หน้าเว็บ

ໂຄງສ້າງຄວບຄຸມ

ໂຄງ​ສ້າງ​ຄວບ​ຄຸມ

ເນື້ອ​ໃນ​ບົດ​ນີ້​ເປັນ​ການ​ແນະນຳ​ຄຳ​ສັ່ງ​ກ່ຽວ​ຂ້ອງ​ກັບ​ໂຄງ​ສ້າງ​ຄວບ​ຄຸມ​ໃນ​ພາສາ​ຈາ​ວາ ​ເຊິ່ງ​ເປັນ​ການ​ຄວບ​ຄຸມ​ລຳດັບ​ການ​ທຳ​ງານ​ຂອງ​ຄຳ​ສັ່ງ​ຕ່າງໆ ​ໃນ​ໂປຣ​ແກຣມພາສາ​ຈາ​ວາ ​ໂດຍ​ຈະ​ກ່າວ​ເຖິງຄຳ​ສັ່ງ​ໂຄງ​ສ້າງ​ຄວບ​ຄຸມ​ສອງ​ປະ​ເພດ​ຄື​ ຄຳ​ສັ່ງ​ໂຄງ​ສ້າງ​ແບບ​ເລືອກ​ທຳ​ເຊິ່ງ​ໄດ້​​ແກ່​ຄຳ​ສັ່ງ if, if..else ​ແລ​ະ switch ​ແລະ​ຄຳ​ສັ່ງ​ໂຄງ​ສ້າງ​ແບບ​ທຳ​ຊ້ຳ​ເຊິ່ງ​ໄດ້​ແກ່​ຄຳ​ສັ່ງ while,do..while ​ແລະ for ​ແລະ​ໃນ​ຕອນ​ທ້າຍ​ຂອງ​ບົດ​ນີ້​ຈະ​ກ່າວ​ເຖິງ​ຄຳ​ສັ່ງ​ໂຄງ​ສ້າງ​ຄວບ​ຄຸມ​ແບບ​ຊ້ອນ

3.1  ​ຄຳ​ສັ່ງ​ໂຄງ​ສ້າງ​ຄວບ​ຄຸມ
      ຄຳ​ສັ່ງ​ໂຄງ​ສ້າງ​ຄວບ​ຄຸມ (Control Structure) ເປັນ​ຄຳ​ສັ່ງ​ໃຊ້​ໃນ​ການ​ກຳນົດ​ລຳດັບ​ການ​ທຳ​ງານ​ຂອງ​ຄຳ​ສັ່ງ​ຕ່າງໆ ພາສາ​ຈາ​ວາ​ມມີ​​ໂຄງ​ສ້າງ​ຄວບ​ຄຸມ​ສາມ​ແບບ​ຄື:
1.   ​ໂຄງ​ສ້າງ​ແບບ​ຕາມລຳດັບ (Sequential Structure)
2.   ​ໂຄງ​ສ້າ​ງແບບ​ເລືອກ​ທຳ (Selection Structure)
3.   ​ໂຄງ​ສ້າງ​ແບບ​ທຳ​ຊ້ຳ (Repetition Structure)

      ​ໂດຍ​ທົ່ວ​​ໄປ​ຄຳ​ສັ່ງ​ໃນ​ພາສາ​ຈາ​ວາ​ຈະ​ມີ​ໂຄງ​ສ້າງ​ຄວບ​ຄຸມ​ແບບ​ຕາມ​ລຳດັບ ​ໂດຍ​ຈະ​ທຳ​ງານ​ຕາມ​ລຳດັບ​ຂອງ​ຄຳ​ສັ່ງ​ທີ່​ມີ​ຢູ່​ໃນ​ໂປຣ​ແກຣມ ​ເຊິ່ງຈະ​ເລີ່​ມທຳ​ງານ​ຈາກ​ເມ​ທອດ main () ​ໂດຍ​ຈຳ​ທຳ​ງານ​ຈາກ​ຄຳ​ສັ່ງ​ທຳ​ອິດ​ຂອງ​ເມ​ທອດ main () ​ແລະ​ທຳ​ງານ​ລຽງ​ຕາມ​ລຳດັບຄຳ​ສັ່ງ​ຕໍ່​ໄປ​ເລື້ອຍໆ ກໍລະນີ​ມີ​ການ​ໃຊ້​ເມ​ທອດ​ຂອງ​ອອບ​ເຈັກ ​ໂປຣ​ແກຣມຈະ​ເຂົ້າ​ໄປ​ທຳ​ຄຳ​ສັ່ງ​ພາຍ​ໃນ​ເມ​ທອດ​ນັ້ນ ​ແລະ​ເມື່ອ​ສິ້ນ​ສຸດ​ຄຳ​ສັ່ງ​ສຸດ​ທ້າຍ​ຂອງ​ເມ​ທອດ​ກໍ່​ຈະ​ກັບ​ມາ​ທຳ​ຄຳ​ສັ່ງ​ທີ່​ເອີ້ນ​​ໃຊ້​ເມ​ທອດ ດັ່ງ​ສະ​ແດງ​ໃນ​ຮູບ​ທີ3.1






 














ຮູບທີ3.1 ຂັ້ນ​ຕອນ​ການ​ທຳ​ງານ​ຕາມ​ລຳດັບ​ຂອງ​ຄຳ​ສັ່ງ​ທີ່​ມີ​ຢູ່​​ໃນ​ໂປຣ​ແກຣມ

3.2  ​ໂຄງ​ສ້າງ​ແບບ​ເລື​ອກທຳ
      ​ໂຄງ​ສ້າງ​ແບບ​ເລືອກ​ທຳ​ເປັນ​ການ​ໃຫ້​ເລືອກ​ທຳ​ຊຸດ​ຄຳ​ສັ່ງ​ໃນ​ກໍລະນີ​ທີ່​ນິພົດ​ຕັກ​ກະສາ​ດມີຄ່າ​ເປັນ​ຈິງ​ຕາມ​ເງື່ອນ​ໄຂ ​ເຊິ່ງຊຸດ​ຄຳ​ສັ່ງ​ໂຄງ​ສ້າງ​ແບບ​ເລືອກ​ທຳ​ຈະ​ປະກອບ​ໄປ​ດ້ວຍ​ຄຳ​ສັ່ງ​ດັ່ງ​ຕໍ່​ໄປ​ນີ້
  • ຄຳ​ສັ່ງ if
  • ຄຳ​ສັ່ງ If..else
  • ຄຳ​ສັ່ງ ​if ແບບ​ຊ້ອນ (nested if)
  • ຄຳ​ສັ່ງ switch

3.2.1  ຄຳ​ສັ່ງ if
       ຄຳ​ສັ່ງ if ຈະ​ມີ​ຮູບ​ແບບ​ດັ່ງ​ນີ້
      if (logical expression) {
         statements
      }
 
 




​ໂດຍ​ທີ່
  • Logical expression ຄື​ນິພົດ​ຕັກ​ກະສາ​ດທີ່​ໃຫ້​ຜົນ​ເປັນ​ຂໍ້​ມູນ​ຄ່າ​ຄົງ​ທີ່​ຊະນິດ Boolean
  • statements ຄື​ຊຸດ​ຄຳ​ສັ່ງ​ໃດໆ
    ຊຸດ​ຄຳ​ສັ່ງ​ທີ່ຢູ່​ໃນ​ບ໋ອກ { } ຈະ​ທຳ​ງານ​ໃນ​ກໍລະນີ​ທີ່​ນິພົດ​ຕັກ​ກະສາ​ດ​ໃຫ້​ຄ່າ​ເປັນ​ຈິງ ​ເຊິ່ງຄຳ​ສັ່ງ if ສາ​ມາສະ​ແດງ​ລຳດັບ​ການ​ທຳ​ງາ​ນ​ເປັນ​ໂຟຊາດ ​(flowchar)ໄດ້​ດັ່ງ​ສະ​ແດງ​ໃນ​ຮູບ​ທີ3.2
ຮູບ​ທີ3.2 ​ໂຟຊາດ​ຂອງ​ຄຳ​ສັ່ງ if

ຕົວຢ່າງ​ຂອງການຄຳ​ສັ່ງ if ມີ​ດັ່ງ​ນີ້
      if (radius >= 0) {
           area = radius*radius*Math.PI;
           System.out.println(area);
      }
   ຈາກ​ຕົວຢ່າງ​ນີ້​ຊຸດ​ຄຳ​ສັ່ງ​ທີ່ຢູ່​ໃນ​ບ໋ອກ (ຄຳ​ສັ່ງ​ກຳນົດ​ຄ່າ​ຕົວ​ແປ area ​ແລະ​ຄຳ​ສັ່ງ​ສະ​ແດ​ງຜົນ)
ຈະ​ທຳ​ງານ​ໃນ​ກໍ​ລະ​ນີທີ່​ນິພົດ radius >=0 ​ເປັນ​ຈິງ ກ່າວ​ຄື​ຕົວ​ແປ radius ມີຄ່​າຫລາຍ​ກວ່າ​ຫລື​ເທົ່າ​ກັບ 0
    ກໍລະນີ​ຊຸດ​ຄຳ​ສັ່ງ​ໃນ​ບ໋ອກ { } ມີ​ພຽງ​ຄຳ​ສັ່ງ​ດຽວ​ເຮົາ​ສາມາດ​ທີ​ຈະ​ຕັດ​ເຄື່ອງໝາຍ { } ອອກ​ໄປ​ໄດ້​ເຊັ່ນ ຄຳ​ສັ່ງ
       if((x > 0) && (x < 10)) {
          System.out.println(x);
       }
   ສາມາດ​ຂຽນ​​ໃໝ່​​ໄດ້ເປັນ
       if((x > 0) && (x < 10))
          System.out.println(x);
   ​ແຕ່​ຢ່າງ​ໄດ້​ກໍ່ຕາ​ມການ​ຂຽນ​ໂປຣ​ແກຣມທີ່​ດີ​ຄວນ​ໃຊ້​ບ໋ອກ { } ​ເພື່ອ​ໃຫ້​ເກີດ​ຄວາມ​ເຂົ້າ​ໃຈ​ງ່າຍ​ແລະ​ງ່າຍ​ຕໍ່ການ​ເພີ່ມ​ຄຳ​ສັ່ງ (ກ່າວ​ຄື​ຖ້າ​ມີ​ຫລາຍກວ່າໜຶ່ງ​ຄຳ​ສັ່ງ​ຕ້ອງ​ໃຊ້​ບ໋ອກ { } ສະ​​ເໜີ)

ໂປຣ​ແກຣມທີ3.1 ຕົວຢ່າງ​ການ​ໃຊ້​ຄຳ​ສັ່ງ if
Text Box: import javax.swing.JOptionPane;
public class SampleIf {
    public void showDemo() {
        String inputStr = JOptionPane.showInputDialog("Enter value");
        int score = Integer.parseInt(inputStr);
        if (score >= 50) {
          JOptionPane.showMessageDialog(null, "You pass");
          // null to tell that there is no parent frame
        }
    }
}
------------------------------------------------------------------------
public class Main {
    public static void main(String[] args) {
        SampleIf obj = new SampleIf();
        obj.showDemo();
    }
}
 




















​ໂປຣ​ແກຣມທີ3.1 ​ເປັນ​ຕົວຢ່າງ​ຂອງ​ໂປຣ​ແກຣມທີ່​ໃຊ້​ຄຳ​ສັ່ງ if ​ໂດຍ​ໂປຣ​ແກຣມຈະ​ຮັບ​ຕົວ​ເລກ​ເຂົ້າ​ມາ​ທາງ​ໄດ​ອະລ໋ອກ ​ເຊິ່ງຈະ​ເປັນ​ຂໍ້​ມູນ​ຊະນິດ String ທີ່​ຈະ​ເກັບ​ຢູ່​ໃນ​ຕົວ​ແປ​ທີ່​ຊື່ inputStr ​ໂດ​ຍການ​ເອີ້ນ​ໃຊ້​ເມ​ທອດ​ທີ່​ຊື່ showInputDialog ຂອງ​ຄາດ JOptionPane ​ແລ້ວ​ຈຶ່ງ​ສົ່ງ​ຄ່າ​ເປັນ argument ຂອງ​ເມ​ທອດ Integer.parseInt () ​ເພື່ອ​ທຳ​ການ​ແປງ​ຊະນິດ​ຂໍ້​ມູນ String ​ໃຫ້​ເປັນ​ຊະນິດ​ຂໍ້​ມູນ int ​ແລ້ວ​ກຳນົດ​ໄວ້​ໃນ​ຕົວ​​ແປ score ​ເຊິ່ງຄຳ​ສັ່ງ if ຈະ​ຕວດ​ສອບ​ວ່າ​ຖ້າ​ຕົວ​ແປ score ມີຄ່າ​ຫລາຍ​ກວ່າ​ຫລື​ເທົ່າ​ກັບ 50 ຈະ​ພິມ​ຂໍ້ຄວາມ You pass ອອກ​ທາງ​ໄດ​ອະລ໋ອກທີ່​ເອີ້ນ​ໃຊ້​ເມ​ທອດ showMessageDialog ຂອງ​ຄາດ JOptionPane ຕົວຢ່າງ​ຂອງ​ຜົນ​ລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປຣ​ແກຣມທີ 3.1 ສະ​ແດງ​ຮູບ​ທີ 3.2




 

ຮູບ​ທີ 3.3 ຜົນ​ລັບ​ທີ່​ໄດ້​ຈາກ​ການ​ລັນ​ໂປຣ​ແກຣມທີ 3.1
 

ຄາດ JOptionPane
      ຄາດ JOptionPane ​ເປັນ​ຄາດ​ທີ່​ກຳນົດ​ມາ​ໃນ​ພາສາ​ຈາ​ວາ​ເພື່ອ​ໃຊ້​ໃນ​ການ​ສ້າງ DialogBox ​ແບບ​ມາດຕະຖານ ຄາດ​ນີ້​ເປັນ​ຄາດ​ຂະໜາດ​ໃຫຍ່​ທີ່​ມີ​ເມ​ທອດ​ຫລາຍໆ ​ເມ​ທອດ​​ແຕ່​ທີ່​ສຳຄັນ​ຄື:
-    showConfirmDialog ​ເປັນ​ໄດ​ອະລ໋ອກ​ເພື່ອ​ຢືນ​ຍັນ​ຄຳ​ຖາມ​ເຊັ່ນ yes/no/cancel
-    showInputDialog ​ເປັນ​ໄດ​ອະລ໋ອກສຳ​ຫລັບ​ຮັບ​ຄ່າ​ຂໍ້​ມູນ​ຊະນິດ String
-    ​showMessageDialog ເປັນ​ໄດ​ອະລ໋ອກ​ເພື່ອ​ສະ​ແດງ​ຂໍ້ຄວາມ​ອອກ​ມາ
 


ไม่มีความคิดเห็น:

แสดงความคิดเห็น