັ້ນ​ຕອນ​ການ​ທຳ
ງານຂອງ​ໂປຣ​ແກຣມພາສາ​ຈາ​ວາສາມາດ​ສະ​ແດງ​ໄດ້​ດັ່ງ​ຮູບ​ທີ 1.5
       JVM ເຮັດ​ໜ້າ​ທີ່​ແປ​ໂປຣ​ແກຣມ​ໄບ​ໂຄດ​ໃຫ້​ເປັນ​ພາສາ​ເຄື່ອງ ​ທີ່​ຂຶ້ນ​ຢູ່​ກັບ​ແຟດຟອມ​ໂປຣ​ແກຣມ​ໄບ​ໂຄດ ທີ່​ປະມວນ​ຜົນ​ໂດຍ​ໃຊ້ JVM ຈະ​ທຳ​ງານ​ໄດ້​ໄວ​ກວ່າ​ໂປຣ​ແກຣມຄອມ​ພິວ​ເຕີ​ອື່ນໆ​ທີ່​ໃຊ້​ອິນ​ເຕີ​ພີ​ດ​ເຕີ​ປົກ​ກະຕິ​ໃນ​ການ​ປະມວນ​ຜົນ ທັງ​ນີ້​ເນື່ອງ​ຈາກ JVM ຈະ​ມີ​ຊຸດ​ຄຳ​ສັ່ງ​ທີ່​​ໃກ້​ຄຽງ
ກັບ​ຊຸດ​ຄຳ​ສັ່ງ​ພາສາ​ເຄື່ອງຂອງ​ໜ່ວຍ​ປະມວນ​ຜົນ​ກາງ​ທີ່​ໃຊ້​ງານ​ ດັ່ງ​ນັ້ນ JVM ຈຶ່ງ​ສາມາດ​​ແປ​ຄຳ​ສັ່ງ​ຂອງ​ໂປຣ​ແກຣມ​ໄບ​ໂຄດ​ໄປ​ເປັນ​ຄຳ​ສັ່ງ​ພາສາ​ເຄື່ອງ​ຂອງ​ໜ່ວຍ​ປະມວນ​ຜົນ​ກາງ  ​ທີ່​ໃຊ້​ໄດ້​ງ່າຍ​ກວ່າ ນອກ​ນີ້​ໂປຣ​ແກຣມ​ໄບ​ໂຄດ​ຈະ​ບໍ່​ຂຶ້ນ​ຢູູ່ກັບ​ແຟດຟອມ ດັ່ງ​ນັ້ນ​ເຮົາ​ສາມາດ​ທີ່​ຈະ​ນຳ​ໂປຣ​ແກຣມ
ໄບ​ໂຄດ​ທີ່ຄອມ​ໄພ​ເລີ​ຈາກ​ລະບົບ​ປະຕິບັດ​ການ​ໜຶ່ງ ມາ​ປະມວນ​ຜົນ​ບົນ​ລະ​ບົບປະຕິບັດ​ການ​ອື່ນໆ ​ໄດ້​ຫາກ​ລະ​ບົບປະຕິ​ບັດ​ການ​ນັ້ນ​ມີ JVM ຢູ່
     JVM ​ເປັນ​ເຄື່ອງ​ຈັກ​ສົມມຸດ​ທີ່​ທຳ​ໜ້າ​ທີ່​ເໜືອ​ນກັບ​ລະບົບ​ຄອມ​ພິວ​ເຕີ​ຈິງ ​ໂດຍ​ມາດຕະຖານ​ຂອງ JVM ກຳນົດ​ໂດຍ​ບໍລິສັດ​ຊັນ​ໄມ​ໂຄ​ຊິດ​ເຕັມຈະ​ມີ​ຂໍ້​ກຳນົດ​ຕ່າງ​ໆ ເຊັ່ນດຽວ​ກັບ​ອົງ​ປະ​ກອບ​ຂອງ​ລະບົບ​ຄອມ​ພິວ​ເຕີ ​ເຊັ່ນ​ຊຸດ​ຄຳ​ສັ່ງ (instruction set) ​ແລະ​ຊຸດ​ລີ​ຈິ​ເຕີ (register set) ​ເປັນ​ຕົ້ນ ​ແລະ​ຍັງ​ມີ​ຂໍ້​ກຳນົດ​ອື່ນໆ ​ເຊັ່ນ: ​ເນື້ອ​ທີ່​ຂອງ​ໜ່ວຍ​ຄວາມ​ຈຳ (memory area) ສະ​ແຕກ (stack), heap, garbage collection ​ແລະ​ຮູບ​ຂອງ​ຄລາດ​ໄຟ ​ (class file format) ເປັນ​ຕົ້ນ​ທັງ​ນີ້​ຂໍ້​ກຳນົດຂອງ JVM ​ເປັນ​ມາດຕະຖານ​ທີ່​ເປີດ​ເຜີຍ ​ເຮັດ​ໃຫ້​ບໍລິສັດ​ຕ່າງໆ ​ສາມ​ດທີ່​ຈະ​ພັດ
ທະນາ JVM ຂຶ້ນ​ມາ​ເອງ​ໄດ້​ ​ໂດຍ​ບໍ່​ຈຳ​ກັດ​ຢູູ່ພຽງ JVM ຂອງ​ບໍລິສັດ​ຊັນ​ໄມ​ໂຄ​ຊອບ​ຊິດ​ເຕັມ​ເທົ່າ​ນັ້ນ ​ແລະ​ລ່າ​ສຸດ​ໃນ​​ເດືອນ​ພາ​ຈິກ ປີ ຄ.ສ. 2006 ທາງ​ຊັນ​ໄມ​ໂຄ​ຊິດ​ເຕັມ​ໄດ້​ເປີດ​ເຜີຍ​ຊອດ​ໂຄດ​ໃນ​ການ​ພັດທະນາ​ຊອບ​​ແວ​ຈາ​ວາ​ທັງ​ໝົດ


ຮູ​ບທີ1.5 ຂັ້ນ​ຕອນ​ການ​ທຳ​ງານ​ຂອງ​ໂປຣ​ແກຣມພາສາ​ຈາ​ວາ


    JVM ພັດທະນາ​ມາ​ໃຊ້​ໃນ​ປັດຈຸບັນ​ສ່ວນ​ໃຫຍ່​ຈະ​ເປັນ​ຊອບ​ແວ ​ແຕ່​ກໍ່​ມີ​ການ​ພັດທະນາ JVM
​ໃນ​ຮູ​ບ​ແບບ​ຂອງ​ຮາດ​ແວ​ຂຶ້ນ​ມາ​ແລ້ວ​ເຊັ່ນ: Java Chip ໃນ​ປັດຈຸບັນ JVM ມີ​ໃຊ້​ໃນ​ລະບົບ​ປະຕິ
ບັດ​ການ​ຄອມ​ພິວ​ເຕີ​ຕ່າງໆ ​ໂປຣ​ແກຣມ​ເວ​ບບາ​ວ​ເຊີ ​ເຄື່ອງ​ໃຊ້​ໄຟຟ້າ​ຕ່າງໆ ​ໂທລະ​ສັບ​ ເຄື່ອງ​ມື​ສື່
ສານ​ຕ່າງໆ ​ແລະ​ສະມາດ​ກາດ​ (Smart Card) ຈຶ່ງ​ເຮັດ​ໃຫ້​ອຸປະກອນ​ຕ່າງໆ ​ເຫລົ່າ​ນີ້ສາມາດ​ປະ
ມວນ​ຜົນ​ໂປຣ​ແກຣມທີ່​ພັດທະນາ​​ໂດຍ​ໃຊ້​ພາສາ​ຈາ​ວາ​ໄດ້
1.6.2 Java Runtime Environment
      JRE ຈະ​ລັນ​ໂປຣ​ແກຣມ​ໄບ​ໂຄດ​ທີ່​ແປ​ຈາກ JVM ​ໂດຍ​ຈະ​ມີ​ຂັ້ນ​ຕອນ​ການ​ທຳ​ງານ​ສາມ ຂັ້ນ​ຕອນ​ ດັ່ງ​ສະ​ແດງ​ໃນ​ຮູບທີ 1.6 ຄື
1.   ​ໂຫລ​ດ​ໂປຣ​ແກຣມ​ໄບ​ໂຄດ ຂັ້ນ​ຕອນ​ນີ້​ຈະ​ເປັນ​ການ​ໂຫລ​ດຄລາ​ດທຸກ​ຄລາດ​ທີ່​ຈຳ​ເປັນ
ຕໍ່​ການ​ລັນ​ໂປຣ​ແກຣມ ​ໂດຍ​ໃຊ້ Class Loader
2.   ຕວດ​ສອບ​ໂປຣ​ແກຣມ​ໄບ​ໂຄດ ຂັ້ນ​ຕອນ​ນີ້​ເປັນ​ການ​ຕວດ​ສອບ​ໂດຍ​ໃຊ້ Byte Code
Verifier ວ່າ​ໂປຣ​ແກຣມ​ໄບ​ໂຄດ​ຖື​ກຕ້ອງຕາ​ມຂໍ້​ກຳນົດ​ຂອງ JVM ​ຫລື​ບໍ່ ​ແລະ​​ໂປຣ​ແກຣມຈະ​ຕ້ອງ​ບໍ່​ມີ​ຄຳ​ສັ່ງ​​ໃດທີ່​ສັ່ງ​ງານ​ແລ້ວ​ຈຳ​ທຳ​ໃຫ້​​ເກີດຂໍ້ຜິດ​ຜາດກັບ​ລະບົບ ​ເຊັ່ນ: ການ​ແປ​ງຂໍ້​ມູນ​ທີ່​ຜິດ​ຜາດ ຫລື​ການ​ພະຍາຍາມ​ບຸກລຸກ​ເຂົ້າ​ສູ່​ລະບົບ​ພາຍ​ໃນ
      3. ລັນ​ໂປຣ​ແກຣມ​ໄບ​ໂຄດ ຂັ້ນ​ຕອນ​ນີ້​ຈະ​ເປັນ​ການ​ລັນ​ໂປ​ຣ​ແກ​ຣມ​ໄບ​ໂຄດ​ ​ໂດຍ​ໃຊ້ Runtime Interpreter
 













ຮູບ​ທີ1.6 ຂັ້ນ​ຕອນ​ການ​ທຳ​ງານ​ຂອງ JRE
1.6.3 Java Development Kit
      JDK ຄື​ຊຸ​ພັດທະນາ​ໂປຣ​ແກຣມພາສາ​ຈາ​ວາຂອງ​ບໍລິສັດ​ຊັນ​ໄມ​ໂຄ​ຊອບ​ຊິດ​ເຕັມ ​ເຊິ່ງ​ແຕ່​ກ່ອນ​ເອີ້ນ​ວ່າ JDK ທັງ​ນີ້​ບໍລິສັດ​ຊັນ​ໄມ​ໂຄ​ຊອບ​ຊິດ​ເຕັມ​ໄດ້​ປ່ຽນ​ຊື່​ມາ​ເປັນ Java 2
ຕັ້ງ​ແຕ່ JDK ​ເວີ​ຊັນ 1.2 ຊຸດ​ໂປຣ​ແກຣມ JDK ທີ່​ໃຊ້​ໃນ​ປັດຈຸບັນ​ຄື​ເວີ​ຊັນ 6 (ສາມາດ download ​ໄດ້​ທີ່ http://java.sun.com) ຈະ​ປະກອບ​ໄປ​ດ້ວຍ​ໂປ​ຣ​ແກຣມຕ່າງໆ ​ເຊັ່ນ ​ໂປຣ​ແກຣມຄອມ​ໄພ​ເລີ (javac.exe) ​ໂປ​ຣ​ແກຣມອິນ​ເຕີ​ພີດ​ເຕີ (javac.exe) ​ແລະ​ໂປຣ​ແກຣມດີ​ບັກ​ເກີ ​ເປັນ​ຕົ້ນ ​ແຕ່​ຊຸດ​ໂປຣ​ແກຣມ JDK ຈະ​ເປັນ​ພຽງ​ເຊັດ​ຍ່ອຍ​ຂອງ​ໂປຣ​ແກຣມປະ​ເພດ Software Development Kit (SDK) ທັງ​ນີ້​ເນື່ອງ​ຈາກ​ JDK ຈະ​ບໍ່​ມີ​ອີ​ດີ​ເຕີສຳ​ຫລັບ​ການ​ຂຽນ​ຊອດ​ໂຄດ​ຫລື​ລັນ​ໂປ​ຣ​ແກຣມ
SDK ອື່ນ​ຊ່ວຍ​ໃນ​ການ​ຂຽນ​ຊອດໂຄດ
     ນອກຈາກ​ນີ້​ໂປຣ​ແກຣມທີ່ຢູ່​ໃນ JDK ຈະ​ເປັນ​ໂປຣ​ແກຣມທີ່​ຕ້ອງ​ເອີ້ນ​ໃຊ້​ຜ່ານ​ທາງ command line ຈຶ່ງ​ບໍ່​ສະດວກ​ໃນ​ການ​ໃຊ້​ງານ​ ​ແຕ່​ກໍ່​ມີ​ຂໍ້​ດີ​ບ່ອນ​ທີ່​ເຮັດ​ໃຫ້​ຜູ້​ເລີ່​ມຕົ້ນ​ໃນ​ການ​ພັດທະນາ​ໂປຣ​ແກຣມສາມ​າດ​ເຂົ້າ​ໃຈ​ຂັ້ນ​ຕອນ​ຕ່າງໆ ທີ່​ມີ​ຢູ່​ໃນ​ຊຸ​ພັດທະນາ​ໂປຣ​ແກ​ຣມພາສາ​ຈາ​ວາ​ໂປຣ​ແກຣມອື່ນໆ
     ນອກຈາ​ກ​ໂປຣ​ແກຣມ​ JDK ພັດທະນາ​ໂດຍ​ບໍລິສັດ​ຊັນ​ໄມ​ໂຄ​ຊອບ​ຊິດ​ເຕັມ​ແລ້ວ ບໍລິສັດ​ອື່ນໆ​ກໍ່​ມີ​ການ​ພັດທະນາ​ໂປຣ​ແກຣມ JDK ຂຶ້ນ​ມາ ​ໂດຍ​ບາງ​ສ່ວນ​ອາດ​​ໃຊ້​ຊອດ​ໂຄດ​ຂອງທາງ​ບໍ​ລິ​ສັດ​ຊັນ​ໄມ​ໂຄ​ຊອບ​ຊິດ​ເຕັມ ​ເຊິ່ງ​ໂປຣ​ແກຣມ JDK ​ເຫລົ່າ​ນີ້​ມີ​ມາດຕະຖານ​ຄຳ​ສັ່ງທີ່​ຄື​ກັນ​ແຕ່​ອາດ​ຈະ​ມີ​ຂໍ້​ແຕກ​ຕ່າງ​ໃນ​ຄຸນ​ລັກສະນະ​ອື່ນໆ ​ເຊັ່ນ: ຄອມ​ໄພ​ເລີ Garbage Collection ຕົວຢ່າງ​ຂອງ​ໂປຣ​ແກຣມ JDK ອື່ນໆ ​ເຊັ່ນ: J9 ຂອງ​ບໍລິສັດ​ໄອ​ບີ​ເອັມ ຫລື JRockit ຂອງ​ບໍລິສັດ​ອໍ​ລາ​ໂຄ
ເກດ​ຄວາມ​ຮູ້

                               NetBeans ເປັນ​ຊຸດ​ພັດທະນາ​ໂປຣ​ແກຣມ​ແບບ​ເປີດ​   
                               ຊອດ​ໂຄດ​ຂອງ​ບໍລິສັດ​ຊັນ​ໄມ​ໂຄ​ຊອບ​ຊິດ​ເຕັມ ​ເຊິ່ງສາ
                               ມາດດາວ​ໂຫລດມາ​ໃຊ້​ໄດ້​ຈາກ​ເວ​ບ​ໄຊ    
                                                  www.netbeans.org ໂປ​ຣ​ແກຣມ NetBeans ຖືກ​  
                               ພັດທະນາ​​ເລີ່​ມຕົ້ນ​ໂດຍ​ກຸ່ມ​ນັກ​ສຶກສາທີ່​ມະຫາວິທະຍາ​
                               ໄລ Charles ທີ່​ປະ​ເທດ​ສາທາລະນະ​ລັດ​ເຊັກເຊິ່ງພາຍ
                               ຫລັງ​ໄດ້​ຈັດ​ຕັ້ງ​ເປັນ​ບໍລິສັດ​ເພື່ອ​ຂາຍ​ໂປຣ​ແກຣມ
                                                  NetBeans ​ໃນ​ປີ 1997 ​ເປັນ​ໂປຣ​ແກຣມ​ແບບ​ຟຣີ​ແວ
ປັດຈຸບັນ​ໂປຣ​ແກຣມ NetBeans ​ເປັນ​ເວີ​ຊັນ 6.8 (​ເດືອນ​ມີນາ ປີ ຄ.ສ. 2010) ທີ່​ສາມ​າດ​ໃຊ້​ພັດທະນາ​ໂປຣ​ແກຣມຈາ​ວາ​ໄດ້​ທຸກ​ແຟດຟອມທັງ Java SE, Java ME ​ແລະ Java EEລວມ​ເຖິງ​ການ​ພັດທະ​ນາ SOA ແລະ​ຂຽນ​ໂປຣ​ແກຣມພາສາ​ອື່ນໆ ​ເຊັ່ນ: C/C++, PHP ​ແລະ Ruby ເປັນ​ຕົ້ນ
 




     ສ່ວນ SDK ສຳ​ຫລັບ​ການ​ພັດທະນາ​ຂອງ​ໂປຣ​ແກຣມຈາ​ວາ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ຈະ​ມີ​ທັງ​ທີ່​ເປັນ​ໂປຣ​ແກຣມ​ແບບ​ຟຣີ (freeware) ຫລື​ໂປຣ​ແກຣມ​ເພື່ອ​ການ​ຄ້າ (commercial software)​ເຊັ່ນ:
  • Netbeans ຂອງ​ບໍ​ລິ​ສັດ Sun Microsystems (http://www.netbeans.org)
  • Eclipse ຂອງ​ບໍ​ລິ​ສັດ IBM (http://eclipse.org)
  • JDeveloper ຂອງ​ບໍ​ລິ​ສັດ Oracle (http://www.oracle.com)
  • intelliJ IDEA ຂອງ​ບໍ​ລິ​ສັດ JetBrains (http://www.jetbrains.com/idea)
ໂປຣ​ແກຣມ SDK ຈະ​ມີ​ເຄື່ອງມື​ເພື່ອ​ຊ່ວຍ​ໃນ​ການ​ສ້າງ​ໂປຣ​ແກຣມພາສາ​ຈາ​ວາ​ໃນ​ຮູບ​
ແບບ​ຕ່າງໆ ​ໄດ້​ງ່າຍ​ຂຶ້ນ​ເຊັ່ນ: ​​ເຄື່ອງມື​ຊ່ວຍ​ໃນ​ການ​ອອກ​ແບບ​ໂປຣ​ແກຣມ​ກຣາບຟິກ
      ສຳ​ຫລັບ​ຊຸດ​ພັດທະນາ​ໂປຣ​ແກຣມ JDK ນັ້ນ​ຈຳ​ເປັນ​ຕ້ອງ​ມີ​ໂປຣ​ແກຣມອີ​ດິດ​ເຕີ (Editor) ​ເພື່ອ​ໃຊ້​ໃນ​ການ​ຂຽນ​ຊອດ​ໂຄດຂອງ​ໂປຣ​ແກຣມພາສາ​ຈາ​ວາ ​ເຊິ່ງສາມາດ​ທີ່​ຈະ​ໃຊ້​ໂປ​ຣ​ແກຣມ Text Editor ທົ່ວ​ໄປ​ໄດ້​ເຊັ່ນ: ​ໂປຣ​ແກຣມ Notepad ​ໃນ​ລະບົບ​ປະຕິບັດ​ການ Windows ​ແຕ່​ຫາກ​ຕ້ອງການ​ພັດທະນາ​ໂປຣ​ແກຣມ​ໃຫ້​ໄວ​ຂຶ້ນ ຜູ້​ໃຊ້​ຄວນ​ເລືອກ​ໃຊ້​ໂປຣ​ແກຣມອີ​ດິດ​ເຕີ​ທີ່​ອອກ​​ແບບ​ມາ​ເພື່ອ​ຂຽນ​ຊອດ​ໂຄດ​ຂອງ​ໂປຣ​ແກຣມພາສາ​ຈາ​ວາ​ໂດຍ​ສະ​ເພາະ ​ເຊິ່ງ​ໂປຣ​ແກຣມ​ເຫລົ່າ​ນີ້​ທຳ​ງານ​ຄ້າຍ​​ກັບ​ໂປຣ​ແກຣມ​ແບບ SDK ​ໂດຍ​ຜູ້​ໃຊສາມາດ​ເອີ້ນ​ຄຳ​ສັ່ງ​ໃນ​ການ​ຄອມ​ພາຍ ຫລື​ລັນ​ໂປຣ​ແກຣມທີ່​ພັດທະນາ​ຂຶ້ນ​ຈາກ​ເມ​ນູທີ່​ກຳນົດ​ໄວ້​ໄດ້ ຕົວ​ຢ່າງ​ໂປຣ​ແກຣມອີ​ດິດ​ເຕີ​ແບບ​ນີ້​ຄື:
·          EditPlus ຂອງ​ບໍ​ລິ​ສັດ ES-Computing (http://www.editplus.com)
·         JCreator ຂອງ​ບໍ​ລິ​ສັດ Xinox Software (http://www.jcreator.com)

ไม่มีความคิดเห็น:

แสดงความคิดเห็น