หน้าเว็บ

ຈຸດເດັ່ນຂອງພາສາຈາວາ


ຈຸດ​ເດັ່ນ​ຂອງ​ພາສາ​ຈາ​ວາ
ບໍລິສັດ​ຊັນ​ໄມ​ໂຄ​ຊອບ​ຊິດ​ເຕັມ​​ໄດ້​ລະບຸ​ເຖິງ​ຈຸດ​ເດັ່ນ​ຂອງ​ພາສາ​ຈາ​ວາ​ໄວ້​ດັ່ງນີ້
  • ຄວາມ​ງ່າຍ (Simple) ພາສາ​ຈາ​ວາ​ເປັນ​ພາສາ​ທີ່​ງ່າຍ​ຕໍ່​ການ​ສຶກສາ​ແລະ​ພັດທະນາ​ໂປຣ​
ແກຣມ ທັງ​ນີ້​ເພາະ​ພາສາ​ຈາ​ວາ​ພັດທະນາ​ໂດຍ​ຕັດ​ຂໍ້​ດ້ອຍ​ຂອງ​ພາສາ C++ ອອກ​ໄປ​ເຊັ່ນ ​ເລື່ອງ​ຂອງ​ການ​ໃຊ້ pointer
  • ພາສາ​ເຊີງ​ອອບ​ເຈັກ​ (Object-Oriented) ພາສາ​ຈາ​ວາ​ເປັນ​ພາສາ​ຄອມ​ພິວ​ເຕີ​ເຊີງ​ອອບ​
ເຈັກ​ທີ່​ສົມບູນ​ໂດຍ​ມີ​ຄຸນ​ລັກສະນະ​ເດັ່ນຂອງ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ຄື ການ​ສືບ​ທອດ, ການ​ຫໍ່​ຫຸ້ມ
​ແລ​ະການ​ມີ​ໄດ້​ຫລາຍ​ຮູບ​​ແບບ
  • ການ​ກະຈາຍ (Distributed) ພາສາ​ຈາ​ວາ​ເປັນ​ຊຸຸດຄຳ​ສັ່ງ​ທີ່​ມີ​ແພກ​ເກດ (Package) ໃນ
ການ​ຈັດການ​ກັບ​ໂປຣ​ໂຕ​ຄໍ TCP/IP ເຮັດ​ໃຫ້​ສາມາດ​ພັດທະນາ​ໂປຣ​ແກຣມ​ເຊີງ​ອອບ​ເຈັກ​ແບບ​ກະຈາຍ (Distributed Object) ຜ່ານ​ລະບົບ​ເຄືອ​ຂ່າຍ​ໄດ້​ງ່າຍ
  • ການ​ປ້ອງ​ກັນ​ການ​ຜິດ​ຜາດ (Robust) ພາສາ​ຈາ​ວາ​ເປັນ​ພາສາ​ຄອມ​ພິວ​ເຕີ​ທີ່​ອອກ​ແບບ​
ມາ​ເພື່ອ​ໃຫ້​ໂປຣ​ແກຣມທີ່​ພັດທະນາ​ຂຶ້ນ​ມີ​ຄວາມ​ນ້າ​ເຊື່ອ​ຖື ​ໂດຍ​ມີ​ການ​ຕວດ​ສອບ​ການ​ຜິດພາດ​ທີ່​ອາດ​ເກີດ​ຂຶ້ນ​ໃນ​ຂັ້ນ​ຕອນ​ຕ່າງໆ ​ເຊັ່ນ:ຂັ້ນ​ຕອນ​ການ​ຄອມ​ພາຍ​ ແລະ​ການ​ລັນ​ໂປຣ​ແກຣມ​ ເປັນ​ຕົ້ນ
  • ຄວາມ​ປອດ​ໄພ (Secure) ພາສາ​ຈາ​ວາ​ອອກ​ແບບ​ມາ​ເພື່ອ​ພັດທະນາ​ໂປຣ​ແກຣມບົນ​ລະ
ບົບເຄືອ​ຂ່າຍ ​ແລະມີ​ການ​ກະຈາຍ​ກຳ​ລັງ​ງານ​ບົນ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ດັ່ງ​ນັ້ນ​ຈຶ່ງ​ຕ້ອງ​ສ້າງ​ລະບົບ​ປ້ອງ​ກັນ​ຄວາມ​ປອດ​ໄພຈາກ​ໄວ​ລັດ​ຄອມ​ພິວ​ເຕີ ​ແລະ​ການ​ແກ້​ໄຂ​ໂປຣ​ແກຣມຈາກ​ພາຍ​ນອກ
  • ສະຖາປັດຕະຍາ​ກຳ​ກາງ (Architecture Neutral) ໂປ​ຣ​ແກຣມພາສາ​ຈາ​ວາ​ຈະ​ຄອມ​ໄພ​
ໄດ້​ໂປຣ​ແກ​ຣມ​ໄບ​ໂຄດ (byte code) ​ເຊິ່ງສາມາດ​ທຳ​ງານ​ບົນ​ສະຖາປັດຕະຍາ​ກຳ​ຄອມ​ພິວ​ເຕີທີ່​ມີ​ໜ່ວຍ​ປະມວນ​ຜົນ​ກາງ​ແລະ​ລະບົບ​ປະຕິບັດ​ການ​ຕ່າງໆ​ໄດ້
  • ​ເຄື່ອນ​ຍ້າຍ​ງ່າຍ (Portable) ຂໍ້​ກຳນົດ​ຂອງ​ພາສາ​ຈາ​ວາ​ຈະ​ບໍ່​ຂຶ້ນ​ຢູ່​ກັບ​ລະບົບ​ຄອມ​ພິວ​ເຕີ​
ໃດ​ໂດຍ​ສະ​ເພາະ ດັ່ງ​ນັ້ນ​ໂປຣ​ແກຣມພາສາ​ຈາ​ວາ​ຈຶ່ງ​ສາມາດ​ປະມວນ​ຜົນ​ໄດ້​ກັບ​ລະບົບ​ຄອມ​ພິວ​ເຕີ​ທຸກ​ປະ​ເພດ
  • ອິນ​ເຕີ​ພີດ​ເຕີ (Interpreted) ພາສາ​ຈາ​ວາ​ໃຊ້​ອິນ​ເຕີ​ພີດ​ເຕີ​ໃນ​ການ​​ແປ​ໂປຣ​ແກຣມ​ໄບ​
ໂຄດ​ໃຫ້​ເປັນ​ພາສາ​ເຄື່ອງ ​ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ຂະ​ບວນການ​ພັດທະນາ​ໂປຣ​ແກຣມ​ເປັນ​ໄປ​ໄດ້​ຢ່າງ​ວ່ອງ​ໄວ ຄື​ກັນກັບ​ພາສາ​ຄອມ​ພິວ​ເຕີ​ອື່ນໆ ທີ່​ໃຊ້​ອິນ​ເຕີ​ພີດ​ເຕີ
  • ປະສິດ​ທິພາ​ບສູງ (High Performance) ໂດຍ​ປົກກະຕິ​ໂປຣ​ແກຣມອິນ​ເຕີ​ພີດ​ເຕີ​ທີ່​ທຳ​ໜ້າ​
ທີ່​​ແປ​ໂປຣ​ແກຣມ​ໄບ​ໂຄດ​ຈະ​ທຳ​ງານ​ຊ້າ ​ແຕ່​ເທັກ​ໂນ​ໂລ​ຊີ​ຈາ​ວາ​ໄດ້​ພັດທະນາ​ໃຫ້​ມີ​ການ​​ແປ​ໂປຣ​ແກຣມ​ໄບ​ໂຄດ ຂັ້ນ​ຕອນ​ການ​ລັນ​ໂປຣ​ແກຣມ​ໃຫ້​ເປັນ​ພາສາ​ເຄື່ອງ​ແບບ​ທັນທີ​ທັນ​ໃດ (Just In Time) ທີ່​ທຳ​ງານ​ໄດ້​ວ່ອງ​ໄວ​ທຽບ​ເທົ່າ​ກັບ​ຄອມ​ໄພ​ເລີ ​ເພື່ອ​ໄດ້​ໂປຣ​ແກຣມຈາ​ວາ​ທີ່​ມີ​ປະສິດທິ​ພາບ​​ໃນ​ການ​ປະມວນ​ຜົນ​ສູງ
  • ມັນ​ຕິ​ເທດ (Multithreaded) ພາສາ​ຈາ​ວາ​ມີ​ຄວາມ​ສາມາ​ດທີ່​ຈະ​ປະມວນ​ຜົນ​ຫລາຍໆ
ງານ​ໄດ້​ພ້ອມ​ກັນ
  • ພະລະ​ວັດ (Dynamic) ພາສາ​ຈາ​ວາ​ອອກ​ແບບ​ເພື່ອທີ່​ຈະ​ໃຫ້​ປັບ​ປ່ຽນ​​ເພີ່ມ​ເຕີມ​ໄລ​ບາ​ລີ
(library) ຕ່າງ​ໆ ໄດ້​ງ່າຍ ​ເຊິ່ງ​ແຕກຕ່າງ​ຈາກ​ພາສາ​ຊີ ຫລື C++

1.8 ​ແຟດຟອມຂອງ​ເທັກ​ໂນ​ໂລ​ຊີ​ຈາ​ວາ
     ​ແຟດຟອມ (Platform) ຄື​ຮາດ​ແວ ​ແລະ​ສະພາວະ​ແວດ​ລ້ອມ​ທາງ​ຊອບ​ແວ (Software Environment) ທີ່​​ໂປຣ​ແກຣມຈະ​ໃຊ້​ໃນ​ການ​ປະມວນ​ຜົນ​ໂດຍ​ທົ່ວ​ໄປ
     ​ແຟດຟ​ອ​ມຈະ​ນິຍາມ​ໂດຍ​ພິຈາລະນາ​ຈາກ​ອົງ​ປະກອບ​ຂອງ​ຮາດ​ແວ​ ແລະລະບົບ​ປະຕິ​ບັດ​ການ​ທີ່​ໃຊ້​ເຊັ່ນ: ​ແຟດຟອ​ມຂອງລະບົບ​ປະຕິ​ບັດກາ​ນ Windows XP ບົນ​ເຄື່ອງ​ໄມ​ໂຄ​ຄອມ​ພິ​ວ​ເຕີ Pentium IV ​ແຕ່​ນິຍາມ​ຂອງ​ແຟດຟອມສຳ​ຫລັບ​ເຕັກ​ໂນ​ໂລ​ຊີຈາ​ວາ​ຈະ​ແຕກ​ຕ່າງ​ຈາກ​ນິຍາມ​ທີ່​ໃຊ້​ກັນ​ທົ່ວ​ໄປ ທັງ​ນິ້ຈະ​ພິຈາລະນາ​ຈາກ​ອົງ​ປະກອບ​ຂອງ​ຊອບ​ແວ​​ເທົ່າ​ນັ້ນ​ ດັ່ງ​ສະ​ແດງ​ໃນ​ຮູ​ບ   ທີ່ 1.7 ​ເຊິ່ງ​ແຟດຟອມຂອງ​ເຕັກ​ໂນ​ໂລ​ຊີ​ຈາ​ວາ​ຈະ​ປະກອບ​ດ້ວຍ


ຮູບ​ທີ 1.7 ​ແຟດຟອມຂອງ​ເຕັກ​ໂນ​ໂລ​ຊີ​ຈາ​ວາ

     ​ໂດຍ​ທີ່ JVM ຈະ​ເປັນ​ສ່ວນ​ຖານ​ຂອງ​ແຟດຟອມ​ເພື່ອ​ໃຊ້​ໃນ​ການ​ຕິດ​ຕໍ່​ກັບ​ແຟດຟອມສ່ວນ​ທີ່​ເປັນ​ຮາດ​ແວ ສ່ວນ Java API​ ເປັນ​ຊຸດ​ແພກ​ເກດ​ທີ່​ລວບ​ລວມຄລາດ​ແລະ​ອິນ​ເຕີ​ເຟດຕ່າງໆ ທີ່​ເປັນ​ປະ​ໂຫຍ​ດຕໍ່​ການ​ໃຊ້​ງານ​ຂອງ​ໂປຣ​ແກຣມທີ່​ພັດທະນາ​ໂດຍ​ພາສາ​ຈາ​ວາ​ເຊັ່ນ ຄລາດ​ທີ່​ກ່ຽວ
ຂ້ອງ​ກັບ​ການ​ຕໍ່​ປະ​ສານ​ກັບກຣາບຟິກກັບ​ຜູ້​ໃຊ້​ (Graphical User Interface) ເປັນ​ຕົ້ນ
     ບໍລິ​ສັດ​ຊັນ​ໄມ​ໂຄ​ຊອບ​ຊິດ​ເຕັມ​ໄດ້​ກຳນົດ​ແຟດຟອມຂອງ​ເຕັກ​ໂນ​ໂລ​ຊີ​ຈາ​ວາ​ໃຫ້​ມີ​ສາມ​ຮູບ​ແບບ​ຄື:
  • Java Platform, Standard Edition (Java SE)
  • Java Platform, Enterprise Edition (Java EE)
  • Java Platform, Micro Edition (Java ME)

​ໂດຍ​ແຕ່ລະ​ແຟດຟອມຈະ​ມີ JVM ​ແລະ API ທີ່​ແຕກ​ຕ່າງ​ກັນ​ແລະ​ມຸ້ງ​ເນັ້ນ​ທີ່​ຈະ​ໃຊ້ພັດ
ທະນາ​ໂປຣ​ແກຣມພາສາ​ຈາ​ວາ​ສຳ​ຫລັບ​ລະບົບ​ຄອມ​ພິວ​ເຕີ​ ຫລື​ອຸປະກອນ​ທີ່​ແຕກ​ຕ່າງ​ກັນ ​ດັ່ງ​ສະ​ແດງ​ໃນ​ຮູບ​ທີ 1.8

ຮູບ​ທີ 1.8 ​ແຟດຟອມຂອງ Java 2 ​ໃນ​ຮູ​ບ​ແບບ​ຕ່າງໆ

      ​ໂປ​ຣ​ແກຣມຈາ​ວາ​ທີ່​ໃຊ້​ບົນ​ເຄື່ອງ​ຄອມ​ພິວ​ເຕີ​​ໂດຍທົ່ວ​ໄປ ​ໃຊ້​​ແຟດຟອມທີ່​ເປັນ Java SE
ສ່ວນ​ແຟດຟອມ Java EE ມຸ້ງ​ເນັ້ນ​ການ​ພັດທະນາ​ໂປຣ​ແກຣມພາສາ​ຈາ​ວາທີ່​ໃຊ້​ງານ​ບົນ​ເຄື່ອງ​ແມ່​ຂ່າຍ (Server) ສຳ​ຫລັບ​ລະບົບ​ງານ​ໃນ​ອົງກອນ (Enterprise)ແລະ​ແຟດຟອມຈາ​ວາJava ME​ໃຊ້​ໃນ​ການ​ພັດທະນາ​ໂປຣ​ແກຣມຈາ​ວາ​ບົນ​ອຸປະກອນ​ຂະໜາດ​ນ້ອຍ ​ເຊັ່ນ ​ໂທລະສັບ​ເຄື່ອນ​ທີ່ ຫລື​ PDA ເປັນຕົ້ນ


ไม่มีความคิดเห็น:

แสดงความคิดเห็น