หน้าเว็บ

ຊະນິດຂອງແບບຈຳລອງ


ຊະນິດຂອງແບບຈຳລອງ  Types of Models
      ໃນການພັດທະນາລະບົບສາລະສົນເທດ ນັກວິເຄາະລະບົບສາມາດເອົາແບບຈຳລອງຊະນິດຕ່າງໆ ມາປະຍຸກໃຊ້ກັບງານພັດທະນາລະບົບ ໂດຍແບບຈຳລອງແຕ່ລະຊະນິດສາມາດນຳມາໃຊ້ງານໄດ້ຢ່າງ ເຫມາະສົມເພື່ອແກ້ໄຂປັນຫາຕາມສ່ວນງານນັ້ນໆ ເຊັ່ນ ງານບາງຊະນິດສາມາດໃຊ້ແບບຈຳລອງທີ່ເປັນ ພຽງແຕ່ຖ້ອຍຄຳອະທິບາຍກໍ່ສາມາດນຳໄປໃຊ້ງານໄດ້ແລ້ວ ໃນຂະນະທີ່ງານບາງຊະນິດ ໃຊ້ພຽງແຕ່ຖ້ອຍ ຄຳອາດຈະຍັງບໍ່ສາມາດນຳໄປໃຊ້ປະໂຫຍດໄດ້ຢ່າງພຽງພໍ ດັ່ງນັ້ນ ຈິ່ງຕ້ອງພັດທະນາແບບຈຳລອງທີ່ເປັນ ແຜນພາບ ຫລືໄດອະແກມ ເຊິ່ງມີຄວາມເຫມາະສົມກວ່າ ເພາະສາມາດເຫັນພາບລວມຂອງລະບົບໄດ້ທັງ ຫມົດ

5.1 ແຜນພາບກະແສຂໍ້ມູນ Data Flow Diagram : DFD
      ຫາກປຽບທຽບການພັດທະນາໂປແກມກັບການສ້າງເຮືອນແລ້ວ ຈະເຫັນວ່າການສ້າງ ເຮືອນຫລັງຫນື່ງເຈົ້າຂອງເຮືອນກັບສະຖາປະນິກ ຈະຕ້ອງຕົກລົງເຖິງຄວາມເຂົ້າໃຈຕໍ່ກັນ ໃນ ເບື້ອງຕົ້ນວ່າຈະສ້າງເຮືອນນີ້ໃນຮູບຊົງແບບໃດ ມີຈັກຊັ້ນ ມີຈັກຫ້ອງ ມີການຈັດ ຂະຫນາດ ຫ້ອງຕ່າງໆໄວ້ເທົ່າໃດເຊິ່ງສິ່ງ ເຫລົ່ານີ້ກໍ່ຄື ຄວາມຕ້ອງການ ຫລື Requitements  ຈາກນັ້ນ ສະຖາປະນິກກໍ່ຈະລວບລວມຄວາມຕ້ອງການຂອງລູກຄ້າໃນເບື້ອງຕົ້ນ ເພື່ອນຳໄປສ້າງເປັນ ແບບເຮືອນຂຶ້ນມາ ເຊິ່ງແບບເຮືອນນີ້ເປັນສິ່ງທີ່ຈະນຳ ມາໃຊ້ເປັນຂໍ້ຕົກລົງລະຫວ່າງກັນວ່າ ເຮືອນທີ່ຕ້ອງການໃຫ້ສ້າງນັ້ນເປັນໄປຕາມແບບທີ່ຕ້ອງການຫລືບໍ່ ໂດຍສະຖາປະນິກອາດຈຳ ເປັນຕ້ອງມີການປັບປຸງແບບເຮືອນບາງສ່ວນຕາມທີ່ລູກຄ້າຕ້ອງການຈົນກະທັ້ງໄດ້ແບບ ເຮືອນ ທີ່ສົມບູນ ຈາກນັ້ນແບບເຮືອນດັ່ງກ່າວກໍ່ຈະນຳໄປໃຫ້ວິສະວະກອນຄວບຄຸມງານ ເພື່ອໃຫ້ ງານກໍ່ສ້າງນັ້ນເປັນໄປຕາມແຜນທີ່ວາງໄວ້
      ແຜນພາບກະແສຂໍ້ມູນກໍ່ປຽບຄືກັບແບບເຮືອນສະຖາປະນິກກໍ່ປຽບຄື ນັກວິເຄາະລະບົບ ທີຈະຕ້ອງນຳຄວາມຕ້ອງການຂອງລູກຄ້າໄປວິເຄາະເພື່ອສ້າງແບບເຮືອນຕາມຄວາມຕ້ອງ ການຂອງລູກຄ້າໂດຍວິສະວະກອນກໍ່ປຽບຄືນັກວິສະວະກຳຊອບແວ ຫລືຜູ້ຄວບຄຸມໂຄງການ ສ່ວນຄົນງານກໍ່ສ້າງກໍ່ປຽບຄືກັບ ໂປແກມເມີ ທີ່ຈະຕ້ອງສ້າງຕາມແບບທີ່ໄດ້ອອກແບບໄວ້
      ແຜນພາບກະແສຂໍ້ມູນ ເປັນແບບຈຳລອງຂະບວນການທີ່ເອົາມາໃຊ້ໃນການວິເຄາະແລະອອກແບບລະບົບແບບ ໂຄງສ້າງ ທີ່ມີການນຳມາໃຊ້ຕັ້ງແຕ່ຍຸກທີ່ມີການເລິ່ມໃຊ້ພາສາລະດັບສູງ ໂດຍແຜນພາບ ກະແສຂໍ້ມູນຈະສະແດງຄວາມສຳພັນລະຫວ່າງ ໂປເຊດ Processes ກັບຂໍ້ມູນ Data ທີ່ກ່ຽວຂໍ້ໂດຍຂໍ້ມູນໃນແຜນພາບຈະເຮັດໃຫ້ຮູ້ເຖິງ
1 . ຂໍ້ມູນມາຈາກໃສ
2 . ຂໍ້ມູນຈະໄປໃສ
3 . ຂໍ້ມູນຈະເກັບໄວ້ໃສ
4. ເກິດເຫດການໃດກັບຂໍ້ມູນລະຫວ່າງທາງ

      ແຜນພາບກະແສຂໍ້ມູນຈະສະແດງພາບລວມຂອງລະບົບ ແລະ ລາຍລະອຽດທີ່ກ່ຽວ  ຂ້ອງກັບໂປເຊສກັບຂໍ້ມູນແຕ່ໃນບາງຄັ້ງ ຫາກຕ້ອງການກຳນົດລາຍລະອຽດ ທີ່ນອກເຫນືອ ຈາກນີ້ ນັກວິເຄາະລບົບ ອາດຈຳເປັນຕ້ອງໃຊ້ເຄື່ອງມືອື່ນເຂົ້າມາຊ່ວຍ ເຊັ່ ຂໍ້ຄວາມສັ້ນໆ ທີ່ອ່ານແລ້ວງ່າຍຕໍ່ການສ້າງຄວາມເຂົ້າໃຈ ຫລື ອັນກໍລິທືມ ຕາລາງການຕັດສິນໃຈ ,ແບບ ຈຳລອງຂໍ້ມູນຄຳອະທິບາຍການປະມວນຜົນຈະຂຶ້ນກັບຄວາມຕ້ອງການໃນລາຍລະອຽດເປັນສຳຄັນ

ຂັ້ນຕອນສຳຫລັບການວິເຄາະເພື່ອສ້າງແຜນພາບກະແສຂໍ້ມູນ
ຂັ້ນຕອນທີ່ 1 ສຶກສາຮູບແບບການທໍາງານຂອງລະບົບເກົ່າ ( Physical DFD )
ຂັ້ນຕອນທີ 2 ວິເຄາະເພື່ອໃຫ້ໄດ້ແບບຈໍາລອງ ທາງລໍຈິຄອລຂອງລະບົບງານເກົ່າ
 (Logical DFD)
ຂັ້ນຕອນທີ 3 ເອົາ Logical DFD ທີ່ໄດ້ຈາກຂັ້ນຕອນທີ 2 ມາເພິ່ມຄວາມ ຕ້ອງການ ໃຫມ່ເຂົ້າໄປ ໂດຍການປັບປຸງເພື່ອເປັນແບບຈຳລອງ ລໍຈິຄອລຂອງລະບົບງານໃຫມ່
 ( Logical DFD )
ຂັ້ນຕອນທີ 4 ພັດທະນາລະບົບງານໃຫມ່ໃນຮູບແບບຂອງແບບຈໍາລອງພີຊິກຄອລ (PhysicalDFD)

ไม่มีความคิดเห็น:

แสดงความคิดเห็น