หน้าเว็บ

แสดงบทความที่มีป้ายกำกับ ວິທີການພັດທະນາລະບົບ แสดงบทความทั้งหมด
แสดงบทความที่มีป้ายกำกับ ວິທີການພັດທະນາລະບົບ แสดงบทความทั้งหมด

ວິທີການພັດທະນາລະບົບ


2.3 ວິທີການພັດທະນາລະບົບ
ວິທີການພັດທະນາລະບົບໂດຍທົ່ວໄປ ຈະປະກອບດ້ວຍ 2 ວິທີຄື
  1. ວິທີການພັດທະນາລະບົບແບບດັ້ງເດິມ The Traditional Approach
  2. ວິທີການພັດທະນາລະບົບແບບວັດຖຸ The Object – Oriented Approach

2.3.1 ວິທີການພັດທະນາລະບົບແບບດັ່ງເດິມ The Traditional Approach
      ເຕັກນິກວິທີການພັດທະນາລະບົບແບບດັ້ງເດິມນັ້ນມີເຕັກນິກທີ່ຫລາກຫລາຍເຊິ່ງຢູ່ໃນພື້ນຖານ ຂອງການພັດທະນາລະບົບສາລະສົນເທດ ດ້ວຍວິທີໂຄງສ້າງ ແລະ ການໂປແກມ ແບບໂມເດລ ໂດຍມັກ ວິທີນີ້ວ່າ ການພັດທະນາລະບົບແບບໂຄງສ້າງ (Structured System Development)
      ການວິເຄາະແບບໂຄງສ້າງ Structured Programming), ການອອກແບບດ້ານໂຄງ ສ້າງ (Structured Design) ແລະ ການໂປແກມແບບໂຄງສ້າງ(Structured Program) ທັງສາມເຕັກນິກນີ້ເອີ້ນວ່າ ວິທີແບບໂຄງສ້າງ (Structured Approach)

2.3.2 ການວິເຄາະແລະອອກແບບໂຄງສ້າງແບບໃຫມ່ Modern Stuctured Analysis and Design)
ເມື່ອເຕັກນິການອອກແບບດ້ານໂຄງສ້າງໄດ້ເຮັດໃຫ້ນັກອອກແບບຮັບຮູ້ເຖິງວ່າມີຫຍັງແດ່ທີ່ຕ້ອງເຮັດ ເຕັກ ນິກການກຳນົດຄວາມຕ້ອງການຂອງລະບົບຈິ່ງໄດ້ເກິດຂຶ້ນ ຄວາມຕ້ອງ ການຂອງ ລະບົບ  System requirement ເປັນການກຳນົດວ່າ ລະບົບຕ້ອງເຮັດຫຍັງໃນລາຍລະອຽດ

ວິທີການພັດທະນາລະບົບ


2.2 ວິທີການພັດທະນາລະບົບ (System Development Methodology)
2.2.1 ໂມເດລ Models
ໂມເດລທີ່ໃຊ້ສຳຫລັບການພັດທະນາປະກອບດ້ວຍສິ່ງທີ່ນຳສະເຫນີກ່ຽວກັບ Input, Output, Process, Data, Object, ການໂຕ້ຕອບລະຫວ່າງ Object ສະຖາານທີ່ຕັ້ງ ເຄືອ ຂ່າຍ ແລະ ອຸປະກອນອື່ນໆ ເຊິ່ງໂດຍສ່ວນໃຫຍ່ແລ້ວໂມເດລ ຫລື ແບບຈຳລອງນີ້ ຈະນຳ ສະ ເນີໃນແບບ ຂອງ ຮູບພາບ ເຊິ່ງປະກອບດ້ວຍໄດອະແກມ Diagram ຫລື ແຜນພູມ Chart ຕົວຢ່າງໂມເດລຕ່າງໆ ປະກອບດ້ວຍ
v  ຜັງງານ Flowchart
v  ແຜນພາບກະແສຂໍ້ມູນ Data Flow Diagram
v  ອີອາໄດອະແກມ ER Diagram
v  ຜັງໂຄງສ້າງ Struture Chart
v  ຢຸສເຄສໄດອະແກມ User Case Diagram
v  ຄາສໄດອະແກມ Class Diagram
v  ຊີເຄວັນໄດອະແກມ Sequence Diagram
v  ແຜນພາບ ແກນ ເພິດ Gantt Chart/Pert
2.2.2 ເຄື່ອງມື Tools
      ເຄື່ອງມືທີ່ຊ່ວຍໃນການພັດທະນາລະບົບ ປະກອບດ້ວຍຊອບແວຫລືໂປແກມທີ່ສະຫນັບສະຫນຸນ ການໃຊ້ງານເຄື່ອງມືເຫລົ່ານີ້ ສາມາດ ນຳໃຊ້ງານເພື່ອ ສ້າງແບບຈຳລອງຫລືໂມເດລຕ່າງໆ ແລະລວມເຖິງສ່ວນ ປະກອບ ອື່ນໆ ຕົວຢ່າງເຄື່ອງມືຕ່າງໆປະກອບດ້ວຍ
v  ໂປແກມຈັດການໂຄງການ
v  ໂປແກມ ເຄື່ອງມືຊ່ວຍແຕ້ມຮູບ
v  ໂປແກມປະມວນຜົນຄຳ ຫລືໂປແກມອີດິດເຕີ
v  ແຄສທູລ Case Tools
v  ໂປແກມຈັດການຖານຂໍ້ມູນ
v  ໂປແກມແປງໄດອະແກມ ເປັນລະຫັດຄຳສັ່ງ

2.2.3 ເຕັກນິກ Techniques
      ເຕັກນິກໃນການພັດທະນາລະບົບ ຄືກຸ່ມແນວທາງທີ່ຊ່ວຍໃນການຊີ້ນຳ ເພື່ອໃຫ້ນັກ ວິເຄາະລະບົບ ສາມາດນຳເຕັກນິດໄປດຳເນີນກິດຈະການພັດທະນາລະບົບເພື່ອ ໃຫ້ເກິດຄວາມ ສົມບູນຍິ່ງຂຶ້ນ ຕົວຢ່ງເຕັກນິກ ຕ່າງໆປະກອບດ້ວຍ
v  ເຕັກນິກການບໍລິຫານໂຄງການ
v  ເຕັກນິກການສຳພາດ
v  ເຕັກນິກການສ້າງແບບຈຳລອງຂໍ້ມູນ
v  ເຕັກນິກການອອກແບບຖານຂໍ້ມູນແບບສຳພັນ
v  ເຕັກນິການວິເຄາະແບບໂຄງສ້າງ
v  ເຕັກນິກການອອບແບບດ້ານໂຄງສ້າງ
v  ເຕັກນິການຂຽນໂປແກມແບບໂຄງສ້າງ
v  ເຕັກນິການທົດສອບຊອບແວ
v  ເຕັກນິກການວິເຄາະແລະອອກແບບລະບົບແບບວັດຖຸ